ເກີດເຫດລົດໂດຍສານ ຕົກລົງຂ້າງທາງ ໃນເມັກຊິກ ເສຍຊີວິດເກືອບ 20 ຄົນ

11/03/2025 13:20
Email Print 135
ຂປລ ເຈົ້າໜ້າທີ່ ລະດັບສູງ ຂອງ ລັດໂອກາຊາ ລາຍງານວ່າ: ເກີດອຸບັດເຫດລົດໂດຍສານ ຕົກລົງໃນບໍລິເວນຂ້າງທາງ ຊຶ່ງເປັນ ປ່າລະເມະ ໃນລັດໂອກາຊາ ທາງພາກໃຕ້ຂອງ ເມັກຊິກ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 18 ຄົນ ແລະ ບາດເຈັບ 12 ຄົນ.

ຂປລ. ຕາມຂ່າວຕ່າງ ປະເທດ , ວັນທີ 11 ມີນາ, ເຈົ້າໜ້າທີ່ ລະດັບສູງ ຂອງ ລັດໂອກາຊາ ລາຍງານວ່າ: ເກີດອຸບັດເຫດລົດໂດຍສານ ຕົກລົງໃນບໍລິເວນຂ້າງທາງ ຊຶ່ງເປັນ ປ່າລະເມະ ໃນລັດໂອກາຊາ ທາງພາກໃຕ້ຂອງ ເມັກຊິກ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 18 ຄົນ ແລະ ບາດເຈັບ 12 ຄົນ. ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພ ພວມເລັ່ງໃຫ້ການຊ່ວຍເຫລືອ ໃຫ້ແກ່ຜູ້ປະສົບເຄາະຮ້າຍດັ່ງກ່າວ. ເສັ້ນທາງຫລວງ ບໍລິເວນເກີດເຫດ ເປັນເສັ້ນທາງຂຶ້ນພູ. ສ່ວນສາເຫດຕົ້ນຕໍ ພວມຢູ່ໃນລະຫວ່າງ ການສືບສວນສອບສວນ ຂອງເຈົ້າໜ້າ./

KPL

ຂ່າວອື່ນໆ

ads
ads

Top