ອາຊຽນ-ອິນເດຍ ເສີມຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ

11/10/2024 11:07
Email Print 1553
ຂປລ ຂປລ. ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີ ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມໂດຍໄດ້ທົບທວນຄືນ ແລະ ກໍານົດທິດທາງ



ຂປລ. ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີ ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມໂດຍໄດ້ທົບທວນຄືນ ແລະ ກໍານົດທິດທາງ ໃນການຮ່ວມມືອາຊຽນ-ອິນເດຍ ໃນຕໍ່ໜ້າແນໃສ່ເສີມຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານອາຊຽນ-ອິນເດຍ ເຊິ່ງບັນດາ ຜູ້ນໍາໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ອາຊຽນ-ອິນເດຍ ຕະຫລອດໄລຍະຫລາຍກວ່າ ສາມທົດສະວັດຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນ ຂະບວນການ ສ້າງປະຊາຄົມ ອາຊຽນ.




ສອງຝ່າຍ ໄດ້ເຫັນດີກໍານົດເອົາ ປີ 2025 ເປັນປີສະເຫລີມສະຫລອງ ການທ່ອງທ່ຽວ ອາຊຽນ-ອິນເດຍ ແນໃສ່ສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນ ແລະ ການແລກປ່ຽນທາງ ດ້ານວັດທະນະທໍາ ລະຫວ່າງອາຊຽນ ແລະ ອິນເດຍ. ກອງປະຊຸມ ຍັງໄດ້ສືບຕໍ່ຊຸກຍູ້ ການເພີ່ມທະວີການຮ່ວມມື ໃນບັນດາຂົງເຂດທີ່ທັງສອງຝ່າຍ ມີທ່າແຮງ ເປັນຕົ້ນ ການຮ່ວມມື ດ້ານການຄ້າ
, ການລົງທຶນ, ການສຶກສາ ແລະ ການພັດທະນາບຸກຄະລາກອນ, ເສດຖະກິດດີຈິຕອນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ແລະ ອື່ນໆ.



ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາ 2 ເອກະສານ ຄື:
  1ຖະແຫລງການຮ່ວມ ວ່າດ້ວຍການຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານອາຊຽນ-ອິນເດຍ ເພື່ອສັນຕິພາບ
, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໂດຍການສະໜັບສະໜູນ ຂອງນະໂຍບາຍ ຫັນສູ່ຕາເວັນອອກ ຂອງອິນເດຍ; ຖະແຫລງການຮ່ວມວ່າດ້ວຍ ການພັດທະນາການຫັນປ່ຽນ ທາງດີຈິຕອນ ໂດຍ ອິນເດຍ ເປັນໜຶ່ງໃນຄູ່ເຈລະຈາທີ່ສໍາຄັນ ແລະ ຫ້າວຫັນຂອງ ອາຊຽນ.

ການພົວພັນຮ່ວມມື ລະຫວ່າງອາຊຽນ ແລະ ອິນເດຍ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1995, ໄດ້ຮັບການຍົກລະດັບຂຶ້ນ ເປັນຄູ່ຮ່ວມຍຸດທະສາດ ໃນປີ 2012 ແລະ ຍົກລະດັບຂຶ້ນເປັນຄູ່ ຮ່ວມຍຸດທະສາດຮອບດ້ານ ໃນປີ 2022.

ພາບ: ສຸກສະຫວັນ

KPL

ຂ່າວອື່ນໆ

    • ປະເທດ ຕັງຊານີອາຊຽນ ASEAN

      ປະເທດ ຕັງຊານີ

      5/15/2025 11:21:50 AM

      ປະເທດ ຕັງຊານີ(Tanzania) ຫລື ຊື່ທາງການ ສະຫະສາທາລະນະລັດ ຕັງຊານີ(United Republic of Tanzania) ມີນະຄອນຫລວງຊື່ ໂດໂດມາ(Dodoma), ຕັງຊານີ ເປັນປະເທດໜຶ່ງ ຕັ້ງຢູ່ແຄມຝັ່ງ ພາກຕາເວັນອອກ ຂອງອາຟຣິກກາ, ມີອານາເຂດ ທາງທິດເໜືອ ຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງໂກ, ທາງທິດໃຕ້ ຕິດກັບ ຊຳບີ, ມາລາວີ ແລະ ໂມຊຳບິກ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

ads
ads

Top