ອາຊຽນ ສົ່ງອອກສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນ ເພິ່ມຂຶ້ນຢ່າງກ້າວກະໂດດ

10/08/2024 09:25
Email Print 1710
ຂປລ ເສັ້ນທາງລົດໄຟລາວ-ຈີນ ພາຍໃຕ້ການຮ່ວມມື “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ບໍ່ພຽງສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງເຊື່ອມໂຍງ ເຊື່ອມຈອດລະຫວ່າງລາວ-ຈີນ ແລະ ພາກພື້ນ-ສາກົນເທົ່ານັ້ນຫາກຍັງສ້າງໂອກາດເງິນ ແລະ ໂອກາດຄໍາໃຫ້ແກ່ຜູ້ຜະລິດກະສິກໍາ, ສ້າງວຽກເຮັດງານທໍາ ແລະ ຫລຸດຜ່ອນຄວາມທຸກຍາກພາຍໃນພາກພື້ນ ແລະ ສາກົນຢ່າງໜັກແໜ້ນອີກດ້ວຍ.

     *ເສັ້ນທາງລົດໄຟລາວ-ຈີນ ພາຍໃຕ້ການຮ່ວມມື “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ບໍ່ພຽງສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງເຊື່ອມໂຍງ ເຊື່ອມຈອດລະຫວ່າງລາວ-ຈີນ ແລະ ພາກພື້ນ-ສາກົນເທົ່ານັ້ນຫາກຍັງສ້າງໂອກາດເງິນ ແລະ ໂອກາດຄໍາໃຫ້ແກ່ຜູ້ຜະລິດກະສິກໍາ, ສ້າງວຽກເຮັດງານທໍາ ແລະ ຫລຸດຜ່ອນຄວາມທຸກຍາກພາຍໃນພາກພື້ນ ແລະ ສາກົນຢ່າງໜັກແໜ້ນອີກດ້ວຍ.

      ລະຫວ່າງວັນທີ 24 ກໍລະກົດ 2024 ຜ່ານມານີ້, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປປລ) ຮ່ວມກັບວິທະຍຸໂທລະພາບສູນກາງແຫ່ງ ສປ ຈີນ (CMG) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເວທີສົນທະນາແລກປ່ຽນໃນຫົວຂ້ໍ ການລົງເລິກປະຕິຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງໂລກ ແລະ ຈະສົ່ງຜົນສະທ້ອນທາງບວກຕໍ່ການຮ່ວມມືລະຫວ່າງອາຊຽນ-ຈີນ ແລະ ເພື່ອນມິດສາກົນແນວໃດ? ເຊິ່ງເວທີສົນທະນາຄັ້ງນີ້ໂດຍມີ ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ; ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກ 8 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

      ໃນໂອກາດການສົນທະນານັ້ນ, ທ່ານ ວິລະວົງ ສຸດທະນິລະໄຊ ຫົວໜ້າພະແນກອໍານວຍຄວາມສະດວກທາງດ້ານການຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ໃຫ້ທັດສະນະວ່າ: ສປ ຈີນ ຍັງຢືນຢູ່ແຖວໜ້າດ້ານການຄ້າ ແລະ ການລົງທຶນໃນ ສປປ ລາວ ແລະ ຍັງເປັນຄູ່ຄ້າສໍາຄັນທີ່ສຸດລະຫວ່າງອາຊຽນ-ຈີນ ດັ່ງທີ່ຮູ້ນໍາກັນພາຍໃຕ້ຄູ່ຮ່ວມຊາຕາກໍາດຽວກັນ ລາວ- ຈີນ ແລະ ການຜັນຂະຫຍາຍຕາມທິດ 4 ດີລະຫວ່າງ ລາວ- ຈີນ ໄດ້ຍົກລະດັບເຮັດໃຫ້ສາຍພົວພັນການຮ່ວມມື ລາວ-ຈີນ ເກີດດອກອອກຜົນພົ້ນເດັ່ນທີ່ສຸດ “ຂ້າພະເຈົ້າຂໍຍົກຕົວຢ່າງບາງດ້ານໃຫ້ເຫັນດັ່ງນີ້ ສປ ຈີນ ໄດ້ເປີດໄຟຂຽວໃຫ້ສິດທິພິເສດດ້ານການຄ້າຕໍ່ ສປປ ລາວ ຄື: ຈີນຮັບຊື້ງົວຈາກ ສປປ ລາວ 5 ແສນໂຕຕໍ່ປີ, ຮັບຊື້ສິນຄ້າກະສິກໍາ 18 ລາຍການຈາກຜູ້ຜະລິດ ອັນນີ້ຖືວ່າເປັນຕົວຢ່າງໜຶ່ງທີ່ພົ້ນເດັ່ນ ແຕ່ຍັງບໍ່ນັບກ່ຽວກັບເລື່ອງການຊ່ວຍເຫລືອລ້າ, ການພັດທະນາສຶກສາ, ການສ້າງຄວາມເຂ້ັມແຂງໃຫ້ລັດຖະກອນ ແລະ ສ້າງວຽກເຮັດງານທໍາ”, ໄລຍະຜ່ານມາເຖິງແມ່ນວ່າ ສປ ຈີນ ໄດ້ໃຫ້ສິດທິພິເສດດ້ານການຄ້າ ແລະ ການຜະລິດກະສິກໍາຢ່າງຫລວງຫລາຍແຕ່ວ່າການຈັດຕັ້ງປະຕິບັດຂອງພວກເຮົາເຫັນວ່າຍັງມີລັກສະນະດຳນີນໄປຂ້ອນຊ້າຕົວຢ່າງເພີ່ນຮັບຊື້ງົວຈາກລາວ 5 ແສນໂຕຕໍ່ປີ ແຕ່ເນື້ອແທ້ສາມາດສົ່ງອອກໄດ້ພຽງ 2.000 ກວ່າ ໂຕຕໍ່ປີ ເຊິ່ງບັນຫາດັ່ງກ່າວພວກເຮົາຍັງຂາດຄວາມເປັນມືອາຊີບ, ຂາດເຕັກນິກການລ້ຽງແບບຟາມ ແລະ ອື່ນໆ.

       ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມໃນເວທີສົນທະນາດັ່ງກ່າວຍັງປະກອບຄໍາເຫັນໂດຍລວມວ່າ: ການລົງເລິກປະຕິຮູບຂອງຈີນ ໃນຍຸກໃໝ່ບໍ່ພຽງຈະສົ່ງຜົນສະທ້ອນທາງບວກໃຫ້ ສປ ຈີນ ເທ່ົານັ້ນຫາກຍັງສົ່ງຜົນດີຫລາຍຂຶ້ນກວ່າເກົ່າຕໍ່ພາກພື້ນ ແລະ ສາກົນເນື່ອງ ສປ ຈີນ ເປັນມະຫາອໍານາດດ້ານເສດຖະກິດໂລກ ແລະ ທັງເປັນຜູ້ບຸກເບີກເສັ້ນທາງສາຍໄໝ ເຊິ່ງເສັ້ນເລືອດໃຫຍ່ເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງເຂົ້າ ກັນອັນຈະສົ່ງຜົນເຮັດໃຫ້ການຂົນສົ່ງສິນຄ້າ, ການລົງທຶນ, ແລກປ່ຽນວັດທະນະທໍາ, ການໄປມາຫາສູ່ກັນ ແລະ ອື່ນໆ ຍິ່ງເອື້ອອໍານວຍຄວາມສະດວກສະບາຍ, ປະຢັດເງິນ, ປະຢັດເວລາ ແລະ ມີຄວາມປອດໄພຫລາຍຂຶ້ນກວ່າເກົ່າ.

     ອີງຕາມແຫລ່ງຂ່າວອາຊຽນນີວ ໄດ້ລາຍງານວ່າ: ປັດຈຸບັນ, ອາຊຽນ ໄດ້ກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນໄຕມາດທີ 1 ຂອງປີ 2024, ອາຊຽນໄດ້ຕົກລົງການຄ້າກັນກັບຈີນ ມີມູນຄ່າ 2.080 ຕື້ຢວນ ເຊິ່ງເທົ່າກັບ 300 ຕື້ໂດລາ ໃນນັ້ນເພີ່ມຂຶ້ນ 8,5% ເມື່ອທຽບໃສ່ປີຕໍ່ປີ ແລະ ກວມເອົາ 15,85% ຂອງຍອດມູນຄ່າການຄ້າຕ່າງປະເທດຂອງຈີນໃນປີ 2024.ສ່ວນໃຫຍ່ທີ່ອາຊຽນນໍາເຂົ້າຈາກຈີນ ແມ່ນຜະລິດຕະພັນກົນຈັກ, ເຄື່ອງໄຟຟ້າ ແລະ ລົດໄຟຟ້າຈາກຈີນ ເຊິ່ງກວມເອົາເກືອບ 60%.

    ນອກຈາກນັ້ນບາງສະມາຊິກອາຊຽນ ຍັງເປັນຜູ້ສ່ົງສິນຄ້າກະສິກໍາລາຍ ໃຫຍ່ເຂົ້າເຖິງຕະຫລາດຈີນ ຢ່າງຫລວງຕົວຢ່າງໄທເປັນຜູ້ນໍາສົ່ງສິນຄ້າປະເພດຜົນຜະລິດກະສິກໍາໝາກຖົ່ວລຽນສະເລັ່ຍ 8-9 ແສນໂຕນຕໍ່ປີຜ່ານເສັ້ນທາງລົດໄຟລາວ-ຈີນ.ສ່ວນແຫລ່ງຂ່າວຈາກສໍານັກຂ່າວ ແຫ່ງຊາດຫວຽດນາມ ຫລື ວີເອັນເອ ກໍໄດດ້ລາຍງານວ່າ: ການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ຈີນ ບັນລຸລະດັບ 100 ຕື້ໂດລາໃນ 6 ເດືອນຕົ້ນປີນີ້. ການສົ່ງອອກຂອງຫວຽດນາມໄປຈີນ ບັນລຸ 27,8 ຕື້ໂດລາ ໃນເຄິ່ງປີທຳອິດ, ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຫວຽດນາມ ໄດ້ນຳເຂົ້າສິນຄ້າຈາກຈີນ ໃນມູນຄ່າ 67 ຕື້ໂດລາ.  ສະເພາະ ສປປ ລາວ ເຮົາເອງນັບແຕ່ເປີດໃຫ້ບໍລິການເສັ້ນທາງລົດໄຟນັບແຕ່ທ້າຍປີ 2021 ຜ່ານນັ້ນໄດ້ບັນລຸໝາກຜົນເກີນຄາດສາມາດຂົນສົ່ງຜູ້ໂດຍສານໄດ້ບຸກທະລຸ 30 ລ້ານກວ່າຄົນ ແລະ ຂົນສົ່ງສິນຄ້າ 34 ລ້ານໂຕນ, ສະເລ່ຍທຸກໆມື້ມີຈຳນວນຂົນສົ່ງຜູ້ໂດຍສານ 13 ພັນຄົນ ແລະ ສິນຄ້າຕ່າງໆໄດ້ບັນລຸ 15 ພັນໂຕນ.

    ຕະຫລອດໄລຍະ 1 ປີ ພາຍຫລັງ ທີ່ໄດ້ເປີດການບໍລິການຖ້ຽວລົດໄຟ ນະຄອນຫລວງວຽງຈັນ-ນະຄອນຄຸນໝິງ ເຫັນວ່ານັກທ່ອງທ່ຽວຈາກ ສປ ຈີນ ໄດ້ເພີ່ມຂຶ້ນເປັນຈຳນວນຫລວງຫລາຍຖ້າທຽບໃສ່ກ່ອນການເປີດການເຊື່ອມ ໂຍງຂະບວນລົດໄຟດັ່ງກ່າວຈາກໃນປີ 2022 ມີ 45 ພັນກວ່າຄົນ ປີ 2023 ມາ ເປັນ 641.314 ຄົນ ແລະ ໃນ 3 ເດືອນ ຕົ້ນປີ 2024 ມີນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວປະມານ 242.193 ເທື່ອຄົນ ເຊິ່ງເຫັນການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ດັ່ງກ່າວເປັນເຫດການໜ່ຶງທ່ີມີຄວາມໝາຍ-ຄວາມສໍາຄັນ ປະກອບສ່ວນເຂົ້າໃນການພົວພັນຮ່ວມມື ລະຫ່ວາງສອງລັດຖະບານລາວ ແລະ ຈີນ ເຊ່ິງສະແດງໃຫ້ເຫັນວ່າ ສປປ ລາວ ແລະ ສປ ຈີນ ຍາມໃດກໍໃຫ້ການຊຸກຍູ້ຊ່ວຍເຫລືອຊຶ່ງກັນ ແລະ ກັນເພື່ອພັດທະນາປະເທດຊາດໃຫ້ມີຄວາມຮັ່ງມີເຂັ້ມແຂງ. ດັ່ງທີ່ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ກ່າວໄວ້ວ່າ: ການຮັບໃຊ້ປະຊາຊົນ ແມ່ນຈຸດປະສົງຮ່ວມຂອງສອງພັກລາວ-ຈີນ, ການພົວພັນລະຫວ່າງລາວ-ຈີນ ກໍໄດ້ເນັ້ນໃສ່ການໃຫ້ຄວາມສຳຄັນກັບປະຊາຊົນ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນນັບມື້ນັບດີຂຶ້ນເລື້ອຍໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top