ສສຊ ເຂດ 13 ສະເໜີໃຫ້ລັດ ລົງເລິກຂຸດຄົ້ນ ລາຍຮັບຈາກການດຳເນີນທຸລະກິດ ການບໍລິການ-ໂລຈິສຕິກ

27/06/2024 14:19
Email Print 312
ຂປລ ຂປລ. ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 26 ມິຖຸນາ 2024 ຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນ ໃສ່ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ໂດຍສະເໜີໃຫ້ເອົາວຽກເຂດເສດຖະກິດພິເສດເຂົ້າໃສ່ຕື່ມ, ພ້ອມທັງ ສະເໜີໃຫ້ລັດຖະບານ ລົງເລິກຂຸດຄົ້ນເອົາລາຍຮັບ ຈາກການດຳເນີນທຸລະກິດ ໃນຂົງເຂດບໍລິການ-ໂລຈິສຕິກ ທີ່ເປັນທ່າແຮງຂອງປະເທດເຮົາ.



ຂປລ. ໃນກອງປະຊຸມສະໄໝສາມັນເທື່ອທີ
7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 26 ມິຖຸນາ 2024 ຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນ ໃສ່ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ໂດຍສະເໜີໃຫ້ເອົາວຽກເຂດເສດຖະກິດພິເສດເຂົ້າໃສ່ຕື່ມ, ພ້ອມທັງ ສະເໜີໃຫ້ລັດຖະບານ ລົງເລິກຂຸດຄົ້ນເອົາລາຍຮັບ ຈາກການດຳເນີນທຸລະກິດ ໃນຂົງເຂດບໍລິການ-ໂລຈິສຕິກ ທີ່ເປັນທ່າແຮງ ຂອງປະເທດເຮົາ.

ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ເພື່ອໃຫ້ສອດຄ່ອງຕາມແນວທາງນະໂຍບ່າຍຂອງພັກ, ລັດ ວາງອອກ ໂດຍໄດ້ສະເໜີ ໃຫ້ປັບປຸງບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ກົດໝາຍສະບັບນີ້, ຖືກຕ້ອງ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ປະສິດທິຜົນ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ລັດຖະບານ ລົງເລິກຂຸດຄົ້ນເອົາລາຍຮັບ ຈາກການດຳເນີນທຸລະກິດ ໃນຂົງເຂດການ ບໍລິການ-ໂລຈິສຕິກ ເຊິ່ງເປັນທ່າແຮງຂອງປະເທດພວກເຮົາ, ຫາກກຳນົດເປັນເຂດ ຫລື ເຂດການບໍລິການ, ເຂດພັດທະນາ ໂລຈິສຕິກ ທີ່ມີການຍົກເວັ້ນພາສີອາກອນໝົດທຸກຢ່າງ ແຕ່ມາໃຫ້ບໍລິການພາຍນອກ ເຫັນວ່າມັນບໍ່ມີຄວາມຍຸຕິທຳ ທາງດ້ານການດຳເນີນ ທຸລະກິດພາຍໃນປະເທດ ຈະເຮັດໃຫ້ບໍລິສັດຂົນສົ່ງພາຍໃນປະເທດ ລົ້ມລະລາຍໝົດ ແລະ ຈະເຮັດໃຫ້ພວກເຮົາບໍ່ມີລາຍຮັບ ທີ່ຈະມາສ້າງ-ສ້ອມແປງຖະໜົນຫົນທາງ ແລ້ວພາລະຈະຕົກເປັນຄວາມແບກຫາບຂອງສັງຄົມ, ສະເພາະການປັບປຸງ ລະບົບໂລຈິສຕິກ ໃຫ້ໄດ້ມາດຕະຖານສາກົນ ແມ່ນເຫັນດີ ແລະ ຊົມເຊີຍ ແຕ່ຕ້ອງໃຫ້ມີລາຍຮັບ ມາສ້າງ-ສ້ອມແປງທາງ ບໍ່ແມ່ນເຮົາຈະເຮັດທາງ-ສ້ອມແປງທາງ ໃຫ້ຜູ້ປະກອບການມາຫາເງິນ ໂດຍທີ່ພາກລັດ ບໍ່ໄດ້ຫຍັງຫລາຍ ເຊິ່ງເປັນທີ່ມາຂອງຄຳວ່າ ພວກເຮົາໄດ້ແຕ່ GDP ແຕ່ບໍ່ໄດ້ເມັດເງິນມາພັດທະນາ.

ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໃຫ້ຮູ້ອີກວ່າ: ການສ້າງຕັ້ງເຂດເສດຖະກິດພິເສດ ໃນໄລຍະຜ່ານມາ ແມ່ນພວກເຮົາບໍ່ເຄີຍມີ, ບໍ່ທັນມີບົດຮຽນ ແຕ່ຢາກໄດ້ ເພື່ອພັດທະນາປະເທດ, ຕົກມາເຖິງປັດຈຸບັນ ພວກເຮົາກໍເຮັດມາໄດ້ 21 ປີແລ້ວ, ມີບົດຮຽນຫລາຍແລ້ວ. ສະນັ້ນ, ຄວນຖອດຖອນບົດຮຽນ ເພື່ອບໍ່ໃຫ້ໝູ່ເອົາປຽບເຮົາຫລາຍເກີນໄປ, ໃຫ້ມີການອັດຊ່ອງວ່າງທີ່ເກີດຂຶ້ນ ຕາມຜົນການກວດສອບ ຂອງອົງການກວດສອບແຫ່ງລັດ. ສະເພາະການສະເໜີກຳນົດໃນກົດໝາຍ ເພື່ອຍົກເວັ້ນອາກອນກຳໄລ ໃຫ້ຜູ້ພັດທະນາ ຈາກ 10 ປີ ເປັນ 14 ປີ ນັ້ນເຫັນຄວນຮັກສາໄວ້ຄືເກົ່າ ເພາະທີ່ຜ່ານມາ ພວກເຮົາກໍບໍ່ໄດ້ ຜົນປະໂຫຍດໂດຍກົງຫຍັງຫລາຍ ຈາກເຂດເສດຖະກິດພິເສດ ແລະ ມາເຖິງປັດຈຸບັນ ພວກເຮົາກໍຕ້ອງການເມັດເງິນມາແກ້ໄຂ ຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ.

ຕໍ່ກັບການສະເໜີກຳນົດອະນຸຍາດ ໃຫ້ເຂດເສດຖະກິດພິເສດ-ເຂດເສດຖະກິດສະເພາະ ສາ ມາດ ນຳເອົາສິ່ງເສດເຫລືອມາບຳບັດ-ໃຊ້ຄືນ ແມ່ນບໍ່ເຫັນດີ ແລະ ສະເໜີຕັດອອກ ເພື່ອໃຫ້ໄປລວງດຽວກັບ ຮ່າງກົດໝາຍວ່າດ້ວຍ ສິ່ງແວດລ້ອມ ມາດຕາ 81 ຂໍ້ 3 ເຊິ່ງໄດ້ນຳມາຜ່ານກອງປະຊຸມສະພາ ໃນອາທິດຜ່ານມາ ທີ່ໄດ້ກຳນົດວ່າ ຫ້າມເອົາຂີ້ເຫຍື້ອທົ່ວໄປ, ຂີ້ເຫຍື້ອເອເລັກໂຕຣນິກ, ໝໍ້ໄຟເກົ່າເຂົ້າມາໃນ ສປປ ລາວ, ບັນພະບູລຸດຂອງພວກເຮົາ ໂດຍສະເພາະ ປະທານ ໄກສອນ ພົມວິຫານ ແລະ ບັນດານັກຮົບປະຕິວັດ ໄດ້ເສຍສະຫລະເຫື່ອແຮງ, ສະຕິປັນຍາ ແລະ ເລືອດເນື້ອ ຍາດເອົາເອກະລາດມາໃຫ້ພວກເຮົາພັດທະນາ ໄປສູ່ສັງຄົມນິຍົມ ບໍ່ແມ່ນເພື່ອພັດທະນາເປັນຖັງຂີ້ເຫຍື້ອໃຫ້ປະເທດອື່ນ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ອອປສ ເຊື່ອມຊຶມ ຫລາຍເອກກະສານສຳຄັນການເມືອງ

      ອອປສ ເຊື່ອມຊຶມ ຫລາຍເອກກະສານສຳຄັນ

      6/27/2024 2:29:54 PM

      ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ​ແລະ ​ເອກະສານ​ສຳຄັນ​ອື່ນ​ໆຈຳນວນ​ໜຶ່ງ, ໃນວັນທີ 27 ມິຖຸນາ 2024 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ

    • ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ

      6/27/2024 2:15:05 PM

      ຂປລ. ໃນວາລະການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 27 ມິຖຸນາ 2024 ນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເໜີກ່ຽວກັບ ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ກົດໝາຍສະບັບດັ່ງກ່າວ ເຊິ່ງຮ່າງກົດໝາຍສະບັບປັບປຸງໃໝ່ ແມ່ນ ມີ 12 ພາກ ເທົ່າກັບສະບັບເດີມ ປີ 2013.

    • ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດການເມືອງ

      ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດ

      6/27/2024 2:05:16 PM

      ຂປລ. ​ໃນກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ວັນ​ທີ 26 ມິຖຸນາ 2024 ຜ່ານ​ມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງ​ຄໍາ​ໝັ້ນ​ສັນຍາ ໃນ​ການ​ແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ ແລະ ​ຄວາມສຳຄັນຂອງວຽກງານ​ໂພຊະນາ​ການ ໂດຍ​ຖື​ເອົາວຽກ​ດັ່ງກ່າວ​ເປັນ​ບຸລິມະສິດ​ຕົ້ນຕໍ​ ໃນ​ການພັດທະນາຊັບສິນດ້ານມະນຸດ .

    • ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື

      6/27/2024 1:59:39 PM

      ຂປລ. ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຶເງະ ໂຢຊິຟຸມິ (Mr. TSUGE Yoshifumi), ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

    • ສະພາປະຊາຊົນແຂວງບໍລິຄຳໄຊ ເອົາໃຈໃສ່ປະຕິລັດພາລະບົດບາດຂອງຕົນການເມືອງ

      ສະພາປະຊາຊົນແຂວງບໍລິຄຳໄຊ ເອົາໃຈໃສ່ປະຕິລັດພາລະບົດບາດຂອງຕົນ

      6/27/2024 10:34:23 AM

      ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

ads
ads

Top