ຂປລ
ນັກຂ່າວ ໄດ້ຮັບຂໍ້ມູນ ຈາກອົງການຮ່ວມມື ດ້ານການພັດທະນາ ສາກົນ ແຫ່ງຊາດຈີນວ່າ: ເຄື່ອງຊ່ວຍເຫລືອ ສຸກເສີນ ດ້ານມະນຸດສະທຳ ງວດທີສອງ ທີ່ລັດຖະບານຈີນ ຊ່ວຍເຫລືອ ມຽນມາ ໄດ້ເລີ່ມຂົນສົ່ງອອກ ຈາກສະໜາມບິນສາກົນ ນະຄອນຫລວງປັກກິ່ງ ໄປສູ່ ມຽນມາ ໃນຕອນເຊົ້າວັນທີ 3 ເມສານີ້ ເພື່ອຊ່ວຍເຫລືອຜູ້ປະສົບໄພພິບັດແຜ່ນດິນໄຫວ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ນັກຂ່າວ ໄດ້ຮັບຂໍ້ມູນ ຈາກອົງການຮ່ວມມື ດ້ານການພັດທະນາ ສາກົນ ແຫ່ງຊາດຈີນວ່າ: ເຄື່ອງຊ່ວຍເຫລືອ ສຸກເສີນ ດ້ານມະນຸດສະທຳ ງວດທີສອງ ທີ່ລັດຖະບານຈີນ ຊ່ວຍເຫລືອ ມຽນມາ ໄດ້ເລີ່ມຂົນສົ່ງອອກ ຈາກສະໜາມບິນສາກົນ ນະຄອນຫລວງປັກກິ່ງ ໄປສູ່ ມຽນມາ ໃນຕອນເຊົ້າວັນທີ 3 ເມສານີ້ ເພື່ອຊ່ວຍເຫລືອຜູ້ປະສົບໄພພິບັດແຜ່ນດິນໄຫວ.ເຄື່ອງຊ່ວຍເຫລືອ ງວດທີສອງ ປະກອບດ້ວຍເຕັ້ນ 800 ດາງ, ຜ້າຫົ່ມ 2.000 ຜືນ, ເຂົ້າໜົມປັງ 3.000 ກ່ອງ, ນ້ຳດື່ມ 2.000 ແກັດ ແລະ ເຄື່ອງທີ່ຕ້ອງການສຸກເສີນອື່ນໆ, ໄດ້ຂົນສົ່ງໄປສູ່ ນະຄອນຢາງກຸງ ດ້ວຍເຮືອບິນເໝົາລຳ ຂອງສາຍການບິນ ສາກົນຈີນ. ສ່ວນເຄື່ອງ ຊ່ວຍເຫລືອ ສຸກເສີນ ດ້ານມະນຸດສະທຳ ງວດທຳອິດ ທີ່ລັດຖະບານຈີນ ຊ່ວຍເຫລືອ ໄດ້ຂົນສົ່ງໄປຮອດ ມຽນມາ ທ້າຍເດືອນມີນາ ຜ່ານມານີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL