ສ.ອາເມລິກາ ສົ່ງດາວທຽມດວງໃໝ່ຮັບມືກັບສະພາບອາກາດ

26/06/2024 14:47
Email Print 145
ຂປລ ອົງການ ບໍລິຫານ ການບິນ ແລະ ອະວະກາດ ແຫ່ງຊາດ ຂອງ ສ.ອາເມລິກາ (NASA)ສົ່ງດາວທຽມ ດວງໃໝ່ ຂຶ້ນສູ່ ອະວະກາດ ເພື່ອຊ່ວຍ ປັບປຸງ ການຄາດການ ແປວສຸລິຍະ ການປົດປ່ອຍ coronal (CME) ຊຶ່ງເປັນ ປະກົດການ ໃນອະວະກາດ ທີ່ລົບກວນ ຕາຂ່າຍໄຟຟ້າ ແລະ ການສື່ສານໃນໂລກ ເຮັດໃຫ້ ນຳໃຊ້ບໍ່ໄດ້.

ຂປລ.ສຳນັກຂ່າວ AFP,ວັນທີ26 ມິຖຸນານີ້, ອົງການ ບໍລິຫານ ການບິນ ແລະ ອະວະກາດ ແຫ່ງຊາດ ຂອງ ສ.ອາເມລິກາ (NASA)ສົ່ງດາວທຽມ ດວງໃໝ່ ຂຶ້ນສູ່ ອະວະກາດ ເພື່ອຊ່ວຍ ປັບປຸງ ການຄາດການ ແປວສຸລິຍະ ການປົດປ່ອຍ coronal (CME)ຊຶ່ງເປັນ ປະກົດການ ໃນອະວະກາດ ທີ່ລົບກວນ ຕາຂ່າຍໄຟຟ້າ ແລະ ການສື່ສານໃນໂລກ ເຮັດໃຫ້ ນຳໃຊ້ບໍ່ໄດ້. ດາວທຽມ GOES-U ດວງນີ້ ຖືກສົ່ງຂຶ້ນສູ່ ວົງໂຄຈອນ ດ້ວຍຈະຫລວດSpaceX Falcon Heavy ຈາກ​ສູນ​ອາ​ວະ​ກາດ Kennedy ຂອງ​ອົງການ NASA ໃນ​ລັດ Florida ​ສຳລັບ GOES-U ແມ່ນຫຍໍ້ມາຈາກ Geostationary Operational Environmental Satellite-U ເປັນການຮ່ວມມື ລະຫວ່າງ ອົງການ NASAກັບສຳນັກງານ ບໍລິຫານ ມະຫາສະໝຸດ ແລະ ບັນຍາກາດ ແຫ່ງຊາດ ຂອງ ສ.ສະຫະລັດ (NOA).ຊຶ່ງເປັນດາວທຽມ ດວງທີ່4 ແລະ ດວງສຸດທ້າຍ ຂອງຊຸດ ດາວທຽມ ທີ່ຕິດຕາມ ພາຍຸ ເຮີຣີເຄນ ແລະ ທໍນາໂດ ລວມ​ທັງ​ ການ​ກວດ​ສອບ​ ສະ​ພາບ​ ອາ​ກາດ​ອຸນ​ຫະ​ພູມ ຜີວ​ທະ​ເລ​ແລະ ຄຸນນະພາບ ອາກາດພ້ອມ​ທັງ​ ກວດ​ຈັບ ອຸກາບາດ ​ນັບ​ແຕ່​ປີ 2016.ດາວທຽມ ຊຸດດັ່ງກ່າວ ໄດ້ໂຄຈອນ ຢູ່ຫ່າງຈາກ ເສັ້ນສູນສູດ ປະມານ 35.785 ກິໂລແມັດ ແລະ ເຄື່ອນທີ່ດ້ວຍ ຄວາມໄວ ທີ່ຄ້າຍຄືກັບ ການໝູນ ຂອງໂລກ​ເພື່ອ​ຮັກສາ ​ຕໍາ​ແໜ່ງ​ ເໜືອພື້ນທີ​ ສະ​ເພາະ​ແລະ​ ລາຍ​ງານ​ຂໍ້​ມູນ​ ຢ່າງຕໍ່ເນື່ອງ.ນອກນີ້ ການເກັບກຳ ຂໍ້ມູນ ສະພາບ ອາກາດ ຍັງຊ່ວຍໃຫ້ ເຈົ້າໜ້າທີ່ ທາງການ ສາມາດ ອອກຄຳເຕືອນ ລ່ວງໜ້າໄດ້ 1-4ວັນ ຢ່າງຖືກຕ້ອງທີ່ສຸດ./. ​

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top