ເລີແກຣນປາກແບງລີສອດ ເນັ້ນການບໍລິການລູກຄ້າດ້ວຍຄຸນນະພາບ ສາມາດຄອງໃຈລູກຄ້າພາຍໃນ ແລະ ຕ່າງແະເທດ

06/03/2025 10:09
Email Print 324
ຂປລ ເລີແກຣນປາກແບງຣີສອດ ແມ່ນລິສອດທີ່ບໍລິການຄົບວົງຈອນ ດ້ານຮ້ານອາຫານ ແລະ ສະຖານທ່ີພັກເຊົາ ທີ່ມີຊື່ສຽງຂອງເມືອງປາກແບງ ແຂວງອຸດົມໄຊ ທີ່ຄອງໃຈລູກຄ້າທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄຸນນະພາບ ແລະ ການບໍລິການທີ່ໜ້າປະທັບໃຈບວກກັບຈຸດທີ່ຕັ້ງມີຄວາມສວຍງາມ ໂດດເດັ່ນເຫັນແລ້ວດຶງດູດຢາກພັກເຊົາ

    *ເລີແກຣນປາກແບງຣີສອດ ແມ່ນລິສອດທີ່ບໍລິການຄົບວົງຈອນ ດ້ານຮ້ານອາຫານ ແລະ ສະຖານທ່ີພັກເຊົາ ທີ່ມີຊື່ສຽງຂອງເມືອງປາກແບງ ແຂວງອຸດົມໄຊ ທີ່ຄອງໃຈລູກຄ້າທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄຸນນະພາບ ແລະ ການບໍລິການທີ່ໜ້າປະທັບໃຈບວກກັບຈຸດທີ່ຕັ້ງມີຄວາມສວຍງາມ ໂດດເດັ່ນເຫັນແລ້ວດຶງດູດຢາກພັກເຊົາ. ທ້າວ ຄຳແພງ ແສງບົວສອນ ເຈົ້າຂອງເລີແກຣນປາກແບງລີສອດ ໃຫ້ຮູ້ວ່າ: ກ່ອນຈະໄດ້ມາເຮັດເລີແກຣນປາກແບງຣີສອດ ພວກຂ້າພະເຈົ້າແມ່ນເຮັດບໍລິສັດທ່ອງທ່ຽວຢູ່ນະ ຄອນຫລວງວຽງຈັນ ເຊິ່ງເປັນບໍລິສັດໜຶ່ງທີ່ຖືເອົາການບໍລິການທ່ອງທ່ຽວເປັນຫລັກ ແລະ ໄດ້ສຶກສາ, ຄົ້ນຄວ້າກ່ຽວກັບການບໍລິການ-ການທ່ອງທ່ຽວ ຢູ່ເມືອງປາກແບງ ເຊິ່ງເຫັນວ່າເມືອງປາກແບງ ມີທ່າແຮງທາງດ້ານການບໍລິການ-ການທ່ອງທ່ຽວ ແລະ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ພັກແຮມປີໜຶ່ງບໍ່ຕໍ່າກວ່າ 50 ພັນກວ່າຄົນ. ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ອົງຄະນະພັກເມືອງປາກແບງວາງອອກ ແລະ ຈະສ້າງເມືອງປາກແບງ ເປັນເມືອງບໍລິການ-ການທ່ອງທ່ຽວລຸ່ມແມ່ນໍ້າຂອງຕອນເໜືອຂອງແຂວງອຸດົມໄຊ.


     ມາຮອດປີ 2009 ຈຶ່ງໄດ້ມາສໍາຫລວດຄວາມເປັນໄປໄດ້ການລົງທຶນກ່ໍສ້າງລີສອດ ເພື່ອຮອງຮັບນັກທ່ອງທ່ຽວ. ສະນັ້ນ ໃນປີ 2010 ຈຶ່ງໄດ້ລົງມືກໍ່ສ້າງເລີແກຣນປາກແບງລີສອດຢູ່ເມືອງປາກແບງ ໃຊ້ເວລາໃນການກໍ່ສ້າງຫລາຍປີສົມຄວນເຊິ່ງປະກອບມີ ເຮືອນພັກ 45 ຫລັງ ມີ 45 ຫ້ອງ, ມີ 64 ຕຽງນອນ ແລະ ຮ້ານອາຫານ 1 ຫລັງ, ສະລອຍນ້ຳ 1 ແຫ່ງ ລວມມູນຄ່າການກ່ໍສ້າງທັງໜົດ: 7,6 ລ້ານໂດລາສະຫະລັດ ແລະ ໄດ້ຊື້ອຸປະກອນຕ່າງໆປະກອບເຂ້ົາໃນເລີແກຣນປາກແບງຣີສອດມູນຄ່າ: 6 ແສນໂດລາສະຫະລັດ, ລວມມູນຄ່າທັງໝົດ: 8,2 ລ້ານໂດລາສະຫະລັດ, ເປັນເງິນກີບປະມານ 172.200.000.000 ( ໜຶ່ງຮ້ອຍເຈັດສິບສອງຕື້ ສອງຮ້ອຍລ້ານກີບ) .

    ພາຍຫລັງສ້າງຕັ້ງສໍາເລັດແລ້ວ ໄດ້ຕັ້ງຊື່ວ່າ:  ເລີແກຣນປາກແບງຣີສອດ ເຊິ່ງໄດ້ເຮັດໜ້າທີ່ບໍລິການທີ່ພັກ ແລະ ຮ້ານອາຫານ ເພື່ອຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວຢູ່ເມືອງປາກແບງ. ນອກຈາກນີ້ ກໍ່ໄດ້ສ້າງກິດຈະກໍາການທ່ອງທ່ຽວຈຳນວນໜ່ຶງ ເຊັ່ນ: ສ້າງກິດຈະກໍາທ່ຽວຢ້ຽມຢາມບ້ານຊົນເຜົ່າ ໂດຍໃຫ້ປະຊາຊົນມີສ່ວນຮ່ວມ. ສ້າງກິດຈະກໍາທ່ຽວເບິ່ງຊາພັນປີຢູ່ບ້ານມົກເເຄະ. ສ້າງກິດຈະກໍາທ່ຽວຕະຫລາດ, ທ່ຽວຊົມວັດວາ-ອາຣາມ ແລະ ວິຖີຊີວິດຂອງຊາວເມືອງປາກແບງ. ເລີແກຣນ ປາກແບງຣີສອດ ເປີດຮັບໃຊ້ການບໍລິການນັກທ່ອງທ່ຽວຢ່າງເປັນທາງການເລີ່ມແຕ່ປິ 2018 ເປັນຕົ້ນມາ, ມີພະນັກງານບໍລິການພາຍໃນຣີສອດທັງໜົດ: 25 ຄົນ, ຍິງ 18 ຄົນ. ບັນດານັກທ່ອງທ່ຽວທີ່ມາພັກ- ເຊົາສ່ວນຫລາຍແມ່ນແຂກຂອງບໍລິສັດທ່ອງທ່ຽວຢູ່ພາຍໃນປະເທດ, ຈາກຢູໂຣບ ແລະ ອາຊີ ຈໍານວນໜຶ່ງ ໂດຍສະເລ່ຍແລ້ວບໍ່ຕໍ່າກວ່າ 160 ຄົນຕໍ່ເດືອນ, ລາຄາຫ້ອງພັກ 1 ຫ້ອງ 70 ໂດລາສະຫະລັດຕໍ່ຄືນຕໍ່ຫ້ອງ, ສະເລ່ຍແລ້ວລາຍຮັບ 1 ເດືອນ ໄດ້ປະມານ 150 ລ້ານກີບ.

    ໃນ 1 ປີ ສາມາດສ້າງລາຍຮັບໄດ້ປະມານ 1,8 ກວ່າຕື້ກີບ; ໃນນີ້, ຈ່າຍຈັດຊ້ື-ຈັດຈ້າງ, ຄ່າສ້ີນເປືອງ, ພັນທະຕ່າງໆ ແລະ ເງິນເດືອນຂອງພະນັກງານລວມທັງໝົດປະມານ 100 ກວ່າລ້ານກີບຕໍ່ເດືອນ, ສະເລ່ຍລາຍຈ່າຍປີໜຶ່ງປະມານ 1,3 ຕື້ກີບ, ຍັງເຫລືອກຳໄລປີໜຶ່ງປະມານ 500 ກວ່າລ້ານ. ສ່ວນປີ 2023-2024 ເຫັນວ່າແຂກທັງພາຍໃນ ແລະ ຕ່າງປະເທດ ເລີ່ມເຂົ້າມາທ່ຽວ ແລະ ພັກແຮມເພ່ີມຂ້ຶນ, ສະເລ່ຍລາຍຮັບປີໜຶ່ງບໍ່ຕ່ຳກວ່າ 2 ຕື້ກວ່າກີບ, ຫັກຄ່າສິ້ນເປືອງຕ່າງໆ, ເງິນເດືອນຂອງພະນັກງານຍັງເຫລືອກຳໄລ 700 ກວ່າລ້ານກີບ. ຜ່ານການດໍາເນີນທຸລະກິດດັ່ງກ່າວ ໄດ້ເຮັດໃຫ້ການດຳເນີນທຸລະກິດເລີແກຣນປາກແບງລີສອດຄ່ອຍໆຂະຫຍາຍຕົວດີຂຶ້ນ ແລະ ໄດ້ເຮັດໃຫ້ພະນັກງານ ໃນບໍລິສັດມີຊີວິດການເປັນຢູ່ດີຂຶ້ນ, ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ, ນອກນັ້ນ ກໍ່ໄດ້ມີການປະກອບສ່ວນພັນທະຕ່າງໆໃຫ້ພັກ-ລັດ. ແນວໃດກໍດີການດໍາຕະຫລອດໄລຍະການດໍາເນີນທຸລະກິດຂອງເລີແກຣນປາກແບງຣີສອດ ຢູ່ເມືອງປາກແບງ ເປັນໄລຍະ 6 ກວ່າປີຜ່ານມາ ເຫັນວ່າການນຳເມືອງ ກ່ໍຄືຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ກໍ່ໄດ້ໃຫ້ການໃກ້ຊິດຕິດແທດອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ເປັນຕົ້ນແມ່ນທາງດ້ານວິຊາການ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອື່ນໆ ຈິ່ງສາມາດເຮັດໃຫ້ເລີແກຣນປາກແບງລີສອດ ດໍາເນີນມາດ້ວຍດີ ແລະ ມີການຂະຫຍາຍຕົວເປັນກ້າວໆ ມາ. 

ຂໍໍ້ມູູນຈາກສະຖານີີວິທະຍຸ ແລະ  ໂທລະພາບແຂວງ ອຸດົມໄຊ

KPL

ຂ່າວອື່ນໆ

ads
ads

Top