ລະດົມຄວາມຄິດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015

10/07/2024 13:41
Email Print 684
ຂປລ ຂປລ. ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ ຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ.



ຂປລ. ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ ຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ
, ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ. ເພື່ອປຶກສາຫາລື, ປະກອບຄຳຄິດຄຳເຫັນ ໃສ່ລັດຖະທໍາມະນູນ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສອດຄ່ອງກັບສະພາບການຕົວຈິງ ກາຍເປັນພາຫະນະພື້ນ ຖານໃຫ້ແກ່ການສ້າງລັດ ທີ່ປົກກຄອງດ້ວຍກົດໝາຍ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນວ່າ: ໃນເດືອນມິຖຸນາ ຜ່ານມາ, ໄດ້ສຳເລັດການປະເມີນ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ຢູ່ຂົງເຂດອົງການພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ໃນມື້ນີ້, ພວກເຮົາພ້ອມກັນດຳເນີນ ກອງປະຊຸມປະເມີນ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ຢູ່ຂົງເຂດ ເສດຖະກິດ, ວັດທະນະທຳ-ສັງຄົມ ເຊິ່ງເປັນຈຸດທີ 2 ອ້ອມຂ້າງສູນກາງ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ໃນໄລຍະເກືອບ 10 ປີ ທີ່ຜ່ານມາ ໂດຍສະເພາະ ຢູ່ຂົງເຂດເສດຖະກິດ-ສັງຄົມ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ, ລວມທັງສາເຫດ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນ ໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດປະຕິບັດໄດ້. ຜ່ານການດຳເນີນຢູ່ຈຸດທີ 1 ໄດ້ມີການປັບປຸງເນື້ອໃນ ບົດສະຫລຸບ ແລະ ຄຳຖາມເຈາະຈີ້ມ ໃຫ້ສອດຄ່ອງ, ແທດຕົວຈິງກວ່າເກົ່າ. ສະນັ້ນ, ການດຳເນີນຢູ່ຈຸດທີ 2 ນີ້, ຖ້າມີອັນໃດບໍ່ທັນສອດຄ່ອງຈະສືບຕໍ່ປັບປຸງ ເພື່ອຖອດຖອນບົດຮຽນ ໃຫ້ແກ່ການຈັດຕັ້ງປະຕິບັດ ການປະເມີນຢູ່ໃນຈຸດຕ່າງໆ ໃຫ້ໄດ້ຮັບຜົນດີ.



ທ່ານ ສຸບັນ ສະວະບຸດ ປະທານກຳມະທິການວຽກງານ ສະມາຊິກສະພາແຫ່ງຊາດ ໄດ້ໃຫ້ຮູ້ວ່າ:
  ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດໃຊ້ໃນວັນທີ 15  ສິງຫາ 1991 ແລະ ໄດ້ຮັບການປັບປຸງ ປີ 2003
,  ປີ 2015 ແລະ ການປັບປຸງຄັ້ງນີ້ເປັນ ຄັ້ງທີ 3. ຕະຫລອດໄລຍະດັ່ງກ່າວ, ລັດໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍ ໃນຂົງເຂດ ຕ່າງໆທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ, ຂົງເຂດຫ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດຕ່າງປະເທດ 5 ສະບັບ ເຊິ່ງລັດຖະທຳມະນູນ ແລະ ກົດໝາຍເຫລົ່ານັ້ນ ໄດ້ກາຍເປັນພາຫະນະອັນແຫລມຄົມ ໃນການດັດປັບ ການພົວພັນສັງຄົມ ຕາມແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານທີ່ມີຫລັກການຂອງພັກ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ໄດ້ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍເທື່ອລະກ້າວ.  ແຕ່ຜ່ານການ ຈັດຕັ້ງປະຕິບັດເຫັນວ່າ ມີບາງບົດບັນຍັດຍັງບໍ່ທັນ ສອດຄ່ອງກັບສະພາບການໃໝ່.

ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຢ່າງຮອບ ດ້ານ ມີຫລັກການຂອງພັກເຮົາ ໃນໄລຍະແຕ່ນີ້ ຫາປີ 2055, ຄະນະບໍລິຫານງານສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງ ການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ກົມການເມືອງສູນກາງພັກ ກໍໄດ້ອອກມະຕິ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ສະນັ້ນ, ຈຶ່ງມີຄວາມຈຳເປັນຢ່າງພາວະວິໄສ ທີ່ລັດຈະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງພັກ ແລະ ລັດເຮົາ ໃນໄລຍະໃໝ່ນີ້.

 


ການປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຄັ້ງນີ້, ແນໃສ່ສືບຕໍ່ຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ມີຫລັກການຂອງພັກ ເປັນຂໍ້ບັນຍັດຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບໃໝ່ ເປັນຕົ້ນ ມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ
, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ມະຕິກົມການເມືອງສູນການພັກ ກ່ຽວກັບການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່;  ປັບປຸງບາງບົດບັນ ຍັດກ່ຽວກັບ ລະບົບອົງ ການອຳນາດແຫ່ງລັດຂັ້ນຕ່າງໆ ເປັນຕົ້ນ ອົງການບໍລິຫານລັດຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງກັບໜ້າທີ່ການ ເມືອງຂອງພັກ ແລະ ລັດ ໃນໄລຍະໃໝ່, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍຢ່າງມີປະສິດທິພາບ, ປະສິດທິຜົນສູງຂຶ້ນ, ຮັບປະກັນ ການປະຕິບັດ ສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ລັດຖະທຳມະນູນສະບັບໃໝ່ນີ້, ຕ້ອງສອດຄ່ອງ ກັບເນື້ອໃນພື້ນຖານ ຂອງໂຄງການການເມືອງຂອງພັກ ແລະ ມະຕິຕ່າງໆຂອງບັນດາກອງປະຊຸມໃຫຍ່ຂອງພັກເຮົາ ໃນຕໍ່ໜ້າ;  ເປັນບ່ອນອີງພື້ນຖານຮັບປະກັນໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ໃນຕໍ່ໜ້າໃຫ້ເປັນລະບົບຄົບຊຸດ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້; ສູ້ຊົນປັບປຸງລັດຖະທຳມະນູນສະບັບໃໝ່ ໃຫ້ສຳເລັດກາງປີ 2025 ແລະ ສາມາດນຳເຂົ້າ ພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ລາວ-ໄທ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ໄທ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

      5/26/2025 9:34:43 AM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງ ປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ

    • ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍການເມືອງ

      ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

      5/26/2025 9:25:04 AM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

    • ຮອງປະທານປະເທດ ເຂົ້າຮ່ວມໄວ້ອາໄລລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈິນ ດຶກ ເລືອງການເມືອງ

      ຮອງປະທານປະເທດ ເຂົ້າຮ່ວມໄວ້ອາໄລລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈິນ ດຶກ ເລືອງ

      5/26/2025 9:17:10 AM

      ຂປລ. ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025, ທີ່ຮ່າໂນຍ ສສ ຫວຽດນາມ, ສະຫາຍ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

    • ການນຳກະຊວງ ຖວທ ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງການເມືອງ

      ການນຳກະຊວງ ຖວທ ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງ

      5/26/2025 9:10:33 AM

      ຂປລ. ວັນທີ 25 ພຶດສະພາ 2025 ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ວັນສີ ກົວມົວ ກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ

    • ລັດດຖະມົນຕີກະຊວງການຕ່າງປະເທດ ລາວ- ຫວຽດນາມ-ກໍາປູເຈຍ ປຶກສາຫາລືການພົວພັນຮ່ວມມືສາມຝ່າຍການເມືອງ

      ລັດດຖະມົນຕີກະຊວງການຕ່າງປະເທດ ລາວ- ຫວຽດນາມ-ກໍາປູເຈຍ ປຶກສາຫາລືການພົວພັນຮ່ວມມືສາມຝ່າຍ

      5/26/2025 9:04:26 AM

      ຂປລ. ຕອນເຊົ້າຂອງວັນທີ 25 ພຶດສະພາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກຳປູເຈຍ

ads
ads

Top