ລົງນາມອະນຸສັນຍາ ຂໍ້ຕົກລົງການ ລົງທຶນຮອບດ້ານອາຊຽນ ສະບັບທີ 5

17/09/2024 19:55
Email Print 228
ຂປລ ຂປລ. ວັນທີ 16 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີລົງນາມອະນຸສັນຍາ ຂໍ້ຕົກລົງການລົງທຶນ ຮອບດ້ານອາຊຽນ(ACIA) ສະບັບທີ 5 ເຊິ່ງມີບາງປະເທດສະມາຊິກອາຊຽນເທົ່ານັ້ນ ທີ່ຮ່ວມລົງນາມໃນອະນຸສັນຍາຄັ້ງນີ້.



ຂປລ. ວັນທີ
16 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ,  ໄດ້ມີພິທີລົງນາມອະນຸສັນຍາ ຂໍ້ຕົກລົງການລົງທຶນ ຮອບດ້ານອາຊຽນ(ACIA) ສະບັບທີ 5 ເຊິ່ງມີບາງປະເທດສະມາຊິກອາຊຽນເທົ່ານັ້ນ ທີ່ຮ່ວມລົງນາມໃນອະນຸສັນຍາຄັ້ງນີ້.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ​ໄດ້​ໃຫ້​ຮູ້​ວ່າ: ອະນຸສັນຍາ ການປັບປຸງສັນຍາການລົງທຶນຮອບດ້ານອາຊຽນ (ACIA) ສະບັບທີ 5 ນີ້ແມ່ນຂໍ້ຕົກລົງສໍາຄັນລະຫວ່າງ ບັນດາປະເທດສະມາຊິກອາຊຽນ ໄດ້ສະທ້ອນເຖິງຄວາມໝາຍໝັ້ນ ຢ່າງຕໍ່ເນື່ອງຂອງພວກເຮົາ ຕໍ່ກັບນັກລົງທຶນ ແລະ ພາກເອກະຊົນເປັນຈໍານວນຫລວງຫລາຍ ເນື່ອງຈາກວ່າອະນຸສັນຍາສະບັບນີ້ ໃຫ້ຄວາມແນ່ນອນ ແລະ ມີຄວາມໂປ່ງໃສຫລາຍຂຶ້ນ ກ່ຽວກັບລະບອບການລົງ ທຶນໃນອາຊຽນ, ພ້ອມທັງຮັບປະກັນວ່າສັນຍາ ການລົງທຶນພາຍໃນອາຊຽນ ຍັງກ່ຽວຂ້ອງກັບບັນດາສັນ ຍາພາຍນອກຂອງອາຊຽນ. ອະນຸສັນຍາດັ່ງກ່າວ, ມີຈຸດປະສົງເພື່ອຫັນປ່ຽນລາຍການສະຫງວນການລົງ ທຶນ ໂດຍສະເພາະແມ່ນ ໄດ້ກຳນົດການຈັດຕັ້ງປະຕິບັດ ການປ່ຽນແທນລາຍການສໍາຮອງ ພາຍໃຕ້ຂໍ້ຕົກ ລົງການລົງທຶນຮອບດ້ານອາຊຽນ ທີ່ມີເອກກະສານຊ້ອນທ້າຍ 1 ສະບັບ ໄປສູ່ຂໍ້ຕົກລົງການລົງທຶນ ຮອບດ້ານອາຊຽນ ທີ່ມີເອກະສານຊ້ອນທ້າຍ 2 ສະບັບທີ່ທັນສະໄຫມຂຶ້ນ. ລວມເຖິງການສະຫງວນສິດຕໍ່ພັນທະຜູກມັດ ໃນການຫ້າມຂໍ້ກຳນົດການປະຕິບັດ ທີ່ໄດ້ມີການຕົກລົງກັນກ່ອນໜ້ານີ້ ໃນອະນຸສັນຍາ ສະບັບທີ 4 ທີ່ ເພື່ອປັບປຸງສັນຍາການລົງທຶນຮອບດ້ານອາຊຽນ. ນອກນັ້ນ ອະນຸສັນຍາສະບັບນີ້ ຍັງໄດ້ກຳນົດໃຫ້ຂະຫຍາຍຂອບເຂດ ເພີ່ມເຕີ່ມນອກຈາກຂອບເຂດ ການຜະລິດທີ່ມີຢູ່ເຊັ່ນ: ການກະເສດ, ການປະມົງ, ປ່າໄມ້, ການຂຸດ ຄົ້ນບໍ່ແຮ່ ແລະ ການບໍລິການທີ່ກ່ຽວຂ້ອງ ເຊິ່ງກົນໄກນີ້ຈະຖືກນໍາໃຊ້ ໃນບາງປະເທດສະມາຊິກອາຊຽນເທົ່ານັ້ນ.




ພິທີລົງນາມອະນຸສັນຍາ ການລົງທຶນ ຮອບດ້ານອາຊຽນ(
ACIA) ສະບັບທີ 5 ໃນຄັ້ງນີ້, ເປັນການປູທາງໄປສູ່ການວາງຮາກຖານ ທີ່ເຂັ້ມແຂງຍິ່ງຂຶ້ນ ສໍາລັບນະໂຍບາຍ ແລະ ແນວທາງການລົງທຶນລະຫວ່າງ ປະເທດສະມາຊິກອາຊຽນ, ເຊື່ອໝັ້ນວ່າອາຊຽນ ຈະການເປັນຈຸດໝາຍປາຍທາງທີ່ໜ້າດຶງດູດ ແລະ ມີຄວາມໝັ້ນຄົງຍິ່ງຂຶ້ນ ສໍາລັບການລົງທຶນຈາກທົ່ວໂລກ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ
KPL

ຂ່າວອື່ນໆ

    • ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມອາຊຽນ ASEAN

      ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

      9/19/2024 3:09:26 PM

      ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະ ຄອນ ອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດາ ນະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ທີ່ໄດ້ດຳເນີນມາແຕ່ວັນທີ 17-19 ກັນຍາ 2024 ໄດ້ປິດລົງດ້ວຍຜົນ ສຳເລັດຢ່າງຈົບງາມ ໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະແທນນະຄອນຫລວງອາຊຽນ ແລະ ນະຄອນອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດອາຊຽນ ASEAN

      ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດ

      9/19/2024 2:47:45 PM

      ຂປລ. ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດເດີນທາງ ມາຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ຣັດເຊຍ ຄັ້ງທີ 13 ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.

    • ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນອາຊຽນ ASEAN

      ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນ

      9/19/2024 2:32:40 PM

      ຂປລ. ກອງປະຊຸມເວທີ ເຈົ້ານະຄອງອາຊຽນ ຈັດຂຶ້ນໃນຕອນເຊົ້າວັນທີ 19 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນປະຕິບັດ ນະໂຍບາຍການເຊື້ອມໂຍງອາຊຽນ ໃນພາກທ້ອງຖິ່ນຂອງອາຊຽນ, ປຶກສາຫາລື, ແລກປ່ຽນບົດຮຽນ ລະຫວ່າງນະຄອນນຳກັນ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດ ໂດຍກົງໃຫ້ບັນດາ ນະຄອນອາຊຽນ

    • ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນອາຊຽນ ASEAN

      ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນ

      9/19/2024 2:25:59 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ (EU) ຄັ້ງທີ 20 ຈັດຂຶ້ນໃນວັນທີ 19 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Maria Martin-Prat) ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍ​ແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ  CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030ອາຊຽນ ASEAN

      ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030

      9/19/2024 1:56:37 PM

      ຂປລ. ກອງປະຊຸມລັດຖະມົນຕີເສດຖະກິດປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 16 ຈັດຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີທ່ານ ຈາມ ນິມຸນ (Cham Nimul) ລັດຖະມົນຕີ ກະຊວງການຄ້າ ປະເທດ ກໍາປູເຈຍ, ທ່ານ ກັນ ຊໍ (Kan Zaw) ລັດຖະມົນຕີກະຊວງລົງທຶນ ແລະ ຮ່ວມມືເສດຖະກິດສາກົນ ປະເທດ ມຽນມາ, ທ່ານ ຫງວຽນ ຊິນ ເຍິດ ເຕິນ (Nguyen Sinh Nhat Tan), ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

ads
ads

Top