ຂປລ
ຂປລ. ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ ການເມືອງກອງທັບ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025 ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ

ຂປລ. ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ ການເມືອງກອງທັບ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025 ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຄະນະພັກບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານປະຕິວັດອາວຸໂສບໍານານ, ວິລະຊົນແຫ່ງຊາດ, ມີຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຕີລາຄາຄືນຢ່າງພາວະວິໄສ ຕໍ່ໝາກຜົນແຫ່ງການເຄື່ອນ ໄຫວນຳພາ-ຊີ້ນຳວຽກງານຮອບ ດ້ານຂອງຄະນະພັກ ໃນໄລຍະ 5 ປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບໃນຊຸມປີຜ່ານມາ ເຮັດໃຫ້ທົ່ວກົມໃຫຍ່ການເມືອງ ມີຄວາມສະຫງົບໜັກແໜ້ນ, ສາມາດເປັນເສນາທິການດ້ານ ວຽກງານພັກ-ວຽກງານການເມືອງໃຫ້ແກ່ກະຊວງປ້ອງກັນປະເທດ. ຄະນະພັກຍາມໃດກໍໄດ້ເປັນ ຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ແບບແຜນການນໍາພາ, ວິທີເຮັດວຽກຕາມຫລັກການ ລວມສູນປະຊາທິປະໄຕຂອງພັກ, ນໍາພາ-ຊີ້ນໍາໃນການຄົ້ນຄວ້ານິຕິກຳວຽກ ງານພັກ-ວຽກງານການເມືອງໃນກອງທັບ, ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກອງທັບ ໂດຍສະເພາະແມ່ນ ພາຍໃນກົມໃຫຍ່ການເມືອງກອງທັບ ດ້ວຍຮູບການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ຕິດພັນກັບການຈັດຕັ້ງດຳເນີນຊີວິດການ ເມືອງພາຍໃນພັກເປັນປົກກະຕິ, ຊີ້ນໍາການຫັນລົງກໍ່ສ້າງຮາກ ຖານການເມືອງຕິດພັນກັບການ ພັດທະນາຊົນນະບົດຮອບດ້ານ ໂດຍສຸມໃສ່ສ້າງບ້ານປ້ອມໝັ້ນປ້ອງກັນຊາດ, ກຸ່ມບ້ານປ້ອງກັນຊາດເຂັ້ມແຂງ, ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ຊີ້ນໍາວຽກງານຮັບປະກັນ ຊີວິດການເປັນຢູ່, ການຄຸ້ມຄອງລ້ຽງດູທັບ, ຊຸກຍູ້ຂະບວນການ 4 ປູກ 4 ລ້ຽງ, ຂະບວນການຜະລິດຕາມທ່າແຮງຂອງກົມກອງ, ຊີ້ນໍາການກໍ່ສ້າງພື້ນຖານໂຄງລ່າງ ຕາມເງື່ອນໄຂຄວາມອາດສາມາດ, ພ້ອມກັນນັ້ນກໍໄດ້ສຸມໃສ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນກັບ ການກໍ່ສ້າງກອງ 3 ປອດ, ກອງວັດທະນະທໍາ, ນັກຮົບວັດທະນະທຳ, ດຳເນີນການຕີລາຄາແບ່ງປະເພດ ຄຸນນະພາບໜ່ວຍພັກ, ສະມາຊິກພັກ ແລະ ຂະຫຍາຍພັກໃຫ້ຖືກ ຕ້ອງຕາມລະບຽບ ຫລັກການຂອງພັກ, ອັນພົ້ນເດັ່ນແມ່ນຂະບວນການດໍາເນີນຊີວິດ ການເມືອງປົວແປງພັກ-ພະນັກງານ ແລະ ຂະບວນການອົບຮົມ-ຫັດແອບ ຮັບໃຊ້ການສະເຫລີມສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ໄດ້ຈັດຕັ້ງຝຶກອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບຊຸດທີ VI, ຝຶກອົບຮົມວຽກງານ ການກວດສອບເລຂາ, ຮອງເລຂາຮາກຖານພັກ, ໄດ້ຊີ້ນໍາດໍາເນີນກອງປະຊຸມໃຫຍ່ ຂັ້ນຄະນະພັກສໍາເລັດ 39,21%, ຄະນະພັກຮາກຖານ 99,36% ແລະ ໜ່ວຍພັກ 99,72%, ບົ່ງຕົວແຕ່ງຕັ້ງທົດແທນ 73 ຄະນະພັກ, ຍຸບ 1 ຄະນະພັກ ແລະ ສ້າງຕັ້ງໃໝ່ 1 ຄະນະພັກ, ເຮັດໃຫ້ລະບົບການຈັດຕັ້ງພັກມີໜັກແໜ້ນດີຂຶ້ນກວ່າເກົ່າ; ດ້ານການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນເພີ່ມຂຶ້ນ 257 ໜ່ວຍພັກ, ມີສະມາຊິກພັກແຂງ 66.669 ສະຫາຍ, ກາງ 5.036 ສະຫາຍ, ຂະຫຍາຍ ມະຫາຊົນກ້າວໜ້າເຂົ້າພັກໄດ້ 16.723 ສະຫາຍ, ເພດຍິງ 2.944 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 10.226 ສະຫາຍ, ຍິງ 1.923 ສະຫາຍ; ອັດຕາສ່ວນນໍາພາ ຂອງສະມາຊິກພັກກວມເອົາ 67,8%. ທົ່ວກົມໃຫຍ່ການເມືອງກອງທັບມີ 8 ຄະນະພັກຮາກຖານ, ມີ 33 ໜ່ວຍພັກຂຶ້ນກັບ, 22 ໜ່ວຍ ພັກເອກະລາດ, ມີສະມາຊິກພັກ1.950 ສະຫາຍ, ຍິງ 657 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 579 ສະຫາຍ, ຂະຫຍາຍມະຫາຊົນເຂົ້າພັກໄດ້ 521 ສະຫາຍ; ດ້ານຄຸນນະພາບມີຄະນະພັກຮາກຖານແຂງ 8 ຄະນະ, ໜ່ວຍພັກແຂງ 32 ໜ່ວຍ, ກາງ 16 ໜ່ວຍ, ມີສະມາຊິກພັກແຂງ1.485 ສະຫາຍ ແລະ ກາງ 49 ສະຫາຍ. ນອກຈາກນີ້, ກໍຍັງໄດ້ປັບປຸງລະບົບການຈັດຕັ້ງ ນໍາພາ-ບັນຊາແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປະຕິບັດນະໂຍ ບາຍຕໍ່ພະນັກງານ-ນັກຮົບປະຈໍາ ການ, ພະນັກງານອາວຸໂສບໍານານຢ່າງເໝາະສົມ, ຊີ້ນໍາອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວວຽກງານ ຕາມພາລະບົດບາດຂອງຕົນຢ່າງແຂງແຮງ, ນໍາພາ-ຊີ້ນໍາຂົງເຂດວຽກງານ ຍຸຕິທຳເປັນໃຈກາງໂຄສະນາເຜີຍແຜ່ບັນດາກົດໝາຍ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ປະຕິບັດຫລັກການ ສືບສວນສອບສວນ, ການກວດກາ, ການສັ່ງຟ້ອງ, ການຕັດສິນຄະດີຢ່າງພາວະວິໄສ, ເປັນທໍາ, ສາມາດສະກັດກັ້ນປະກົດການຫຍໍ້ທໍ້ ຕ່າງໆນັບມື້ຫລຸດໜ້ອຍລົງ. ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາທິດທາງ ແຜນການ 5 ປີຕໍ່ໜ້າ, ພ້ອມທັງໄດ້ຮັບຟັງ ການປະກອບຄໍາຄິດເຫັນ ຈາກຕາງໜ້າອົງການ-ກົມກອງທີ່ຂຶ້ນກັບກົມໃຫຍ່ ການເມືອງກອງທັບເຮັດໃຫ້ ກອງປະຊຸມມີເນື້ອໃນສົມບູນຂຶ້ນຕື່ມ.

ຈາກນັ້ນ, ກໍໄດ້ດໍາເນີນການປ່ອນບັດ ຄັດເລືອກເອົາຄະນະພັກກົມໃຫຍ່ ການເມືອງກອງທັບຊຸດໃໝ່ ປະກອບມີ 15 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນຢ່າງສົມບູນເລືອກເອົາ ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ເປັນຮອງເລຂາຄະນະພັກ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນປະທານກວດກາພັກ. ນອກນັ້ນ, ຄະນະພັກອົງການກົມໃຫຍ່ຍັງປະກອບມີ: ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ, ສະຫາຍ ພັນເອກ ສອນໄຊ ຈັນຍາລາດ, ສະຫາຍ ພັນເອກ ແພງສີ ເສັງວິໄຊ, ສະຫາຍ ພັນເອກ ອຳພອນ ສຸກວິໄຊ, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ, ສະຫາຍ ພັນເອກ ບົວສີ ສີວົງສາ, ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ແລະ ສະຫາຍ ພັນເອກ ລັດສະໝີ ຂັນອາສາ. ພ້ອມກັນນັ້ນ, ກໍປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຄະນະພັກຂັ້ນເທິງບັນລຸຕາມຄາດໝາຍ.

ໂອກາດນີ້ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໂອ້ລົມໃຫ້ທິດຊີ້ນຳ ຫລາຍບັນຫາສຳຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະພັກຊຸດໃໝ່, ພ້ອມທັງໄດ້ເນັ້ນໃຫ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ, ມີນໍ້າໃຈຮັກຊາດ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ປະຊາຊົນ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນທິດສະດີ ການເມືອງ, ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ສືບຕໍ່ຫັນລົງກໍ່ສ້າງຮາກຖານ ການເມືອງຕິດພັນກັບ ການພັດທະນາຊົນນະບົດ ຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ມະຕິ 3 ສ້າງ ທີ່ກົມການເມືອງສູນກາງພັກວາງອອກ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງ ໃຫ້ເຂັ້ມແຂງຮອບດ້ານ, ໃນນີ້ຖືເອົາຄຸນນະພາບເປັນຕົ້ນຕໍ, ເປັນເຈົ້າການຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮູ້ຊອກຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີ ເພື່ອສູ້ຊົນປະຕິບັດຄາດໝາຍ, ແຜນການສ້າງເສດຖະກິດແກ້ໄຂ ຊີວິດການເປັນຢູ່ທີ່ກະຊວງປ້ອງ ກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ, ພ້ອມກັນນັ້ນກໍປະຕິບັດແນວທາງ ການຕ່າງປະເທດຂອງພັກເຮົາ ໃນໄລຍະໃໝ່ ໃຫ້ຖືກຕ້ອງ ແລະ ບັນຫາສໍາຄັນແມ່ນພ້ອມກັນຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເກີດໝາກ ຜົນຕົວຈິງ, ເຮັດໃຫ້ກົມໃຫຍ່ການເມືອງກອງທັບ ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.
ຂ່າວ-ພາບ: ໜັງສືພິມກອງທັບ
KPL