ສະຫລຸບ ປິດໂຄງການ ສົ່ງເສີມຫັດຖະກຳແມ່ຍິງຂອງຊົນເຜົ່າ ແຂວງຫລວງນໍ້າທາ

28/11/2024 21:34
Email Print 1010
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຫລວງນ້ຳທາ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດ ແລະ ປິດໂຄງການສົ່ງເສີມຫັດຖະກຳແມ່ຍິງ

   ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຫລວງນ້ຳທາ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດ ແລະ ປິດໂຄງການສົ່ງເສີມຫັດຖະກຳແມ່ຍິງ ຂອງຊົນເຜົ່າແຂວງຫລວງນໍ້າທາ ໃນວັນທີ 25 ພະຈິກ 2024 ໂດຍການເປັນປະທານ ຂອງທ່ານ ຄຳລາ ຂານສະຫງ່າ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ນາງ ແອ່ງ ພົມມະຈັນ ຫົວໜ້າສູນສົ່ງເສີມຫັດຖະກຳເຮືອນຫູກມີຖຸນາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ກອງປະຊຸມຄັ້ງນີ້, ໄດ້ຜ່ານການປະເມີນໂຄງການ ແລະ ແຜນການພັດທະນາວຽກງານຫັດຖະກຳ ແລະ ການຈັດຕັ້ງປະຕິບັດໂຄງການ, ຊຶ່ງປັດຈຸບັນ ຫົວໜ່ວຍທຸລະກິດ ແລະ ກຸ່ມຜະລິດທີ່ນໍາໃຊ້ກາໝາຍໂອດັອບ ມີທັງໝົດ 17 ກາໝາຍ, 59 ລາຍການ ກວມ 14 ບ້ານ ຂອງ 5 ເມືອງ, ກໍາລັງພິຈາລະນາ 2 ກຸ່ມຜະລິດ ແລະ ແຜນສະເໜີ ມີ 3 ກາໝາຍ ໃນປີ 2025, ການປັບປຸງຜະລິດຕະພາບ ເຄື່ອງຈັກ, ການຫຸ້ມຫໍ່, ຄຸນນະພາບ ສົ່ງເສີມການເຂົ້າເຖິງຕະຫລາດ, ອອນລາຍ, ສົ່ງເສີມການເຂົ້າຫາແຫລ່ງທຶນ, ພັດທະນາຜູ້ປະກອບການ ແລະ ການສ້າງຄວາມເຂັ້ມແຂງ.
|   ໂຄງການສົ່ງເສີມຫັດຖະກຳແມ່ຍິງຂອງຊົນເຜົ່າ ແຂວງຫລວງນໍ້າທາ ແມ່ນໂຄງການທຶນຊ່ວຍເຫລືອຂະໜາດນ້ອຍ ສະຖານທູດອົດສະຕຣາລີ ຊຶ່ງສູນສົ່ງເສີມ ໄດ້ຮັບທຶນຈາກໂຄງການ
30.000 ໂດລາອົດສະຕຣາລີ ລວມມີ 6 ກິດຈະກໍາ, ທັງນີ້ກໍເພື່ອເປັນການສົ່ງເສີມຫັດຖະກໍາ ແມ່ຍິງ ແຂວງຫລວງນໍ້າທາໃຫ້ເຂັ້ມແຂງ ໃນ 5 ບ້ານ, ມີ 45 ຄອບຄົວ ໃນ 3 ເມືອງຄືື: ຫລວງນໍ້າທາ, ລອງ ແລະ ເມືອງນາແລ, ຊຶ່ງໄດ້ຝຶກອົບຮົມການສ້າງຄວາມເຂັ້ມແຂງ ດ້ານການບໍລິຫານກຸ່ມ, ເຕັກນິກການຍອມສີຜ້າທຳມະຊາດ, ການອອກແບບ, ອຸປະກອນການຕໍ່າແຜນແພ ໃຫ້ກຸ່ມຫັດຖະກຳ, ການທັດສະນະສຶກສາ, ການສົ່ງເສີມການຕະຫລາດ ແລະ ຈັດງານວາງສະແດງສິນຄ້າ ເພື່ອເປັນການຍົກລະດັບສີມືແຮງງານ ໃຫ້ສະມາຊິກມີຄວາມສາມາດ ແລະ ຄວາມຊຳນານໃນການຜະລິດກະເປົາ ທີ່ເປັນເອກະລັກລາຍສະເພາະຂອງທ້ອງຖິ່ນ, ເພື່ອຍົກລະດັບສິນຄ້າຫັດຖະກຳທ້ອງຖິ່ນ ໃຫ້ມີຫລາກຫລາຍສິນຄ້າ ແລະ ມີຫລາຍຮູບແບບ ແຕ່ຮັກສາເອກະລັກ ວັດທະນະທຳຂອງແຕ່ລະເຜົ່າໄວ້ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ໃຫ້ມີອາຊີບຄົງທີ່ ແລະ ສ້າງລາຍຮັບໃຫ້ຄອບຄົວ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ. ພ້ອມນີ້, ຍັງໄດ້ຝຶກອົບຮົມການອອກແບບຊຸດປະຍຸກຊົນເຜົ່າ, ການຕັດຫຍິບເຄື່ອງນຸ່ງ, ຖົງ ແລະ ກະເປົາ ທີ່ເປັນເອກະລັກຂອງຊົນເຜົ່າ ໃຫ້ບັນດາຫົວໜ່ວຍກຸ່ມຜະລິດຫັດຖະກໍາ ໄດ້ຮຽນຮູ້ການອອກແບບ ສາມາດເຂົ້າໃຈ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍຜະລິດດັ່ງກ່າວ.
  ໃນກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍຂອງເຈົ້າແຂວງ ໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ດີເດັ່ນແຂ່ງຂັນ ແລະ ຍ້ອງຍໍ ໜ່ວຍທຸລະກິດ ຫລື ກຸ່ມຜະລິດ ທີ່ມີຜົນງານດີເດັ່ນ ໃນການຜະລິດ ແລະ ພັດທະນາສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຢູ່ພາຍໃນແຂວງຫລວງນໍ້າທາ
13 ພາກສ່ວນ ຕື່ມອີກ.  

ຂ່າວ: ສົມພອນ ຂຸນດາວົງ
KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top