ນາງ ພິຣັນຍາ ທິບພົມວົງ ໄດ້ຮັບຕຳແໜງ ມິສຢູນິເວີສລາວ 2024

17/06/2024 10:34
Email Print 238
ຂປລ ຜົນປະກວດມີສຢູນິເວີສລາວ2024 ຈົບລົງດ້ວຍຄວາມປະທັບໃຈໃຫ້ກັບແຂກທ່ີເຂົ້າຮ່ວມເປັນຢ່າງດີ ເມື່ອສາວງາມທ່ີຜ່ານເຂົ້າຮອບ 6 ຄົນສຸດທ້າຍໄດ້ສະແດງສັກກະຍະພາບຂອງໂຕເອງໃນແຕ່ລະຮອບ ເພື່ອມັດໃຈຄະນະກໍາມະການ ແລະ ຜ່ານເຂົ້າຮອບຕອບຄໍາຖາມ 3 ຄົນສຸດທ້າຍ.

    *ຜົນປະກວດມີສຢູນິເວີສລາວ2024 ຈົບລົງດ້ວຍຄວາມປະທັບໃຈໃຫ້ກັບແຂກທ່ີເຂົ້າຮ່ວມເປັນຢ່າງດີ ເມື່ອສາວງາມທ່ີຜ່ານເຂົ້າຮອບ 6 ຄົນສຸດທ້າຍໄດ້ສະແດງສັກກະຍະພາບຂອງໂຕເອງໃນແຕ່ລະຮອບ ເພື່ອມັດໃຈຄະນະກໍາມະການ ແລະ ຜ່ານເຂົ້າຮອບຕອບຄໍາຖາມ 3 ຄົນສຸດທ້າຍໂດຍ ຄໍາຕອບທີ່ສາມາດຊະນະໃຈກໍາມະການ ໄດ້ແມ່ນຄໍາຕອບຂອງ ນາງ  ພິຣັນຍາ ທິບພົມວົງ ຫລື ໝີພູ ໄດ້ນັບຕຳແໜງໂຕແທນຈາກແຂວງ ຫົວພັນ ທີ່ຕອບວ່າ “ຖ້າໄດ້ຮັບຕໍາແໜ່ງນີ້ ສິ່ງທີ່ນ້ອງຈະໃຫ້ແມ່ນການມອບຈາກຫົວໃຈເພາະວ່າ  ປັດຈຸບັນມີເດັກນ້ອຍ ແລະ ຜູ້ຍິງອີກຫລາຍຄົນຂາດ  ໂອກາດໃນການສຶກສາ  ໂດຍສະເພາະແມ່ນເຂດຊົນນະບົດ.

    ສະນັ້ນ, ຈຶ່ໄດ້ສ້າງກິດຈະກໍາວີອາທູເກເຕີ  ເພື່ອສົ່ງເສີມແມ່ຍິງ ແລະ ເດັກນ້ອຍໃນເຂດຊົນນະບົດ  ເຊິ່ງຕອນນີ້ກິດຈະກໍານີ້ ເລີ່ມເປັນຮູບປະທໍາຫລາຍຂ້ຶນ ດ່ັງນ້ັນ, ຈ່ຶງມີການຮ່ວມມືກັບກອງປະກວດມີສຢູນິເວີສ ໃຫ້ໂອກາດພວກເຂົາມີຊີວິດທີ່ດີຂຶ້ນເພາະເດັກນ້ອຍ ຄືອະນາຄົດຂອງຊາດ  ໃນອະນາຄົດ.” ໂດຍຄໍາຕອບນີ້ ເອີ້ນສຽງຕົບມື, ສຽງຊົມເຊີຍຈາກຜູ້ຊົມທ່ີເຂົ້າຮ່ວມງານ ແລະ  ຄະນະກໍາມະການໄດ້ຢ່າງປະທັບໃຈຈົນເຮັດໃຫ້ ນາງ ພິຣັນຍາ ຄວ້າມົງກຸດມີສຢູນິເວີສລາວ 2024 ມາຄອງໄດ້ສໍາເລັດ.

   ພາຍຫລັງໄດ້ຮັບຕໍາແໜ່ງ ນາງ ພິຣັນຍາ ທິບພົມວົງ ກໍໄດ້ສະແດງຄວາມຮູ້ສຶກຜ່ານ ເຟສບຸກສ່ວນໂຕວ່າ: ການເປັນມີສຢູນີເວີສລາວ ບໍ່ໄດ້ແມ່ນແຕ່ຊື່ສຽແຕ່ເປັນສິ່ງທີ່ບົ່ງບອກວ່າເຮົາຈະເຕີບໃຫຍ່ຂຶ້ນ ແລະ ເປັນແບບຢ່າງທີ່ດີມັນບໍ່ໄດ້ແມ່ນພຽງແຕ່ຕຳແໜ່ງ ແຕ່ມັນເປັນການທີ່ເຮົາໄດ້ເຮັດຫຍັງເພື່ອສັງຄົມ.ສະນັ້ນ, ຈຶ່ງຂໍຂອບໃຈຜູ້ໃຫ່ຍຫລາຍໆຄົນ ທີ່ມອບໂອກາດທີ່ດີແບບນີ້ໃຫ້ຕົນເອງ, ຕົນເອງວ່ານັບແຕ່ມື້ນີ້ໄປ ມັນຈະຍັງມີອຸປະສັກຫລາຍຢ່າງທີ່ເຂົ້າມາທ້າທ້າຍ ແຕ່ຈະສູ້ກັບມັນໃຫ້ຜ່ານໄປໄດ້ດ້ວຍດີຫວັງວ່າທຸກຄົນຈະໃຫ້ໂອກາດ ຜູ້ຍິງຄົນນີ້ໄດ້ພິສູດເອງຂໍຂອບໃຈ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top