ປີຜ່ານມາການປະຕິບັດວຽກງານຂອງສະຫະພັນແມ່ຍິງມີຜົນສຳເລັດບາງດ້ານ

04/03/2025 10:52
Email Print 447
ຂປລ ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍ ແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕ່ໍສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ.

   *ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍ ແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕ່ໍສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: “ ຜູ້ໜຶ່ງເຮັດວຽກມື້ລະ  8 ຊົ່ວໂມງ,  ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ ”. ເມື່ອວັນທີ 8 ມີນາຂອງທຸກໆປີ ທົ່ວໂລກພາກພື້ນ ແລະ ສາກົນ ພ້ອມກັນສະເຫລີມສະຫລອງວັນແມ່ຍິງສາກົນເພື່ອທວນຄືນເຫດການປະຫວັດສາດສຳຄັນນີ້ ແລະ ການເຄື່ອນໄຫວຂອງຂະບວນການແມ່ຍິງທົ່ວໂລກ, ພາກພື້ນ, ອາຊຽນ ແລະ ການເຂົ້າຮ່ວມເຄື່ອນໄຫວໃນຂະບວນການດັ່ງກ່າວ ຂອງສະຫະພັນແມ່ຍິງລາວ ໃນແຕ່ລະໄລຍະໂດຍສະເພາະໄລຍະ 1 ປີ ຜ່ານມານີ້. ເວົ້າລວມ, ເວົ້າສະເພາະສຳລັບ ສປປ ລາວ ໃນໄລຍະ 1 ປີຜ່ານ ການປະຕິບັດວຽກງານບາງດ້ານຂອງສະຫະພັນແມ່ຍິງລາວ ກໍມີຜົນສຳເລັດພ້ົນເດັ່ນເຊ່ິງຂໍຍົກເອົາບາງດ້ານຂຶ້ນມາດັ່ງນີ້: 


    ໃນປີ 2024 ຜ່ານມາ ສະຫະພັນແມ່ຍິງລາວ ໄດ້ປະຕິບັດພາລະບົດບາດໃນຖານະເປັນຕົວການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກດ້ວຍການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແມ່ຍິງ ແລະ ເດັກໄດ້ເຂົ້າສິດຕ່າງໆຂອງຕົນຕາມທີ່ກຳນົດໄວ້ໃນກົດໝາຍ ດ້ວຍການບໍລິການໃຫ້ຄຳປຶກສາໂດຍບໍ່ເສຍຄ່າ (ແບບເຊິ່ງໜ້າ ແລະ ໂທລະສັບສາຍດ່ວນ 1362) ໃນປີ 2024 ສາມາດບໍລິການໃຫ້ຄໍາປຶກສາແກ່ແມ່ຍິງ ແລະ ເດັກ ຈໍານວນທັງໝົດ 636 ຄົນ, ຍິງ 408 ຄົນ, ຊາຍ 228 ຄົນ, ອາຍຸຕໍ່າກວ່າ 18 ປີ ມີ 48 ຄົນ ຈຳນວນຄັ້ງໃຫ້ຄຳປຶກສາ 2.150 ຄັ້ງ. ໄດ້ສະໜອງການປົກປ້ອງ ແລະ ຊ່ວຍເຫລືອແກ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຄ້າມະນຸດ ແລະ ອື່ນໆ ຈຳນວນ 476 ຄົນ, ຍິງ 466 ຄົນຊາຍ 10 ຄົນ, ອາຍຸຕໍ່າກວ່າ 18 ປີ ມີຈໍານວນ 303 ຄົນ. ໃນນັ້ນເປັນຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ 162 ຄົນ, ຄ້າມະນຸດ 240 ຄົນ ແລະ ອື່ນໆ ຈໍານວນ 74 ຄົນ. ຈຳນວນໜຶ່ງສາມາດຮຽກຮ້ອງຄ່າເສຍຫາຍທາງແພ່ງ, ຄ່າແຮງງານ ແລະ ຄ່າປົວແປງຈິດໃຈ ໃຫ້ແກ່ຜູ້ຖືກເຄາະຮ້າຍ ຈໍານວນ 11 ຄົນ.  

    ການສ້າງຄວາມເຂັ້ມແຂງເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໃຫ້ຂັ້ນສູນກາງ ແລະ ທ້ອງຖິ່ນເປັນຕົ້ນການໃຫ້ຄໍາປຶກສາ, ການກຳນົດຕົວ, ການປົກປ້ອງ, ຊ່ວຍເຫລືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍ, ເຕັກນິກຄູຝຶກ, ການໂຄສະນາເຜີຍແຜ່ກົດໝາຍການຄ້າມະນຸດ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຄວາມຮູ້ດ້ານຈິດຕະວິທະຍາຈໍານວນ 35 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 1.502 ຄົນ, ຍິງ 922 ຄົນ, ຊາຍ 580 ຄົນ.

   ຕັ້ງໜ້າຈັດຕັ້ງໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ສົນທິສັນຍາສາກົນທີ່ພົວພັນເຖິງ ແມ່ຍິງ ແລະ ເດັກນ້ອຍ ໂດຍສະເພາະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ, ການຄ້າມະນຸດ, ການແຕ່ງດອງກ່ອນໄວອັນຄວນໄດ້ຈັດຕັ້ງປະຕິບັດດ້ວຍຫລາຍຮູບການເຊັ່ນ:  ຈັດກິດຈະກຳປູກຈິດສຳນຶກ,   ການປາຖະກະຖາ, ເປັນວິທະຍາກອນ ແລະ ເປັນອາຈານສອນຮັບເຊີນແກ່ກຸ່ມເປົ້າໝາຍຕ່າງໆເຊັ່ນ: ທີມງານສະຫະວິຊາຊີບ, ນັກສຶກສາ, ນັກຮຽນ, ປັນຍາຊົນ, ສະຫະພັນແມ່ຍິງບັນດາກະຊວງ, ອົງການອ້ອມ ຂ້າງສູນກາງ ແລະ ນະຄອນຫລວງອ້ອມຂ້າງສູນກາງ ແລະ ທ້ອງຖ່ິນ ຊຶ່ງເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍ ມີຄວາມຮັບຮູ້, ເຂົ້າໃຈຕ່ໍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການປົກປ້ອງຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ຜົນຮ້າຍ/ຜົນກະທົບຂອງການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຮູ້ວິທີການປ້ອງກັນຕົນເອງ/ຄອບຄົວບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍ.

   ນອກນັ້ນ ຍັງໄດ້ຍາດແຍ່ງທຶນ ແລະ ອຸປະກອນ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ສະຫະພັນແມ່ຍິງແຂວງ ກ່ຽວກັບການເຮັດກິດຈະກຳຟື້ນຟູທາງດ້ານຈິດໃຈ ແລະ ການປ້ອງກັນຄວາມຮຸນແຮງແກ່ແມ່ຍິງ ແລະ ເດັກທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ດ້ວຍການປັບປຸງສະຖານທີ່ທີ່ນຳໃຊ້ເຂົ້າການເຮັດກິດຈະກຳ, ສະໜອງນໍ້າສະອາດ, ເສື້ອກັນໜາວ, ອຸປະກອນ ແລະ ງົບປະມານນຳໃຊ້ເຂົ້າໃນກິດຈະກຳລວມມູນຄ່າທັງໝົດ 1 ຕື້ກວ່າກີບ.  ສຳລັບການສະໜອງນໍ້າສະອາດປະຊາຊົນໄດ້ຮັບຜົນປະໂຫຍດມີນໍ້າສະອາດໃຊ້ 93 ຄອບຄົວ. ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ຂະຫຍາຍຕາໜ່າງໃຫ້ຄໍາປຶກສາໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກໃນຄວາມຮັບຜິດຊອບຂັ້ນຕົນໄດ້ 27 ເມືອງ ແລະ 67 ບ້ານ. 

   ສຳລັບວຽກງານສົ່ງເສີມຄວາມກ້າວໜ້າ ແລະ ຄວາມສະເໝີພາບ ຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຜັນຂະຫຍາຍ 3 ແຜນດຳເນີນງານ ຄຊກມດ ຕິດພັນກັບແຜນພັດທະນາແມ່ຍິງແຫ່ງຊາດ ໃນການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ຖະແຫລງການຂອງພາກພື້ນ ແລະ ສາກົນ ເພື່ອຮັບປະກັນຄວາມສະເໝີພາບຍິງ- ຊາຍ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນທຸກດ້ານ; ປະຕິບັດວຽກງານການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ການສົ່ງເສີມ, ການພັດທະນາ, ປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກ, ເຜີຍແຜ່ນະໂຍບາຍການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ດ້ວຍການຍົກສູງບົດບາດເອ້ືອຍນ້ອງແມ່ຍິງໃຫ້ເທ່ົາທຽມກັບເພດຊາຍທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ; ຈັດຂະບວນການລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) 20 ພະຈິກ, ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງວັນທີ 25 ພະຈິກ ປະຈໍາປີ 2024 ໂດຍຜ່ານການຈັດກິດຈະ ກໍາເປີດໄຟສີຟ້າ, ສີສົ້ມ ທີ່ປະຕູໄຊ; ເຂົ້າຮ່ວມກອງປະຊຸມຂອງຄະນະ ກຳມະການ ຊີດໍ ເພື່ອການພິຈາລະ ນາຕໍ່ບົດລາຍງານແຫ່ງຊາດ ປະ ຈຳໄລຍະທີ 10 ໃນການຈັດຕັ້ງ ປະຕິບັດສົນທິສັນຍາຊີດໍ ຢູ່ ສປປ ລາວ ໃນວັນທີ 8 ຕຸລາ ປີ 2024; ສະຫລຸບຕີລາຄາການຈັດຕັ້ງປະຕິບັດຖະແຫລງການ ແລະ ແຜນປະຕິບັດປັກກິ່ງ 5 ປີ (2019-2024) ຢູ່ ສປປ ລາວ ໂອກາດຄົບຮອບ 30 ປີ. ການຮັບຮອງເອົາຖະແຫລງການ ແລະ ແຜນປະຕິບັດງານປັກກິ່ງ ພ້ອມທັງເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ປະຈໍາພາກພື້ນ ອາຊີ-ປາຊີຟິກ ເພື່ອທົບທວນການຈັດຕັ້ງປະຕິບັດຖະແຫລງການປັກກິ່ງ +30 ໃນເດືອນ ພະຈິກ 2024 ທີ່ບາງກອກປະເທດໄທ.

ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top