ສື່ມວນຊົນ ຢ້ຽມຢາມບັນດາກິດຈະກຳ ຂອງໂຄງການແຄຣ໌ ປະຈຳລາວ ຢູ່ຜົ້ງສາລີ

05/12/2024 14:16
Email Print 465
ຂປລ ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ນໍາໂດຍ ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ ແກມຊິວ (GAMCIL), ອົງການແຄຣ໌ ນາໆຊາດ ປະຈໍາ ສປປ ລາວ ພ້ອມຄະນະ ໄດ້ນໍາພາສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ທັດສະນະສຶກສາ ແລະ ຢ້ຽມຢາມ ກິດຈະກຳຕ່າງໆຂອງໂຄງການ ໃນລະຫວ່າງ ວັນທີ 3-6 ທັນວາ ທີ່ເມືອງຂວາ ແຂວງຜົ້ງສາລີ

ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ນໍາໂດຍ ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ ແກມຊິວ (GAMCIL), ອົງການແຄຣ໌ ນາໆຊາດ ປະຈໍາ ສປປ ລາວ ພ້ອມຄະນະ ໄດ້ນໍາພາສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ທັດສະນະສຶກສາ ແລະ ຢ້ຽມຢາມ ກິດຈະກຳຕ່າງໆຂອງໂຄງການ ໃນລະຫວ່າງວັນທີ 3-6 ທັນວາ ທີ່ເມືອງຂວາ ແຂວງຜົ້ງສາລີ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມ ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອພັດທະນາສີຂຽວໃນ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກສະຫະພາບເອີຣົບ.

ໂອກາດທັດສະນະສຶກສາ ຄັ້ງນີ້, ບັນດາສື່ມວນຊົນໄດ້ເຂົ້າພົບປະ ພະນັກງານອົງການແຄຣ໌ນາໆຊາດ ປະຈໍາເມືອງຂວາ ເພື່ອຮັບຟັງການລາຍງານຫຍໍ້ ກ່ຽວກັບການປະຕິບັດໂຄງການ, ຈາກນັ້ນໄປຢ້ຽມ ຢາມກິດຈະກໍາການສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງຊົນເຜົ່າ ເພື່ອປັບໂຕເຂົ້າກັບການປ່ຽນແປງ ຂອງສະພາບດິນຟ້າ ອາກາດແບບຍືນຍົງ (WECR), ກິດຈະກຳຄໍ້າສະບຽງອາຫານ (KFSP), ຢ້ຽມຢາມ, ສໍາພາດຄອບຄົວຕົວແບບກິດຈະກໍາ ປູກຜັກສວນຄົວເຮືອນຮົ່ມ, ຄອບຄົວຕົວແບບລ້ຽງເຜິ້ງ ທີ່ບ້ານກຸງເກືອຍ, ໂຄງການນໍ້າລິນທີ່ບ້ານໃໝ່ ແລະ ອື່ນໆ. ພ້ອມນີ້, ທີມສື່ມວນຊົນຍັງຈະໄດ້ເດີນທາງ ໄປທັດສະນະ ແລະ ຢ້ຽມຢາມວັດ ພະເຈົ້າສິງຄໍາ ທີ່ເມືອງຫລາ, ທ່ຽວຊົມສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າກັດຢໍລະປາ ເມືອງ ໄຊ ແຂວງ ອຸດົມໄຊ. ຫລັງຈາກນັ້ນ, ຈະໄດ້ສະຫລຸບ, ຖອດຖອນບົດຮຽນຮ່ວມກັນ.

ການທັດສະນະສຶກສາຄັ້ງນີ້, ສື່ມວນຊົນໄດ້ເກັບກຳຮູບພາບ, ວິດີໂອ ແລະ ສຳພາດພາກສ່ວນຕ່າງໆ ເພື່ອເກັບກໍ້າຂໍ້ມູນມາຂຽນຂ່າວ, ຂຽນບົດ ລົງເຜີຍແຜ່ໃນຜະລິດຕະພັນຕ່າງໆ ຂອງຕົນ ແລະ ຍັງຈະໄດ້ສົ່ງ ໃຫ້ທາງໂຄງການ ເປັນຜົນງານນໍາໄປຄັດເລືອກ ເຂົ້າຮ່ວມກິດຈະກໍາຂອງໂຄງການໃນຂັ້ນຕໍ່ໄປ.

ຂ່າວ-ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

    • ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024ວັດທະນະທຳ-ສັງຄົມ

      ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024

      1/16/2025 1:15:06 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024

    • ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກວັດທະນະທຳ-ສັງຄົມ

      ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກ

      1/16/2025 11:54:40 AM

      “ລາບ” ຖືວ່າເປັນອາຫານພື້ນເມືອງຂອງລາວ ທີ່ມີລົດຊາດ ແລະ ເອກະລັກສະເພາະ, ເຂົ້າໜຽວກັບລາບ ໄດ້ກາຍເປັນສ່ວນໜຶ່ງທ່ີສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຈົນເຖິງທຸກວັນນີ້.

    • ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວວັດທະນະທຳ-ສັງຄົມ

      ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ

      1/15/2025 8:35:50 PM

      ຂປລ. ພິທີເປີດກິດຈະກຳ ວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025’’ ຈັດຂຶ້ນໃນວັນທີ 15 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ກ້າວ ອັ່ນມິງ ບັນນາທິການໃຫຍ່ ອົງການພາສາຕ່າງປະເທດແຫ່ງຊາດ ສປ ຈີນ, ທ່ານ ນາງ ຟາງຫົງ ເອກອັກຄະລັດສະທູດ ສປ ຈີນ ປະຈໍາ ລາວ ແລະ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກວັດທະນະທຳ-ສັງຄົມ

      ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ

      1/14/2025 4:53:54 PM

      ຂປລ. ໃນປີ 2024 ຜ່ານມາ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນ ການເຮັດໜ້າທີ່ ຮັກສາຄວາມສະຫງົບປອດໄພ ໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມທັງປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%.

ads
ads

Top