ສຳມະນາລະດັບຊາດ ກ່ຽວກັບວຽກປົກປ້ອງສັງຄົມ ຄັ້ງທຳອິດ

01/08/2024 19:57
Email Print 694
ຂປລ ຂປລ. ສຳມະນາລະດັບຊາດ ກ່ຽວກັບວຽກງານການປົກປ້ອງສັງຄົມ ຄັ້ງທຳອິດ ພາຍໃຕ້ຫົວຂໍ້: ການປົກປ້ອງແຮງງານນອກລະບົບ ແລະ ໃນຊົນນະບົດ ພາຍໃຕ້ຍຸດທະສາດ ການປົກປ້ອງສັງຄົມແຫ່ງຊາດ ຈັດ​ຂຶ້ນໃນວັນທີ 31 ກໍລະກົດ 2024 ທີ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ປະສານງານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ



ຂປລ. ສຳມະນາລະດັບຊາດ ກ່ຽວກັບວຽກງານການປົກປ້ອງສັງຄົມ ຄັ້ງທຳອິດ ພາຍໃຕ້ຫົວຂໍ້: ການປົກປ້ອງແຮງງານນອກລະບົບ ແລະ ໃນຊົນນະບົດ ພາຍໃຕ້ຍຸດທະສາດ ການປົກປ້ອງສັງຄົມແຫ່ງຊາດ ຈັດ​ຂຶ້ນໃນວັນທີ
31 ກໍລະກົດ 2024 ທີ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ປະສານງານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ຜູ້ອໍານວຍການ ອົງການແຮງງານສາກົນ ປະຈໍາພາກພື້ນ ປະຈໍາຢູ່ບາງກອກ, ປະເທດໄທ; ບັນດາເອກອັກຄະລັດຖະທູດປະຈໍາລາວ, ຄະນະກໍາມະການ ການປົກປ້ອງສັງຄົມ ຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫລວງ, ຄູ່ຮ່ວມງານສາກົນ, ອົງການຈັດຕັ້ງທາງສັງຄົມ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ໃນພິທີ, ທ່ານ
ກິແກ້ວ ໄຂຄໍາພິທູນ ​ໄດ້​ມີ​ຄຳ​ເຫັນ​ວ່າ: ໃນຂະນະທີ່ປະເທດເຮົາກຳລັງຜະເຊີນກັບ ການຟື້ນຕົວທາງດ້ານເສດຖະກິດ ພາຍຫລງການແພ່ລະບາດ ຂອງພະຍາດໂຄວິດ-19, ການສ້າງຄວາມເຂັ້ມແຂງ ດ້ານການປົກປ້ອງສັງຄົມ ແມ່ນຖືເປັນປັດໄຈສຳຄັນ. ເວທີສຳມະນາຄັ້ງນີ້, ມີຄວາມສຳຄັນຫລາຍ ເພື່ອການຂັບເຄື່ອນຍຸດທະສາດ ໃນການສ້າງຄວາມໝັ້ນຄົງໃຫ້ກັບເສດຖະກິດ ດ້ານກະສິກຳຂອງພວກເຮົາ ແລະ ປົກປ້ອງກຸ່ມທີ່ມີຄວາມສ່ຽງຈາກຄວາມບໍ່ສະເໝີພາບ ຂອງການຈ້າງງານນອກລະບົບ. ການຮັບປະກັນບໍ່ໃຫ້ພົນລະເມືອງລາວ ຖືກປະຖິ້ມໄວ້ຂ້າງຫລັງ ໂດຍສະເພາະໃນຍາມທີ່ເກີດວິກິດການ ແລະ ຄວາມລຳບາກ ແມ່ນຖືເປັນວຽກບຸລິມະສິດຂອງພວກເຮົາ.



ພາຍໃຕ້ຫົວຂໍ້
ປົກປ້ອງແຮງງານນອກລະບົບ ແລະ ຊາວຊົນນະບົດ ພາຍໃຕ້ຍຸດທະສາດປົກປ້ອງສັງຄົມແຫ່ງຊາດ”, ກອງປະຊຸມໄດ້ມີການປຶກສາຫາລື ລະຫວ່າງນັກວາງນະໂຍບາຍ, ຜູ້ປະຕິບັດ, ແລະ ຄູ່ຮ່ວມພັດທະນາ. ນອກນັ້ນ, ຍັງມີເວທີສົນທະນາ, ລະຄອນເວທີ ແລະ ສາລະຄະດີສັ້ນ ທີ່ສະ ແດງໃຫ້ເຫັນເຖິງຄວາມເຂົ້າໃຈຂອງພົນລະເມືອງ ກ່ຽວກັບຜົນປະໂຫຍດທີ່ພວກເຂົາໄດ້ຮັບ ຈາກການປົກປ້ອງສັງຄົມ ແລະ ຄວາມຄາດຫວັງ ຂອງພວກເຂົາຈາກພາກລັດ.

ພ້ອມ​ນີ້, ຜູ້ປະສານງານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ກໍ​ໄດ້ກ່າວວ່າ: ການລົງທຶນໃນການປົກປ້ອງສັງຄົມ ສາມາດຊ່ວຍເລັ່ງຄວາມຄືບໜ້າ ໄປສູ່ວາລະການພັດທະນາແບບຍືນຍົງ; ການປົກປ້ອງທາງສັງຄົມ ແມ່ນປະກອບສ່ວນເຂົ້າໃນ ຫລາຍເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ (SDG) ເຊັ່ນ: ການປົກປ້ອງທາງສັງຄົມ, ການປົກຄຸມສຸຂະພາບທົ່ວປວງຊົນ, ວຽກທີ່ເໝາະສົມ ແລະ ນະໂຍບາຍເພື່ອຄວາມສະເໝີພາບທີ່ດີຂຶ້ນ). ການລິເລີ່ມ​ແຜນ​ງານ ທີ່ໄດ້ເປີດຕົວໂດຍເລຂາທິການໃຫຍ່ ສະຫະປະຊາຊາດ ໃນປີ 2021 ເປັນສັນຍານການຕອບສະຫນອງ ເພື່ອເພີ່ມທະວີຄວາມຄືບໜ້າໄປສູ່ SDGs ໂດຍການສ້າງວຽກເຮັດງານທໍາທີ່ເໝາະສົມ ແລະ ຂະຫຍາຍການປົກປ້ອງທາງສັງຄົມ. ໜຶ່ງໃນຈຸດປະສົງຂອງການ​ສຳ​ມະ​ນາ​ຄັ້ງນີ້, ​ແມ່ນເພີ່ມທະວີຄວາມສຳຄັນ ຂອງການປົກປ້ອງສັງຄົມ ໃນການສ້າງນະໂຍບາຍ ແລະ ຂະບວນການຕັດສິນໃຈ ດ້ານງົບປະມານ. ການຫັນປ່ຽນຈາກທຶນຈາກພາຍນອກ ໄປສູ່ການການລະດົມທຶນພາຍໃນ ເປັນສິ່ງຈໍາເປັນສໍາລັບການຈັດຕັ້ງປະຕິບັດ ຍຸດທະສາດຢ່າງມີປະສິດທິຜົນ.




ຜູ້ອໍານວຍການ ອົງການແຮງງານສາກົນ (
ILO) ປະຈໍາພາກພື້ນປະຈໍາຢູ່ບາງກອກ, ປະເທດໄທ, ຫົວໜ້າຫ້ອງການ​ແຮງ​ງານ​ສາກົນ ປະຈຳ ລາວ ​ໄດ້ໃຫ້ຮູ້ວ່າ: ການຈັດ​ສຳ​ມະ​ນາ​ລະດັບ​ຊາດຄັ້ງນີ້, ສະແດງໃຫ້ເຫັນເຖິງການຮ່ວມມືຢ່າງແຂງແຮງ ລະຫວ່າງ ILO, ຄູ່ຮ່ວມມືພັດທະນາສາກົນ ແລະ ລັດຖະ ບານຂອງລາວ, ຖືເປັນການພິສູດເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາ ໃນການເພີ່ມທະວີການປົກປ້ອງສັງຄົມ ເຊິ່ງສາມາດປັບປຸງຊີວິດການເປັນຢູ່ ຂອງແຮງງານລາວ ແລະ ຄອບຄົວຂອງພວກເຂົາ, ໃນເດືອນເມສາ ປີ 2020, ລັດຖະບານລາວ ໄດ້ຮັບຮອງເອົາຍຸດທະສາດ ປົກປັກສັງຄົມແຫ່ງຊາດ, ສະ ແດງໃຫ້ເຫັນຄຳໝັ້ນສັນຍາຂອງລັດ ໃນການຫລຸດຜ່ອນຄວາມທຸກຍາກ ແລະ ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ຢ່າງສະເໝີພາບ ພາຍໃຕ້ 3 ເສົາຄໍ້າຫລັກຄື: ປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ, ເພື່ອຮັບປະກັນວ່າຮອດປີ 2030 ພົນລະເມືອງລາວທັງໝົດສາມາດ ເຂົ້າເຖິງການບໍລິການທີ່ຈຳເປັນພາຍໃຕ້ແນວທາງ ບໍ່ປະຖິ້ມໃຜໄວ້ຢູ່ເບື້ອງຫລັງ”.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

ads
ads

Top