ສືບຕໍ່ຜັນຂະຫຍາຍການພົວພັນແບບພິເສດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ

09/07/2024 09:43
Email Print 1002
ຂປລ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມລາວ ໃນຊຸມປີຜ່ານມານີ້ ໄດ້ສືບຕ່ໍເສີມຂະຫຍາຍຢ່າງໜັກແໜ້ນ ໃຫ້ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ເພື່ອຢັ້ງຢືນຜົນສຳເລັດແຫ່ງການພົວພັນຮ່ວມມືສອງຝ່າຍ;

     *ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມລາວ ໃນຊຸມປີຜ່ານມານີ້ ໄດ້ສືບຕ່ໍເສີມຂະຫຍາຍຢ່າງໜັກແໜ້ນ ໃຫ້ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ເພື່ອຢັ້ງຢືນຜົນສຳເລັດແຫ່ງການພົວພັນຮ່ວມມືສອງຝ່າຍ ທີ່ມີແຕ່ດົນນານນັ້ນ ສະຫາຍປະທານປະເທດ ໂຕ ເລິ່ມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການລະຫວ່າງ ວັນທີ 11-12 ກໍລະກົດ ຕາມຄຳເຊີນຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ.

    ປະເທດລາວ ເປັນປະເທດທຳອິດທີ່ ສະຫາຍ ໂຕ ເລິ່ມ ໄດ້ເດີນທາງມາຢ້ຽມຢາມພາຍຫລັງໄດ້ກອງປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 15 ເລືອກຕັ້ງເປັນປະທານປະເທດ ເຊິ່ງເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການພົວພັນແບບພິເສດ ລະຫວ່າງລາວ - ຫວຽດນາມ ແລະ ຫວຽດນາມ - ລາວ. ໃນການພົວພັນດ້ານການເມືອງ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ຂະຫຍາຍຕົວ ຊຶ່ງສອງຝ່າຍສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງບັນດາ ກົນໄກຮ່ວມມືສອງຝ່າຍ, ໂດຍໄດ້ສົມທົບກັນຈັດຕັ້ງກອງປະຊຸມຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານລາວ-ຫວຽດນາມ ຄັ້ງທີ 46 ໃນເດືອນມັງກອນ 2024 ຜ່ານມາ ຊຶ່ງກອງປະຊຸມດັ່ງກ່າວໄດ້ຮັບຜົນສໍາເລັດອັນດີງາມ.

    ນອກນັ້ນ, ທັງສອງຝ່າຍຮັກສາການພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຊ່ອງທາງຕ່າງໆ. ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບສືບຕໍ່ເປັນເສົາຄ້ຳ ໃນການພົວພັນລະຫວ່າງສອງປະເທດ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ ແລະ ເຂດຊາຍແດນ ລະຫວ່າງ 2 ປະເທດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຊຸກຍູ້ ແລະ ບັນລຸຜົນງານຢ່າງຕັ້ງໜ້າ. ມູນຄ່າການຄ້າ ສອງຝ່າຍໃນ 6 ເດືອນຕົ້ນປີ 2024 ບັນລຸ 779,6 ລ້ານໂດລາ. ປັດຈຸບັນ ຫວຽດນາມມີ 245 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນ 5,5 ຕື້ໂດລາ, ສືບຕໍ່ເປັນປະເທດອັນດັບຕົ້ນໆທີ່ເຂົ້າມາລົງທຶນຢູ່ລາວ.

    ການຮ່ວມມືດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະ ການຝຶກອົບຮົມອາຊີບ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຂອງສອງຝ່າຍ. ກະຊວງສຶກສາຂອງສອງປະເທດ ໄດ້ປະກາດແຜນງານການຮ່ວມມືດ້ານການສຶກສາຫວຽດນາມ-ລາວ ໄລຍະ 2021- 2030 ແລະ ໄດ້ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືດ້ານການສຶກສາ ຫວຽດນາມ-ລາວ ໄລຍະ 2022-2027. ການຮ່ວມມືລະຫວ່າງບັນດາທ້ອງຖ່ິນ ໂດຍສະເພາະແມ່ນບັນດາທ້ອງຖິ່ນຮ່ວມຊາຍແດນສືບຕໍ່ໄດ້ຮັບການສົ່ງເສີມ ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ, ການກໍ່ສ້າງ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດ, ການຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ເຂດຊາຍແດນ ຂອງ 2 ປະເທດ. ທັງສອງປະເທດສົມທົບກັນຢ່າງໃກ້ຊິດກ່ຽວກັບບັນຫາຕ່າງໆໃນລະດັບພາກພື້ນ ແລະ ສາກົນທ່ີຕ່າງຝ່າຍຕ່າງມີຄວາມສົນໃຈ; ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນຂອບ ຂອງ ສປຊ, ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະບັນດາກົນໄກອະນຸພາກພື້ນ.

    ຫວຽດນາມ ຢືນຢັນຄວາມພ້ອມຈະສະໜັບສະໜຸນລາວ ຈັດສໍາເລັດກອງປະຊຸມຕ່າງໆອາຊຽນ ໃນປີ 2024 ນີ້. ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງສອງປະເທດ ຈະປະກອບສ່ວນຍົກສູງຖານະບົດບາດຂອງແຕ່ລະປະເທດໃນເວທີສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໂລກ. ໃນສະພາບການຜັນຂະຫຍາຍຂອງພາກພື້ນ ແລະ ສາກົນທ່ີສັບສົນ, ການຢ້ຽມຢາມລາວຂອງ ສະຫາຍ ປະທານປະເທດ ໂຕເລິ່ມ ໄດ້ສະແດງການສະໜັບສະໜຸນຂອງຫວຽດນາມໃຫ້ແກ່ລາວ ໃນການບັນລຸເປົ້າໝາຍປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດ, ປະກອບສ່ວນພັດທະນາປະເທດຊາດ ແລະ ປະຕິບັດມະຕິ ຕົກລົງກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ປະສົບຜົນສໍາເລັດອັນຍິ່ງໃຫຍ່. ໝາກຜົນທີ່ບັນລຸ ໄດ້ໃນໄລຍະຢ້ຽມຢາມ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ສາຍພົວພັນອັນໜັກແໜ້ນ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດ, ພ້ອມທັງຊຸກຍູ້ການຮ່ວມມື ລະຫວ່າງ 2 ຝ່າຍ ໃນທຸກຂົງເຂດໄດ້ເປັນຈິງ ແລະ ມີປະສິດທິຜົນ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top