ປະມຸກລັດປະເທດສະມາຊິກ ອົງການຮ່ວມມື ຊຽງໄຮ້ ເຂົ້າຮ່ວມກອງປະຊຸມຢູ່ກາຊັກສະຖານ

03/07/2024 14:29
Email Print 142
ຂປລ ທ່ານ ສີ ຈິ້ນຜີງ,ປະທານ ປະເທດ ແຫ່ງ ສປ ຈີນ ໄດ້ເດີນທາງ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຄັ້ງທີ 24 ຂອງສະພາມົນຕີ ປະມຸກລັດ ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ (SCO) ຢູ່ນະຄອນຫລວງ ອັດສະຕານາ ຂອງກາຊັກສະຖານ ຊຶ່ງຈັດຂຶ້ນ ໃນລະຫວ່າງ ວັນທີ3-4ກໍລະກົດນີ້.

ຂປລ.ຕາມຂ່າວຈາກ ນະຄອນຫລວງ ອັດສະຕານາ, ທ່ານ ສີ ຈິ້ນຜີງ,ປະທານ ປະເທດ ແຫ່ງ ສປ ຈີນ ໄດ້ເດີນທາງ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຄັ້ງທີ 24 ຂອງສະພາມົນຕີ ປະມຸກລັດ ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ (SCO) ຢູ່ນະຄອນຫລວງ ອັດສະຕານາ ຂອງກາຊັກສະຖານ ຊຶ່ງຈັດຂຶ້ນ ໃນລະຫວ່າງ ວັນທີ3-4ກໍລະກົດນີ້. ຂະນະທີ່  ທ່ານ ວາລາ ດີເມຍ ປູຕິນ,ປະທານາທິບໍດີ ຣັດເຊຍ ເດີນທາງມາຮອດ ນະຄອນຫລວງ ອັດສະຕານາ ເຊັ່ນດຽວກັນກັບ ຜູ້ນຳປະເທດ ສະມາຊິກອື່ນໆ ລວມມີ ທັງໝົດ 9 ປະເທດ ນຳໂດຍ ສປ ຈີນ, ຣັດເຊຍ, ກາຊັກສະຖານ, ກຽກກີສະຖານ, ຕັກຈີກິດສະຖານ, ອູສເບກິດສະຖານ, ປາກິດສະຖານ, ອິນເດຍ ແລະ ອີຣານ ໂດຍສຸມໃສ່ ປຶກສາຫາລື ໃນການເພີ່ມທະວີ ການເຊື່ອມຕໍ່ ດ້ານການຄ້າ ພາຍໃນກຸ່ມ, ປັບປຸງ ການຮ່ວມມື ພະລັງງານ, ຄວາມໝັ້ນຄົງ ແລະ ຂະຫຍາຍ ສະມາຊິກ ໃນສະພາບການ ທີ່ຄວາມຂາດ ສະຖຽນລະພາບ ດ້ານພູມີສາດ ການເມືອງ ມີທ່າອ່ຽງ ເພີ່ມຂຶ້ນ ໃນໂລກ ຫລັງຈາກ ອົງການດັ່ງກ່າວ ໄດ້ຮັບການສ້າງຕັ້ງ ເມື່ອປີ 2001 ຢູ່ ຊຽງໄຮ້ (ສປ ຈີນ)./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top