ຂປລ
ອົງການ ຄວາມຮ່ວມມື ອີສລາມ (ໂອໂອຊີ) ປະກາດ ຮັບເອົາແຜນການ ຟື້ນຟູສະນວນກາຊາ ຂອງ ສັນນິບາດອາຣັບ ມາໃຊ້ຢ່າງເປັນທາງການ ແທນຂໍ້ສະເໜີ ຂອງ ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໃນການໃຫ້ ສ.ອາເມລິກາ ເຂົ້າຄວບຄຸມ ສະນວນກາຊາ ແລະ ອົບພະຍົບຜູ້ຄົນ ອອກຈາກ ດິນແດນ ປາແລັດສະຕິນ

ຂປລ. ສໍານັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ເຈດດາ ປະເທດ ອາຣັບບີ ຊາອຸດິດ ເມື່ອບໍ່ດົນມານີ້,ອົງການ ຄວາມຮ່ວມມື ອີສລາມ (ໂອໂອຊີ) ປະກາດ ຮັບເອົາແຜນການ ຟື້ນຟູສະນວນກາຊາ ຂອງ ສັນນິບາດອາຣັບ ມາໃຊ້ຢ່າງເປັນທາງການ ແທນຂໍ້ສະເໜີ ຂອງ ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໃນການໃຫ້ ສ.ອາເມລິກາ ເຂົ້າຄວບຄຸມ ສະນວນກາຊາ ແລະ ອົບພະຍົບຜູ້ຄົນ ອອກຈາກ ດິນແດນ ປາແລັດສະຕິນ ພ້ອມກັບຮຽກຮ້ອງໃຫ້ ປະຊາຄົມ ລະຫວ່າງປະເທດ ສະໜັບສະໜູນ ແຜນລິເລີ່ມລະດັບພາກພື້ນນີ້.
ການຕັດສິນໃຈ ຂອງ ໂອໄອຊີ ມີ ປະເທດ ສະມາຊິກ 57 ປະເທດ ໂດຍມີຂຶ້ນ ໃນກອງປະຊຸມສຸກເສີນ ທີ່ເມືອງ ເຈດດາ ຂອງ ອາຣັບບີຊາອຸດິດ ໃນໄລຍະ 3 ວັນ ຫລັງຈາກ ສັນນິບາດອາຣັບ ຮັບຮອງແຜນການຟື້ນຟູສະນວນກາຊາ ໃນກອງປະຊຸມ ສຸດຍອດ ນະຄອນຫລວງ ເລີແກ ປະເທດ ເອຢິບ. ທັງນີ້ ແຜນການ ດັ່ງກ່າວ ຖືເປັນເສັ້ນທາງເລືອກແທນ ຂໍ້ສະເໜີ ຂອງ ທ່ານ ໂດນັນທຣຳ ທີ່ຖືກປະນາມຢ່າງກວ້າງຂວາງ, ທີ່ສະເໜີ ສ້າງສະນວນກາຊາຂຶ້ນໃໝ່ ພາຍໃຕ້ ລັດຖະບານ ປາແລັດສະຕິນ ໃນອະນາຄົດ.
ສ່ວນໂອໂອຊີ ຊຶ່ງເປັນຕົວແທນ ຂອງໂລກມຸສະລິມ ໄດ້ລະບຸໃນຖະແຫລງການ ຍອມຮັບແຜນການຂອງສັນນິບາດອາຣັບ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກ ລວມເຖິງ ສະຖາບັນເງິນທຶນ ລະຫວ່າງ ປະເທດ ແລະ ພາກພື້ນໃຫ້ການສະໜັບສະໜູນ ທີ່ຈຳເປັນ ຕໍ່ແຜນການເບື້ອງຕົ້ນ ຢ່າງວ່ອງໄວ. /
KPL