ການປົກປັກຮັກສາສັດນໍ້າ-ສັດປ່າ ແມ່ນພັນທະຂອງທົ່ວສັງຄົມ

17/06/2024 10:18
Email Print 226
ຂປລ ໃນມາດຕາ 6 ຂອງກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ສະບັບປີ 2007 ໄດ້ກຳນົດຫລັກການກ່ຽວກັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ຫລັກການພື້ນຖານກຽວກັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ.

     *ໃນມາດຕາ 6 ຂອງກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ສະບັບປີ 2007 ໄດ້ກຳນົດຫລັກການກ່ຽວກັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ຫລັກການພື້ນຖານກຽວກັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າມີດັ່ງນີ້ີ:  ຕ້ອງເອົາການປົກປັກຮັກສາສັດນ້ຳ ແລະ ສັດປ່າເປັນວຽກງານຕົ້ນຕໍຂອງທົ່ວປວງຊົນ. ຖືເອົາການຄຸ້ມຄອງ, ກວດກາ, ພັດທະນາ ແລະ ຂະຫຍາຍສັດນ້ຳ ແລະ ສັດປ່າແບບຍືນຍົງເປັນວຽກງານສຳຄັນຢ່າງສອດຄ່ອງກັບການປົກປັກຮັກສາຊີວະນາໆພັນ ແລະ  ຄວາມສົມດຸນຂອງລະບົບນິເວດທຳມະຊາດ.

    ນຳໃຊ້ສັດນ້ຳ ແລະ ສັດປ່າຢ່າງມີປະສິດທິຜົນ, ຍືນຍົງ ແລະ ບໍ່ສົ່ງຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມ. ປົກປັກຮັກສາເຂດອະນຸລັກພັນສັດ, ຖິ່ນທີ່ຢູ່ອາໄສ ແລະ ແຫລ່ງອາຫານຂອງສັດນ້ຳ ແລະ ສັດປ່າ ເພື່ອຮັກສາຄວາມສົມດຸນຂອງລະບົບນິເວດທຳມະຊາດ. ຮັບປະກັນຜົນປະໂຫຍດຂອງລັດ, ລວມໝູ່, ຄອບຄົວ ແລະ ບຸກຄົນໃນສະເພາະໜ້າ ແລະ ຍາວນານຕາມລະບຽບກົດໝາຍ. ຄຸ້ມຄອງ, ກວດກາ, ປົກປັກຮັກສາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີ.

     ສ່ວນມາດຕາ 7 ກຳນົດວ່າ: ພັນທະໃນການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າບຸກຄົນ ແລະ ການຈັດຕັ້ງລ້ວນແຕ່ມີພັນທະໃນການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ນຳໃຊ້ມາດຕະການອັນຈຳເປັນເພື່ອສະກັດກັ້ນຜົນກະທົບອັນບໍ່ດີຕໍ່ສັດນ້ຳ ແລະ ສັດປ່າ ຊຶ່ງເກີດຈາກທຳມະຊາດ ຫລື ການກະທຳຂອງຄົນເຊັ່ນ: ພະຍາດລະບາດ, ການລ່າສັດ, ການຊື້ຂາຍທີ່ບໍ່ຖືກຕ້ອງ, ການທຳລາຍຖິ່ນທີ່ຢູ່ອາໄສ ແລະ ແຫລ່ງອາຫານຂອງສັດ. ກົດໝາຍສະບັບນີ້ນຳໃຊ້ສຳລັບບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ຢູ່ໃນທຳມະຊາດ ແລະ ທີ່ນຳເອົາຈາກທຳມະຊາດມາລ້ຽງ.


KPL

ຂ່າວອື່ນໆ

ads
ads

Top