ລັດຖະມົນຕີກະຊວງການຕ່າງປະເທດ ໄທ ໂທລະສັບ ຊົມເຊີຍ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ຄົນໃໝ່

29/11/2024 13:34
Email Print 798
ຂປລ ຂປລ. ໃນວັນທີ 28 ພະຈິກ 2024 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົນທະນາທາງໂທລະສັບ ຜ່ານລະບົບທາງໄກ ກັບ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.




ຂປລ. ໃນວັນທີ
28 ພະຈິກ 2024 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົນທະນາທາງໂທລະສັບ ຜ່ານລະບົບທາງໄກ ກັບ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.

ໂອກາດດັ່ງກ່າວ, ທ່ານ ມາຣິດ ສະງ່ຽມພົງ ໄດ້ສະແດງຄວາມຊົມເຊີຍ ຕໍ່ການໄດ້ຮັບການແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່ ຂອງ ທ່ານ ທອງສະຫວັນ ພົມວິຫານ. ການສົນທະນາທາງໂທບະສັບໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ຖານປະເທດບ້ານໃກ້ຄຽງທີ່ມີມາແຕ່ດົນນານ ທີ່ມີການພົວພັນ, ໄປມາຫາສູ່ ແລະ ມີການຄ້າ-ຂາຍນໍາກັນເປັນປົກກະຕິ ເຮັດໃຫ້ບັນຍາກາດການພົວພັນຮ່ວມມື ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ຖືເປັນສ່ວນສໍາຄັນທີ່ສອງປະເທດ ລາວ-ໄທ ຈະຕ້ອງຮ່ວມມືກັນບັນລຸໄດ້ ຕາມບັນດາເປົ້າໝາຍຕ່າງໆທີ່ໄດ້ເອກະພາບຮ່ວມກັນ ໂດຍສະເພາະ ການຮ່ວມມືທາງດ້ານເສດຖະກິດ ກໍຄື ການຄ້າ-ການລົງທຶນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນ ສອງຊາດພວກເຮົາ.

ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ໄທ ໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານ ຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ສະເພາະການຮ່ວມມືສອງຝ່າຍນັ້ນ, ຈະຕ້ອງນຳໃຊ້ກົນໄກການຮ່ວມມື ໃນທຸກລະດັບທີ່ສອງປະເທດເຮົາ ມີຮ່ວມກັນເຖິງ 11 ກົນໄກ ເພື່ອຊຸກຍຸ້ສົ່ງເສີມ ການຮ່ວມມືໃຫ້ແຕກດອກອອກຜົນຢ່າງຕໍ່ເນື່ອງ ໂດຍສະເພາະ ກົນໄກການຮ່ວມມືແມ່ນ້ຳຂອງ ເພື່ອໃຫ້ມີຄວາມຄືບໜ້າ ແລະ ຜົນປະໂຫຍດລວມຂອງການຮ່ວມມືໃນຂອບດັ່ງກ່າວໃຫ້ຫລາຍຂຶ້ນກວ່າເກົ່າ. ພິເສດ, ໃນປີ 2025 ທີ່ຈະມາເຖິງນີ້ ເປັນປີແຫ່ງການສະເຫລີມສະຫລອງ 75 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ. ສະນັ້ນ, ສອງກະຊວງການຕ່າງປະເທດພວກເຮົາ ຈະໄດ້ຮ່ວມກັນເປັນເຈົ້າການ ໃນການສະເຫລີມສະຫລອງ ຢ່າງມີບັນຍາກາດ ໂດຍສະເພາະ ຂະບວນການສ້າງກິດຈະກຳຕ່າງໆ ໃນການສົ່ງເສີມການຮ່ວມມື ຕາມກົນໄກຮ່ວມມືຕ່າງໆ.

ໃນຂະນະດຽວກັນ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຍິນດີ ແລະ ຂອບໃຈຕໍ່ຄໍາອວຍພອນອັນປະເສີດ ມາຍັງ ທ່ານລັດຖະມົນຕີ ພ້ອມດ້ວຍຄອບຄົວ ແລະ ຜ່ານທ່ານ ໄປຍັງ ພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ ຂອງທຸກໆທ່ານ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top