ຂປລ
*ເພື່ອຕອບສະໜອງພາລະໃໝ່ຂອງການປະຕິວັດ, ສືບທອດພາລະກິດອັນສະຫງ່າລາສີຂອງພັກກອມມູນິດອິນດູຈີນ, ພັກປະຊາຊົນລາວ ປັດຈຸບັນແມ່ນພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 22/3/1955. ນີ້ແມ່ນເຫດການຂີດໝາຍບາດລ້ຽວອັນສຳຄັນໃນປະຫວັດສາດການປະຕິວັດລາວ.
(ເນື່ອງໃນໂອກາດສະເຫມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວຄົບຮອບ 70 ປີ (22/3/1955-22/3/2025
(ໃສ່ຄຳລຳ 70 ປີ)
ໂດຍ: ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມປະຈຳແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ
*ເພື່ອຕອບສະໜອງພາລະໃໝ່ຂອງການປະຕິວັດ, ສືບທອດພາລະກິດອັນສະຫງ່າລາສີ ຂອງພັກກອມມູນິດອິນດູຈີນ, ພັກປະຊາຊົນລາວ ປັດຈຸບັນແມ່ນພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 22/3/1955. ນີ້ແມ່ນເຫດການຂີດໝາຍບາດລ້ຽວອັນສຳຄັນໃນປະຫວັດສາດການປະຕິວັດລາວ. ໃນຂະນະນັ້ນ, ພັກປະຊາຊົນ ປະຕິວັດລາວ ໄດ້ວາງອອກໜ້າທີ່ການປະຕິວັດ ໃນສະເພາະໜ້າແມ່ນ “ສາມັກຄີນຳພາທົ່ວປວງຊົນ ສູ້ຊົນສຳເລັດພາລະກິດປົດປ່ອຍຊາດ, ສ້າງສາປະເທດລາວ ເປັນປະເທດສັນຕິພາບ, ປະຊາທິປະໄຕ, ເອກະພາບ ແລະ ເອກະລາດ”. ໃນຕະຫລອດເສັ້ນທາງການປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຍາດເອກະລາດ, ປົດປ່ອຍຊາດເປັນເທື່ອລະກ້າວ, ເປີດອອກເສັ້ນທາງແຫ່ງການພັດທະນາ ໃຫ້ແກ່ປະເທດ ຊາດ.
ນັບແຕ່ເວລາສ້າງຕັ້ງພັກມາເຖິງປັດຈຸບັນ, ພັກປະຊາຊົນປະຕິວັດລາວ ໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ ໃນປະຫວັດສາດຕໍ່ສູ້ກູ້ຊາດ ເພື່ອຕ້ານກັບພວກຈັກກະພັດລ່າເມືອງແບບໃໝ່ ແກ່ຍາວຫລາຍສິບປີ. ດ້ວຍແນວທາງການເມືອງ, ການທະຫານທີ່ຖືກຕ້ອງ, ປະດິດສ້າງ, ດຳເນີນການປະຕິວັດ ແລະ ສົງຄາມການປະຕິວັດ ມີລັກສະນະວິທະຍາສາດ, ພັກໄດ້ລະດົມກຳລັງແຮງທົ່ວປວງຊົນ, ທົ່ວກອງທັບສົມທົບກັບກ້ອນກຳລັງສຳພັນສູ້ຮົບ ສາມປະເທດ ລາວ-ຫວຽດນາມ-ກຳປູເຈຍ ແລະ ຮ່ວມກັບກຳລັງແຮງ ຂອງຍຸກສະໄໝສາມາດນຳພາການປະຕິວັດ ຍາດໄດ້ໄຊຊະນະນີ້ສູ່ໄຊຊະນະໃໝ່, ນຳພາປະຊາຊົນລາວ ຂັບໄລ່ພວກຈັກກະພັດຜູ້ຮຸກຮານ, ໂຄ່ນລົ້ມອຳນາດການປົກຄອງແບບສັກດີນາ, ປົດປ່ອຍປະເທດຊາດຢ່າງສົມບູນ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 02 ທັນວາ 1975, ນີ້ແມ່ນລະດັບ ຍອດຢ້ຽມຖືຄວາມໝາຍປະຫວັດສາດ ແລະ ຍຸກສະໄໝຢ່າງເລິກເຊິ່ງ, ເປີດອອກສັງກາດໃໝ່ໃນປະເທດລາວ, ສັງກາດແຫ່ງເອກະລາດ, ເສລີພາບ, ປະຊາຊົນລາວບັນດາເຜົ່າ ເປັນເຈົ້າກຳຊາຕະກຳຂອງຕົນຢ່າງແທ້ຈິງ. ພັກປະຊາຊົນ ປະຕິວັດລາວ ກາຍເປັນພັກກຳອຳນາດ, ເປັນແກ່ນກາງໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ແລະ ນຳພາປະຊາຊົນກ້າວເຂົ້າສູ່ໄລຍະໃໝ່, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິິບັດສໍາເລັດພາລະກິດປ່ຽນແປງໃໝ່, ປັບປຸງບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມເປັນເທື່ອລະກ້າວ.
ນັບແຕ່ປີ 1975 ເຖິງປັດຈຸບັນ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍເອົາໃຈໃສ່ນຳພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ, ສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນເປັນເທື່ອລະກ້າວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສູ່ຄວາມສະຫງົບເປັນປົກກະຕິ, ສຸມໃສ່ພັດທະນາຂົງເຂດການສຶກສາ, ລົບລ້າງການຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ; ສືບຕໍ່ນຳພາການດຳເນີນປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີໜຶ່ງ. ອັນໄດ້ປະກອບສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກ ໃຫ້ແກ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ. ໃນໄລຍະຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍຖືສຳຄັນ ແລະ ເອົາໃຈໃສ່ເປັນພິເສດ ຕໍ່ວຽກງານກໍ່ສ້າງພັກໃຫ້ໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນໄລຍະໃໝ່, ປະກອບສ່ວນເຮັດໃຫ້ພັກເຂັ້ມແຂງ ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ, ວຽກງານກວດກາ, ປົກປ້ອງພັກ ແລະ ສ້າງຄວາມຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນວຽກງານພະນັກງານ.
ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການພາວະວິໄສຂອງພຶດຕິກຳຕົວຈິງ ພ້ອມກັບການສະດຸ້ງໄວຕໍ່ສະພາບການ, ກຳໄດ້ສະພາບການຂອງໂລກ ແລະ ປະເທດຊາດ, ຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IV, ພັກປະຊາຊົນ ປະຕິວັດລາວ ໄດ້ເປັນເຈົ້າການໃນການວາງອອກ ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫລັກການ, ປ່ຽນແປງໃໝ່ ຕ້ອງບົນພື້ນຖານ ຂອງການປ່ຽນແປງໃໝ່ ດ້ານຈິນຕະນາການທິດສະດີ, ເຄົາລົບກົດເກນພາວະວິໄສ, ສ້າງທັດສະນະຖືລັກສະນະວິທະຍາສາດ ກ່ຽວກັບສັງຄົມນິຍົມ; ໃນການພັດທະນາເສດຖະກິດ, ພັກຫັນຈາກກົນໄກ ເສດຖະກິດລວມສູນເກື້ອກູນ ມາເປັນກົນໄກເສດຖະກິດການຕະຫລາດ ໂດຍມີການຄຸ້ມຄອງຂອງລັດ; ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ເພື່ອປົກປ້ອງ ແລະ ສ້າງສາພັດທະນາລະບອບການໃໝ່, ຖືການກໍ່ສ້າງພັດທະນາ ເສດຖະກິດເປັນໜ້າທີ່ໃຈກາງ, ເສີມຂະຫຍາຍກຳລັງແຮງ ຂອງທຸກພາກສ່ວນເສດຖະກິດ, ສະເໝີພາບຕໍ່ກົດໝາຍ, ຕິດແທດກັບການຮ່ວມມືສາກົນ.
ກອງປະຊຸມໃຫຍ່ຂອງພັກສະໄໝຕ່າງໆ, ພັກປະຊາຊົນ ປະຕິວັດລາວ ສືບຕໍ່ນຳພາຈັດຕັ້ງຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ຜ່ານການກວດກາ, ຕິດຕາມ, ສະຫລຸບຕີລາຄາ, ຖອດຖອນບົດຮຽນ ຈາກພຶດຕິກຳຕົວຈິງ ໃນແຕ່ລະໄລຍະຢ່າງເປັນລະບົບ, ຈາກນັ້ນປັບປຸງເປັນເທື່ອລະກ້າວ, ປະກອບສ່ວນເຮັດໃຫ້ແນວທາງ ການປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ນັບມື້ນັບໄດ້ປັບປຸງບູລະນະໃຫ້ບໍລິບູນ, ຮັກສາແໜ້ນຄວາມໝັ້ນຄົງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບປະກັນ, ເສດຖະກິດພັດທະນາຢ່າງຕັ້ງໜ້າ.
ພາຍໃຕ້ການນຳພາອັນສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະເທດລາວອ້າຍນ້ອງສາມາດຍາດໄດ້ ບັນດາໄຊຊະນະອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ພິເສດ, ພາຍຫລັງເກືອບ 40 ປີ ດຳເນີນປະຕິບັດແນວທາງປ່ຽນແປງໃໝ່ ໂດຍພັກປະຊາຊົນ ປະຕິວັດລາວ ລິເລີ່ມ ແລະ ນຳພາ, ປະຊາຊົນລາວ ສືບຕໍ່ຍາດໄດ້ບັນດາຜົນ ສຳເລັດອັນໃຫຍ່ຫລວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ, ດ້ານການເມືອງ ມີຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມໄດ້ຮັບປະກັນ, ເສດຖະກິດມີການເຕີບໂຕ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ລາຍຮັບສະເລ່ຍຫົວຄົນເພີ່ມຂຶ້ນຈາກ 114 USD ໃນປີ 1985 ຂຶ້ນເປັນ 1.896 USD ໃນປີ 2024; ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັກສາແໜ້ນ, ພົວພັນການຕ່າງປະເທດໄດ້ເປີດກວ້າງ, ປະສົບຜົນສຳເລັດຢ່າງຈົບງາມ ໃນປີເປັນປະທານອາຊຽນ 2024 ແລະ ຈັດຕັ້ງບັນດາກອງປະຊຸມສຸດຍອດອ້ອມຂ້າງ, ປະກອບສ່ວນຍົກສູງບົດບາດ ແລະ ອິດທິພົນຂອງພັກປະຊາຊົນ ປະຕິວັດລາວ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ພາກພື້ນ ແລະ ເວທີສາກົນ.
ໃນຕະຫລອດ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ຄົ້ນຄວ້າ, ຊອກຫາໄດ້ແນວທາງເໝາະສົມ ກັບສະພາບການຕົວຈິງ ຂອງປະເທດຊາດໃນແຕ່ລະໄລຍະລະອຽດ. ພິເສດ, ແຕ່ປີ 1986 ເຖິງປັດຈຸບັນ, ພັກປະຊາຊົນ ປະຕິວັດ ລາວ ໄດ້ກຳແໜ້ນສະ
ພາບການຕົວຈິງຂອງປະເທດ, ຄົ້ນຄວ້າ ແລະ ນຳໃຊ້ບັນດາບົດຮຽນອັນດີຂອງສາກົນ, ວາງອອກແນວທາງທີ່ຖືກຕ້ອງ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມເປັນເທື່ອລະກ້າວ, ສືບຕໍ່ສ້າງສາ ແລະ ປັບປຸງບູລະນະລະບອບ ປະຊາທິປະໄຕປະຊາຊົນ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ເຕົ້າໂຮມໄດ້ກຳລັງແຮງ ຄວາມສາມັກຄີທົ່ວປວງຊົນ ເພື່ອປົກປ້ອງ, ສ້າງສາ ແລະ ພັດທະນາລະບອບການໃໝ່.
ພັກປະຊາຊົນ ປະຕິວັດລາວ ຍາມໃດກໍຖືການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານເປັນວຽກງານຫລັກແຫລ່ງ, ຕັດສິນຕໍ່ແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ພັດທະນາເສດຖະກິດ ໃນແຕ່ລະໄລຍະ ເພືື່ອສຸມໃສ່ປັບປຸງກໍ່ສ້າງພັກໃຫ້ໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີຄວາມສາມາດໃນການນຳພາ, ຊີ້ນຳຂອງພັກໃນໄລຍະໃໝ່ ເປັນຕົ້ນແມ່ນໄລຍະພົບ ກັບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນຄືດັ່ງປັດຈຸບັນ. ພັກປະຊາຊົນ ປະຕິວັດລາວ ສຸມໃສ່ວຽກງານເພີ່ມທະວີການນຳພາ, ສ້າງຄວາມຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງໃນວຽກງານພະນັກງານ ເປັນຕົ້ນແມ່ນຖັນແຖວພະນັກງານຂັ້ນຍຸດທະສາດ, ເຮັດໃຫ້ວຽກງານພະນັກງານນັບມື້ນັບໄດ້ປັບປຸງ ແລະ ຍົກສູງຄຸນນະພາບ.
ພັກປະຊາຊົນ ປະຕິວັດລາວ ໄດ້ຕັ້ງໜ້າເປັນເຈົ້າການ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວ ວຽກງານພົວພັນການຕ່າງປະເທດສາຍພັກ, ວຽກງານການທູດສາຍລັດ ແລະ ການທູດປະຊາຊົນ. ມາເຖິງປັດຈຸບັນ, ພັກປະຊາຊົນ ປະຕິວັດລາວ ມີສາຍພົວພັນກັບ 145 ພັກການເມືອງ, ມີການພົວພັນການທູດກັບ 151 ປະເທດ, ມີສຳນັກງານການທູດລາວປະຈຳຢູ່ 27 ປະເທດ ແລະ ມີສາຍພົວພັນສາກົນຢ່າງກວ້າງຂວາງ. ວຽກງານການຕ່າງປະເທດ ນັບມື້ນັບໄດ້ເປີດກວ້າງ ແລະ ພັດທະນາ, ສ້າງສະພາບແວດລ້ອມອຳນວຍ
ຄວາມສະດວກ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ອັນໜັກແໜ້ນໃນການຍາດແຍ່ງ ແລະ ໄດ້ຮັບເອົາການສະໜັບສະໜູນຊ່ວຍເຫລືອ ຈາກບັນດາປະເທດເພື່ອນມິດຍຸດທະສາດ ແລະ ວົງຄະນາຍາດສາກົນບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ບົນພື້ນຖານເສີມຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກຕາມກຳນົດທິດ “ເພີ່ມທະວີຄວາມເປັນເຈົ້າການ ໃນການດຳເນີນປະຕິບັດແນວທາງການຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ການພັດທະນາປະເທດຊາດ”.
ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ, ຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫລວງ ເຊິ່ງພັກປະຊາຊົນ ປະຕິວັດລາວ ຍາດມາໄດ້ໃນຕະຫລອດບົນເສັ້ນທາງ 70 ປີຜ່ານມາ. ບັນດາຜົນສຳເລັດຂອງພັກປະຊາຊົນ ປະຕິວັດລາວ ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ເທົ່ານັ້ນ, ຫາກຍັງແມ່ນແຫລ່ງກຳລັງໃຈ ອັນໃຫຍ່ຫລວງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຫວຽດນາມໃນປັດຈຸບັນ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ສະໜັບສະໜູນຢ່າງແຂງແຮງ ຕໍ່ພາລະກິດແຫ່ງການປ່ຽນແປງໃໝ່ຢູ່ລາວ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຫລາຍຜົນສຳເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິຂອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ, ຈັດຕັ້ງສຳເລັດຜົນກອງປະຊຸມ ອົງຄະນະພັກຂັ້ນຕ່າງໆ ເພື່ອກ້າວສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນຕົ້ນປີ 2026; ສ້າງສຳເລັດຜົນປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມ.
ພວກເຮົາປິຕິຊົມຊື່ນເປັນຢ່າງຍິ່ງສັງເກດເຫັນວ່າ, ພ້ອມໆກັບບັນດາຜົນສຳເລັດອັນສຳຄັນເຊິ່ງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຍາດມາໄດ້ ໃນເວລາຜ່ານມາ, ສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຫາຍາກໃນໂລກລະຫວ່າງ ຫວຽດນາມ-ລາວ ໂດຍປະທານ ໂຮ່ຈີ່ມິງ ຜູ້ນຳຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແສນເຄົາລົບຮັກກໍ່ຮ່າງສ້າງຕົວ, ຝຶກຝົນຫລໍ່ຫລອມ ແລະ ໄດ້ບັນດາຮຸ່ນການນຳສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ
ເພີ່ມພູນຄູນສ້າງ, ໄດ້ປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ນັບມືີ້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳເອົາຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ການປົກປັກຮັກ
ສາ ແລະ ສ້າງສາປະເທດຢູ່ແຕ່ລະປະເທດ, ປະກອບສ່ວນເຂົ້າສັນຕິພາບ, ຄວາມເປັນສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ສາກົນ.
ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມໃດກໍນັບຖື, ຈົດຈຳລຳລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການສະໜັບສະໜູນຢ່າງແຂງແຮງ, ການຊ່ວຍເຫລືອອັນໃຫຍ່ຫລວງ, ອັນປະເສີດ, ມິດຈິດມິດໃຈ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນຕະຫລອດວິວັດຂະບວນການຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ, ກໍຄືໃນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ແກ່ສາຍພົວພັນສາມັກຄີພິເສດຫວຽດນາມ-ລາວ ນັບມື້ນັບຂະຫຍາຍຕົວຂຶ້ນສູ່ລະດັບໃໝ່, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຍຶດໝັ້ນກ່ຽວກັບເປົ້າໝາຍ, ອຸດົມການເອກະລາດຊົນຊາດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານດ້ານແນວຄິດ, ທິດສະດີຂອງພັກ, ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ຮ່ວມກັບບັນດາບົດຮຽນອັນປະເສີດ, ພຶດຕິກຳຕົວຈິງໃນຕະຫລອດ 70 ປີແຫ່ງການສ້າງສາ ແລະ ພັດທະນາໃນພາລະກິດນຳພາ, ຊີ້ນຳຕໍ່ສູ້ຍາດເອກະລາດຊົນຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນປັດຈຸບັນ, ພັກປະຊາຊົນ ປະຕິວັດ ລາວ ຈະສຳເລັດພາລະກິດສ້າງສາ ແລະ ພັດທະນາລະບອບປະຊາທິປະໄຕ ປະຊາຊົນ ຢ່າງແນ່ນອນ, ສືບຕໍ່ນຳພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມສາມັກຄີເປັນເອກະພາບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
KPL