ອາຊຽນ ສົນທະນາ ຊຸກຍູ້ການຮ່ວມມື ຮັບປະກັນຄວາມໝັ້ນຄົງດ້ານນໍ້າ

18/09/2024 16:56
Email Print 153
ຂປລ ຂປລ. ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ກອງເລຂາອາຊຽນ ຈັດເວທີສົນທະນາ ຂັ້ນລັດຖະມົນຕີ ຂອງບັນດາປະເທດສະມາຊິກອາຊຽນ ແລະ ສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ II ພາຍໃຕ້ຫົວຂໍ້ "ຄວາມໝັ້ນຄົງດ້ານນ້ຳ" ໃນວັນທີ 18 ກັນຍາ 2024 ນີ້, ຢູ່ນະຄອນຫລວງວຽງຈັນ




ຂປລ. ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ກອງເລຂາອາຊຽນ ຈັດເວທີສົນທະນາ ຂັ້ນລັດຖະມົນຕີ ຂອງບັນດາປະເທດສະມາຊິກອາຊຽນ ແລະ ສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ
II ພາຍໃຕ້ຫົວຂໍ້ "ຄວາມໝັ້ນຄົງດ້ານນ້ຳ" ໃນວັນທີ 18 ກັນຍາ 2024 ນີ້, ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ), ທັງເປັນປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ປະທານສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ປີ 2024, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງ ຈາກບັນດາປະເທດສະມາຊິກອາຊຽນ ແລະ ຄະນະກຳມາທິການແມ່ນ້ຳຂອງສາກົນ, ພ້ອມດ້ວຍນັກວິຊາການ, ກອງເລຂາຄະນະກຳມາທິການ ແມ່ນ້ຳຂອງສາກົນ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.



ເວທີສົນທະນາ ໃນຄັ້ງນີ້
, ເພື່ອແລກປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນ ແລະ ປະສົບການອັນດີ, ໂດຍສຸມໃສ່ການກໍານົດທ່າອ່ຽງ, ສິ່ງທ້າທາຍ, ກາລະໂອກາດ ເພື່ອຜົນປະໂຫຍດຮ່ວມກັນ ພ້ອມທັງເນັ້ນໜັກເຖິງຫລັກການລວມ ເພື່ອແກ້ໄຂບັນຫາການຮັບປະກັນດ້ານນໍ້າ ທີ່ມີຄວາມສໍາຄັນໃນທົ່ວອາຊີ ຕາ ເວັນອອກສຽງໃຕ້ ເຊິ່ງຫົວຂໍ້ດັ່ງກ່າວ, ແມ່ນສອດຄ່ອງກັບຄໍາຂວັນ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຄື: ເພີ່ມທະວີການເຊື່ອມຈອດ ແລະ ຄວມເຂັ້ມແຂງອາຊຽນ, ທັງແນໃສ່ແກ້ໄຂສິ່ງທ້າທາຍ ແລະ ການຮັບປະກັນດ້ານນໍ້າ ໃນອ່າງແມ່ນໍ້າຂອງ ແລະ ພາກພື້ນອາຊຽນ.



ການເຈລະຈາຄວາມປອດໄພ ດ້ານນໍ້າອາຊຽນ-ສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ ຄັ້ງທຳອິດ ໄດ້ດຳເນີນໃນເດືອນສິງຫາ
2021 ຈັດໂດຍກອງເລຂາ ຄມສ ຮ່ວມກັບ ກອງເລຂາອາຊຽນ ເຊິ່ງມີຄະນະຜູ້ແທນລະດັບ ເຈົ້າໜ້າທີ່ອາວຸໂສ, ຊ່ຽວຊານດ້ານວິຊາການ, ຄູ່ຮ່ວມງານຈາກພາກພື້ນແມ່ ນໍ້າຂອງ ແລະ ຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມແລກປ່ຽນຄຳຄິດເຫັນ, ກໍານົດກາລະໂອກາດການຮ່ວມມື, ເສີມສ້າງຄວາມສາມາດຂອງພາກພື້ນ ແລະ ທ້ອງຖິ່ນ ໃນການແກ້ໄຂບັນຫາການຂາດແຄນນໍ້າ, ມົນລະພິດ, ຄວາມສ່ຽງໄພພິບັດ ທີ່ກ່ຽວຂ້ອງກັບນ້ຳ; ການແກ້ໄຂຫົວຂໍ້ທີ່ສໍາຄັນ ທີ່ຕິດພັນກັບນະໂຍບາຍ, ເຕັກໂນໂລຊີ ແລະ ການຮ່ວມມື ໄດ້ຍົກຂຶ້ນມາປຶກສາຫາລື ເພື່ອຊ່ວຍປະເທດຕ່າງໆໃນພາກພື້ນ ໄດ້ມີການກະກຽມຮັບມື ກັບສິ່ງທ້າທາຍດ້ານຄວາມປອດໄພດ້ານນໍ້າ.

ການສົນທະນາແລກປ່ຽນບົດຮຽນ ແລະ ປະສົບການດັ່ງກ່າວ, ເປັນເວທີທີ່ສຳຄັນ ເພື່ອຊຸກຍູ້ການຮ່ວມມື ແລະ ການປະສານງານ ໃນການຮັບປະກັນຄວາມໝັ້ນຄົງດ້ານນໍ້າ ສໍາລັບ ການພັດທະນາແບບຍືນຍົງຂອງພາກພື້ນ.

KPL

ຂ່າວອື່ນໆ

    • ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມອາຊຽນ ASEAN

      ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

      9/19/2024 3:09:26 PM

      ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະ ຄອນ ອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດາ ນະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ທີ່ໄດ້ດຳເນີນມາແຕ່ວັນທີ 17-19 ກັນຍາ 2024 ໄດ້ປິດລົງດ້ວຍຜົນ ສຳເລັດຢ່າງຈົບງາມ ໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະແທນນະຄອນຫລວງອາຊຽນ ແລະ ນະຄອນອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດອາຊຽນ ASEAN

      ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດ

      9/19/2024 2:47:45 PM

      ຂປລ. ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດເດີນທາງ ມາຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ຣັດເຊຍ ຄັ້ງທີ 13 ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.

    • ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນອາຊຽນ ASEAN

      ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນ

      9/19/2024 2:32:40 PM

      ຂປລ. ກອງປະຊຸມເວທີ ເຈົ້ານະຄອງອາຊຽນ ຈັດຂຶ້ນໃນຕອນເຊົ້າວັນທີ 19 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນປະຕິບັດ ນະໂຍບາຍການເຊື້ອມໂຍງອາຊຽນ ໃນພາກທ້ອງຖິ່ນຂອງອາຊຽນ, ປຶກສາຫາລື, ແລກປ່ຽນບົດຮຽນ ລະຫວ່າງນະຄອນນຳກັນ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດ ໂດຍກົງໃຫ້ບັນດາ ນະຄອນອາຊຽນ

    • ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນອາຊຽນ ASEAN

      ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນ

      9/19/2024 2:25:59 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ (EU) ຄັ້ງທີ 20 ຈັດຂຶ້ນໃນວັນທີ 19 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Maria Martin-Prat) ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍ​ແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ  CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030ອາຊຽນ ASEAN

      ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030

      9/19/2024 1:56:37 PM

      ຂປລ. ກອງປະຊຸມລັດຖະມົນຕີເສດຖະກິດປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 16 ຈັດຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີທ່ານ ຈາມ ນິມຸນ (Cham Nimul) ລັດຖະມົນຕີ ກະຊວງການຄ້າ ປະເທດ ກໍາປູເຈຍ, ທ່ານ ກັນ ຊໍ (Kan Zaw) ລັດຖະມົນຕີກະຊວງລົງທຶນ ແລະ ຮ່ວມມືເສດຖະກິດສາກົນ ປະເທດ ມຽນມາ, ທ່ານ ຫງວຽນ ຊິນ ເຍິດ ເຕິນ (Nguyen Sinh Nhat Tan), ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

ads
ads

Top