ຝຶກອົບຮົມການດໍາເນີນລາຍການຄວາມຮູ້ ດ້ານກົດໝາຍ ພາກພາສາມົ້ງ-ພາສາກຶມມຸ

01/10/2024 19:53
Email Print 699
ຂປລ ຂປລ. ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງ​ຍຸຕິ​ທໍາ ເປີດຝຶກອົບຮົມການດໍາເນີນ ລາຍການວິທະຍຸຄວາມຮູ້ທາງດ້ານກົດໝາຍ ພາກພາສາມົ້ງ ແລະ ພາສາກຶມຸ ​ໃນ​ວັນ​ທີ 30 ກັນຍາ 2024 ຜ່ານ​ມາ ​ໂດຍ​ມີນັກຝຶກອົບຮົມທີ່ມາຈາກກົມທະບຽນສານ, ກົມກົດໝາຍ, ກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ ແລະ ສະຖາບັນຍຸຕິທໍາແຫ່ງຊາດ ​ເຂົ້າ​ຮ່ວມ​ອົງ​ຮົມ.




ຂປລ. ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງ​ຍຸຕິ​ທໍາ ເປີດຝຶກອົບຮົມການດໍາເນີນ ລາຍການວິທະຍຸຄວາມຮູ້ທາງດ້ານກົດໝາຍ ພາກພາສາມົ້ງ ແລະ ພາສາກຶມຸ ​ໃນ​ວັນ​ທີ 30 ກັນຍາ 2024 ຜ່ານ​ມາ ​ໂດຍ​ມີນັກຝຶກອົບຮົມທີ່ມາຈາກກົມທະບຽນສານ
, ກົມກົດໝາຍ, ກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ ແລະ ສະຖາບັນຍຸຕິທໍາແຫ່ງຊາດ ​ເຂົ້າ​ຮ່ວມ​ອົງ​ຮົມ.

ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ລັກສະນະສະເພາະ ແລະ ຈຸດພິເສດຂອງ ການດໍາເນີນລາຍການວິທະຍຸ, ເຕັກນິກການຜະລິດລາຍການວິທະຍຸ, ຂັ້ນຕອນການດໍາເນີນລາຍການ, ວິທີການດໍາເນີນລາຍການວິທະຍຸ, ການນໍາໃຊ້ຄໍາສັບທາງການ ແລະ ຄໍາສັບທາງດ້ານກົດໝາຍ, ສິ່ງທີ່ຄວນເອົາໃຈໃສ່ ແລະ ຂໍ້ຫ້າມໃນການດໍາເນີນລາຍການວິທະຍຸ, ແນະນໍາໂປຣແກຣມທີ່ນໍາໃຊ້ ເຂົ້າໃນການຕັດຕໍ່ (Adobe Audition cc 2017), ວິທີການຕັດຕໍ່ ແລະ ປະກອບລາຍການ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ຝຶກຫັດຕົວຈິງ ຢູ່ຫ້ອງສະຕູດີໂອ ເປັນຕົ້ນ ການດໍາເນີນລາຍການວິທະຍຸ, ການສໍາພາດ ແລະ ການຂຽນຂ່າວ. ທັງ​ນີ້, ກໍ​ເພື່ອ​ແສ່ເຮັດໃຫ້ນັກຝຶກອົບຮົມໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະ ຕິບັດເຂົ້າໃນວຽກງານ ທີ່ຕົນເອງຮັບຜິດຊອບ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ສາມາດເປັນກະບອກສຽງອັນແຫລມຄົມຂອງ  ພັກ-ລັດ ໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ທີ່ລັດປະກາດໃຊ້ແຕ່ລະໄລຍະ ໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ນັບມື້ສູງຂຶ້ນ.




ໂອກາດ​ນີ້, ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ເນັ້ນໃຫ້ຄູຝຶກຊີ້ແຈງອະທິບາຍ ໃຫ້ເຫັນແຈ້ງເນື້ອໃນແຕ່ລະບົດຢ່າງມີຈຸດສຸມ
, ສາມາດກຳໄດ້ແຕ່ລະບາດບາດກ້າວ ຂອງການເປັນນັກຈັດລາຍການວິທະຍຸ ແລະ ນັກຝຶກອົບຮົມກໍໃຫ້ເອົາໃຈໃສ່ ເຂົ້າຮ່ວມຝຶກອົບຮົມແຕ່ຕົ້ນຕະຫລອດປາຍ, ຄົ້ນຄ້ວາ ແລະ ແລກປ່ຽນຄໍາຄິດ ຄໍາເຫັນຢ່າງກົງໄປກົງມາ, ພາຍຫລັງສໍາເລັດການຝຶກອົບຮົມ ຜູ້ເຂົ້າຮ່ວມຝຶກອົບຮົມ ສາມາດດໍາເນີນລາຍການວິທະຍຸ ພາກພາສາມົ້ງ ແລະ ພາສາກຶມມຸ (ແບບບໍ່ປະຈໍາການ) ໄດ້ໃນອະນາຄົດ.

ຂ່າວ-ພາບ ກະຊວງຍຸຕິທໍາ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top