ເສດຖະກິດ ແຂວງອັດຕະປື ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 5,23%

31/07/2024 16:01
Email Print 1169
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2024 ການຂະຫຍາຍຕົວຂອງເສດຖະກິດ (ຈີດີພີ) ຂອງແຂວງອັດຕະປື ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 5,23%, ທຽບໃສ່ມະຕິຂອງສະພາແຂວງຮັບຮອງໝົດປີ

  ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2024 ການຂະຫຍາຍຕົວຂອງເສດຖະກິດ (ຈີດີພີ) ຂອງແຂວງອັດຕະປື ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 5,23%, ທຽບໃສ່ມະຕິຂອງສະພາແຂວງຮັບຮອງໝົດປີ ຫລຸດພຽງແຕ່ 1,63% ໃນນີ້, ຜົນຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງເພື່ອສົ່ງອອກ ເຊັ່ນ: ມັນຕົ້ນ 29.000 ເຮັກຕາ, ຜົນຜະລິດ 7 ແສນໂຕນ, ອ້ອຍ 9 ພັນກວ່າເຮັກຕາ, ຜົນຜະລິດ 3 ແສນກວ່າໂຕນ. ນອກນີ້, ຍັງມີປະເພດໄມ້ໃຫ້ໝາກ, ກາເຟ, ພືດຜັກ ແລະ ອື່ນໆ ໂດຍສະເພາະ ການລົງທຶນ ເພື່ອປູກຖົ່ວລຽນ ຢູ່ເຂດເມືອງສະໜາມໄຊ ແລະ ໄຊເສດຖາ ກວມເອົາເນື້ອທີ່ຫລາຍພັນກວ່າເຮັກຕາ ນັບທັງຂອງບໍລິສັດເອກະຊົນ ຕ່າງປະເທດ ແລະ ບຸກຄົນ.
  ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງໆອັດຕະປື ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ
7 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ II ໃນວັນທີ 30 ກໍລະກົດ 2024 ນີ້ວ່າ: ເຖິງວ່າປະເທດພວກເຮົາ ຍັງສືບຕໍ່ປະເຊີນກັບສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດມະຫາພາກ ເປັນຕົ້ນ ບັນຫາອັດຕາແລກປ່ຽນເງິນ, ລາຄາສິນຄ້າຂຶ້ນສູງກໍຕາມ, ແຕ່ດ້ວຍຄວາມພະຍາຍາມສຸມທຸກກໍາລັງແຮງຊຸກຍູ້ສົ່ງເສີມການຜະລິດ, ການອໍານວຍຄວາມສະດວກ ແກ່ການລົງທຶນໃໝ່ ໃນກິດຈະການປຸງແຕ່ງຜະລິດຕະພັນພາຍໃນ ແຂວງອັດຕະປື ບວກໃສ່ການຕື່ນຕົວຮ່ວມມືຂອງພໍ່ແມ່ປະຊາຊົນ ເຂົ້າໃນການຜະລິດເປັນສິນຄ້າ ໃນຫລາຍພື້ນທີ່ທົ່ວແຂວງຕາມທ່າແຮງ ແລະ ເງື່ອນໄຂ, ເຊິ່ງໃນໄລຍະ 6 ເດືອນຜ່ານມາ, ທາງອົງການປົກຄອງ ແຂວງອັດຕະປື ໄດ້ສຸມໃສ່ແກ້ໄຂສະພາບການບຸກລຸກທີ່ດິນ ແລະ ປ່າໄມ້ ໃນ 3 ປະເພດປ່າ, ມາຮອດປັດຈຸບັນ ເຮັດໃຫ້ສະພາບປ່າໄມ້ ໃນເຂດດັ່ງກ່າວ ເລີ່ມກ້າວເຂົ້າສູ່ສະພາບປົກກະຕິ ຕາມການຄາດຄະເນຂອງວິຊາການ ຖ້າບໍ່ຖືກທໍາລາຍອີກສະພາບປ່າໄມ້ຈະຟື້ນຟູຄືນໃນອີກ 3-4 ປີຂ້າງໜ້ານີ້, ສ່ວນອຸດສາຫະກຳປຸງແຕ່ງອັນໃໝ່ ແມ່ນໄດ້ເລີ່ມຜະລິດແປ້ງມັນຕົ້ນ ເປັນໂຮງງານທໍາອິດ ແລະ ຄາດວ່າໃນທ້າຍປີນີ້ ຈະສາມາດຜະລິດເປັນທາງການຕື່ມອີກ 2 ໂຮງງານ, ຄຽງຄູ່ກັນນີ້ ຍັງໄດ້ລະດົມ, ຊຸກຍູ້ການສໍາຫລວດຈັດສັນທີ່ດິນ, ປ່າໄມ້ຄືນໃໝ່ ເປັນຕົ້ນ ການສໍາຫລວດປ່າໝາກຈອງ ແລະ ການສໍາຫລວດຟື້ນຟູປ່າໄມ້ຄືນ ເພື່ອຂາຍກາກບອນ, ສຸມໃສ່ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ໂດຍສົມທົບກັບສູນກາງ ເພື່ອເຮັດໃຫ້ວຽກດັ່ງກ່າວ ກ້າວໄປສູ່ຄວາມເປັນລະບຽບ ທັງຮັບປະກັນບັນຫາສິ່ງແວດລ້ອມ ໂດຍສະເພາະ ອັນເລັ່ງດ່ວນໃນປັດຈຸບັນ ແມ່ນການເລັ່ງເກັບກູ້ແຮ່ຄໍາ ຢູ່ເຂດພູກ່ອງຢອງ ແລະ ປ້ອງກັນບໍ່ໃຫ້ສານເຄມີ ໄຫລລົງສູ່ອ່າງນໍ້າເຊກະໝານ 1, ການພັດທະນາພື້ນຖານໂຄງລ່າງ ແລະ ຄົມມະນາຄົມຂົນສົ່ງ ເປັນຕົ້ນ ສຸມໃສ່ປູຢາງເສັ້ນທາງ 18A ໄລຍະ 2 ມາຮອດປັດຈຸບັນ ແມ່ນສໍາເລັດປູຢາງຊັ້ນ 1 ໂດຍພື້ນຖານ ເຮັດໃຫ້ການກໍ່ສ້າງໄລຍະ 1 ແລະ ໄລຍະ 2 ເຊື່ອມຈອດໃສ່ກັນ, ສຸມໃສ່ກໍ່ສ້າງໂຄງການນໍ້າປະປາເທສະບານແຂວງ ແລະ ເມືອງສະໜາມໄຊ ເພື່ອຮອງຮັບ ແກ່ການພັດທະນາໃນຕໍ່ໜ້າ, ເປີດບໍລິການທົດລອງແລ່ນລົດໂດຍສານ ແບບລົດເມ ໃນສາຍທາງຕ່າງໆຂອງແຂວງ ແນໃສ່ຊຸກຍູ້ການຂົນສົ່ງໂດຍສານ ແລະ ຮອງຮັບການທ່ອງທ່ຽວ.

ຂ່າວ: ວັດທະນາ
KPL

ຂ່າວອື່ນໆ

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

    • ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມວັດທະນະທຳ-ສັງຄົມ

      ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

      9/23/2026 11:55:28 AM

      ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

    • ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດ

      9/23/2026 11:51:41 AM

      ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026

    • 4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳວັດທະນະທຳ-ສັງຄົມ

      4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ

      9/23/2026 11:44:18 AM

      ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາການນຳຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    • ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້ວັດທະນະທຳ-ສັງຄົມ

      ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້

      9/23/2026 9:55:10 AM

      ສະມາຄົມຫັດຖະກຳລາວ ຮ່ວມກັບກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ກຽມຈະຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 8 ພະຈິກ 2026 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ)

ads
ads

Top