ຫາລືວຽກພັດທະນາແບບຍືນຍົງ ແລະ ການຫັນເປັນດີຈິຕອນ

17/09/2024 19:34
Email Print 217
ຂປລ ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ (22nd AEM-ASEAN BAC) ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ​ໂດຍ​ເນັ້ນ​ໃສ່ວຽກງານ ການພັດທະນາແບບຍືນຍົງ ແລະ ການຫັນເປັນດີຈິຕອນ ເປັນຕົ້ນ ການນໍາໃຊ້ລະບົບ QR Code ໃນອາຊຽນ, ການຄໍ້າປະກັນສະບຽງອາຫານ, ຄວາມເຂັ້ມແຂງດ້ານສາທາລະນະສຸກ, ການອໍານວຍຄວາມສະດວກ ດ້ານການຄ້າ ແລະ ການລົງທຶນ ແລະ ການເຂົ້າເຖິງແຫລ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs).



ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ (
22nd AEM-ASEAN BAC) ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ​ໂດຍ​ເນັ້ນ​ໃສ່ວຽກງານ ການພັດທະນາແບບຍືນຍົງ ແລະ ການຫັນເປັນດີຈິຕອນ ເປັນຕົ້ນ ການນໍາໃຊ້ລະບົບ QR Code ໃນອາຊຽນ, ການຄໍ້າປະກັນສະບຽງອາຫານ, ຄວາມເຂັ້ມແຂງດ້ານສາທາລະນະສຸກ, ການອໍານວຍຄວາມສະດວກ ດ້ານການຄ້າ ແລະ ການລົງທຶນ ແລະ ການເຂົ້າເຖິງແຫລ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs).

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ​ໄດ້​ໃຫ້​ຮູ້​ວ່າ: ກອງປະຊຸມໃນປີຜ່ານມາ ແລະ ປີນີ້ ພວກເຮົາໄດ້ປຶກສາຫາລືຫລາຍບັນຫາ ທີ່ຕິດພັນກັບການຮ່ວມມື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ ໃນນັ້ນ, ໄດ້ເນັ້ນໃສ່ວຽກງານ ການພັດທະນາແບບຍືນຍົງ ແລະ ການຫັນເປັນດີຈິຕອນ. ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ, ກອງປະຊຸມຄັ້ງນີ້ ຈະໄດ້ເນັ້ນໃສ່ ແລກປ່ຽນທັດສະນະກ່ຽວກັບ ບັນດາແຜນວຽກບຸລິມະສິດ ຂອງສະພາທີ່ປຶກສາທຸລະກິດ ອາຊຽນ ສະບັບປັບປຸງ ຄັ້ງວັນທີ 14 ກັນຍາ 2024 ພາຍໃຕ້ການເປັນປະທານຂອງ ສປປ ລາວ ເປັນຕົ້ນ ການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ໃນການຫັນເປັນດີຈິຕອນ, ການເຂົ້າເຖິງພະລັງງານສະອາດ, ການຄົ້ນຄວ້າ ແລະ ການພັດທະນາວັກຊິນ, ການຮັບປະກັນ ດ້ານສະບຽງອາຫານ, ການຫລຸດຜ່ອນສິ່ງກີດຂວາງດ້ານການຄ້າ ແລະ ການຫັນປ່ຽນ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຕໍ່ທາງບົກ.



ກອງປະຊຸມຄັ້ງນີ້, ເປັນຄັ້ງທີສອງ ພາຍຫລັງກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽ ນແບບວົງແຄບ ຄັ້ງທີ
30 ທີ່ຫລວງພະບາງ ໃນເດືອນມີນາ 2024 ​ເຊິ່ງກອງປະຊຸມຄັ້ງຜ່ານມາ, ສະພາທີ່ປຶກ ສາທຸລະກິດອາຊຽນ ກໍໄດ້ໃຫ້ຄໍາຄິດເຫັນ ແລະ ຄໍາແນະນໍາທີ່ເປັນປະໂຫຍດແກ່ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ໃນການສືບຕໍ່ສົ່ງເສີມ ການເຊື່ອມໂຍງທາງດ້ານເສດຖະກິດ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມ ເສດຖະກິດອາຊຽນ ປິ 2025 ໃຫ້ບັນລຸຜົນສໍາເລັດ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມອາຊຽນ ASEAN

      ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

      9/19/2024 3:09:26 PM

      ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະ ຄອນ ອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດາ ນະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ທີ່ໄດ້ດຳເນີນມາແຕ່ວັນທີ 17-19 ກັນຍາ 2024 ໄດ້ປິດລົງດ້ວຍຜົນ ສຳເລັດຢ່າງຈົບງາມ ໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະແທນນະຄອນຫລວງອາຊຽນ ແລະ ນະຄອນອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດອາຊຽນ ASEAN

      ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດ

      9/19/2024 2:47:45 PM

      ຂປລ. ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດເດີນທາງ ມາຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ຣັດເຊຍ ຄັ້ງທີ 13 ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.

    • ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນອາຊຽນ ASEAN

      ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນ

      9/19/2024 2:32:40 PM

      ຂປລ. ກອງປະຊຸມເວທີ ເຈົ້ານະຄອງອາຊຽນ ຈັດຂຶ້ນໃນຕອນເຊົ້າວັນທີ 19 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນປະຕິບັດ ນະໂຍບາຍການເຊື້ອມໂຍງອາຊຽນ ໃນພາກທ້ອງຖິ່ນຂອງອາຊຽນ, ປຶກສາຫາລື, ແລກປ່ຽນບົດຮຽນ ລະຫວ່າງນະຄອນນຳກັນ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດ ໂດຍກົງໃຫ້ບັນດາ ນະຄອນອາຊຽນ

    • ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນອາຊຽນ ASEAN

      ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນ

      9/19/2024 2:25:59 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ (EU) ຄັ້ງທີ 20 ຈັດຂຶ້ນໃນວັນທີ 19 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Maria Martin-Prat) ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍ​ແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ  CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030ອາຊຽນ ASEAN

      ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030

      9/19/2024 1:56:37 PM

      ຂປລ. ກອງປະຊຸມລັດຖະມົນຕີເສດຖະກິດປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 16 ຈັດຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີທ່ານ ຈາມ ນິມຸນ (Cham Nimul) ລັດຖະມົນຕີ ກະຊວງການຄ້າ ປະເທດ ກໍາປູເຈຍ, ທ່ານ ກັນ ຊໍ (Kan Zaw) ລັດຖະມົນຕີກະຊວງລົງທຶນ ແລະ ຮ່ວມມືເສດຖະກິດສາກົນ ປະເທດ ມຽນມາ, ທ່ານ ຫງວຽນ ຊິນ ເຍິດ ເຕິນ (Nguyen Sinh Nhat Tan), ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

ads
ads

Top