ໄຂເວທີປາໄສເສດຖະກິດໂລກ ຢູ່ ອາຣັບບິ ຊາອຸດິ

30/04/2024 09:31
Email Print 164
ຂປລ ເວທີປາໄສ ເສດຖະກິດໂລກ (WEF) ໄຂຂຶ້ນໃນວັນທີ 28 ເມສາ, ຢູ່ນະຄອນຫລວງ ຣີຢັດ ( Riyadh) ຂອງ ອາຣັບບິ ຊາອຸດິດ, ໂດຍມີ ການນັກການເມືອງ ແລະ ນັກຊ່ຽວຊານ ເສດຖະກິດ ຫລາຍກ່ວາ 90 ປະເທດ

ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເວທີປາໄສ ເສດຖະກິດໂລກ (WEF) ໄຂຂຶ້ນໃນວັນທີ 28 ເມສາ, ຢູ່ນະຄອນຫລວງ ຣີຢັດ ( Riyadh) ຂອງ ອາຣັບບິ ຊາອຸດິດ, ໂດຍມີ ການນັກການເມືອງ ແລະ ນັກຊ່ຽວຊານ ເສດຖະກິດ ຫລາຍກ່ວາ 90 ປະເທດ ແລະ ອົງການຈັດຕັ້ງ ສາກົນ ເຂົ້າຮ່ວມ ພາຍໃຕ້ດ້ວຍຫົວຂໍ້ ການຮ່ວມມືທົ່ວໂລກ, ເຕີບໂຕ ແລະ ພະລັງງານ ໃຫ້ແກ່ການ ພັດທະນາເພື່ອໃຫ້ ບັນດາ ຜູ້ແທນ ໄດ້ຫາລື ກ່ຽວກັບ ບາງບັນຫາ ພົ້ນເດັ່ນ ໃນທົ່ວໂລກ ເປັນຕົ້ນ ຂົງເຂດ ເສດຖະກິດ, ການເມືອງ, ການປ່ຽນແປງ ຂອງ ດິນຟ້າອາກາດ ແລະ ອື່ນໆ.

      WEF ລະບຸວ່າ:   ເວທີປາໄສນີ້ ບັນດາຜູ້ແທນ ຈະສຸມໃສ່ ຊຸກຍູ້ ຈິນຕະນາການ ສຳຜັດ ກ້າວໜ້າສຳລັບບັນດາ ວິກິດການ ທີ່ມີ ສ່ວນກ່ຽວຂ້ອງ, ພ້ອມກັນນັ້ນ ຍັງສືບຕໍ່ ຮັກສາ ການສຳຜັດ ຕົວຈິງ ກ່ຽວກັບ ບັນດາ ການແລກປ່ຽນ ໃນໄລຍະສັ້ນ ແລະ ຄວາມພະຍາຍາມ ຮັດແຄບ ການຈຳແນກ ນັບມື້ ນັບເພີ່ມຂຶ້ນ ລະຫວ່າງ ໃຕ້ ແລະ ເໜືອ ຂອງ ໜ່ວຍໂລກ ໂດຍສະເພາະ ບາງຂົງເຂດ ພົ້ນເດັ່ນຄື ນະໂຍບາຍ ເສດຖະກິດ, ການຫັນປ່ຽນ ພະລັງງານ ແລະ ບັນຫາຕ່າງໆ ທີ່ ເກີດຂຶ້ນ ກ່ຽວກັບ ດ້ານພູມສາດ ການເມືອງ.

ທ່ານ ໂບເກີ ເບຣນເດີ ປະທານ WEF ໄດ້ກ່າວໃຫ້ສຳພາດຕໍ່ ທາງສື່ມວນຊົນ ວ່າ: ເນື່ອງຈາກສະພາບຄວາມເຄັ່ງຕຶງ ທາງດ້ານພູມສາດ ການເມືອງ ແລະ ຄວາມແຕກຕ່າງກັນ ດ້ານເສດຖະກິດ-ສັງຄົມ ນັບມື້ນັບເລິກເຊິ່ງ ໃນຂອບເຂດ ທົ່ວໂລກ, ສະນັ້ນ ການຮ່ວມມືສາກົນ ແລະ ການໂອ້ລົມ ສົນທະນາ ຈຶ່ງກາຍເປັນ ບັນຫາສຳຄັນ ຢ່າງຮີບດ່ວນ ທີ່ສຸດ./.

KPL

ຂ່າວອື່ນໆ

ads
ads

Top