ສປຈີນ ຈະເພີ່ມຫລັກສູດເອໄອເຂົ້າໃນ ໂຮງຮຽນນະຄອນຫລວງປັກກິ່ງ

11/03/2025 13:20
Email Print 136
ຂປລ ໂຮງຮຽນໃນນະຄອນຫລວງປັກກິ່ງ ຈະເລີ່ມສອນຫລັກສູດ ປັນຍາທຽມ (ເອໄອ) ໃຫ້ແກ່ ນັກຮຽນ ລະດັບປະຖົມສຶກສາ ແລະ ມັດທະຍົມສຶກສາ ເພື່ອເສີມສ້າງ ເປົ້າໝາຍ ຂອງ ສປຈີນ ໃນການພັດທະນາ ແລະ ເປັນຜູ້ນຳດ້ານ ຕະຫລາດ ເອໄອ.

ຂປລ. ສຳນັກຂ່າວເອເອຟພີ ລາຍງານ ຈາກນະຄອນຫລວງ ປັກກິ່ງ ປະເທດສປຈີນວ່າ: ​ໂຮງຮຽນໃນນະຄອນຫລວງປັກກິ່ງ ຈະເລີ່ມສອນຫລັກສູດປັນຍາທຽມ (​ເອໄອ) ​ໃຫ້ແກ່ ນັກຮຽນ ລະດັບປະຖົມສຶກສາແລະ ມັດທະຍົມສຶກສາເພື່ອເສີມສ້າງ ເປົ້າໝາຍຂອງ ສປຈີນໃນການພັດທະນາແລະເປັນຜູ້ນຳດ້ານຕະຫລາດເອໄອ.

          ໂດຍຄະນະກຳມະການສຶກສາເທດສະບານ ນະຄອນຫລວງປັກກິ່ງ ລະບຸວ່າ ຕັ້ງແຕ່ ພາກຮຽນ ທີ່ຈະເລີ່ ຂຶ້ນໃນວັນທີ 1 ກັນຍານີ້ໂຮງຮຽນຂອງລັດ ທຸກແຫ່ງໃນພື້ນທີ່ຈະເປີດສອນ ວິຊາປັນຍາທຽມ ຢ່າງໜ້ອຍ 8 ຊົ່ວໂມງຕໍ່ປີ ການຮຽນສຶກສາ. ໂຮງຮຽນແຕ່ລະແຫ່ງ ສາມາດຈັດການຮຽນ ການສອນດ້ວຍຮູບແບບ ຫລັກສູດສະເພາະ ຫລື ບູລະນະການກັບ ຫລັກສູ ທີ່ມີຢູ່ເຊັ່ນ: ວິຊາເຕັກໂນໂລຊີສື່ສານແລະ ວິທະຍາສາດ.  ເມື່ອບໍ່ດົນມານີ້ ທ່ານ ຫວຍ ຈິ້ນເຜີ ລັດຖະມົນຕີ ສຶກສາທິການ ຂອງ  ສປຈີນ ຖະແຫລງຕໍ່ກອງປະຊຸມສະພາແຫ່ງຊາດ(​ເອັນພີຊີ) ວ່າ: ການປະຕິບັດເຕັກໂນໂລຊີ ທີ່ນຳໂດຍເອໄອ ຈະສ້າງໂອກາດອັນຍິ່ງໃຫຍ່ໃຫ້ຂົງເຂດ ການສຶກສາແລະ ຈະມີການເຜີຍແພ່ເອກະສານຢ່າງເປັນທາງການ ພາຍໃນປີນີ້. /  

 

KPL

ຂ່າວອື່ນໆ

ads
ads

Top