ເພີ່ມທະວີການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ການທ່ອງທ່ຽວ

31/10/2024 15:02
Email Print 935
ຂປລ ຂປລ. ການທ່ອງທ່ຽວ ແມ່ນວຽກງານໜຶ່ງທີ່ພັກ, ລັດ ໃຫ້ຄວາມເອົາໃຈໃສ່ ແລະ ຖືເປັນວຽກງານໜຶ່ງທີ່ສຳຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບໃນການດໍາລົງຊີວິດ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເປັນຢ່າງດີ, ປະກອບສ່ວນສຳຄັນ ເຂົ້າໃນການເຕີບໂຕ ທາງດ້ານເສດຖະກິດຂອງປະເທດ ຢ່າງຕໍ່ເນື່ອງ.




ຂປລ. ການທ່ອງທ່ຽວ ແມ່ນວຽກງານໜຶ່ງທີ່ພັກ
, ລັດ ໃຫ້ຄວາມເອົາໃຈໃສ່ ແລະ ຖືເປັນວຽກງານໜຶ່ງທີ່ສຳຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບໃນການດໍາລົງຊີວິດ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເປັນຢ່າງດີ, ປະກອບສ່ວນສຳຄັນ ເຂົ້າໃນການເຕີບໂຕ ທາງດ້ານເສດຖະກິດຂອງປະເທດຢ່າງຕໍ່ເນື່ອງ. ຢາກເຮັດໄດ້ແນວນັ້ນ ການເພີ່ມທະວີການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການທ່ອງທ່ຽວ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ໂດຍການມີສ່ວນຮ່ວມ ຂອງປະຊາຊົນບັນດາເຜົ່າ ແລະ ການຕິດຕາມກວດກາ ຂອງອົງການ ໄອຍະການປະຊາຊົນ ເຂົ້າສູ່ຊີວິດຕົວຈິງຂອງສັງຄົມ ແມ່ນມີຄວາມຈຳເປັນເພື່ອໃຫ້ກົດໝາຍສັກສິດ.

ທ່ານ ສົມເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຍົກໃຫ້ເຫັນຄວາມຮັບຮູ້ກ່ຽວກັບກົດໝາຍ, ການປະຕິບັດ, ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການທ່ອງທ່ຽວ ເຊິ່ງກົດໝາຍດັ່ງກ່າວ, ກຳນົດຫລັກການ, ລະບຽບ​ການ ແລະ ມາດ​ຕະການ ກ່ຽວ​ກກັບການ​ຄຸ້ມ​ຄອງ, ​ຕິດຕາມກວດກາ ວຽກ​ງານ​ທ່ອງ​ທ່ຽວ ເພື່ອ​ເຮັດ​ໃຫ້​ວຽກງານ​ດັ່ງກ່າວ, ມີ​ຄຸນ​ນະ​ພາບ, ປະສິດທິພາບ, ຊັບພະຍາກອນທ່ອງທ່ຽວ, ແຫລ່ງ​ທ່ອງ​ທ່ຽວ ແລະ ສະຖານທີ່ທ່ອງທ່ຽວ ໄດ້​ຮັບ​ການ​ອະນຸລັກ, ບູລະ ນະ ແລະ ຮັກສາ ແນໃສ່ຮັບປະກັນການສົ່ງເສີມ ແລະ ພັດທະນາ​ການທ່ອງທ່ຽວ ທາງ​ດ້ານທໍາ​ມະ​ຊາດ, ວັດທະນະທໍາ ແລະ ປະຫວັດສາດ ໃຫ້​ຂະຫຍາຍຕົວຢ່າງຕໍ່ເນື່ອງ, ກາຍເປັນ​ອຸດສາຫະກຳ​ທ່ອງ​ທ່ຽວທີ່​ທັນ​ສະໄໝ, ເສີມ​ສ້າງຄວາມ​ເຂົ້າໃຈ ເຊິ່ງ​ກັນ ແລະ ກັນ, ສັນຕິພາບ, ມິດຕະພາບສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ກົດໝາຍວ່າດ້ວຍການທ່ອງທ່ຽວ ແມ່ນກົດໝາຍປົກຄອງ ທີ່ກຳນົດສາຍພົວພັນທາງດ້ານການ ທ່ອງທ່ຽວ ລະຫວ່າງ ລັດກັບປະຊາຊົນ ໂດຍະສະເພາະ ລະຫວ່າງ ກະຊວງ, ພະແນກ ແລະ ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ເປັນຜູ້ຄຸ້ມຄອງການທ່ອງທ່ຽວ, ຜູ້ບໍລິການການທ່ອງທ່ຽວ ແລະ ນັກທ່ອງທ່ຽວ. ສະນັ້ນ ກົດໝາຍວ່າດ້ວຍການທ່ອງທ່ຽວ ຈຶ່ງສ້າງຂຶ້ນເພື່ອຄຸ້ມຄອງການ ທ່ອງທ່ຽວ ໂດຍສະເພາະ ການເຄື່ອນໄຫວຂອງພາກສ່ວນ​ຕ່າງໆໃນສາຍພົວພັນທ່ອງທ່ຽວ ຄື: ຜູ້ຄຸ້ມຄອງວຽກງານທ່ອງທ່ຽວ ໃນການຈັດຕັ້ງປະຕິບັດ ແລະ ການປະຕິບັດກົດໝາຍ ວ່າດ້ວຍການທ່ອງທ່ຽວ, ຜູ້ບໍລິການການທ່ອງທ່ຽວ ແລະ ນັກທ່ອງທ່ຽວ ໃຫ້ເປັນຕາມກົດໝາຍທີ່ໄດ້ກຳນົດໄວ້.

ສັງລວມແລ້ວ, ການ​ປະຕິບັດກົດໝາຍວ່າດ້ວຍການທ່ອງທ່ຽວ ແມ່ນມີຄວາມຈໍາເປັນ ເພື່ອໃຫ້ກົດໝາຍ ມີຄວາມສັກສິດຈຶ່ງ​ເລັ່ງທວງ ອົງການຄຸ້ມຄອງ ວຽກງານທ່ອງທ່ຽວ, ຜູ້ບໍລິການການທ່ອງທ່ຽວ, ນັກທ່ອງທ່ຽວ ແລະ ທົ່ວສັງຄົມ ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ​ໃນການປະ​ຕິ​ບັດ​ກົດ​ໝາຍຖືກ​ຕ້ອງ ແລະ ເປັນເອກະພາບ, ຍົກສູງບົດບາດການປົກຄອງ ດ້ວຍກົດໝາຍ, ບໍລິການຮັບໃຊ້ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງພົນລະເມືອງ, ເພີ່ມທະວີນິຕິທໍາ, ປະກອບສ່ວນເຮັດໃຫ້ຫາງສຽງຕ່າງໆ ຕໍ່ການປະຕິບັດໜ້າທີ່ ວຽກງານຂອງການຈັດຕັ້ງ ຂອງລັດຫລຸດລົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງຊາດ ໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ປາຖະກະຖາວັນເກີດ ປະທານ ກິມ ເຈິງ ອິນ ຄົບຮອບ 83 ປີການເມືອງ

      ປາຖະກະຖາວັນເກີດ ປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ

      2/10/2025 4:14:34 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ກອງພົນທີ 1 ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາວັນ ວັນເກີດ ຂອງປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ (16 ກຸມພາ 1942-16 ກຸມພາ 2025) ຢູ່ສະໂມສອນກອງພົນທີ 1 ໂດຍມີ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ

    • ທຫລ ແລະ ກະຊວງການເງິນ ຫາລືແກ້ໄຂບັນຫາດ້ານການເງິນການເມືອງ

      ທຫລ ແລະ ກະຊວງການເງິນ ຫາລືແກ້ໄຂບັນຫາດ້ານການເງິນ

      2/10/2025 3:50:33 PM

      ຂປລ. ເມື່ອບໍ່ດົນມານີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມພົບປະສອງຝ່າຍລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ

    • 70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດການເມືອງ

      70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດ

      2/7/2025 8:02:55 PM

      ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວບັນ ດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນເຮັດສໍາເລັດພາລະກິດປະຕິວັດ, ລົບລ້າງລະບອບລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ນໍາພາປະເທດຊາດ ຍາດໄດ້ໄຊຊະນະເປັນກ້າວໆ ແລະ ສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

    • ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນການເມືອງ

      ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

      2/7/2025 7:59:26 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ຕ້ອນຮັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 6 ກຸມພາ 2025 ທີ່ຫ້ອງວ່າການແຂວງ ຈຳປາສັກ ໃນໂອກາດມາເຄື່ອນໄຫວຊຸກຍູ້ວຽກງານ ທີ່ແຂວງຈຳປາສັກ.

    • ປີ 2024 ວຽກພັດທະນາການທ່ອງທ່ຽວ  ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານການເມືອງ

      ປີ 2024 ວຽກພັດທະນາການທ່ອງທ່ຽວ ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານ

      2/7/2025 7:45:55 PM

      ຂປລ. ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ (ຖວທ) ໄດ້ເອົາໃຈໃສ ນຳພາ-ຊີ້ນຳ ວຽກງານດ້ານຕ່າງໆ ຢ່າງມີຜົນສຳເລັດ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງ ຖວທ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງຕໍ່ໜ້າທີ່, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຢ່າງເປັນຮູບປະທຳ ເຮັດໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະ ວຽກງານພັດທະນາການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ads
ads

Top