ຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່

19/07/2024 10:33
Email Print 882
ຂປລ ວັນທີ 18 ກໍລະກົດ 2024, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຜີຍ​ແຜ່​ຖະ​ແຫລງ​ການ​ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໂດຍ​ໄດ້​ວາງ​ແຜນ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ຕື່ມ​ອີກ ​ແລະ​ ຊຸກ​ຍູ້​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ ພ້ອມ​ທັງ​ວາງ​ມາດ​ຕະ​ການ​ລະ​ອຽດ.

ແຈາກ​ການທີ່​ສະຫາຍສີ​ຈິ້ນ​ຜິງ​ສະ​ເໜີ​​ຍຸດ​ທະ​ສາດ “ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ”​ ເມື່ອ​ປີ2013ຈົນ​ຮອດ​ການ​ວາງ​ແຜນ​ຍຸດ​ທະ​ສາດ “ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ຕື່ມ​ອີກ”​ ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ຖືກ​ເອີ້ນ​ເປັນ “ວິ​ທີ​ການ​ທີ່​ເປັນ​ຂໍ​ກຸນ​ແຈ​ສຳ​ຄັນ​​ຕັດ​ສິນພາ​ລະ​ກິດຄວາມທັນສະໄໝແບບຈີນ​ຈະ​ສຳ​ເລັດ​ຜົນ​ໄດ້ຫລືໍ​ບໍ່” ຈະ​ມີ​ການ​ວາງ​ແຜນ​ຢ່າງ​ເປັນ​ລະ​ບົບ​ຄື​ແນວ​ໃດ? ຄວນ​ຊຸກ​ຍູ້​ໃຫ້​ກ້າວ​ສູ່​ທັງ​ລວງ​ເລິກ ​ແລະ ​ລວງ​ກວ້າງ​ຄື​ແນວ​ໃດ? ພວກ​ເຮົາ​​ນຳ​ສະ​ເໜີ​ສູ່​ທ່ານ​ຮັບ​ຮູ້.

ໃນຕອນທີ6ໃນຫົວຂໍ້:ເບິ່ງ​​“ວິທີການທີ່ເປັນຂໍກຸນແຈສຳຄັນ”​ຂອງສູນກາງພັກອມມູນິດຈີນຈະຊຸກຍູ້ຄວາມທັນສະໄໝແບບຈີນຄືແນວໃດ?

ເມື່ອຫວນຄືນປະຫວັດສາດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນໃນໄລຍະ 40 ກວ່າປີ ຜ່ານມາແລ້ວເຫັນວ່າ:ເມື່ອຮອດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກສະໄໝໃດໜຶ່ງ, ສູນກາງພັກລ້ວນແຕ່ຈະຄົ້ນຄວ້າບັນຫາສຳຄັນກ່ຽວກັບການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ; ເມື່ອຮອດໄລຍະສຳຄັນຂອງການພັດທະນາປະເທດຊາດ, ຄົນທັງຫລາຍຕ່າງກໍຈະຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳນະໂຍບາຍ​​ໃໝ່ກ່ຽວກັບການປະຕິຮູແລະ ເປີດປະຕູສູ່ພາຍນອກ. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກອມມູນິດຈີນສະໄໝທີ XX ທີ່ຫາກໍ່ສຳເລັດລົງໄດ້ກາຍເປັນຂີດໝາຍຍຸກສະໄໝອີກອັນໜຶ່ງ ຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ.

(ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ3ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີXXໄດ້ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ15-18ກໍ​ລະ​ກົດ​ນີ້​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ. ສະຫານສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນພ້ອມ​ດ້ວຍ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທ່ານ​ອື່ນໆ​ໄດ້​ຍ່າງ​ເຂົ້າ​ສູ່​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ).

ອງຊຸມຄົບຄະນະຄັ້ງນີ້ໄດ້ສັງເກດຕີລາຄາວ່າ:ປັດຈຸບັນ, ຈີນໄດ້ເຂົ້າສູ່ໄລຍະສຳຄັນແຫ່ງການຊຸກຍູ້ພາລະກິດທີ່ຍິ່ງໃຫຍ່​​ເພື່ອສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຢ່າງ​ຮອບ​ດ້ານ ດ້ວຍຄວາມທັນສະໄໝແບບຈີນ. ສະຫາຍ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເນັ້ນໜັກວ່າ: ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ​​ເປັນວິທີການທີ່ເປັນຂໍກຸນແຈສຳຄັນຕັດສິນພາລະກິດຄວາມທັນສະໄໝແບບຈີນຈະສຳເລັດຜົນໄດ້ ຫລື ບໍ່”.

ເມື່ອສັງເກດເບິ່ງໂດຍລວມຕໍ່ຂໍ້ຕົກລົງຂອງສູນກາງພັກອມມູນິດຈີນ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ (ຕໍ່ໄປຈະເອີ້ນຫຍໍ້ວ່າຂໍ້ຕົກລົງ) ທີ່ກອງປະຊຸມຄົບຄະນະຄັ້ງນີ້ໄດ້ພິຈາລະນາ ແລະ ຮັບຮອງນັ້ນຈະສາມາດເຫັນໄດ້ວ່າ:“ວິທີການທີ່ເປັນຂໍກຸນແຈສຳຄັນດັ່ງກ່າວນີ້ມີການວາງແຜນຍຸດທະສາດຢ່າງເປັນລະບົບ ແລະ ຍັງມີມາດຕະການລະອຽດໃນການຊຸກຍູ້ໃຫ້ກ້າວສູ່ທັງລວງເລິກ ແລະ ລວງກວ້າງ​ນຳ​ອີກ.

ຮອບດ້ານ”: ວາງແຜນ​​ຍຸດທະສາດຢ່າງເປັນລະບົບ

ຂໍ້ຕົກລົງສະບັບນີ້ໄດ້ລົງເລິກວິເຄາະສະພາບການໃໝ່ ແລະ ບັນຫາໃໝ່​​​ທີ່ຂະບວນການຊຸກຍູ້ຄວາມທັນສະໄໝແບບຈີນ ພວມປະເຊີນຢູ່, ໄດ້ວາງແຜນໂດຍລວມກ່ຽວກັບ​​ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໂດຍປິ່ນອ້ອມຄວາມທັນສະໄໝແບບຈີນ, ສາມາດເວົ້າໄດ້ວ່າເປັນເອກະສານໂຄງການດ້ານການບໍລິຫານປະເທດ ທີ່ພັກອມມູນິດຈີນກ້າວເຂົ້າສູ່ໄລຍະສຳຄັນຂອງຂະບວນການໃໝ່, ໄດ້​​ສ່ອງແສງໃຫ້ເຫັນຢ່າງເຕັມສ່ວນເຖິງ​​ຄວາມເປັນເຈົ້າການທາງປະຫວັດສາດຂອງພັກອມມູນິດຈີນ ທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳໃນການບູລະນະ ແລະ ພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການປົກຄອງບໍລິຫານປະເທດ, ກໍຄືຄວາມຕັດສິນໃຈອັນເຂັ້ມແຂງຂອງພັກອມມູນິດຈີນໃນການບຸກເບີກອະນາຄົດອັນກວ້າງຂວາງຂອງຄວາມທັສະໄໝແບບຈີນດ້ວຍການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ.

(ເດືອນ​ເມ​ສາ ​ປີ2024, ຢູ່​ນະ​ຄອນ​ນານ​​ຊ່າງ​ແຂວງ​ຈ່ຽງ​ຊີ່, ລົດ​ພະ​ລັງ​ງານ​ໃໝ່​ໄດ້ນຳ​ອອກ​ຈາກ​ສາຍ​ການ​ຜະລິດ.ຈີນໄດ້​ສ້າງ​ທ່າ​ແຮງ​ໃໝ່​ ແລະ ​ພະ​ລັງ​ແຮງ​ໃໝ່​ໃນ​ການ​ຂັບ​ເຄື່ອນການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ).

ຂົງເຂດການປະຕິຮູບທີ່ລະບຸໄວ້ໃນຂໍ້ຕົກລົງ” ​ນັ້ນແມ່ນຮອບດ້ານທີ່ສຸດ, ​ເຊິ່ງລວມທັງ​​ການສ້າງໂຄງປະກອບເສດຖະກິດຕະຫລາດສັງຄົມນິຍົມ​​ໃນລະດັບສູງ​, ບູລະນະໂຄງກອບແລະກົນໄກຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງໃຫ້ສົມບູນ, ສ້າງໂຄງກອບ ແລະ ກົນໄກສະໜັບສະໜູນການປະດິດສ້າງຢ່າງຮອບດ້ານ, ບູລະນະລະບົບບໍລິຫານເສດຖະກິດມະຫາພາກ, ບູລະນະໂຄງກອບແລະກົນໄກການພັດທະນາຕົວເມືອງ ແລະ ຊົນນະບົດແບບເຊື່ອມໂຍງເຂົ້າກັນ, ປັບປຸງໂຄງກອບ ແລະ ກົນໄກການເປີດປະຕູສູ່ພາຍນອກໃນລະດັບສູໃຫ້ສົມບູນ, ບູລະນະລະບົບລະບອບປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນໃຫ້ສົມບູນ, ບູລະນະລະບົບການປົກຄອງຕາມກົດໝາຍຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນ, ລົງເລິກການປະຕິຮູບໂຄງປະກອບ ​ແລະ ກົນ​ໄກວັດທະນະທຳ, ບູລະນະລະບົບລະບຽບການຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ສົມບູນ, ລົງເລິກການປະຕິຮູບໂຄງປະກອບຄວາມສິວິໄລດ້ານນິເວດ, ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດ​​ດ້ານຄວາມໝັ້ນຄົງແຫ່ງຊາດ, ​ລົງເລິກການປະຕິຮູບດ້ານການປ້ອງກັນປະເທດ ແລະ ກອງທັບຢ່າງຕໍ່ເນື່ອງ, ຍົກສູງລະດັບການນຳພາຂອງພັກອມມູນິດຈີນ ໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນແລະ​ອື່ນໆ.

“​ຕື່ມອີກ”: ຍຸດ​ທະ​ສາດການຊຸກຍູ້ການປະຕິຮູບກ້າວສູ່ທັງລວງເລິກແລະລວງກວ້າງ

​ຄວນລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ”​ຄືແນວໃດ? ຂໍ້ຕົກລົງສະບັບນີ້ໄດ້ສະເໜີມາດຕະການລະອຽດໂດຍປິ່ນອ້ອມຈຸດພິເສດ ແລະ ຄວາມຮຽກຮ້ອງໃນຕົວຂອງຄວາມທັນສະໄໝແບບຈີນ.

(ຕອນ​ໃກ້​ຮຸ່ງ​ເຊົ້າ​ຂອງວັນທີ 1 ມັງກອນ 2024, ຢູ່ນະຄອນອູຮັ້ນແຂວງຫູເປີຍ, ປະຊາຊົນຫລາຍແສນຄົນໄດ້ອອກມາເຕົ້າໂຮມມ່ວນຊື່ນສະຫລອງບຸນປີໃໝ່ຕາມຖະໜົນຄົນຍ່າງກັນຢ່າງຍາວຢຽດເຖິງ1,6ກິໂລແມັດ,ອຸ່ນຫະພູມອັນໜາວເຢັນຂອງລະດູໜາວກໍບໍ່ສາມາດກັ້ນຄວາມກະຕືລືລົ້ນຂອງຄົນທັງຫລາຍໃນການອອກມາສະຫລອງບຸນໄດ້.ຈີນສຸມໃສ່ສ້າງຕະຫລາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດເພື່ອຕອບສະໜອງຄວາມຄອງຄອຍໃໝ່ຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມໃໝ່.)

ຕົວຢ່າງ:ໂດຍປິ່ນອ້ອມໂຄງປະກອບເສດຖະກິດຕະຫາດສັງຄົມນິຍົມ ທີ່ເປັນການຮັບປະກັນອັນສຳຄັນຂອງຄວາມທັນສະໄໝແບບຈີນ, ຂໍ້ຕົກລົງ​​ສະບັບນີ້ໄດ້ສະເໜີວ່າ: ຕ້ອງສ້າງຕະຫາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ, ປັບປຸງລະບຽບການພື້ນຖານຂອງເສດຖະກິດຕະຫາດໃຫ້ສົມບູນຂຶ້ນ; ໂດຍປິ່ນອ້ອມໜ້າທີ່ສຳຄັນອັນດັບໜຶ່ງຄື: ການພັດທະນາດ້ວຍຄຸນນະພາບສູງ, ຂໍ້ຕົກລົງໄດ້ກຳນົດຢ່າງລະອຽດວ່າ: ​ບູລະນະໂຄງປະກອບແລະກົນໄກການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ຕາມສະພາບ​​ຕົວຈິງຂອງທ້ອງຖິ່ນ, ບູລະນະລະບຽບການກ່ຽວກັບການຊຸກຍູ້ໃຫ້ເສດຖະກິດຮູບປະທຳກັບເສດຖະກິດດີຈີຕອນ ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ປັບປຸງໂຄງປະກອບ ແລະ ກົນໄກ​​ການພັດທະນາຂະແໜງການບໍລິການໃຫ້ສົມບູນຂຶ້ນ, ບູລະນະໂຄງປະກອບ ແລະ ກົນໄກການສ້າງພື້ນຖານໂຄງລ່າງທີ່ທັນສະໄໝໃຫ້ສົມບູນຂຶ້ນ, ບູລະນະລະບຽບການຍົກສູງຄວາມໜຽວແໜ້ນ ແລະ​​ ຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງ;ໂດຍປິ່ນອ້ອມຈຸດພິເສດຂອງຄວາມທັນສະໄໝແບບຈີນ ທີ່ເປັນຄວາມທັນສະໄໝທີ່ໃຫ້ຄວາມສິວິໄລດ້ານວັດຖຸ ແລະ ຄວາມສິວິໄລດ້ານຈິດໃຈພັດທະນາໄປຢ່າງກົມກຽວກັນ, ຂໍ້ຕົກລົງໄດ້ສະເໜີສອງໜ້າທີ່ຄື: ກະຕຸ້ນພະລັງຊີວິດການປະດິດສ້າງດ້ານວັດທະນະທຳຂອງທົ່ວຊົນຊາດ ແລະ ສ້າງລະບົບການເຜີຍແຜ່ໂຄສະນາໃນສາກົນທີ່ມີປະສິດທິຜົນຫາຍກວ່າເກົ່າ.

(ວັນ​ທີ29 ກັນ​ຍາ 2023 ແມ່ນ​ບຸນ​ໄຫວ້​ພະ​ຈັນ​ຕາມ​ປະ​ເພ​ນີ​ຂອງ​ຈີນ, ນັກ​ກິ​ລາ​ຈີນແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານເອຊຽນເກມ​ທີ່​ຫາງ​ໂຈ່ວໄດ້ເຕົ້າ​ໂຮມ​ກັນ​ຈັດ​ກິດ​ຈະ​ກຳຫລິ້ນນ​ບຸນ. ການ​ເປີດ​​ປະ​ຕູ​ສູ່​ພາຍນອກ​ແລະ​ຄວາມ​ທັນ​ສະ​ໄໝ​ຂອງ​ຈີນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ຄະ​ນະນັກກິ​ລາ​ທີມ​ຊາດ​ຕ່າງໆ).

ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນເພີ່ມແຮງຊຸກຍູ້, ຕໍ່ເຕີມເສີມສ້າງໃຫ້ແກ່ກັນ ແລະ ຊ່ວຍຊູຍູ້ໜູນກັນ. ການເປີດປະຕູສູ່ພາຍນອກແມ່ນຂີດໝາຍອັນພົ້ນເດັ່ນຂອງຄວາມທັນສະໄໝແບບຈີນ. ຂໍ້ຕົກລົງສະບັບນີ້ໄດ້​​​ສະເໜີອອກມາວ່າ: “ໂດຍອີງອາໄສທ່າແຮງຂອງຈີນທີ່ເປັນຕະຫາດຂະໜາດໃຫຍ່ພິເສດ, ຕ້ອງຍົກສູງຄວາມສາມາດການເປີດປະຕູສູ່ພາຍນອກ ຜ່ານຈາກການເປີດກວ້າງການຮ່ວມມືສາກົນ, ສ້າງໂຄງປະກອບໃໝ່ຂອງເສດກິດແບບເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າແລະຂະຫຍາຍການເປີດກວ້າງດ້ານລະບຽບການຢ່າງໜັກແໜ້ນ, ລົງເລິກການປະຕິຮູບໂຄງປະກອບການຄ້າ​​ກັບຕ່າງປະເທດ, ລົງເລິກການປະຕິຮູບໂຄງປະກອບການຄຸ້ມຄອງບໍລິຫານການລົງທຶນຂອງຕ່າງປະເທດ ແລະ ການລົງທຶນຕໍ່ຕ່າງປະເທດ, ປັບປຸງການວາງແຜນການເປີດປະຕູສູ່ພາຍນອກຢູ່ພາກພື້ນໃຫ້ດີຂຶ້ນ, ​ບູລະນະກົນໄກຊຸກຍູ້ການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ’​ດ້ວຍຄຸນນະພາບສູງ”.

ວິທີການທີ່ເປັນຂໍກຸນແຈສຳຄັນ: ວາງແຜນຍຸດທະສາດວາງໝາກໃສ່ຈຸດສຳຄັນໃນກະດານ

​    ຈາກ“ການລົງເລິກການປະຕິຮູບຢ່າງຮອບດ້ານ”ຮອດ“ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ”, ສະຫາຍ ສີຈິ້ນຜິງ ທີ່ເປັນຜູ້ນຳພາໄດ້ໃຊ້ຄຳປຽບທຽບອັນມີຊີວິດຊີວາ ພັນລະນາຂະບວນການນີ້ວ່າປຽບເໝືອນ “ການຫລິ້ນໝາກເສິກ”. ເພິ່ນໄດ້ນຳໃຊ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເຊິ່ງເປັນວິທີການທີ່ເປັນຂໍກຸນແຈສຳຄັນນີ້ ເພື່ອວາງແຜນຍຸດທະສາດ ແລະ ວາງໝາກໃສ່​ຈຸດສຳຄັນ​ໃນ​ກະ​ດານ, ໄດ້ຖືເອົາການປະຕິຮູບໂຄງປະກອບເສດຖະກິດເປັນສິ່ງນຳພາ, ຖືເອົາການສົ່ງເສີມຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສັງຄົມ, ກໍຄືການເພີ່ມຄວາມສຸກໃຫ້ແກ່ປະຊາຊົນເປັນຈຸດເລີ່ມຕົ້ນ ແລະ ຈຸດໝາຍ, ເພື່ອເພີ່ມແຮງຂັບເຄື່ອນໃໝ່ອັນບໍ່ເຫືອດແຫ້ງເຂົ້າໃນການຊຸກຍູ້ ຄວາມທັນສະໄໝແບບຈີນຢ່າງຮອບດ້ານ.


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top