ຂປລ
ທາງການຮົງກາລີ ກວດພົບການແພ່ລະບາດ ຂອງ ພະຍາດປາກເປື່ອຍລົງເລັບ ເປັນຄັ້ງທຳອິດ ໃນຮອບ 50 ກວ່າປີ ຢູ່ຟາມສັດແຫ່ງໜຶ່ງ ໃກ້ຊາຍແດນ ຕິດກັບ ສະໂລວາກີ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ບຸບດາແປັດ ປະເທດ ຮົງກາລີ ເມື່ອບໍ່ດົນມານີ້, ທາງການຮົງກາລີ ກວດພົບການແພ່ລະບາດ ຂອງ ພະຍາດປາກເປື່ອຍລົງເລັບ ເປັນຄັ້ງທຳອິດ ໃນຮອບ 50 ກວ່າປີ ຢູ່ຟາມສັດແຫ່ງໜຶ່ງ ໃກ້ຊາຍແດນ ຕິດກັບ ສະໂລວາກີ.
ພະຍາດປາກເປື່ອຍລົງເລັບ ແມ່ນເກີດຈາກ ການຕິດເຊື້ອ ໄວຣັສ ທີ່ຕິດຕໍ່ງ່າຍ, ຊຶ່ງບໍ່ເປັນ ອັນຕະລາຍຕໍ່ມະນຸດ ແຕ່ສົ່ງຜົນກະທົບ ຕໍ່ສັດອື່ນໆ ເຊັ່ນ: ແກະ ແລະ ໝູ ໂດຍອາການຂອງສັດ ທີ່ຕິດເຊື້ອ ຄື: ມີໄຂ້, ມີຕຸ່ມໂພງ ໃນປາກ ແລະ ບໍລິເວນໃກ້ເລັບຕີນ. ສຳນັກງານ ຄວາມປອດໄພ ຕອງໂສ້ ອາຫານ ແຫ່ງຊາດ (ເອັນເອຟຊີເອສໂອ) ຂອງ ຮົງກາລີ ແຫລງວ່າ ທາງການ ກວດພົບສັດ ເປັນພະຍາດ ປາກເປື່ອຍລົງເລັບ ໃນເມືອງ ຄີສບາຈ ທາງພາກຕາເວັນຕົກ ສຽງເໜືອ ຂອງ ປະເທດ ຕິດກັບ ສະໂລວາກີ. ໃນນັ້ນ ມີສັດໃນຟາມ ກວມເອົາປະມານ 1.400 ໂຕ ທີ່ ສະແດງອາການ ຕິດເຊື້ອ ເມື່ອເດືອນທີ່ຜ່ານມາ. ຫລັງຈາກ ການທົດລອງ ໃນຫ້ອງປະຕິບັດການ ໄດ້ຢືນຢັນ ການແພ່ລະບາດ ຂອງ ພະຍາດນີ້ , ໂດຍຫົວໜ້າແພດສັດ ຂອງ ຮົງກາລີ ໄດ້ສັ່ງປິດຟາມ, ຂ້າສັດ ເພື່ອດຳເນີນການສືບສວນ ທາງລະບາດວິທະຍາ. /.
KPL