ຂປລ. ທະນາຄານພັດທະນາ ອາຊີ(ADB) ຮ່ວມກັບກະຊວງ ການເງິນ ຈັດກອງປະຊຸມປຶກສາ ຂປລ. ເມື່ອບໍ່ດົນມານີ້, ອົງການ ສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມໂຄງການຝຶກງານ ຂອງນັກສຶກສາອາຊີວະຢູ່ໂຮງແຮມ Crowne Plaza ແລະ ໂຮງແຮມ Holiday Inn ໃນນະຄອນຫລວງ ວຽງຈັນ ເພື່ອພົບປະນັກຮຽນຝຶກ ງານໃນສາຂາສິລະປະການເຮັດ ອາຫານ, ເຂົ້າໜົມອົບ ແລະ ຂອງ ຫວານ. ການຢ້ຽມຢາມຄັ້ງນີ້, ຊີ້ໃຫ້ເຫັນ ຄວາມສໍາຄັນຂອງການຮ່ວມມືລະ ຫວ່າງພາກລັດ ແລະ ພາກເອກະຊົນ ໃນການສ້າງໂອກາດໃຫ້ແກ່ໄວໜຸ່ມ ໂດຍສະເພາະແມ່ນແມ່ຍິງໜຸ່ມ ເພື່ອ ໃຫ້ເຂົາເຈົ້າໄດ້ເຮັດພາກປະຕິບັດ ຕົວຈິງ, ເສີມສ້າງຄວາມໝັ້ນໃຈ ແລະ ກ້າວໄປສູ່ການມີວຽກງານທີ່ ດີໃນອະນາຄົດ. ໃນລະຫວ່າງການ ຢ້ຽມຢາມ, ຄະນະຜູ້ແທນໄດ້ພົບປະ ກັບນັກສຶກສາຝຶກງານ, ພ້ອມຍັງໄດ້ ໄປເບິ່ງການຝຶກແຕ່ງອາຫານຢູ່ຫ້ອງ ຄົວມືອາຊີບທີ່ໂຮງແຮມ. ນອກຈາກ ນັ້ນ, ຄະນະຜູ້ແທນຍັງໄດ້ສົນທະນາ ແລະ ປຶກສາຫາລືກ່ຽວກັບແຜນການ rP' 3 gfn voc0;';P'9a o fb 'f6 foa dmj v'mj P;wfh 9 clod;j k7q o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 09.04.2025 ປີທີ 24 ສະບັບທີ 6.161 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK ຂປລ. ກອງປະຊຸມຄະນະກໍາມະ ການຊີ້ນໍາຮ່ວມລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ(ສປຊ) ຈັດຂຶ້ນ ໃນອາທິດຜ່ານມາ, ເພື່ອປຶກສາ ຫາລືບັນດາຜົນສໍາເລັດ, ຄວາມ ຄືບໜ້າ ແລະ ບັນດາເປົ້າໝາຍບູ ລິມະສິດຂອງຄາດໝາຍທີ່ນອນ ຢູ່ໃນຂອບການຮ່ວມມືລະຫວ່າງ ລັດຖະບານລາວ ແລະ ອົງການສະ ຫະປະຊາຊາດ (ສປຊ) ພາຍໃຕ້ ການເປັນປະທານຮ່ວມຂອງທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມ ອົງການຈັດຕັ້ງສາກົນ, ກະຊວງການ ຕ່າງປະເທດຮ່ວມກັບທ່ານ ບາໂຄ ເດຍ ເບີຄານອຟ ຜູ້ປະສານງານອົງ ການ ສປຊ ປະຈໍາ ສປປ ລາວ, ມີຜູ້ ຕາງໜ້າຈາກບັນດາກະຊວງ ແລະ ອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ. Iv']a f4t,q o8u dt-;'dko8j k'xtgmf g7nj vows;gIa f;Pd-kpcfo16j c0;'9exkla d sk]n zq oleg]a f7;k,7n [|h k c]t gxQ k\kp [6 ]y ,tly f.o0v[dkoIj ;,,n ]ts;j k' ]a f4t[ko ]k;{vq 'dko lx- ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 6 7totxt8y [a f'ko-j ;pz6h xtlq [wrczj ofy ows; ,v[v5 xtdvodkocrf .sh 3I'\= g,n v'g9qj kcg]0kmy dko.spj vq 'dko lx- lqj 'lko ltcf'7;k,glQ klts]q f.9g4y 'dkooe]k; ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 7 ເມສາ 2025 ນີ້, ທ່ານ ອັນໂຕນິໂອ ກູເຕ ເຣສ (Antonio Guterres) ເລຂາທິການໃຫຍ່ອົງການສະຫະ ປະຊາຊາດ (ສປຊ) ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈຕໍ່ ການຈາກໄປຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດ ປະທານປະເທດ ແຫ່ງ ສປປ ລາວ ເຖິງບັນດາການນໍາ ສປປ ລາວ. ເນື້ອໃນຂອງສານໄດ້ລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງ ສຸດຊຶ້ງຕໍ່ການຈາກໄປຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຕະຫລອດຊີວິດຂອງທ່ານທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ໄດ້ກາຍເປັນ ສັນຍະລັກອັນສໍາຄັນຍິ່ງ, ຄຸນງາມຄວາມດີຂອງທ່ານໃນການນໍາພາ-ຊີ້ ນໍາສ້າງສາພັດທະນາປະເທດຊາດ ຈະຖືກຈົດຈໍາໄວ້ໃນຈິດໃຈຂອງ ປະຊາຊົນລາວຕະຫລອດໄປ. ຂ້າພະເຈົ້າຂໍສົ່ງຄວາມໄວ້ອາໄລຢ່າງສຸດ ຊຶ້ງມາຍັງຄອບຄົວຂອງ ຂປລ. ລັດຖະບານ ກໍຄື ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຄຳແນະນຳເຖິງ ບັນດາອົງການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ, ພະນັກງານ, ລັດຖະ ກອນ, ທະຫານ, ຕຳຫລວດ, ພໍ່- ແມ່ປະຊາຊົນ, ຊາວຕ່າງປະເທດ ທີ່ເຄື່ອນໄຫວດຳລົງຊີວິດຢູ່ ສປປ ລາວ ກ່ຽວກັບການສະເຫລີມສະ ຫລອງບຸນປີໃໝ່ລາວ ປະຈຳປີ ພສ 2568, ຄສ 2025 ໃນຂອບເຂດ ທົ່ວປະເທດ ເພື່ອຮັບປະກັນການ ສະເຫລີມສະຫລອງບຸນປີໃໝ່ລາວ ເຕັມໄປດ້ວຍເນື້ອໃນຄວາມໝາຍ, ຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອວັດທະນະທຳ ແລະ ຮີດຄອງ ປະເພນີອັນດີງາມຂອງຊາດທີ່ເຄີຍ ປະຕິບັດສືບທອດກັນມາ, ຮັບປະກັນ ໃຫ້ມີລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າ ໂດຍຕິດພັນກັບການ ສະເຫລີມສະຫລອງ 3 ວັນປະຫວັດ ສາດ, ຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍ, ມີຄວາມສະອາດຈົບ ງາມ, ມີຄວາມສະຫງົບປອດໄພ, ຄວາມສາມັກຄີເປັນປຶກແຜ່ນແໜ້ນ ໜາຂອງປວງຊົນລາວທັງຊາດ. ກຳນົດວັນພັກທາງລັດຖະການ ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ຟ້າມ ມິງ ຂປລ. ເມື່ອບໍ່ດົນມານີ້, ຄະນະ ປະຕິບັດງານຊ່ວຍເຫລືອຜູ້ປະສົບ ໄພແຜ່ນດິນໄຫວຂອງກອງທັບ ປະຊາຊົນລາວ ນຳພາໂດຍທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຫົວ ໜ້າກອງເສນາທິການຄະນະກຳ ມະການຄຸ້ມຄອງໄພພິບັດກະຊວງ okpq d]a f4t,q o8u ]k;{s;Pfok, rq [xtlv'/j kpIa fc|h odkoIj ;,,n ]a f4t[ko vvd7ecotoe dj P;da [dkolts]v'[5 oxu .\j ]k;xu 2025 lh k'7;k,g0A ,c0'.sh -k;|5j ,]k; zj kodkora fmtokma dlt c]t .sh 3vdkf ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງ ມາເຂົ້າຮ່ວມງານຊາປະນະກິດສົບ ລະດັບຊາດຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 2 ເມສາ 2025. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາ ຂປລ. ເມື່ອບໍ່ດົນມານີ້, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ປະ ທານຄະນະອະນຸກໍາມະການເຕັກນິກ ຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະໄດ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວ ວຽກງານຊາຍແດນຢູ່ເມືອງໂຂງ ແຂວງຈໍາປາສັກ ໂດຍໄດ້ລົງກວດ ກາບໍລິເວນຊາຍແດນ ລາວ-ກໍາປູ ເຈຍ ໂດຍສະເພາະພື້ນທີ່ບໍລິເວນ ຫລັກໝາຍຊາຍແດນ ເລກທີ 033 (ດ່ານສາກົນໜອງນົກຂຽນ) ທີ່ ສອງຝ່າຍມີແຜນພັດທະນາຫລັກ ໝາຍດັ່ງກ່າວ, ໃຫ້ເປັນສັນຍະລັກ sk]n dkolt|v'mb o grnj vdkog8u [38 mu j mq omko8dkoxj Pocx'fy o2h kvkdkf +
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/04/2025 xtgmf]k; ນາຍົກລັດຖະມົນຕີ... ລັດຖະບານ ອອກຄໍາແນະນໍາ... ເລຂາທິການໃຫຍ່ອົງການ... gxu fIa [lt\a dz6h g0Q kxtd;f -k;|5j ,fu gfaj o7A 'mevy f0v']k; ຂປລ. ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມ ປປ ລາວ ຮ່ວມກັບ ສະຖານີວິທະຍຸໂທລະພາບສູນກາງ ຈີນ ປະຈຳ ສປປ ລາວ ຈັດຖະແຫລງ ຂ່າວງານປະກວດຊາວໜຸ່ມດີເດັ່ນ ຄັ້ງທໍາອິດຂອງ ສປປ ລາວ ໃນ ຫົວຂໍ້ “ຊາວໜຸ່ມຕົວແບບ” ໃນ ອາທິດຜ່ານມາ, ຢູ່ນະຄອນຫລວງ ວຽງຈັນ ເພື່ອຄັດເລືອກຊາວໜຸ່ມຜູ້ ທີ່ມີພອນສະຫວັນ, ຫົວຄິດປະດິດ ສ້າງ, ປະກອບສ່ວນຕັ້ງໜ້າໃນການ ພັດທະນາສັງຄົມ ແລະ ປະເທດຊາດ ແລະ ເປັນຕົວແບບທີ່ໂດດເດັ່ນທີ່ສຸດ ໃນຂົງເຂດອົງການຈັດຕັ້ງຂອງຕົນ ຢູ່ໃນທຸກສາຂາອາຊີບ, ເປັນຕົວແທນ ຂອງຊາວໜຸ່ມລາວ ສາມາດໄປຖ່າຍ ທອດບົດຮຽນ ແລະ ແບ່ງປັນປະສົບ ການໃນນາມຊາວໜຸ່ມລາວທີ່ດີເດັ່ນຢູ່ ພາຍໃນ ແລະ ຕ່າງປະເທດ. ທ່ານ ນາງ ບົວໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມ ປປ ລາວ ໄດ້ ໃຫ້ຮູ້ວ່າ: ການຈັດກິດຈະກຳຄັດ ເລືອກ “ຊາວໜຸ່ມຕົວແບບ” ເນື່ອງ ໃນໂອກາດວັນສ້າງຕັ້ງຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 14 ເມສາ 2025 ທີ່ ໃກ້ຈະມາເຖິງນີ້, ເປັນການປະກອບ ສ່ວນສໍາຄັນໃນການເພີ່ມທະວີຄວາມ ສາມັກຄີຊາວໜຸ່ມໃນທຸກຂົງເຂດ ວຽກງານ ແລະ ບົນຈິດໃຈຂອງ ຊາວໜຸ່ມແຫ່ງຍຸກສະໄໝ. ນອກ ນັ້ນ, ຍັງເປັນພື້ນຖານໃນການຈັດຕັ້ງ ປະຕິບັດຕົວຈິງ ແລະ ລົງເລິກການ ແລກປ່ຽນລະຫວ່າງຊາວໜຸ່ມລາວຈີນ, ເປັນການປະກອບສ່ວນຢ່າງ ຕັ້ງໜ້າໃນການຜັນຂະຫຍາຍເນື້ອໃນ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ. ກິດຈະກຳນີ້, ຈະ ເປັນເວທີໃຫ້ຊາວໜຸ່ມລາວສະແດງ ຄວາມຮູ້, ຄວາມສາມາດ, ແລກປ່ຽນ ປະສົບການ ແລະ ຊຸກຍູ້ຊາວໜຸ່ມໃນ ທຸກຂົງເຂດວຽກງານທີ່ມີຜົນງານດີ ເດັ່ນ, ຫ້າວຫັນໃນໜ້າທີ່ວຽກງານ, ຊຸກຍູ້ຊ່ວຍເຫລືອສັງຄົມ ແລະ ສຶກສາ ອົບຮົມໃຫ້ເປັນຄົນດີໃນທົ່ວສັງຄົມ. ທ່ານ ນາງ ແສງແກ້ວ (MO XIAOLING) ຫົວໜ້າວິທະຍຸ- ໂທລະພາບສູນກາງຈີນ ປະຈຳລາວ ໄດ້ໃຫ້ຮູ້ວ່າ: ໃນຖານະເປັນຂົວຕໍ່ທີ່ສໍາ ຄັນສໍາລັບການຮ່ວມມືມິດຕະພາບ ລະຫວ່າງສອງປະເທດຈີນ-ລາວ, ວິທະຍຸ-ໂທລະພາບສູນກາງຈີນ ປະຈໍາລາວ ຈະອອກແຮງຊຸກຍູ້ສົ່ງ ເສີມການແລກປ່ຽນ ແລະ ການ ຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນສອງປະເທດ ໂດຍສະ ເພາະແມ່ນວຽກງານຊາວໜຸ່ມ. ງານປະກວດຊາວໜຸ່ມດີເດັ່ນຄັ້ງນີ້ ຈະສະແດງໃຫ້ເຫັນເລື່ອງລາວຜົນ ງານ, ການຕໍ່ສູ້ຊີວິດ, ຄວາມອົດທົນ ພະຍາຍາມ, ຊາວໜຸ່ມຕາມຍຸກສະໄໝ ໂດຍຜ່ານສື່ໂຄສະນາຫລາຍຊ່ອງ ທາງ ແລະ ຫລາຍຮູບແບບ ເພື່ອ ສ້າງຂົວຕໍ່ແຫ່ງການສື່ສານສໍາລັບ ຊາວໜຸ່ມຂອງສອງປະເທດ ແລະ ໃນໄລຍະບຸນປີໃໝ່ລາວ ໃຫ້ມີຄວາມ ເປັນເອກະພາບໃນຂອບເຂດທົ່ວ ປະເທດ ເລີ່ມແຕ່ວັນທີ 14 ເມສາ ກົງ ກັບມື້ແຮມ 02 ຄໍ່າ ເດືອນ 05 ແມ່ນ ວັນສັງຂານລ່ວງ, ວັນທີ 15 ກົງກັບ ມື້ແຮມ 03 ຄໍ່າ ເດືອນ 05 ແມ່ນ ວັນ ເນົາ, ວັນທີ 16 ກົງກັບມື້ແຮມ 04 ຄ່ຳ ເດືອນ 05 ແມ່ນວັນສັງຂານ ຂຶ້ນປີໃໝ່. ການຈັດງານສະຫລອງບຸນປີໃໝ່ ລາວ ໃຫ້ຈັດຕັ້ງປະຕິບັດຕາມຮີດ ຄອງປະເພນີ ແລະ ຂະນົບທຳນຽມ ອັນດີງາມຂອງຊາດລາວ ທີ່ສືບທອດ ກັນມາແຕ່ບູຮານນະການເປັນຕົ້ນ ການຫົດສົງພະພຸດທະຮູບ, ພະສົງ ສາມະເນນຢູ່ຕາມວັດວາອາຮາມ, ການຈັດງານບາສີສູ່ຂວັນ, ການ ສົມມາ, ຫົດສົງ-ອວຍພອນພໍ່ແມ່, ຜູ້ ອາວຸໂສ, ການອວຍພອນໄຊ ເຊິ່ງ ກັນ ແລະ ກັນ ດ້ວຍຄວາມສຸພາບ ຮຽບຮ້ອຍ ແລະ ຖືກຕ້ອງຕາມຮີດ ຄອງປະເພນີອັນດີງານຂອງຊາດ ແລະ ຫົດນໍ້າກັນດ້ວຍນໍ້າສະອາດ, ນໍ້າຫອມດອກໄມ້ ດ້ວຍຄວາມສຸ ພາບຮຽບຮ້ອຍຮັບປະກັນຄວາມ ປອດໄພ; ການຈັດບຸນປີໃໝ່ລາວຢູ່ ສຳນັກງານອົງການ, ວັດວາອາຣາມ ແລະ ສະຖານທີ່ສັກກະລະບູຊາ ຕ່າງໆ, ພາຍໃນຄອບຄົວຄວນປະຢັດ ມັດທະຍັດ, ກະທັດຮັດ, ລຽບງ່າຍ ຖືກຕ້ອງຕາມຮີດຄອງປະເພນີ, ຫລີກ ລ່ຽງການຊຸມນຸມ, ຊຸມແຊວ ທີ່ຈະ ສ້າງຄວາມເດືອດຮ້ອນໃຫ້ກັບຜູ້ອື່ນ ຈົນເກີນຂອບເຂດ ແລະ ມີສະຕິໃນ ການໃຊ້ຈ່າຍບໍ່ໃຫ້ຟູມເຟືອຍເກີນ ຄວາມຈຳເປັນ; ກິດຈະກໍາຕ່າງໆ ທີ່ຈັດຂຶ້ນໃນໄລຍະປີໃໝ່ລາວ ຕ້ອງ ເປັນກິດຈະກຳສົ່ງເສີມສິລະປະ-ວັດ ທະນະທໍາ ແລະ ພູມປັນຍາທ້ອງຖິ່ນ ເ ຜົ່າ ໂ ດຍສະ ເ ພາ ະຄອບຄົວ ສີພັນດອນ ສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຢ່າງ ຈິງໃຈມາຍັງສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ໄດ້ນໍາພາຄະນະຜູ້ ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມງານຊາປະ ນະກິດສົບລະດັບຊາດຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງເປັນ ກໍາລັງໃຈອັນລໍ້າຄ່າທີ່ຫາສິ່ງປຽບ ບໍ່ໄດ້ຕໍ່ພັກ, ລັດ ແລະ ປະຊາຊົນ ລາວ ໂດຍສະ ເ ພາະຄອບຄົວ ສີພັນດອນ ໃນການຜ່ານຜ່າຄວາມ ໂສກເສົ້າອາໄລອາວອນຕໍ່ການສູນ ເສຍບຸກຄົນທີ່ແສນເຄົາລົບຮັກໃນຄັ້ງ ນີ້. ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເດີນທາງ ມາຮ່ວມວາງພວງມາລາ ແລະ ໄວ້ ອາໄລຂອງຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ ນໍາໂດຍສະ ຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໃນວັນທີ 3 ເມສາ ຜ່ານມາ ເຊິ່ງເປັນຄະນະຕ່າງ ປະເທດຄະນະທໍາອິດທີ່ເດີນທາງມາ ຮ່ວມໄວ້ອາໄລ ກໍຄື ການໄປຮ່ວມ ຂຽນປຶ້ມໄວ້ອາໄລທີ່ສະຖານທູດ ລາວ ປະຈໍາຫວຽດນາມຂອງສະ ຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ. ພິເສດ, ຕໍ່ກັບການສູນເສຍຄັ້ງນີ້, ສສ ຫວຽດນາມ ກໍໄດ້ຮ່ວມໄວ້ອາໄລ ລະດັບຊາດເປັນເວລາ 2 ວັນ ເຊິ່ງ ສິ່ງເຫລົ່ານີ້, ເປັນການສະແດງໃຫ້ ເຫັນເຖິງສາຍພົວພັນພິເສດຂອງ ສອງປະເທດ ລາວ-ຫວຽດນາມ ທີ່ ມີໜຶ່ງບໍ່ມີສອງໃນໂລກນີ້ ກໍຄື ຄວາມ ຮັກແພງຖານສະຫາຍອ້າຍນ້ອງ ໃນຄອບຄົວດຽວກັນ. ການຈາກ ໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ບໍ່ພຽງແຕ່ເປັນການ ສູນເສຍອັນໃຫຍ່ຫລວງຕໍ່ຄອບຄົວ ສີພັນດອນ ເທົ່ານັ້ນ, ແຕ່ຍັງເປັນ ການສູນເສຍເພື່ອນມິດທີ່ໃກ້ຊິດ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ຍັງເປັນການສູນ ເສຍອັນໃຫຍ່ຫລວງທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າເຊັ່ນດຽວກັນ. ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຢືນຢັນວ່າຈະຫັນເອົາຄວາມເສົ້າ ສະຫລົດໃຈ ແລະ ຄວາມອາໄລຮັກ ຄັ້ງນີ້ ໃຫ້ກາຍເປັນຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ແລະ ຈະ ສືບຕໍ່ຮ່ວມກັບບັນດາສະຫາຍການ ນໍາພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງໃນການສືບຕໍ່ປົກປັກຮັກສາ, ຖະນຸຖະໜອມ ແລະ ເສີມຂະຫຍາຍ ສາຍພົວພັນພິເສດຂອງສອງປະເທດ ໃຫ້ນັບມື້ພັດທະນາກ້າວເຂົ້າສູ່ລວງ ເລິກ, ຂຽວສົດງົດງາມ ແລະ ໝັ້ນ ຄົງຂະນົງແກ່ນຊົ່ວກາລະນານ. ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງສະແດງ ຄວາມເສົ້າສະຫລົດໃຈ ແລະ ອາໄລ ອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງ ເບົາຄວາມທຸກໂສກທີ່ສຸດມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຄອບຄົວ ສີພັນດອນ ທີ່ ໄດ້ສູນເສຍຜູ້ນໍາທີ່ເຄົາລົບຮັກໃນຄັ້ງ ນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນ ວ່າພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ກໍຄື ຄອບຄົວ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍ ອັນໃຫຍ່ຫລວງນີ້ໂດຍໄວ ແລະ ສືບ ຕໍ່ພາລະກິດສ້າງສາປະເທດລາວ ໃຫ້ ນັບມື້ພັດທະນາຈະເລີນຮຸ່ງເຮືອງ. ພາບ: ເກດສະໜາ ຕິດພັນກັບເນື້ອໃນຄວາມໝາຍ ຂອງບຸນປີໃໝ່ລາວ ເຊັ່ນ: ການສະ ແດງສິລະປະດົນຕີ, ການປະກວດ ນາງສັງຂານ, ຂະບວນແຫ່ຫວໍ, ການຈັດງານວາງສະແດງສິນຄ້າ ຜະລິດຕະພັນວັດທະນະທຳ, ການ ຈັດງານຕະຫລາດນັດ, ກິດຈະກໍາ ອື່ນໆຢູ່ບັນດາສະຖານທີ່ສາທາລະນະ ລວມທັງຢູ່ຕາມຫາດ(ແຄມນໍ້າ) ຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນ ທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມລະບຽບການທີ່ກໍາ ນົດໄວ້; ສາສະໜາສະຖານ ແລະ ບໍລິເວນອ້ອມຮອບວັດວາອາຮາມ ຕ້ອງກຳນົດຂອບເຂດ ແລະ ຈັດ ສັນໃຫ້ເປັນລະບຽບຮຽບຮ້ອຍ, ສະອາດຈົບງາມເປັນຕົ້ນເຂດຫົດ ສົງພະພຸດທະຮູບ, ພະສົງສາມະ ເນນ, ເຂດສັກກະລະບູຊາ, ເຂດ ຂາຍເຄື່ອງ, ເຂດບໍລິການ ແລະ ເຂດ ອື່ນໆ ພ້ອມທັງໃຫ້ມີການໂຄສະນາ ໃຫ້ກວ້າງຂວາງ ເພື່ອດຶງດູດໃຫ້ນັກ ທ່ອງທ່ຽວເຂົ້າມາທ່ອງທ່ຽວຫລາຍ ຂຶ້ນ; ການເປີດເພງຢູ່ສະຖານທີ່ຕ່າງໆ ຄວນເປັນເພງລາວ, ຂັບລຳທ້ອງຖິ່ນ, ສຽງດົນຕີພື້ນເມືອງລະດັບສຽງ ດັງບໍ່ເກີນ 80 ເດຊີເບວ, ເວລາປິດ ບໍລິການບໍ່ໃຫ້ກາຍ 23:00 ໂມງ; ສໍາ ລັບໃນສາສະໜາສະຖານຄວນເປີດ ບົດສູດຫລັກທຳຄຳສັ່ງສອນ, ບົດເທ ສະໜາ, ບົດກອນ, ຄໍາຜະຫຍາ ທີ່ມີ ເນື້ອໃນສຶກສາອົບຮົມ ແລະ ເຜີຍແຜ່ ປະເພນີຂອງບຸນປີໃໝ່ລາວ; ການນຸ່ງ ຖືໃນການສະຫລອງບຸນປີໃໝ່ລາວ ໃຫ້ເປັນເອກະລັກຂອງຊາດລາວ, ສຸ ພາບຮຽບຮ້ອຍ, ຈົບງາມເໝາະສົມ ຕາມກາລະເທສະ ແລະ ຮີດຄອງ ປະເພນີ; ສະຖານທີ່ບັນເທີງ, ຮ້ານ ຄາຣາໂອເກະ, ຮ້ານອາຫານ, ຮ້ານ ກິນດື່ມ, ງານພົບປະສ້າງສັນ ແລະ ສະຖານທີ່ຈັດງານຕ່າງໆຕ້ອງເປີດປິດຕາມໂມງ ແລະ ເວລາທີ່ກຳນົດ ໄວ້ຕາມລະບຽບການ. ສໍາລັບຂໍ້ຫ້າມໃນໄລຍະຈັດ ງານແມ່ນຫ້າມຫົດນໍ້າກັນດ້ວຍນໍ້າ ເປື້ອນ, ນໍ້າສີ ຫລື ນໍາໃຊ້ພາຫະ ນະ, ອຸປະກອນອື່ນໆ ເພື່ອຫົດນໍ້າ ຄົນອື່ນຢູ່ຕາມຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ; ຫ້າມເສບ, ງັນ, ເຕັ້ນຟ້ອນ, ເປີດເພງທີ່ມີເນື້ອໃນ ບໍ່ສຸພາບ(ຫລໍ່ແຫລມ) ທັງເພງລາວ ແລະ ຕ່າງປະເທດ, ຕັ້ງວົງດົນຕີ ແລະ ຂາຍເຄື່ອງດື່ມທີ່ມີທາດເຫລົ້າ ຢູ່ຕາມວັດວາອາຮາມ; ຫ້າມຕິດປ້າຍ ແນະນໍາ, ປ້າຍຫ້າມ, ປ້າຍໂຄສະນາ ຕ່າງໆໃສ່ພະພຸດທະຮູບ ແລະ ຈຸດ ສຳຄັນໂດດເດັ່ນຕ່າງໆຂອງວັດວາ ອາຮາມ, ຕັ້ງໂຕະ, ຕັ່ງ, ເຕັນຂາຍ ເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງເຮັດ ໃຫ້ບົດບັງຄວາມສວຍງາມຂອງ ທິວທັດສະນີຍະພາບ ເມື່ອເວລາ ນັກທ່ອງທ່ຽວມາຢ້ຽມຊົມ ແລະ ເຂົ້າຮ່ວມບຸນປີໃໝ່; ຫ້າມສະແດງ ສິ່ງລາມົກອະນາຈານ, ນຸ່ງເຄື່ອງບໍ່ ສຸພາບ ຫລື ເຄື່ອງເປືອຍກາຍ, ປະ ພຶດລາມົກອະນາຈານໃນເວລາເຂົ້າ ຮ່ວມກິດຈະກຳຕ່າງໆໃນງານບຸນ ແລະ ມີການກະທໍາທີ່ບໍ່ສອດຄ່ອງ ກັບຮີດຄອງປະເພນີ ແລະ ກົດໝາຍ; ຫ້າມຈັດພິທີສະເຫລີມສະຫລອງ ມ່ວນຊື່ນແບບໃຫຍ່ໂຕມະໂຫລານ ທີ່ເປັນການຟູມເຟືອຍຊັບສິນ ແລະ ງົບປະມານ; ຫ້າມຈັດກິດຈະກຳ, ງານສະເຫລີມສະຫລອງປີໃໝ່ ຢູ່ ຕາມຖະໜົນຫົນທາງ ໂດຍບໍ່ໄດ້ຮັບ ອະນຸຍາດຈາກພາກສ່ວນກ່ຽວຂ້ອງ ຕາມການແບ່ງຂັ້ນຄຸ້ມຄອງ; ຫ້າມ ສວຍໃຊ້ໂອກາດຍາມບຸນປີໃໝ່ ເຕົ້າ ໂຮມຄົນຈຳນວນຫລາຍໂດຍມີເປົ້າ ໝາຍທາງການເມືອງທີ່ຂັດຕໍ່ແນວ ທາງນະໂຍບາຍ, ມົ້ວສຸມຫລິ້ນການ ພະນັນ, ຊຸມນຸມຊຸມແຊວເນືອງນັ້ນ, ຄ້າຂາຍຢາເສບຕິດ ແລະ ຄ້າປະເວນີ; ຫ້າມເປີດເຄື່ອງສຽງດັງເນືອງນັນ ເກີນຂອບເຂດທີ່ກໍານົດໄວ້; ຫ້າມຜິດ ຖຽງກັນ, ອາລະວາດ, ຕີກັນ ແລະ ອື່ນໆ ອັນກໍ່ໃຫ້ເກີດຄວາມບໍ່ສະຫງົບ ປອດໄພ; ຫ້າມມີພຶດຕິກຳອື່ນໆທີ່ເປັນ ການລະເມີດກົດໝາຍ. ສ່ວນມາດຕະການຕໍ່ຜູ້ລະເມີດ ທຸກໆການກະທໍາທີ່ເປັນການລະເມີດ ຂໍ້ຫ້າມໃນຄໍາແນະນໍາສະບັບນີ້ ດ້ວຍ ການເຈດຕະນາ ຫລື ບໍ່ເຈດຕະນາ ລ້ວນແຕ່ໄດ້ຖືກສຶກສາອົບຮົມ, ກ່າວເຕືອນ, ປັບໄໝຕາມສະຖານ ການລະເມີດ ຫລື ດຳເນີນຄະດີຕໍ່ຜູ້ ກະທຳຜິດສ່ວນບຸກຄົນ, ກຸ່ມຄົນ, ນິຕິ ບຸກຄົນ ໂດຍປະສານສົມທົບກັບທຸກ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດ ຕາມກົດໝາຍ ແລະ ລະບຽບການ ກ່ຽວຂ້ອງ. ວິທີຈັດຕັ້ງປະຕິບັດ: ໃຫ້ບັນດາ ອົງການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງໂຄສະນາ ແລະ ເຜີຍແຜ່ເນື້ອ ໃນຄໍາແນະນໍາສະບັບນີ້ ໂດຍຕິດ ພັນກັບລະບຽບການສະເພາະຂອງ ແຕ່ລະຂະແໜງການທີ່ພົວພັນກັບ ການສະຫລອງປີໃໝ່ລາວ ໂດຍຜ່ານ ສື່ຕ່າງໆຢ່າງກວ້າງຂວາງ ແລະ ທົ່ວ ເຖິງທຸກພາກສ່ວນທົ່ວປະເທດ; ໃຫ້ ສຳນັກງານ-ອົງການ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ອົງການຈັດຕັ້ງສາກົນ, ກຸ່ມບ້ານຫົວ ໜ່ວຍທຸລະກິດ, ພໍ່-ແມ່ປະຊາຊົນ, ຊາວຕ່າງປະເທດທີ່ເຄື່ອນໄຫວດຳ ລົງຊີວິດຢູ່ ສປປ ລາວ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະ ຈັດ ຕັ້ງປະຕິບັດໃຫ້ຖືກຕ້ອງ; ມອບໃຫ້ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທຸກຂັ້ນຈັດຕັ້ງ ຜັນຂະຫຍາຍຕາມຄຳແນະນໍາສະບັບ ນີ້, ພ້ອມທັງເພີ່ມທະວີການຕິດຕາມ, ກວດກາ, ລາດຕະເວນ, ເຄື່ອນໄຫວ ເວນຍາມຕາມສຳນັກງານ-ອົງການ ແລະ ສະຖານທີ່ຕ່າງໆເພື່ອຮັກສາ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃຫ້ເປັນປົກກະຕິດີ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນ ສັງຄົມໃຫ້ທັນການ. ສ້າງບາດກ້າວໃໝ່ໃຫ້ກັບການສ້າງ ຄູ່ຮ່ວມຊາຕາກຳລາວ-ຈີນ. ວິທະຍຸ ໂທລະພາບສູນກາງຈີນ ປະຈຳ ສປປ ລາວ ຈະນໍາໃຊ້ທ່າແຮງຂອງຕົນໃນ ການເຜີຍແຜ່ຜ່ານສື່ໂຄສະນາ ໂດຍ ສະເພາະໂທລະພາບ, ວິທະຍຸ, ອິນ ເຕີເນັດ ແລະ ສື່ສັງຄົມອອນລາຍ ຕ່າງໆ ເພື່ອລາຍງານຄວາມຄືບໜ້າ ຂອງກິດຈະກຳຢ່າງຮອບດ້ານ ແລະ ເສີມຂະຫຍາຍບົດບາດກິດຈະກຳໃຫ້ ກວ້າງຂວາງ. ງານປະກວດຄັ້ງນີ້, ເລີ່ມເປີດຮັບ ສະໝັກຜູ້ເຂົ້າປະກວດຊາວໜຸ່ມລາວ ອາຍຸລະຫວ່າງ 15-35 ປີ ສາມາດ ເຂົ້າຮ່ວມການປະກວດໂດຍຜ່ານ ການອານຸມັດຈາກອົງການຈັດຕັ້ງ ຂອງຕົນ ແລະ ປະຕິບັດໃຫ້ຖືກຕ້ອງ ຕາມລະບຽບຫລັກການໃນທົ່ວປະ ເທດນັບແຕ່ມື້ຖະແຫລງຂ່າວຈົນ ຮອດວັນທີ 20 ເມສາ 2025, ການ ຄັດເລືອກຈະໄດ້ແບ່ງອອກເປັນ 2 ຂັ້ນຕອນຄື: ການຄັດເລືອກຮອບທີ 1 ຈະສຳເລັດໃນວັນທີ 24 ເມສາ ແມ່ນຄັດເລືອກເອົາ 30 ຄົນເຂົ້າຮອບ ທີ 2, ແລ້ວເປີດການໂຫວດອອນ ລາຍຕັ້ງແຕ່ວັນທີ 25 ເມສາ ຫາ 4 ພຶດສະພາ 2025. ຫລັງຈາກນັ້ນ, ໃນ ວັນທີ 5-7 ພຶດສະພາ 2025 ຄະນະ ຮັບຜິດຊອບຈະຄັດເລືອກຜູ້ຊະນະ ຮອບສຸດທ້າຍ ໂດຍຜ່ານປະສົມ ປະສານ 20 ຄະແນນການໂຫວດ ທາງອອນລາຍ ແລະ ການປະເມີນ ຈາກຜູ້ຊ່ຽວຊານຈະຄັດເລືອກເອົາ “ຊາວໜຸ່ມຕົວແບບ” 10 ທ່ານ ແລະ ຈະຈັດພິທີມອບລາງວັນໃນຕົ້ນ ເດືອນມິຖຸນາ. ພາຍຫລັງກິດຈະກຳ, ຄະນະຮັບຜິດຊອບຈະໄດ້ລົງຖ່າຍ ທຳສາລະຄະດີສັ້ນກ່ຽວກັບຊາວໜຸ່ມ ທີ່ໄດ້ຮັບລາງວັນ, ຜະລິດປຶ້ມຕົວ ແບບຊາວໜຸ່ມ, ແລະ ມີແຜນຈັດ ກອງປະຊຸມຖ່າຍທອດບົດຮຽນໃນ ໂຮງຮຽນ ແລະ ວິສາຫະກິດ ເພື່ອ ຂະຫຍາຍອິດທິພົນທາງສັງຄົມຂອງ ກິດຈະກຳຢ່າງຕໍ່ເນື່ອງ. ຂ່າວ-ພາບ: ວຽງສະຫວັນ ທ່ານ ໂດຍສະເພາະລູກຊາຍຂອງ ທ່ານ, ທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີເເຫ່ງ ສປປ ລາວ ແລະ ປະຊາຊົນສປປລາວທຸກຖ້ວນໜ້າ”. ໃນວັນດຽວກັນ, ທ່ານ ອາຄິມ ສະ ໄຕເນີ (Achim Steiner) ຜູ້ ອໍານວຍການໃຫຍ່ອົງການ ສປຊ ເພື່ອການພັດທະນາ (UNDP) ກໍ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າ ສະຫລົດໃຈ ແລະ ກ່າວເຖິງຄຸນ ງາມຄວາມດີຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ປະເທດ ແຫ່ງ ສປປ ລາວ ໂດຍ ພາຍໃຕ້ການນໍາພາຂອງທ່ານໃນຕະ ຫລອດໄລຍະຫລາຍປີຜ່ານມາ, ເຮັດ ໃຫ້ການຮ່ວມມືລະຫວ່າງອົງການ UNDP ແລະ ລັດຖະບານ ສປປ ລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະໃນ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການເພື່ອການພັດທະນາ ເສດຖະກິດ-ສັງຄົມ, ການຫລຸດຜ່ອນ ຄວາມທຸກຍາກ ແລະ ພັດທະນາຊັບ ພະຍາກອນມະນຸດ. ກ່ອນໜ້ານີ້ຄື ໃນລະຫວ່າງວັນທີ 3-4 ເມສາ 2025, ສຳນັກງານ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ທີ່ນິວ ຢອກ ກໍໄດ້ຈັດພິທີໄວ້ອາໄລຕໍ່ການ ຈາກໄປຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງໄດ້ມີບັນດາເອກ ອັກຄະລັດຖະທູດ, ຜູ້ຕາງໜ້າ ຖາວອນ ແລະ ຜູ້ຕາງໜ້າຂັ້ນສູງ ຈາກສຳນັກງານປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ມາຮ່ວມ ລົງນາມໃນປຶ້ມໄວ້ອາໄລ ແລະ ສົ່ງ ສານສະແດງຄວາມເສົ້າສະຫລົດໃຈ ຫລາຍກວ່າ 50 ພາກສ່ວນ.
xtgmf]k; 3 09/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ¨ Ã່່າ §É ອາÁາ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ Ê ¤§ໜÇ -k;|5 j ,]k; g8u [.spj 0tspkp8q ; .om5 drk]tdy f0v'-kf (ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັລາວ ຄົບຮອບ 70 ປີ 14 04 1955-14 04 2025) glf4tdy f0v'g,n v'r6 76 o 0tspkp8q ;gdu o7kf\kp xtdkf[h kosh ;pw,h -k' gxa o[h kolk,a d7u xv'fv' ໃນໄລຍະ 5 ປີຜ່ານມາ ສະ ພາບເສດຖະກິດດ້ານມະຫາພາກ ຂອງເມືອງພູຄູນ ແຂວງຫລວງພະ ບາງ ໂດຍລວມ ຍັງສືບຕໍ່ຂະຫຍາຍ ຕົວຢູ່ໃນລະດັບດີສົມຄວນ, ຊີວິດ ການເປັນຢູ່ຂອງປະຊາຊົນ ມີການ ຫັນປ່ຽນ ແລະ ມີການພັດທະນາດີ ຂຶ້ນເລື້ອຍໆ, ການຈັດຕັ້ງປະຕິບັດ ບັນດາຄາດໝາຍ ທາງດ້ານເສດ ຖະກິດມະຫາພາກ, ຄາດໝາຍດ້ານ ແຫລ່ງທຶນ ແລະ ການພັດທະນາ ຂະແໜງເສດຖະກິດ ສາມາດບັນລຸ ໄດ້ຫລາຍຄາດໝາຍ, ຜູ້ປະກອບ ການທຸລະກິດຂະໜາດນ້ອຍ-ຂະ ໜາດກາງ ສາມາດເຂົ້າເຖິງແຫລ່ງ ທຶນຫລາຍຂຶ້ນ ແລະ ການເຄື່ອນ ໄຫວ ຂອງທຸລະກິດເຫລົ່ານັ້ນ ແມ່ນ ເຂົ້າສູ່ລະບຽບກົດໝາຍ. ພື້ນຖານ ໂຄງລ່າງກໍໄດ້ຮັບການປັບປຸງຍົກ ລະດັບດີຂຶ້ນ ເປັນຕົ້ນ ເສັ້ນທາງ ຫລວງຂອງແຂວງ, ເມືອງ ແລະ ເສັ້ນທາງຊົນນະບົດ, ການຈັດສັນ ທີ່ດິນທໍາການຜະລິດ, ອອກໃບຕາ ດິນຖາວອນ ໃຫ້ປະຊາຊົນນັບມື້ນັບ ຫັນເຂົ້າສູ່ລະບຽບກົດໝາຍ. ການ ຈັດຕັ້ງປະຕິບັດບັນດາຄາດໝາຍ ສະຫັດສະວັດ ເພື່ອການພັດທະນາ (SDGs) ຫລາຍຄາດໝາຍມີ ບາດກ້າວທີ່ດີຂຶ້ນ ແລະ ຫລາຍຄາດ ໝາຍ ສາມາດບັນລຸໄດ້ຕາມແຜນ; ການຈັດຕັ້ງສະເຫລີມສະຫລອງ ບຸນປະເພນນີ ຂອງຊາດ-ຂອງເຜົ່າ ແມ່ນມີບັນຍາກາດຟົດຟື້ນ ແລະ ມີ ຫລາຍສີສັນ, ຫລາຍກິດຈະກໍາຢ່າງ ກວ້າງຂວາງ ເຊິ່ງສາມາດດຶງດູດ ນັກທ່ອງທ່ຽວໄດ້ດີພໍສົມຄວນ. ການພັດທະນາເສດຖະກິດ-ສັງ ຄົມ ຂອງເມືອງພູຄູນ ໃນ 5 ປີຜ່ານ ມາ ໄດ້ກໍານົດ 6 ເປົ້າໝາຍໃຫຍ່ ໂດຍມີແຜນວຽກຈຸດສຸມທີ່ລະອຽດ ສະເພາະເປົ້າໝາຍທີ 1 ຂະຫຍາຍ ໂຕຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະໝັ້ນທ່ຽງໄດ້ກຳນົດແຜນວຽກ ຈຸດສຸມ ການເຕີບໂຕເສດຖະກິດມີ ຄຸນນະພາບ ແລະ ຍືນຍົງ ສາມາດ ເຮັດໃຫ້ອັດຕາການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນພາຍ ໃນ 5 ປີຜ່ານມາ ບັນລຸສະເລ່ຍ 5,13 ຕໍ່ປີ ທຽບໃສ່ແຜນການລື່ນ ຄາດໝາຍທີ່ວາງໄວ້ ເຊິ່ງຄາດໝາຍ ແມ່ນ 4,9 ; ລວມຍອດມູນຄ່າ ຜະລິດຕະພັນພາຍໃນ (GO) ທົ່ວ ເມືອງ ບັນລຸໄດ້ 2.013 ຕື້ກວ່າກີບ ສະເລ່ຍໄດ້ 402 ຕື້ກີບຕໍ່ປີ, ສະເພາະ ປີ 2024 ບັນລຸໄດ້ 494 ຕື້ກວ່າກີບ (ຄາດໝາຍໃນປີ 2024 ແມ່ນ 446,8 ຕື້ກີບ) ໃນນີ້, ມີຂົງເຂດກະ ສິກໍາ ແລະ ປ່າໄມ້ ກວມ 71,3 , ຂົງເຂດອຸດສາຫະກໍາ-ຫັດຖະກໍາ ກວມ 15,7 ແລະຂົງເຂດການ ບໍລິການ ມູນຄ່າ 64,24 ຕື້ກີບ ກວມ 13 ; ການປ່ຽນແປງໂຄງ ປະກອບເສດຖະກິດ ແຕ່ລະຂົງເຂດ ລ້ວນແຕ່ລື່ນຄາດໝາຍ, ລວມຍອດ ຜະລິດຕະພັນພາຍໃນ ສະເລ່ຍຕໍ່ ຫົວຄົນ ໃນທ້າຍປີ 2024 ບັນລຸ ໄດ້ 17 ລ້ານກວ່າກີບຕໍ່ຄົນຕໍ່ປີ ລື່ນ ຄາດໝາຍເກືອບ 2 ລ້ານກີບ ເຊີ່ງ ຄາດໝາຍແມ່ນ 15 ລ້ານກວ່າກີບ. ດ້ວຍຄວາມສາມັກຄີປອງ ດອງ ຂອງປະຊາຊົນພາຍໃນບ້ານ ຫ້ວຍໄມ້ຊາງ ເມືອງປາກທາ ແຂວງ ບໍ່ແກ້ວ ເຮັດໃຫ້ມີຄວາມສະຫງົບ, ປະຊາຊົນຕື່ນຕົວທາງດ້ານການ ເມືອງ, ເປັນເອກະພາບ, ປະກົດການ ຫຍໍ້ທໍ້ໄດ້ຖືກແກ້ໄຂ ແລະ ອື່ນໆ. ດ້ວຍຜົນສໍາເລັດດັ່ງກ່າວ ມາໃນ ທ້າຍເດືອນມີນາຜ່ານມານີ້ ຈຶ່ງປະ ກາດຮັບຮອງບ້ານດັ່ງກ່າວເປັນ ບ້ານສາມັກຄີປອງດອງທີ່ເດີ່ນ ໂຮງຮຽນປະຖົມບ້ານ ໂດຍເປັນ ກຽດເຂົ້າຮ່ວມຂອງທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງ, ທ່ານ ທອງຈັນ ອິນທະພອນ ຄະນະ ປະຈໍາພັກເມືອງ, ປະທານແນວ ລາວສ້າງຊາດເມືອງ ມີບັນດາ ທ່ານເລຂາຄະນະພັກຮາກຖານ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວ ໂຮມ, ຮອດພໍ່ແມ່ປະຊາຊົນພາຍໃນ ບ້ານເຂົ້າຮ່ວມ. ທ່ານ ຄຳດີ ຊົງ ນາຍບ້ານຫ້ວຍ ໄມ້ຊາງ ໄດ້ກ່າວວ່າ: ບ້ານຫ້ວຍໄມ້ ຊາງ ແມ່ນໜຶ່ງໃນຈຳນວນ 34 ບ້ານຂອງເມືອງປາກທາ ຕັ້ງຫ່າງ ຈາກເທສະບານເມືອງ 45 ກິໂລ ແມັດ, ມີ 4 ໜ່ວຍ, ມີ 45 ຫລັງຄາ, ມີພົນລະເມືອງທັງໝົດ 218 ຄົນ, ຍິງ 101 ຄົນ, ມີ 2 ຊົນເຜົ່າຄື: ມົ້ງ, ລາວ, ໃນນັ້ນ ເຜົ່າມົ້ງກວມເອົາ 95 ຂອງພົນລະເມືອງທັງໝົດ. ປະຊາຊົນສ່ວນໃຫຍ່ ຖືອາຊີບ ກະສິ ກໍາປູກຝັງ, ລ້ຽງສັດເປັນຕົ້ນຕໍ ແລະ ບໍລິການຄ້າຂາຍເປັນສໍາຮອງ, ສະ ເລ່ຍລາຍຮັບຂອງພໍ່ແມ່ປະຊາຊົນ ພາຍໃນບ້ານ ໄດ້ 10 ລ້ານກວ່າ ກີບ ຄົນ ປີ. ແນວໃດກໍຕາມຜ່ານຂະບວນ ການສ້າງຄອບຄົວ, ບ້ານສາມັກຄີ ປອງດອງໃນໄລຍະຜ່ານມານັ້ນ, ປະຊາຊົນພາຍໃນບ້ານມີຄວາມ ຕື່ນຕົວທາງດ້ານການເມືອງແນວ ຄິດ, ບັນດາປະກົດການຫຍໍ້ທໍ້ໄດ້ຮັບ ການແກ້ໄຂຢ່າງຂາດຕົວ, ພາຍໃນ ບ້ານມີຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍ, ປະຊາຊົນ ມີຄວາມສາມັກຄີເປັນເອກະພາບ, ຄະນະປົກຄອງບ້ານພ້ອມກັນປະຕິ ບັດຕາມແນວທາງນະໂຍບາຍຂອງ ພັກ-ລັດໄດ້ເປັນຢ່າງດີ, ມີຄອບຄົວ ໄດ້ຄະແນນດີເລີດ ໃນ 4 ມາດຖານ ມີ 15 ຄອບຄົວ ແລະ ໄດ້ຄະແນນດີ ໃນ 4 ມາດຖານ ມີ 30 ຄອບຄົວ. ໃນພິທີໄດ້ຜ່ານຂໍ້ຕົກລົງ ຂອງ ທ່ານເຈົ້າເມືອງປາກທາ ວ່າດ້ວຍ ການຢັ້ງຢືນຮັບຮອງເອົາຄອບຄົວ ສາມັກຄີປອງດອງປະຈໍາປີ 2025 ຈໍານວນ 45 ຄອບຄົວ ພ້ອມທັງ ມອບໃບຢັ້ງຢືນໂດຍແມ່ນ ທ່ານ ທອງຈັນ ອິນທະພອນ ປະທານ ແນວລາວສ້າງຊາດເມືອງ. ນອກນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າ ແຂວງບໍ່ແກ້ວ ວ່າດ້ວຍການຮັບ ຮອງເອົາບ້ານຫ້ວຍໄມ້ຊາງ ເປັນ ບ້ານສາມັກຄີປອງດອງ ພ້ອມທັງ ມອບໃບຢັ້ງຢືນຮັບໂດຍແມ່ນ ທ່ານ ຄຳດີ ຊົງ ນາຍບ້ານໆຫ້ວຍໄມ້ຊາງ ແລະ ໃຫ້ກຽດມອບໂດຍ ທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກ ເມືອງ ພ້ອມທັງມີຄໍາເຫັນໂອ້ລົມ ຕໍ່ກັບອົງການປົກຄອງບ້ານ, ຕະ ຫລອດຮອດພໍ່ແມ່ປະຊາຊົນພາຍໃນ ບ້ານ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມ ເຊີຍອົງການຈັດຕັ້ງທຸກໆຂັ້ນ ທີ່ສາ ມາດຍາດມາໄດ້ ກ້າວສູ່ເປັນບ້ານ ສາມັກຄີປອງດອງ ແລະ ຈົ່ງພ້ອມ ກັນເອົາໃຈໃສ່ສືບຕໍ່ວຽກງານສືກ ສາອົບຮົມການເມືອງແນວຄິດເປັນ ບັນຫາສຳຄັນ, ຕິດພັນກັບວຽກ ງານປ້ອງກັນຊາດປ້ອງກັນຄວາມ ສະຫງົບສຸກຂອງບ້ານ, ຮັກສາມູນ ເຊື້ອຄວາມສາມັກຄີໃນການສ້າງ ສາພັດທະນາບ້ານຂອງຕົນ ເປັນຕົ້ນ ສ້າງເສດຖະກິດຄອບຄົວໃນການ ປູກ-ການລ້ຽງໃຫ້ກຸ້ມຢູ່ກຸ້ມກິນທັງ ຜະລິດໃຫ້ຫລາຍກາຍເປັນສິນຄ້າ, ຄອບຄົວຮັ່ງມີຜາສຸກ ທັງລຶບລ້າງ ຄວາມທຸກຍາກໃຫ້ໝົດໄປ ໃນອະ ນາຄົດ. ພ້ອມນີ້ ກໍ່ສືບຕໍ່ຮັກສາມູນ ເຊື້ອນີ້ໄວ້ໃຫ້ໝັ້ນຄົງຕະຫລອດໄປ. ຕະຫລອດໄລຍະ 70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາ ຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກ ໄຊຊະນະ ຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນ ຂວາຂອງຂອງພັກ, ເປັນກະດູກ ສັນຫລັງຂອງຊາດ ທີ່ເຕັມໄປດ້ວຍ ມູນເຊື້ອນໍ້າໃຈຮັກເຊື້ອແພງຊາດ ອັນດູດດື່ມ ມີວັດທະນະທໍາອັນດີ ງາມ ແລະ ມີຄວາມເສຍສະລະອັນ ສູງສົ່ງໃນການປະກອບສ່ວນໃນ ພາລະກໍາປະຫວັດສາດ ແລະ ເຮັດ ສໍາເລັດໜ້າທີ່ຂອງການປະຕິວັດ ປະຊາທິປະໄຕ. ນອກນັ້ນ, ຍັງໄດ້ ອອກແຮງແຂ່ງຂັນປະກອບສ່ວນ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດ ແລະ ປະກອບ ສ່ວນອັນສໍາຄັນ ໃນພາລະກິດ ສ້າງສາປະເທດຊາດຢ່າງສະຫງ່າ ຜ່າເຜີຍ. ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນ ກະດູກສັນຫລັງຂອງປະເທດຊາດ, ເ ປັນຜູ້ສືບທອດທີ່ຈົງຮັກພັກດີ ຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນ ຂະຫຍາຍເປັນການກະທໍາປະຕິວັດ ຂອງຊາວໜຸ່ມ ຊຶ່ງສາມາດຕອບ ສະໜອງໄດ້ຄວາມຮຽກຮ້ອງຕ້ອງ ການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງ ຕົນ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃຫ້ກ້າວ ເດີນຕາມເສັ້ນທາງສັງຄົມນິຍົມ. ການເຕີບໃຫຍ່ຂະຫຍາຍຕົວຂອງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ພາຍໃຕ້ການນໍາພາຂອງ ພັກປະຊາ ຊົນ ປະຕິວັດລາວ, ພັກໄດ້ສ້າງຕັ້ງ ອົງການຊາວໜຸ່ມຕະລຸມບອນຂຶ້ນ ໃນວັນທີ 14 ເມສາ 1955 ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການປະຕິວັດ, ໃນມະຕິຄັ້ງທີ 4 ສະໄໝທີ I ຂອງ ພັກໄດ້ກໍານົດວ່າ: ຕ້ອງເອົາໃຈໃສ່ ຂົນຂວາຍຈັດຕັ້ງຊາວໜຸ່ມ, ເອົາ ວຽກງານການຈັດຕັ້ງສຶກສາອົບ ຮົມຊາວໜຸ່ມ ເປັນວຽກງານທີ່ສໍາ ຄັນອັນດັບໜຶ່ງທີ່ຈະຕ້ອງໄປກ່ອນ ອົງການຈັດຕັ້ງຊາວໜຸ່ມດັ່ງກ່າວ, ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດ ບົດບາດເປັນກໍາລັງປະຈັນບານ. ໃນຕົ້ນປີ 1972 ກອງປະຊຸມ ໃຫຍ່ຄັ້ງທີ II ຂອງພັກ ໄດ້ໄຂຂຶ້ນ ແລະ ປ່ຽນຊື່ຈາກ ພັກປະຊາຊົນ ລາວ ມາເປັນພັກປະຊາຊົນ ປະຕິວັດ ລາວ ດ້ວຍຄວາມເຊື່ອໝັ້ນຕໍ່ພາລະ ບົດບາດຂອງຊາວໜຸ່ມ ພັກໄດ້ເຕົ້າ ໂຮມເອົາຄະນະຊາວໜຸ່ມຕະລຸມ ບອນກໍາລັງປະກອບອາວຸດ ແລະ ຄະນະຊາວໜຸ່ມລາວຮັກຊາດ ເປັນ ອົງການຈັດຕັ້ງດຽວກັນ ແລະ ໃສ່ ຊື່ວ່າ “ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ” ໃນປີ 1983. ໃນ ກອງປະຊຸມໃຫຍ່ຄັ້ງທີ I ຂອງ ຜູ້ແທນຊາວໜຸ່ມທົ່ວປະເທດ ທ່ານ ໄກສອນ ພົມວິຫານ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ນາມມະຍົດ ແລະ ຄໍາ ສັ່ງສອນວ່າ: “ຊາວໜຸ່ມຈົ່ງເປັນດັ່ງ ນົກອິນຊີ ທີ່ບໍ່ຫວັ່ນກວາ ຕໍ່ພະຍຸລົມ ແດງ ເປັນສິນໄຊຂອງຍຸກສະໄໝ ພວກເຮົາ”, ຄໍາສອນດັ່ງກ່າວນີ້ ໄດ້ສ່ອງແສງໃຫ້ພວກເຮົາເຂົ້າໃຈ ຢ່າງເລິກເຊິ່ງວ່າ: ຊາວໜຸ່ມ ຕ້ອງ ມີຄວາມຈົງຮັກພັກດີຕໍ່ພັກຕໍ່ຊາດ ແລະ ປະຊາຊົນ, ຊາວໜຸ່ມຕ້ອງມີ
RkJQdWJsaXNoZXIy MTc3MTYxMQ==