5902

dt-;'dkog'oltg|u Ij k'dq f\kp vkdvo,6 o7j kgruj , lt[a [xa [x5 ' y ]a f4t[ko]k; xtfa [s]Pow-cI''ko-A o III .sh z6h 8k'|h kleoa d0j k;lkos;Pfok, xt9e]k; 6 xtgmf ]5j ,c,j oE0v'Ij ;,,n 8h koltda fdA o[a osk1kgl[8y f ltrkcsj '-kf ry 9k]tokdkoxa [x5 'dq f\kp ;j kfh ;pdkoltda fdA o c]t 8h kova d7u wr vk-Po lh k'4tcs]'dkodj P;da [dkog7nj voph kp cI''ko c]t dkora fmtoklu ,n .sh cdj cI''kog7nj voph kp zq odv'xt-5 ,;y lk,a o0v']a f4t[ko gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 26.06.2024 ປີທີ 23 ສະບັບທີ 5.959 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 Iv'xtmkoltrkcsj '-kf xkwl .odv'xt-5 ,g;mu 76j Ij ;,,n glf4tdy fIv[fh ko 7totde,tdko75 h ,7v'vy og8u goa f csj '-kf lts]5 [;Pd 6 gfn vo8Q oxu ຂປລ. ໃນວັນທີ 25 ມິຖຸນາ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ປະ ດັບຫລຽນໄຊແຮງງານຊັ້ນ III ໃຫ້ ທ່ານ ຟ້າມວັນ ກຽນ (Pham Van Kien) ຫົວໜ້າຫ້ອງການຜູ້ ຕາງໜ້າສຳນັກຂ່າວສານຫວຽດ ນາມ ປະຈຳ ສປປ ລາວທີ່ມີຜົນງານ ດີເດັ່ນປະກອບສ່ວນເຂົ້າໃນການປະ ຕິບັດໜ້າທີ່ໂຄສະນາເຜີຍແຜ່ຂໍ້ມູນ, ຂ່າວສານເຫດການສຳຄັນຕ່າງໆ ຢູ່ ສປປ ລາວ ໃຫ້ຊາວຫວຽດນາມ ກໍຄືໃຫ້ສັງຄົມໄດ້ຮັບຮູ້ຕະຫລອດ ຂປລ.ໃນວັນທີ24ມິຖຸນາ2024 ນີ້, ທີ່ສໍານັກງານນາຍົກລັດຖະມົນ ຕີ, ລັດຖະບານ ໄດ້ດໍາເນີນກອງປະ ຊຸມວິສາມັນ, ພາຍໃຕ້ການເປັນປະ ທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ, ຜູ້ຕາງໜ້າກະຊວງ-ອົງ ການ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລືແລະ ປະກອບ ຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ບັນ ດາວາລະ ດັ່ງນີ້: ວາລະທີ 1. ກອງ ປະຊຸມເຫັນດີດ້ານຫລັກການຮັບ ແລະ ສາມາດປະຕິບັດໄດ້ໂດຍສອດ ຄ່ອງກັບສະພາບຕົວຈິງ. ທ່ານ ສັນຕິພາບ ພົມວິຫານ ໄດ້ ຍົກໃຫ້ເຫັນສະພາບການຈັດຕັ້ງ ຂປລ. ວັນທີ 21 ມິຖຸນາ 2024 ຜ່ານມາ, ຄະນະຜູ້ແທນສະພາແຫ່ງ ຊາດລາວ ນໍາໂດຍ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງ ຂປລ. ກອງປະຊຸມຮ່ວມມືຕ້ານ ຢາເສບຕິດ 6 ປະເທດລຸ່ມແມ່ນໍ້າ ຂອງ ຈັດຂຶ້ນໃນວັນທີ 25 ມິຖຸນາ 2024 ຢູ່ເຂດເສດຖະກິດພິເສດສາມ ຫລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງ ຊາດໄດ້ເຂົ້າຮ່ວມພິທີເປີດແລະກ່າວ ຄໍາປາໄສໃນກອງປະຊຸມເວທີຄູ່ຮ່ວມ ມືເສດຖະກິດຮອບດ້ານ (RCEP) ຂປລ. ກອງປະຊຸມສະໄໝສະມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 25 ມິຖຸ ນາ 2024 ພາຍໃຕ້ການເປັນປະ ທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະ ມົນຕີກະຊວງການເງິນ ໄດ້ສະເໜີ ຮ່າງກົດໝາຍວ່າດ້ວຍອາກອນມູນ ຄ່າເພີ່ມສະບັບປັບປຸງ ເພື່ອໃຫ້ສະ ມາຊິກສະພາແຫ່ງຊາດ ປະຈຳແຕ່ ລະເຂດເລືອກຕັ້ງໄດ້ຄົ້ນຄວ້າ, ປັບ ປຸງຕາມຄຳເຫັນຢ່າງເລິກເຊິ່ງ ແລະ ສົມເຫດສົມຜົນ ເພື່ອເຮັດໃຫ້ເນື້ອ ຂອງຮ່າງກົດໝາຍສະບັບນີ້, ມີເນື້ອ ໃນຄົບຖ້ວນ, ສົມບູນ, ຮັດກຸມຕື່ມ ບໍ່ແກ້ວ ສປປ ລາວ ໂດຍການເປັນ ປະທານຂອງ ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ວາງທິດທາງແຜນການໃນຕໍ່ໜ້າ ໃນວັນທີ 25 ມິຖຸນາ 2024 ໂດຍ ການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ປະທານຄະນະ ກຳມະການຄຸ້ມຄອງອິນເຕີເນັດແຫ່ງ ຊາດ, ມີລັດຖະມົນຕີກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ຮອງ ປະ ທານ-ຜູ້ປະຈຳການຄະນະກຳມະ ການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີຮອງລັດຖະມົນຕີ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ແລະ ຮັບຟັງ ໄລຍະປີ 2019 ເຖິງປັດຈຸບັນໄດ້ ຮັບຜົນສຳເລັດໃນຫລາຍດ້ານ ເຊິ່ງ ຜົນງານດັ່ງກ່າວ, ເປັນການປະກອບ ສ່ວນສຳຄັນເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ທ່ານ ສັນຕິພາບ ພົມວິຫານ ຂປລ. ຄະນະກໍາມະການຄຸ້ມ ຄອງອິນເຕີເນັດແຫ່ງຊາດ(ຄຄອຊ) ຈັດກອງປະຊຸມສະຫລຸບວຽກງານ ປະຈຳ 6 ເດືອນຕົ້ນປີ 2024 ແລະ ພັດທະນາທັງພາກລັດ ແລະ ເອກະ ຊົນ ເຂົ້າຮ່ວມ ແລະ ຮັບຟັງລາຍງານ ຜົນໄດ້ຮັບຂອງກອງປະຊຸມຄະນະ ກຳມະການລະດັບພາກພື້ນ ໃນວັນ ຂປລ. ກອງປະຊຸມສ້າງຖະ ແຫລງການອາຊຽນ ກ່ຽວກັບການ ເຄື່ອນຍ້າຍແຮງງານ, ການຮັບຮູ້ ແລະ ການພັດທະນາສີມືແຮງງານ ໃຫ້ແກ່ແຮງງານເຄື່ອນຍ້າຍຈັດຂຶ້ນ ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເອກກະພາບ ພັນທະວົງ ຮອງເລຂາ ທິການໃຫ່ຍ ປະຊາຄົມວັດທະນະ ທຳ-ສັງຄົມ ອາຊຽນ, ທ່ານ ເບເນ ດິກໂຕ ເອີເນສໂຕ ບິດໂຕນີໂອ (Bene dicto, Ernesto R. Bitonio Jr) ຫົວໜ້າກົມການຈັດຫາ ງານ ປະເທດຟິລິບປິນ, ຫົວໜ້າເຈົ້າ ຂປລ. ໃນພາກບ່າຍຂອງກອງ ປະຊຸມສະໄໝສະມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 25 ມິຖຸນາ 2024 ໂດຍການ ເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ຮອງປະທານ ສະພາແຫ່ງຊາດ, ທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ໄດ້ສະ ເໜີຮ່າງກົດໝາຍວ່າດ້ວຍການສະ ກັດກັ້ນ ແລະ ຕ້ານອັກຄີໄພສະບັບ ປັບປຸງປະກອບມີ X ພາກ, 5 ໝວດ ແລະ 89 ມາດຕາ. ໃນນັ້ນ, ປັບປຸງ 64 ມາດຕາ, ເພີ່ມໃໝ່ 21 ມາດຕາ ແລະ ຮັກສາເດີມ 4 ມາດຕາ. ຫລັງ ຈາກນັ້ນ, ບັນສະມາຊິກສະພາແຫ່ງ ຊາດ ໃນຖານະທີ່ເປັນຕົວແທນ ໜ້າທີ່ອາວຸໂສແຮງງານອາຊຽນ (SLOM), ກອງເລຂາອາຊຽນ ແລະ ຄະນະຮັບຜິດຊອບຈາກບັນດາ ປະເທດສະມາຊິກອາຊຽນ, ບັນດາ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມ ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າໄດ້ພັດ ປ່ຽນກັນສຸມໃສ່ພິຈາລະ ນາປະກອບ ຄຳເຫັນໃສ່ຮ່າງກົດໝາຍສະບັບ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/06/2024 xtgmf]k; ລັດຖະບານລາວ ປະດັບ... ຄະນະກຳມະການ... ຜົນກອງປະຊຸມລັດຖະບານ... ຮອງປະທານສະພາແຫ່ງຊາດ... ຮອງເອົາຮ່າງແຜນແມ່ບົດການພັດ ທະນາ ແລະ ຄຸ້ມຄອງຕົວເມືອງທ່ອງ ທ່ຽວ ເມືອງວັງວຽງ ແລະ ບໍລິເວນ ອ້ອມຮອບ ໄລຍະ 2024-2034 ໂດຍມອບໃຫ້ກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ສົມທົບຂະແໜງການ ແລະ ພາກ ສ່ວນກ່ຽວຂ້ອງ ປັບປຸງຕາມການປະ ກອບຄຳເຫັນຂອງສະມາຊິກລັດຖະ ບານ ເປັນຕົ້ນກຳນົດເນື້ອໃນສະພາບ ລວມໃຫ້ຊັດເຈນ, ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍຕື່ມ; ກໍານົດຈຸດປະ ສົງໃຫ້ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການໃນການພັດທະນາ ຕົວຈິງກວ່າເກົ່າ; ສິ່ງທ້າທາຍຕ່າງໆ ເພື່ອສາມາດກໍານົດທິດທາງແກ້ໄຂ ໄດ້ຢ່າງຖືກຕ້ອງ; ແຜນພັດທະນາ ບັນດາກິດຈະການ ໃຫ້ມີການຈັດ ລຽງບູລິມະສິດ, ເປັນລະບົບຄົບຊຸດ, ກົມກຽວກັນ ແລະ ຮັບໃຊ້ການພັດ ທະນາຢ່າງແທ້ຈິງ; ເຂດພັດທະນາ ໃຫ້ສອດຄ່ອງກັບແຜນພັດທະນາ ທີ່ດິນ, ແຜນປົກປັກຮັກສາສິ່ງແວດ ລ້ອມ ແລະ ແຜນພັດທະນາອື່ນໆ ທີ່ໄດ້ປະກາດນໍາໃຊ້ແລ້ວ; ຄວາມ ຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມໃຫ້ ລະອຽດຈະແຈ້ງກວ່າເກົ່າ; ໃຫ້ມີ ແຫລ່ງທຶນບໍາລຸງຮັກສາ ແລະ ພັດ ທະນາການທ່ອງທ່ຽວ; ການກຳນົດ ອັກສອນຫຍໍ້ ແລະ ຄຳອະທິບາຍສັບ ໃນແຜນແມ່ບົດຕ້ອງໃຫ້ເຂົ້າໃຈ ງ່າຍ ແລະ ເປັນເອກະພາບ; ແຜນແກ້ ໄຂບັນດາກິດຈະການທີ່ເຫັນວ່າ ບໍ່ສອດຄ່ອງກັບທິດທາງການພັດ ທະ ນາໃນປັດຈຸບັນ ແລະ ອະນາຄົດ ຕ້ອງໃຫ້ຈະແຈ້ງຊັດເຈນ; ກໍານົດ ແຈ້ງບັນດາຈຸດທ່ອງທ່ຽວທີ່ເປັນ ເອກະລັກສະເພາະຂອງເມືອງວັງ ວຽງ ເປັນຕົ້ນ ສາຍນໍ້າຊອງ, ບໍ່ນ້ຳ, ທົ່ງນາລຽບຕາມຜາຫີນ, ການຜະ ລິດກະສິກຳ ແລະ ອື່ນໆ; ບັນດາກິດ ຈະກຳການທ່ອງທ່ຽວ ເພື່ອຮັບໃຊ້ ໃຫ້ແກ່ການພັດທະນາ; ລະບົບການ ຄຸ້ມຄອງປົກປັກຮັກສາສິ່ງແວດ ລ້ອມ; ກົນໄກການຈັດຕັ້ງປະຕິບັດ ແຜນແມ່ບົດ; ບັນດາແຜນກໍຄືທິດ ທາງການພັດທະນາ ແລະ ການປົກ ປັກຮັກສາດ້ານຕ່າງໆ ບົນພື້ນຖານ ຮັບປະກັນຄວາມສະອາດຈົບງາມ, ເປັນລະບຽບຮຽບຮ້ອຍ, ສະຫງົບ ປອດໄພ, ທັນສະໄໝ, ສີຂຽວ ແລະ ຍືນຍົງ. ພ້ອມດຽວກັນນີ້, ເຫັນດີຍົກ ລະດັບເຂດທ່ອງທ່ຽວເມືອງວັງວຽງ ເປັນເຂດທ່ອງທ່ຽວລະດັບຊາດ ແລະ ເຫັນດີໃຫ້ກຳນົດຊື່ຂອງແຜນ ແມ່ບົດດັ່ງກ່າວ ເປັນ “ແຜນແມ່ບົດ ການພັດທະນາ ແລະ ຄຸ້ມຄອງເຂດ ທ່ອງທ່ຽວລະດັບຊາດເມືອງວັງ ວຽງ ໄລຍະແຕ່ປີ 2025-2035”. ຫລັງຈາກນັ້ນ ໃຫ້ນໍາໄປສໍາມະນາ ລະດົມຄວາມຄິດເຫັນຈາກພາກ ສ່ວນຕ່າງໆໃນສັງຄົມ ເພື່ອໃຫ້ມີເນື້ອ ໃນສົມບູນ ແລະ ສາມາດຈັດຕັ້ງປະ ຕິບັດໄດ້ຢ່າງມີປະສິດທິຜົນສູງ. ວາລະທີ 2. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາລາຍ ງານການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວ ໂດຍມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ກວດກາ, ສະຫລຸບ ແລະ ຖອດຖອນ ບົດຮຽນຄືນການຈັດຕັ້ງປະຕິບັດ ໂຄງການໃນໄລຍະຜ່ານມາ ໂດຍສະ ເພາະການນຳໃຊ້ທຶນ ແລະ ສະພາບ ອຸປະກອນເຕັກນິກຕ່າງໆ ສາມາດ ນຳໃຊ້ ແລະ ເຊື່ອມຕໍ່ກັບລະບົບໃໝ່ ໄດ້ຄືແນວໃດ; ພ້ອມທັງສົມທົບກັບ ຂະແໜງການ ແລະ ພາກສ່ວນກ່ຽວ ຂ້ອງ ສືບຕໍ່ຈັດຕັ້ງປະຕິບັດໂຄງການ ດັ່ງກ່າວໄລຍະໃໝ່ໃຫ້ມີຄວາມຄືບ ໜ້າ, ທັນສະໄໝ, ນໍາໃຊ້ໄດ້ຢ່າງມີປະ ສິດທິພາບ ແລະ ມີປະສິດທິຜົນ. ນອກຈາກນີ້, ກອງປະຊຸມຍັງໄດ້ ຮັບຟັງການລາຍງານສະພາບພົ້ນ ເດັ່ນຂົງເຂດວຽກງານການຕ່າງປະ ເທດ ໃນເດືອນມິຖຸນາ 2024 ແລະ ແຜນວຽກຈຸດສຸມຕໍ່ໜ້າ; ລວມທັງ ຜົນການເຄື່ອນໄຫວວຽກງານຢູ່ ທ້ອງຖິ່ນ ຂອງທ່ານນາຍົກລັດຖະ ມົນຕີ. ສຳລັບແຜນວຽກຈຸດສຸມເດືອນ ກໍລະກົດ 2024 ຂອງລັດຖະບານ ມີດັ່ງນີ້: ກະຊວງກ່ຽວຂ້ອງສືບຕໍ່ ເຂົ້າຮ່ວມລາຍງານ ແລະ ປ້ອງກັນ ບັນດາເນື້ອໃນກົດໝາຍຕ່າງໆ ຕາມ ວາລະກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX; ກະກຽມກອງປະຊຸມລັດຖະ ບານເປີດກວ້າງ ຄັ້ງທີ I ປີ 2024 ໂດຍລົງເລິກເນື້ອໃນທີ່ຈະປຶກສາ ຫາລື ໂດຍສະເພາະການແບ່ງຄວາມ ຮັບຜິດຊອບປະຕິບັດແຜນວຽກຈຸດ ສຸມຕົວຈິງ ຂອງແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ 6 ເດືອນທ້າຍປີ 2024 ໂດຍໃຫ້ມີວຽກຕົວຈິງມອບໃຫ້ແຕ່ ລະຂະແໜງການ ແລະ ທ້ອງຖິ່ນ ຢ່າງລະອຽດ. ພ້ອມນັ້ນ, ກໍໃຫ້ບັນ ດາກະຊວງຮີບຮ້ອນສະຫລຸບການ ຈັດຕັ້ງປະຕິບັດມະຕິ 17/ລບ ວ່າ ດ້ວຍການແບ່ງຄວາມຜິດຊອບຈັດ ຕັ້ງປະຕິບັດມະຕິ 05/ຄບສພ ແລະ ມະຕິ 04/ກມສພ; ກະກຽມສະຫລຸບ ລາຍງານຜົນການປະຕິບັດວຽກ ງານໃນໄລຍະ 6 ເດືອນຕົ້ນປີ 2024 ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາ ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະ ເທດຕໍ່ພາກສ່ວນທີ່ກ່ຽວຂ້ອງ; ກະ ກຽມກອງປະຊຸມວຽກງານປົກຄອງ ທົ່ວປະເທດ ເຊິ່ງຄາດວ່າຈະຈັດ ກ່ອນກອງປະຊຸມລັດຖະບານເປີດ ກວ້າງ ຄັ້ງທີ I ປີ 2024; ສຸມໃສ່ແກ້ໄຂວຽກເຄັ່ງຮ້ອນຈຳ ນວນໜຶ່ງ ເປັນຕົ້ນ ການແກ້ໄຂອັດ ຕາແລກປ່ຽນ; ການຄວບຄຸມການ ນໍາເຂົ້າສິນຄ້າທີ່ພາຍໃນເຮົາສາ ມາດຜະລິດໄດ້, ສິນຄ້າຟູມເຟືອຍ, ແກ້ໄຂບັນຫາໜີ້ສິນ ແລະ ອື່ນໆ. ພ້ອມທັງ, ສຸມໃສ່ຊຸກຍູ້, ຕິດຕາມ ໂຄງການລົງທຶນຂະໜາດໃຫຍ່ ໂດຍ ສະເພາະໂຄງການກໍ່ສ້າງທາງດ່ວນ, ໂຄງການພະລັງງານໄຟຟ້າທີ່ຈະ ສົ່ງໄຟໄປຕ່າງປະເທດ; ສືບຕໍ່ຕິດ ຕາມສະພາບຂອງດິນຟ້າອາກາດ ໃນໄລຍະລະດູຝົນນີ້ ເພື່ອມີແຜນ ປ້ອງກັນ ແລະ ຮັບມືຕໍ່ກັບບັນຫາໄພ ພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ພ້ອມນີ້, ກໍເອົາໃຈໃສ່ການຄຸ້ມຄອງ ຈັດການນໍ້າຢູ່ອ່າງເກັບນໍ້າຊົນລະປະ ທານ ແລະ ບໍລິຫານນໍ້າຂອງບັນດາ ເຂື່ອນໄຟຟ້າໃຫ້ຢູ່ໃນລະດັບທີ່ຮັບປະ ກັນດ້ານເຕັກນິກ ແລະ ຄວາມປອດ ໄພ; ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມ ແກ່ການເຄື່ອນໄຫວວຽກງານຕ່າງ ປະເທດຂອງການນຳຂັ້ນສູງ ແລະ ການກະກຽມຄວາມພ້ອມຮອບດ້ານ ໃນການຕ້ອນຮັບການນໍາຂັ້ນສູງ ຕ່າງປະເທດ ທີ່ຈະເດີນທາງມາ ເຄື່ອນໄຫວຢ້ຽມຢາມ ສປປ ລາວ; ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍ ຜົນການເຄື່ອນໄຫວວຽກງານຕ່າງ ປະເທດ ໃຫ້ມີຄວາມສຳເລັດ, ເປັນ ຮູບປະທໍາຕົວຈິງ ແລະ ທັນກັບສະ ພາບການ. ຂ່າ-ພາບ: ກົມປະຊາສຳພັນ ຫສນຍ ການລາຍງານສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍ ພ້ອມທັງວິທີການແກ້ໄຂບັນຫາຂອງ ບັນດາກະຊວງ, ອົງການ, ແຂວງ/ ນະຄອນຫລວງ, ແລະ ຮ່ວມກັນປະ ກອບຄຳເຫັນຢ່າງກົງໄປກົງມາ ເພື່ອ ຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຮ່ວມກັນ ວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ ອິນເຕີເນັດ ພາຍໃນປະເທດມີປະ ສິດທິພາບ ແລະ ປະສິດທິຜົນດີຂຶ້ນ ກວ່າເກົ່າ. ທ່ານ ມີນາໄຊ ພິລາວົງ ຫົວໜ້າ ສູນອິນເຕີເນັດແຫ່ງຊາດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທັງ ເປັນຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີ ເນັດແຫ່ງຊາດ ໄດ້ລາຍງານກ່ຽວ ກັບການຈັດຕັ້ງວຽກງານ ຄຄອຊ ປະຈໍາ 6 ເດືອນຕົ້ນປີ 2024 ເຊິ່ງ ໄດ້ຍົກໃຫ້ເຫັນການແກ້ໄຂສະພາບ ທີ່ເກີດຂຶ້ນຕ້ອງໄດ້ເລັ່ງພັດທະນາ ແລະ ສົ່ງເສີມການນໍາໃຊ້ອິນເຕີເນັດ ໃຫ້ກາຍເປັນປັດໄຈໃນການດໍາລົງ ຊີວິດ. ພ້ອມນັ້ນ, ກໍຕ້ອງຮັບປະກັນ ແລະ ປ້ອງກັນແກ້ໄຂໃຫ້ໄດ້ຕໍ່ກັບ ບັນຫາປະກົດການຫຍໍ້ທໍ້ທີ່ເກີດຈາກ ອິນເຕີເນັດ ທີ່ສົ່ງຜົນກະທົບຕໍ່ຄວາມ ສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບໃນສັງຄົມ, ສົ່ງຜົນກະທົບໃນທາງລົບຕໍ່ວັດທະ ນະທໍາ-ຮີດຄອງປະເພນີອັນດີງາມ ຂອງຊາດ, ບັນຫາທີ່ສ້າງຄວາມປັ່ນ ປ່ວນໃຫ້ມີຄວາມແຕກແຍກ,ໃສ່ຮ້າຍ ປ້າຍສີ, ສ້າງຂໍ້ມູນບິດເບືອນທີ່ສົ່ງ ຜົນກະທົບທີ່ບໍ່ດີຕໍ່ການນຳພາຂອງ ພັກ ແລະ ການຄຸ້ມຄອງຂອງລັດ. ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ ຕ່າງໆທີ່ກ່າວມານັ້ນ, ຄຄອຊ ຈະ ຕ້ອງເລັ່ງກວດກາຄືນບັນດານິຕິກຳ, ກົງຈັກການຈັດຕັ້ງ, ບຸກຄະລາກອນ, ວິທີການ ແລະ ມາດຕະການຕ່າງໆ, ພ້ອມນັ້ນ ກໍຕ້ອງເປັນເຈົ້າການຄົ້ນ ຄວ້າ ປັບປຸງຂອດປະສານງານລະ ຫວ່າງຂະແໜງການຕ່າງໆແຕ່ສູນ ກາງຮອດທ້ອງຖິ່ນ ທີ່ກ່ຽວພັນກັບ ວຽກງານອິນເຕີເນັດ, ເຕັກໂນໂລຊີ ການສື່ສານ-ຂໍ້ມູນຂ່າວສານ, ເຕັກ ໂນໂລຊີດີຈິຕອນ, ເນື້ອໃນຂໍ້ມູນຂ່າວ ສານຜ່ານອິນເຕີເນັດ, ຄວາມປອດ ໄພທາງໄຊເບີ ໃຫ້ມີຄວາມຮັບປະກັນ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການໂຄສະນາເຜີຍ ແຜ່ສ້າງຄວາມຮັບຮູ້, ຄວາມເຂົ້າ ໃຈໃຫ້ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນ ໃນການນໍາໃຊ້ອິນເຕີ ເນັດ ໃຫ້ເກີດປະໂຫຍດ. ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ຕີລາຄາສູງຕໍ່ການ ຄົ້ນຄວ້າ, ການກຳນົດບັນດາເປົ້າ ໝາຍທີ່ມີຄວາມສຳຄັນ ແລະ ຈຳ ເປັນທີ່ຈະຕ້ອງໄດ້ຄຸ້ມຄອງ ແລະ ພັດ ທະນາ ເຊິ່ງຈະຕ້ອງໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນ ແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ ອິນເຕີເນັດ ແລະ ເຕັກໂນໂລຊີດີຈິ ຕອນ ສາມາດປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ຕິດພັນ ກັບ 2 ວາລະແຫ່ງຊາດ ໂດຍສະ ເພາະແມ່ນການຊຸກຍູ້ການສ້າງຕັ້ງ ແລະ ປັບປຸງຄະນະກຳມະການຄຸ້ມ ຄອງອິນເຕີເນັດ ໃນແຕ່ລະຂັ້ນ ເພື່ອ ສ້າງຄວາມແຂງແຮງ, ຄວາມຄ່ອງ ຕົວໃຫ້ແກ່ສາຍໃຍ ແລະ ຂອດການ ປະສານງານ ໄດ້ຢ່າງທົ່ວເຖິງໃນທົ່ວ ປະເທດ, ເພີ່ມທະວີຂອດປະສານ ງານລະຫວ່າງພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຄຸ້ມຄອງ, ຕິດຕາມ ກວດກາ, ເຝົ້າລະວັງແລະຕອບຕ້ານ ຫາງສຽງບໍ່ດີ, ຂໍ້ມູນຂ່າວສານທີ່ບໍ່ ຖືກຕ້ອງເທິງອິນເຕີເນັດໃຫ້ມີຄວາມ ວ່ອງໄວ ທັນການ. ພ້ອມກັນນັ້ນ, ກໍຕ້ອງໄດ້ສ້າງກົນໄກປະສານງານ ກັບບັນດາຜູ້ໃຫ້ບໍລິການໂທລະຄົມ ມະນາຄົມ ແລະ ອິນເຕີເນັດ ເຊິ່ງເປັນ ຜູ້ຮັບຜິດຊອບໂດຍກົງຕໍ່ກັບຂໍ້ມູນຜູ້ ຊົມໃຊ້ແລະ ໂຄງລ່າງພື້ນຖານເຊື່ອມ ຕໍ່ເຂົ້າເຖິງຂໍ້ມູນເທິງອິນເຕີເນັດ ເພື່ອໃຫ້ການປະຕິບັດມາດຕະການ ຕ່າງໆ ໄດ້ຢ່າງວ່ອງໄວທັນສະພາບ ການ; ຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳໃຫ້ສອດຄ່ອງ ກັບສະພາບການໃໝ່ ແລະ ເຕັກໂນ ໂລຊີ ວິທີການໃໝ່ ທີ່ເກີດຂຶ້ນໃນສັງ ຄົມປັດຈຸບັນ, ພ້ອມທັງສຸມໃສ່ສ້າງ ຍຸດທະສາດຄວາມປອດໄພໄຊເບີ ແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ວຽກ ງານຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີ ຢ່າງຄົບ ຖ້ວນ, ຮັດກຸມ ແລະ ແທດເໝາະກັບ ສະພາບການ. ພ້ອມນີ້, ທ່ານຍັງໄດ້ຊີ້ນຳໃຫ້ເລັ່ງ ແກ້ໄຂບັນຫາຫຍໍ້ທໍ້ຜ່ານທາງລະ ບົບໂທລະຄົມມະນາຄົມ ແລະ ອິນ ເຕີເນັດ ເປັນຕົ້ນ ອາຊະຍາກໍາ ແລະ ການຕົວະຍົວະຫລອກຫລວງຜ່ານ ລະບົບອິນເຕີເນັດ, ຜ່ານແກ້ງຄອນ ເຊັນເຕີ; ການຮົ່ວໄຫລຂອງເອກະ ສານຂອງພັກ-ລັດ, ການຮົ່ວໄຫລຂໍ້ ມູນສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນດາສື່ແລະ ເວັບໄຊ ລາມົກອະນາຈານ, ບັນຫາເກມການພະນັນ, ຄາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າ ປະເວນີ, ການຄ້າຢາເສບຕິດຜ່ານ ທາງອອນລາຍຕ່າງໆ, ເພື່ອເຮັດ ແນວໃດເຮັດໃຫ້ສະພາບແວດ ລ້ອມອິນເຕີເນັດ ຂອງ ສປປ ລາວ ມີຄວາມປອດໄພ ແລະ ບັນຫາ ອື່ນໆອີກ. ຂໍ້ມູນຈາກ: ກະຊວງ ຕສ 2024 ທີ່ເມືອງຫວາງຊານ ແຂວງ ອານຮຸຍ ສປ ຈີນ ໂດຍທ່ານໄດ້ມີຄຳ ເຫັນກ່ຽວກັບການຮ່ວມມືລະຫວ່າງ ລັດຖະບານທ້ອງຖິ່ນບັນດາປະເທດ ແລະ ບັນດາຕົວເມືອງມິດຕະພາບ ເຊິ່ງໄດ້ເນັ້ນເຖິງຄວາມສໍາຄັນຂອງ ກອງປະຊຸມຄັ້ງນີ້, ເປັນການຊຸກ ຍູ້ການປະຕິບັດສັນຍາຄູ່ຮ່ວມມື ເສດຖະກິດຮອບດ້ານໃນພາກພື້ນ RCEP ໃຫ້ມີຄຸນນະພາບສູງ, ຊຸກຍູ້ ການເພີ່ມທະວີຄວາມເຂົ້າອົກເຂົ້າ ໃຈຕໍ່ບັນດາທ້ອງຖິ່ນຂອງບັນດາ ປະເທດສະມາຊິກ RCEP, ຄົ້ນ ຄວ້າກາລະໂອກາດໃນການດຳເນີນ ທຸລະກິດ, ຊອກຫາຄູ່ຮ່ວມມືທີ່ດີ, ຊຸກ ຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງ ແລະ ກວ້າງຂວາງ ໃຫ້ບັນລຸໄດ້ໝາກ ຜົນໂດຍຕ່າງຝ່າຍຕ່າງມີຜົນປະ ໂຫຍດລະຫວ່າງບັນດາປະເທດໃນ ພາກພື້ນ RCEP ໂດຍສະເພາະ ສປປ ລາວ ກໍໄດ້ຮັບຜົນປະໂຫຍດໃນ ຖານະທີ່ເປັນສະມາຊິກ ແລະ ໄດ້ຮັບ ຜົນປະໂຫຍດໃນການຈັດຕັ້ງປະຕິ ບັດສັນຍາໃນຂອບນີ້ຈຳນວນໜຶ່ງ. ນອກນັ້ນ, ທ່ານຍັງໄດ້ມີຄໍາເຫັນ ກ່ຽວກັບການຮ່ວມມືລະຫວ່າງສປປ ລາວ ກັບ ສປ ຈີນ ໃນໄລຍະຜ່ານ ມາທີ່ໄດ້ມີການພົວພັນກັນນັບມື້ນັບ ເລິກເຊິ່ງຕາມທິດ 4 ດີ (ເພື່ອນທີ່ດີ, ສະຫາຍທີ່ດີ, ບ້ານໃກ້ເຮືອນຄຽງທີ່ ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ສປປ ລາວ ຍາມໃດກໍສະໜັບສະໜູນນະໂຍ ບາຍຈີນດຽວ, ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມຂອງສະ ຫາຍສີຈິ້ນຜິງປະທານປະເທດແຫ່ງ ສປ ຈີນ ກ່ຽວກັບໜຶ່ງແລວທາງ ໜຶ່ງເສັ້ນທາງ, ການພັດທະນາໂລກ, ຄວາມໝັ້ນຄົງໂລກແລະອະລິຍະທໍາ ໂລກ; ພິເສດແມ່ນໄດ້ມີການຈັດຕັ້ງ ຜັນຂະຫຍາຍແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ ເຊິ່ງສອງປະເທດໄດ້ມີການຮ່ວມ ມືທາງດ້ານການພັດທະນາຊັບພະ ຍາກອນມະນຸດ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງ ທ່ຽວແລະອື່ນໆ.ໃນນັ້ນ,ລັດຖະບານ ຂອງສອງປະເທດ ໄດ້ເອົາໃຈໃສ່ຈັດ ຕັ້ງປະຕິບັດໂຄງການເສັ້ນທາງລົດ ໄຟ ລາວ-ຈີນ, ໂຄງການເສັ້ນທາງ ດ່ວນວຽງຈັນ-ວັງວຽງ, ເຂດພັດທະ ນາກວມລວມໄຊເສດຖາ,ໂຄງການ ປັບປຸງໂຮງໝໍມະໂຫສົດ, ໂຄງການ ຊ່ວຍເຫລືອແກ້ໄຂຄວາມທຸກຍາກ ຢູ່ທ້ອງຖິ່ນຂອງ ສປປ ລາວ ເຊິ່ງ ພວມນໍາເອົາຜົນສໍາເລັດ ແລະ ຜົນ ປະໂຫຍດມາສູ່ປະຊາຊົນລາວ ໂດຍ ສະເພາະເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ. ສໍາລັບ ການພົວພັນຢູ່ຂັ້ນທ້ອງຖິ່ນໃນໄລຍະ ຜ່ານມາ ກໍນັບມື້ນັບເລິກເຊິ່ງຫລາຍ ແຂວງໄດ້ມີການແຮກສ່ຽວກັບ ແຂວງຂອງ ສປຈີນ.ສະເພາະແຂວງ ອານຮຸຍ ກໍໄດ້ມີການເຊັນບົດບັນ ທຶກການພົວພັນຮ່ວມມືກັບແຂວງ ອັດຕະປື ແລະ ຜ່ານມາກໍໄດ້ມີບໍລິສັດ ຈາກແຂວງອານຮຸຍ ຈໍານວນໜຶ່ງ ເຂົ້າໄປລົງທຶນ ຢູ່ ສປປ ລາວ ຈຶ່ງໄດ້ ສະເໜີໃຫ້ມີການຮ່ວມມືກັບແຂວງ ອື່ນໆຂອງ ສປປ ລາວ ເພີ່ມຕື່ມ ເພື່ອ ໃຫ້ບັນດາບໍລິສັດຂອງ ສປ ຈີນ ທີ່ມີ ຄວາມສາມາດ ແລະ ມີຄວາມສົນ ໃຈເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ. ນອກຈາກເຂົ້າຮ່ວມກອງປະຊຸມ ແລະກ່າວປາໄສແລ້ວ, ຄະນະຜູ້ແທນ ສະພາແຫ່ງຊາວລາວ ຍັງໄດ້ພົບປະ ໂອ້ລົມກັບກົງສຸນໃຫຍ່ປະຈຳກວາງ ໂຈແລະໄປຢ້ຽມຢາມ,ພົບປະໂອ້ລົມ ພະນັກງານສະຖານກົງສຸນໃຫຍ່ປະ ຈຳນະຄອນຊຽງໄຮ, ຢ້ຽມຊົມຫໍພິພິ ທະພັນປະຫວັດສາດແລະ ພິພິທະພັນ ຊາ ເຊັຍຫລົງຕ້າ ຂອງເມືອງຫວາງ ຊານ ແລະ ສະຖານທີ່ທ່ອງທ່ຽວທີ່ ມີຊື່ສຽງຈຳນວນໜຶ່ງຂອງແຂວງ ອານຮຸຍ ອີກດ້ວຍ. ຂ່າວ-ພາບ: ສະພາແຫ່ງຊາດ ຊາດ ລາວ-ຫວຽດນາມ. ໃຫ້ກຽດ ເຂົ້າຮ່ວມພິທີປະດັບຫລຽນດັ່ງກ່າວ, ມີບັນດາຫົວໜ້າກົມ, ຮອງກົມອ້ອມ ຂ້າງກະຊວງຖວທ, ຫົວໜ້າອົງການ ສື່ຫລັກຂອງລາວ, ຜູ້ຕາງໜ້າອົງ ການສື່ມວນຊົນ ຫວຽດນາມ ປະ ຈຳລາວ ແລະ ຜູ້ຕາງໜ້າຈາກກະ ຊວງທີ່ກ່ຽວຂ້ອງ, ຈາກສະຖານທູດ ຫວຽດນາມປະຈຳລາວ ເຂົ້າຮ່ວມ. ໂອກາດນີ້,ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວ ສານປະເທດລາວ ໄດ້ຍົກໃຫ້ເຫັນຜົນ ງານການເຄື່ອນໄຫວວຽກງານສື່ ມວນຊົນ ຢູ່ ສປປ ລາວ ຂອງທ່ານ ຟ້າມ ວັນ ກຽນ ໃນແຕ່ລະສະໄໝນັບ ແຕ່ສະໄໝທີ 1 ເລີ່ມແຕ່ເດືອນມັງ ກອນ ປີ 2008 ຫາ ເດືອນມັງກອນ 2011, ສະໄໝທີ 2 ເລີ່ມແຕ່ເດືອນ ທັນວາ 2014 ຫາ ເດືອນກັນຍາ 2019 ແລະ ສະໄໝທີ 3 ເລີ່ມແຕ່ ເດືອນສິງຫາ 2019 ເຖິງປັດຈຸບັນ ເຊິ່ງເປັນເວລາກວ່າ 14ປີທີ່ປະຕິບັດ ໜ້າທີ່ຢູ່ ສປປ ລາວ ທ່ານ ຟ້າມ ວັນ ກຽນ ໄດ້ຊຸກຍູ້ສົ່ງເສີມ, ໂຄສະນາ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການພົວພັນຮ່ວມ ມືຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການຄ້າ-ການລົງທຶນ ຂອງ ຫວຽດ ນາມ ຢູ່ ສປປ ລາວ ເຊິ່ງສາມາດ ຜະລິດຂ່າວ ແລະ ບົດ ໄດ້ຫລາຍພັນ ຂ່າວ, ຫລາຍພັນບົດ, ລວມເຖິງສາ ລະຄະດີ, ຮູບພາບ. ໃນນັ້ນ, ຫລາຍ ພັນຂ່າວ, ຫລາຍພັນຮູບພາບກ່ຽວ ກັບສະພາບເສດຖະກິດ, ການເມືອງ, ວັດທະນະທຳ-ສັງຄົມ ຂອງລາວ ແລະ ການຮ່ວມມືຂອງລາວກັບບັນ ດາປະເທດອື່ນໆ ໄດ້ສົ່ງໄປອອກ ຂ່າວ ຢູ່ ສສ ຫວຽດນາມ ເຊິ່ງສ່ອງ ແສງໃຫ້ເຫັນແຈ້ງ ແລະ ມີຊີວິດຊີ ວາກ່ຽວກັບສາຍພົວພັນພິເສດລະ ຫວ່າງສອງຊາດລາວ-ຫວຽດນາມ. ນອກນີ້ຍັງມີຫລາຍພັນຂ່າວ, ບົດ, ຮູບພາບ ແລະ ສາລະຄະດີໂທລະ ພາບກ່ຽວກັບຄວາມສາມາດບົ່ມ ຊ້ອນ ໃນການພັດທະນາເສດຖະກິດ ຂອງລາວ ຢູ່ໃນທຸກຂົງເຂດ ໂດຍ ສະເພາະຂົງເຂດການທ່ອງທ່ຽວ ແລະ ກະສິກຳ ເປັນຕົ້ນ ກ່ຽວກັບສະ ຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ບັນດາ ຕົວແບບການພັດທະນາການທ່ອງ ທ່ຽວ ທີ່ດີຕິດພັນກັບການພັດທະນາ ແບບຍືນຍົງຂອງລາວ ຫລື ກ່ຽວກັບ ຮູບແບບການສ້າງເສດຖະກິດແບບ ມີຫົວຄິດປະດິດສ້າງ ແລະ ມີປະສິດ ທິຜົນຂອງລາວເຮົາ ກໍໄດ້ສົ່ງໄປ ອອກຂ່າວ ຢູ່ ສສ ຫວຽດນາມ ເຊັ່ນ ດຽວກັນ. ທ່ານ ຟ້າມ ວັນ ກຽນ ໄດ້ປະຕິ ບັດໜ້າທີ່ເປັນຂົວຕໍ່ໃຫ້ແກ່ການພົວ ພັນລະຫວ່າງສອງສຳນັກຂ່າວສານ ຂອງສອງປະເທດໄດ້ຊ່ວຍບັນດາຄະ ນະຜູ້ແທນ ສຳນັກຂ່າວສານຫວຽດ ນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ແລະ ບັນດາຄະນະຜູ້ແທນ ສຳນັກຂ່າວສານປະເທດລາວ ໄປ ຢ້ຽມຢາມ, ເຮັດວຽກ ແລະ ຮ່ຳຮຽນ ຢູ່ຫວຽດນາມ, ທັງໄດ້ຊ່ວຍຄະນະ ເຕັກນິກຂອງສຳນັກຂ່າວສານ ຫວຽດນາມ ມາຕິດຕັ້ງເຄື່ອງອຸປະ ກອນ, ສ້າງເວັບໄຊ ຊ່ວຍເຫລືອສຳ ນັກຂ່າວສານປະເທດລາວ, ຊ່ວຍ ເຫລືອດ້ານອິນເຕີເນັດ, ຝຶກອົບຮົມ ການຂຽນຂ່າວ, ຂຽນບົດ ແລະ ຖ່າຍ ພາບນິ້ງ, ວິດີໂອ ແລະ ການຕັດຕໍ່ ຢູ່ຫວຽດນາມ ໃຫ້ແກ່ສຳນັກຂ່າວ ສານປະເທດລາວ ຫລາຍຄັ້ງ. ທ່ານ ຄຳເຜີຍ ພິລາພາ ຍັງໃຫ້ ຮູ້ຕື່ມວ່າ: ຄຽງຄູ່ກັບການເຮັດວຽກ ງານເປັນຂົວຕໍ່ການພົວພັນລະ ຫວ່າງ ສຳນັກຂ່າວສານປະເທດ ລາວ ແລະ ສໍານັກຂ່າວສານຫວຽດ ນາມ ແລ້ວ ທ່ານ ຟ້າມ ວັນ ກຽນ ຍັງມີການພົວພັນທີ່ດີກັບບັນດາອົງ ການສື່ມວນຊົນຂອງລາວ ແລະ ໄດ້ ປະກອບສ່ວນຊ່ວຍເຫລືອສື່ມວນ ຊົນລາວ ພັດທະນາແບບຍືນຍົງ, ມີ ການພົວພັນທີ່ດີກັບບັນດາກະຊວງ, ຂະແໜງການອື່ນໆ ແລະ ທ້ອງຖິ່ນ ຢູ່ລາວ ໂດຍສະເພາະໄດ້ສ້າງຜົນ ງານປະກອບສ່ວນໃຫ້ແກ່ການພົວ ພັນ ລະຫວ່າງ ສຳນັກຂ່າວສານປະ ເທດລາວ ແລະ ສຳນັກຂ່າວສານ ຫວຽດນາມ ແລະ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດ ນາມ ໃຫ້ໄດ້ຮັບການພັດທະນາຂຶ້ນ ໄປເລື້ອຍໆ. ພ້ອມນີ້, ທ່ານ ຟ້າມ ວັນ ກຽນ ຍັງໄດ້ສຸມໃສ່ປະຕິບັດໜ້າທີ່ໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ເຫດການສຳຄັນຕ່າງໆຢູ່ ສປປ ລາວ ເຊັ່ນ: ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ, ການເລືອກຕັ້ງສະພາແຫ່ງ ຊາດຊຸດທີ IX ຂອງລາວ, ບັນດາ ການຢ້ຽມຢາມຂອງຄະນະຜູ້ແທນ ຂັ້ນສູງສອງປະເທດ, ການມອບຮັບ ອາຄານຫລັງໃໝ່ຫໍສະພາແຫ່ງ ຊາດ, ຂອງຂວັນທີ່ພັກ, ລັດ ຫວຽດ ນາມ ມອບໃຫ້ພັກ, ລັດລາວ. ພິເສດ ໃນປີສາມັກຄີມິດຕະພາບ ລາວຫວຽດນາມ 2022, ສຳນັກຂ່າວ ສານຫວຽດນາມ ໄດ້ພະຍາຍາມສຸດ ຄວາມສາມາດ, ປະຕິບັດການອອກ ຂ່າວ, ບົດກ່ຽວກັບການສະເຫລີມ ສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫລາກຫລາຍສີ ສັນຍົກໃຫ້ເຫັນສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງປະເທດ ລາວຫວຽດນາມ ອ້າຍນ້ອງ.

ບົດສະເໜີ xtgmf]k; 3 26/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ສາວບ້ານໂນນ ໂດຍ:ເຂົ້າຈານນໍ້າ ,kIh6 9a d 5 la foE xtgrf s;'sh k, 8k,dq f\kp0v']k; mq j ;xtgmf,u 7v[7q ;rQ om5 d d;,s]kpd;j k 80 lj ;oIh vp s];'rt[k' gvq k.9.lj xt8y [a flv';k]tcsj '-kf ໂດຍ: ມາລີດາ * ທ່ານ ສົມພອນ ສີອຸດົມພັນ ຮອງປະທານຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງທີ6 ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນ ໄລຍະຜ່ານມາແຂວງຫລວງພະບາງ ໄດ້ເອົາໃຈໃສ່ປະຕິບັດບັນດາແຜນ ວຽກງານຈຸດສຸມ ຂອງວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຄືການຊຸກຍູ້ສົ່ງເສີມການການປູກການລ້ຽງ, ການຜະລິດເພື່ອຊົມໃຊ້ ພາຍໃນແລະສົ່ງອອກເປັນຕົ້ນ:ການ ລ້ຽງສັດແບບເປັນຟາມ ໄດ້ມີການ ຂະຫຍາຍຕົວ, ການຂຸດຄົ້ນແຮ່ທາດ ໂດຍສະເພາະແມ່ນແຮ່ຄຳ ຕົກຂ້ອນ ທີ່ລັດຖະບານອານຸຍາດ ໄດ້ຮັບການ ຄຸ້ມຄອງ, ການຊຸກຍູ້ສົ່ງເສີມ, ອຳ ນວຍຄວາມສະດວກໃຫ້ແກ່ທຸລະກິດ ການບໍລິການ ແລະ ການທ່ອງທ່ຽວ ມີການຟື້ນຕົວ, ສາມາດປັບປຸງສະ ພາບແວດລ້ອມ ທີ່ເອື້ອອຳນວຍ ຄວາມສະດວກ ໃຫ້ແກ່ການລົງທຶນ ມີຄວາມວ່ອງໄວຂຶ້ນກວ່າເກົ່າ. ເຊິ່ງ ເປັນປັດໄຈທີ່ສາມາດດຶງດູດການ ລົງທຶນຂອງພາກເອກະຊົນ ຈາກທັງ ພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ; ດ້ານການເກັບລາຍຮັບເຂົ້າງົບປະ ມານຂອງແຂວງ ກໍໄດ້ຮັບການປັບ ປຸງ ແລະ ຫັນເປັນທັນສະໄໝຈົນສາ ມາດເຮັດໃຫ້ແຂວງຫລວງພະບາງ ມີລາຍຮັບເພີ່ມຂຶ້ນ, ມີລາຍຮັບເກີນ ແຜນ2ປີຕິດຕໍ່ກັນແລະໄດ້ມີການຄຸ້ມ ຄອງລາຍຈ່າຍໄປຕາມທິດປະຢັດ ແລະຕ້ານການຟູມເຟືອຍ. ນອກນັ້ນ, ຍັງໄດ້ສຸມໃສ່ແກ້ໄຂໜີ້ສິນ ສາທາ ລະນະ ຕາມມະຕິຂອງສະພາແຫ່ງ ຊາດ; ຊຸກຍູ້ພາກສ່ວນທະນາຄານ ແລະ ສະຖາບັນການເງິນພາຍໃນ ແຂວງ ໃນການສ້າງສະຖຽນລະ ພາບດ້ານເງິນຕາ; ເພີ່ມທະວີປະສິດ ທິພາບໃນການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມ ດ້ວຍກົດໝາຍເປັນຕົ້ນ: ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳທີ່ສຳຄັນຂອງແຂວງ ໄດ້ຈຳນວນໜຶ່ງ, ປັບປຸງຄຸນນະພາບ ຂອງການ ບໍລິຫານ ລັດ ດ້ວຍການ ປັບປຸງກົງຈັກການຈັດຕັ້ງຕາມທິດ ກະທັດຮັດ. ເຖິງຢ່າງໃດກໍຕາມ ໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນຍັງມີບັນ ຫາຈຳນວນໜຶ່ງ ທີ່ຕ້ອງເອົາໃຈໃສ່ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນ ການຜະລິດເປັນສິນຄ້າເພື່ອສົ່ງອອກ ຍັງບໍ່ທັນເຮັດໄດ້ຢ່າງເປັນຮູບປະ ທຳ,ການຫັນເປັນທັນສະໄໝໃນການ ຄຸ້ມຄອງເກັບລາຍຮັບຍັງເຮັດບໍ່ທັນ ໄດ້ໝົດ, ການອອກມາດຕະການ ດ້ານການປະຢັດແລະຕ້ານການຟູມ ເຟືອຍ ໃນທົ່ວສັງຄົມຍັງບໍ່ທົ່ວເຖິງ, ການຄຸ້ມຄອງລາຄາສິນຄ້າ, ອັດຕາ ແລກປ່ຽນຍັງເຮັດບໍ່ທັນດີເທົ່າທີ່ ຄວນ, ໃນເດືອນພຶດສະພາ ປີ 2024 ຜ່ານມານີ້ຕົວເລກເງິນເຟີ ຂອງ ສປປລາວ(ຢູ່ທີ່25,8%)ສະເພາະ ແຂວງຫລວງພະບາງ ຂອງພວກ ເຮົາແມ່ນຢູ່ທີ່16.71%ໃນການແກ້ ໄຂຫລາຍບັນຫາທີ່ເກີດຂຶ້ນ ໃນຂົງ ເຂດເສດຖະກິດ ຍັງບໍ່ທັນເດັດຂາດ, ເຂັ້ມງວດຕາມກົດໝາຍ. (ຂໍ້ມູນ ຈາກ: ສູນສະຖິຕິ ພະແນກແຜນການ ແລະ ການລົງທຶນແຂວງ). ສໍາລັບ ວຽກງານການແກ້ໄຂບັນຫາຢາ ເສບຕິດ ເຫັນວ່າບັນດາວຽກງານ ຈຸດສຸມຂອງວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ແມ່ນໄດ້ມີການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເປັນຕົ້ນ: ແມ່ນ ການສ້າງຄວາມຮັບຮູ້, ຄວາມເຂົ້າ ໃຈຕໍ່ຜົນຮ້າຍຂອງຢາເສບຕິດ, ເຜີຍ ແຜ່ນິຕິກໍາ ແລະ ກົດໝາຍທີ່ກ່ຽວ ຂ້ອງ, ການປັບປຸງດ້ານກົງຈັກການ ຈັດຕັ້ງ ແລະ ຍົກລະດັບຄວາມສາ ມາດໃນການເຄື່ອນໄຫວຂອງອົງ ການທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນ ຫາຢາເສບຕິດ, ໃຫ້ມີປະສິດທິພາບ ດ້ານການຄຸ້ມຄອງ-ຊີ້ນຳການແກ້ ໄຂບັນຫາຢາເສບຕິດ ແລະ ປັບປຸງ ຂີດຄວາມສາມາດ ໃນການເຄື່ອນ ໄຫວເຮັດໜ້າທີ່ຂອງລະບົບການ ເມືອງ ນັບແຕ່ຂັ້ນແຂວງຈົນເຖິງຂັ້ນ ບ້ານເຮັດໃຫ້ບັນຫາຢາເສບຕິດພາຍ ໃນແຂວງ ໄດ້ຮັບການແກ້ໄຂຫລາຍ ພໍສົມຄວນ. ເຖິງຢ່າງໃດກໍຕາມ ໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕ້ອງ ໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນ: ການ ໂຄສະນາເຜີຍແຜ່ນິຕິກໍາ ແລະ ຜົນ ຮ້າຍຂອງຢາເສບຕິດ ຍັງເຮັດບໍ່ ທັນໄດ້ກວ້າງຂວາງ ແລະ ເລິກເຊິ່ງ, ຄວາມເປັນເຈົ້າການຂອງຄອບຄົວ ແລະ ລະບົບການເມືອງຢູ່ຮາກຖານ ຈຳນວນບໍ່ໜ້ອຍຕໍ່ວຽກງານຄຸ້ມ ຄອງ ແກ້ໄຂບັນຫາຢາເສບຕິດຍັງບໍ່ ສູງ ສ່ວນຫລາຍຍັງເຂົ້າໃຈວ່າແມ່ນ ໜ້າທີ່ຂອງເຈົ້າໜ້າທີ່ຕຳຫລວດ. * ວັນທີ 13 ກໍລະກົດ ເປັນວັນ ປ່ອຍປາ ແລະ ອະນຸລັກສັດ ນໍ້າ- ສັດ ປ່າແຫ່ງຊາດ, ວັນດັ່ງກ່າວຂອງທຸກ ປີ ມີຂະບວນການປ່ອຍປາສູ່ແຫລ່ງ ທໍາມະຊາດ ແມ່ນໍ້າລໍາເຊ ກໍ່ຄືຫ້ວຍ ຮ່ອງໜອງບຶງ ເພື່ອເພີ່ມຄວາມອຸດົມ ສົມບູນໃຫ້ແຫລ່ງນໍ້າ. ເພື່ອເປັນການຕ້ອນຮັບວັນສຳ ຄັນດັ່ງກ່າວບົດນີ້ ຈຶ່ງນໍາເອົາປາ 5 ຊະນິດ ໃນອັນດັບຕົ້ນ ທີ່ນອນຢູ່ໃນ ບັນຊີ I ສັດນໍ້າ ແລະ ສັດປ່າ ຫລື ສັດ ປະເພດຫວງຫ້າມ ຕາມມະຕິຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຮັບຮອງເອົາບັນຊີລາຍຊື່ສັດ ນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫລື ບັນຊີ I ແລະ ປະເພດຄຸ້ມຄອງ ຫລື ບັນຊີ II ສະບັບ ເລກທີ 81/ ນຍ, ລົງວັນທີ 13/8/2008 ຄື: 1. ປາປຶກ, ມີຊື່ທາງວິທະຍາສາດແມ່ນ Pangasianodon gigas; 2. ປາໄຫລໄຟຟ້າ, ມີຊື່ວິທະຍາສາດ Anguilla marmorata; 3. ປາ ກວາງ,ຊື່ວິທະຍາສາດ Boesemani microlepis; 4. ປາເລີມ ຊື່ວິທະຍາ ສາດPangasuis sanitwongsei ແລະ 5. ປາເສືອ, ມີຊື່ວິທະຍາສາດ Systormus partipentasona. ສັດນໍ້າ ແລະ ສັດປ່າ ໃນບັນຊີ I ເປັນສັດປະເພດຫວງຫ້າມ ຕາມກົດ ໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ, ສັດປະເພດນີ້ເປັນສັດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີ ຄວາມສຳຄັນເປັນພິເສດຕໍ່ການພັດ ທະນາເສດຖະກິດ-ສັງຄົມ, ສິ່ງແວດ ລ້ອມ ແລະ ການສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ. ສັດຈໍາພວກ ນີ້ ຕ້ອງໄດ້ຮັບການຄຸ້ມຄອງ, ກວດ ກາ,ອະນຸລັກ,ປົກປັກຮັກສາແລະພັດ ທະນາ. ສ່ວນການນໍາໃຊ້ນັ້ນ ຕ້ອງ ໄດ້ຮັບອະນຸຍາດຈາກລັດຖະບານ. ມາດຕາ 24 ການລ່າສັດນໍ້າ ແລະ ສັດປ່າ ຂອງກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ກໍານົດໄວ້ແຈ້ງ ຄື: ສັດນໍ້າ ແລະ ສັດປ່າປະເພດຫວງ ຫ້າມທີ່ໄດ້ກໍານົດໄວ້ໃນບັນຊີ I ແມ່ນ ບໍ່ອະນຸຍາດໃຫ້ຫາ ຫລື ລ່າ ຢ່າງ ເດັດຂາດ ເວັ້ນເສຍແຕ່ໃນກໍລະນີ ຈໍາເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນ, ແຕ່ຕ້ອງ ໄດ້ຮັບອະນຸຍາດຈາກລັດຖະບານ. ຖ້າວ່າສັດ ກໍ່ຄວາມເສຍຫາຍຢ່າງ ຫລວງຫລາຍຕໍ່ຊັບສິນຂອງບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ລາຍງານ ຕໍ່ອົງການປົກຄອງເມືອງ, ເທສະ ບານ, ເພື່ອພິຈາລະນາແກ້ໄຂ. ສໍາ ລັບສັດທີ່ກໍາລັງທໍາລາຍ, ກໍ່ກວນອາ ລະວາດຄົນ ຫລື ເປັນໄພອັນຕະລາຍ ຕໍ່ຊີວິດຂອງຄົນ ຕ້ອງແກ້ໄຂຢ່າງ ທັນການແລ້ວຈຶ່ງລາຍງານຕໍ່ການ ຈັດຕັ້ງທີ່ກ່ຽວຂ້ອງ. ລະດູການປ່ອຍປີນີ້ ຈະຄຶກຄື້ນບໍ່ ໜ້ອຍກວ່າທຸກປີທີ່ຜ່ານມາ, ນອກ ຈາກຂະບວນການຂອງພາກ ລັດ ແລ້ວ, ທຸກທ່ານທີ່ມີເງື່ອນໄຂກໍ່ຄົງ ຈະປະກອບສ່ວນເພີ່ມຄວາມອຸດົມ ສົມບູນດ້ານຊີວະນາໆພັນໃຫ້ບັນດາ ແມ່ນໍ້າລໍາເຊ, ຫ້ວຍຮ່ອງຄອງບຶງ... ປະການໜຶ່ງ ກໍ່ຄືບໍ່ຫາ ບໍ່ລ່າສັດນໍ້າ ໃນລະດູແຜ່ພັນ ແລະ ສຳຄັນກວ່າ ນັ້ນຄື ສັດຫວງຫ້າມ ແມ່ນເດັດຂາດ ຕ້ອງພ້ອມກັນເອົາໃຈໃສ່ອະນຸລັກ ແລະປະກອບສ່ວນໃນຂະບວນການ ອັນທີ່ເປັນປະໂຫຍດເພື່ອໃຫ້ພວກ ມັນໄດ້ແພ່ພັນຫລາຍຂຶ້ນຕື່ມ. * ຕາມການລາຍງານຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນ ຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ ວ່າ: ນັບແຕ່ປີ 20212023 ແລະ ເຫັນວ່າມາຮອດ ດຽວນີ້ ທົ່ວປະເທດມີ ຄອບຄົວພົ້ນ ທຸກ 1.026.083 ຄອບຄົວ, ກວມ 83,13%, ຄອບຄົວບໍ່ພົ້ນທຸກ ຍັງ ເຫລືອ 208.231 ຄອບຄົວ ກວມ 16,87% ຂອງຈໍານວນຄອບຄົວ ທັງໝົດ. ຂະນະທີ່ ບ້ານພົ້ນທຸກ 5.855ບ້ານກວມ69,69%, ບ້ານ ບໍ່ພົ້ນທຸກຍັງເຫລືອ 2.547 ບ້ານ ກວມ30,31% ຂອງຈໍານວນບ້ານ ທັງໝົດໃນທົ່ວປະເທດ. ສໍາລັັບ ເມືອງພົ້ນທຸກ71ເມືອງກວມ48%, ເມືອງບໍ່ພົ້ນທຸກຍັງເຫລືອ 77 ເມືອງ ກວມ 52% ຂອງຈໍານວນ ເມືອງ ທັງໝົດໃນທົ່ວປະເທດ; ຄອບຄົວ ພັດ ທະນາ 841.454 ຄອບຄົວ ກວມ 68,17%ຂອງຈໍານວນຄອບ ຄົວທັງໝົດ; ບ້ານພັດທະນາ 2.828 ບ້ານ ກວມ 33,66% ຂອງຈໍາ ນວນບ້ານທັງໝົດ; ບ້ານໃຫຍ່ ເປັນ ຕົວເມືອງໃນຊົນນະບົດ31ຈຸດແລະ ມີເມືອງເຂັ້ມແຂງຮອບດ້ານ9ເມືອງ ກວມ 6,08% ຂອງຈໍານວນເມືອງ ທັງໝົດໃນທົ່ວປະເທດ. ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະ ຜ່ານມາ ລັດຖະບານ ຈັດສັນງົບປະ ມານເຂົ້າໃສ່ການພັດທະນາ ຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ໃນແຕ່ລະປີຢ່າງຕໍ່ເນື່ອງ. ໃນນີ້, ງົບ ປະມານການລົງທຶນຂອງລັດ ປີ 2021 ຈໍານວນ 122 ຕື້ກວ່າກີບ, ປີ 2022 ຈໍານວນ 136 ຕື້ກີບ, ປີ 2023 ຈໍານວນ 178 ຕື້ກີບ; ການ ປ່ອຍສິນເຊື່ອຂອງທະນາຄານນະ ໂຍບາຍ 2.871 ຕື້ກວ່າກີບ. ໃນ ນັ້ນ, ຈຳນວນ 1.733 ຕື້ກວ່າກີບ ໄດ້ປ່ອຍໃຫ້ 1.345 ບ້ານ ແລະ 76 ເມືອງທຸກຍາກ. ນອກຈາກນີ້, ຍັງມີງົບປະມານ ຊ່ວຍເຫລືອລ້າ, ກູ້ຢືມ, ການປະ ກອບສ່ວນຂອງຜູ້ປະກອບການ ແລະ ຂອງປະຊາຊົນ ທີ່ບັນດາຂະ ແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດໂຄງ ການຕ່າງໆ ເປັນຈຳນວນຫລາຍສົມ ຄວນໂດຍສະເພາະງົບປະມານຈາກ ທະນາຄານໂລກ, ທະນາຄານພັດ ທະນາອາຊີ, ອົງການຈັດຕັ້ງສາກົນ ເພື່ອການພັດທະນາ, ການຮ່ວມມື 2 ຝ່າຍ ກັບປະເທດເພື່ອນມິດ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==