ຂປລ
ກະຊວງການຕ່າງປະເທດ ຍີ່ປຸ່ນ ອອກຖະແຫລງ ການວ່າ: ຕົກລົງຫລຸດຜ່ອນເງິນກູ້ຢືມ ມູນຄ່າ 369.450 ລ້ານເຢນ ພາຍໃຕ້ແຜນການຈັດການ ໜີ້ສິນຢ່າງຄວບຄຸມ. ການພັດທະນາ ສີລັງກາ ຊຶ່ງຕັ້ງຢູ່ໃນ ຕຳແໜ່ງທີ່ມີຄວາມສຳຄັນ ເຊິ່ງຍຸດທະສາດ ໃນມະຫາສະໝຸດ ອິນເດຍ
ຂປລ.ສຳນັກຂ່າວເອເອຟພີ ລາຍງານ, ວັນທີ 10 ມີນາ, ກະຊວງການຕ່າງປະເທດ ຍີ່ປຸ່ນ ອອກຖະແຫລງ ການວ່າ: ຕົກລົງຫລຸດຜ່ອນເງິນກູ້ຢືມ ມູນຄ່າ 369.450 ລ້ານເຢນ ພາຍໃຕ້ແຜນການຈັດການ ໜີ້ສິນຢ່າງຄວບຄຸມ. ການພັດທະນາ ສີລັງກາ ຊຶ່ງຕັ້ງຢູ່ໃນ ຕຳແໜ່ງທີ່ມີຄວາມສຳຄັນ ເຊິ່ງຍຸດທະສາດ ໃນມະຫາສະໝຸດ ອິນເດຍ ມີຄວາມຈຳເປັນ ຕໍ່ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ ອິນໂດ-ປາຊີຟິກ ທັງໝົດ.
ໂດຍກະຊວງ ການເງິນຂອງ ສີລັງກາ ອອກຖະແຫລງການວ່າ: ລັດຖະບານ ຍີ່ປຸ່ນ ມີບົດບາດສຳຄັນ ໃນການຊ່ວຍໃຫ້ ສີລັງກາ ປັບໂຄງສ້າງໜີ້ສິນ, ຂະນະທີ່ ຄວາມເປັນຜູ້ນຳ, ຄວາມມຸ້ງໝັ້ນ ແລະ ການມີສ່ວນຮ່ວມຢ່າງສ້າງສັນຂອງ ສີລັງກາ ຖືເປັນສ່ວນສຳຄັນ ໃນການຊ່ວຍໃຫ້ ຜ່ານພົ້ນຄວາມທ້າທາຍ ຂອງການຟື້ນຕົວ ທາງເສດຖະ ກິດ.
KPL