ສົນທິສັນຍາທົ່ວໂລກ ກ່ຽວກັບການຕ້ານການມົນລະພິດປະເພດຢາງ ຈະບັນລຸໃນທ້າຍປີນີ້

25/04/2024 10:02
Email Print 138
ຂປລ ການນຳ ຫລາຍປະເທດ ແລະ ກຸ່ມບໍລິສັດໃຫຍ່ ໃນໂລກ ໄດ້ເລີ່ມຕົ້ນ ການເຈລະຈາ ຮອບຕໍ່ໄປ ຂອງສົນທິສັນຍາ ທົ່ວໂລກ ກ່ຽວກັບ ການຕ້ານມົນລະພິດ ປະເພດຢາງ ຫລື ປຣາດຕິກ ຢູ່ນະຄອນ Ottawa ( ການາດາ), ດ້ວຍຄວາມຕັດສິນໃຈ ຮັດແຄບ ຄວາມບໍ່ລົງລອຍກັນ ເພື່ອບັນລຸ ໄດ້ເປົ້າໝາຍ ຮັບຮອງເອົາສົນທິສັນຍາໃນທ້າຍປີ 2024.

ຂປລ.ວິທະຍຸ ກະຈ່າຍສຽງ ແຫ່ງຊາດ ຫວຽດນາມ, ການນຳ ຫລາຍປະເທດ ແລະ ກຸ່ມບໍລິສັດໃຫຍ່ ໃນໂລກ ໄດ້ເລີ່ມຕົ້ນ ການເຈລະຈາ ຮອບຕໍ່ໄປ ຂອງສົນທິສັນຍາ ທົ່ວໂລກ ກ່ຽວກັບ ການຕ້ານມົນລະພິດ ປະເພດຢາງ ຫລື ປຣາດຕິກ ຢູ່ນະຄອນ Ottawa ( ການາດາ), ດ້ວຍຄວາມຕັດສິນໃຈ ຮັດແຄບ ຄວາມບໍ່ລົງລອຍກັນ ເພື່ອບັນລຸ ໄດ້ເປົ້າໝາຍ ຮັບຮອງເອົາສົນທິສັນຍາໃນທ້າຍປີ 2024. ການເຈລະຈາຮອບທີ 4 ຂອງ ຄະນະກຳມະການ ເຈລະຈາ ລະຫວ່າງ ລັດຖະບານ (INC - 4) ໄດ້ດຳເນີນ ໃນລະຫວ່າງ ວັນທີ 23 – 29 ເມສາ ຢູ່ນະຄອນຫລວງ ໂອຕາວາ(Ottawa) ຂອງ ການາດາ ແມ່ນຮອບເຈລະຈາ ເກືອບສຸດທ້າຍຂອງ ບັນດາຝ່າຍ ເຂົ້າຮ່ວມ ການສ້າງ ສົນທິສັນຍາ ທົ່ວໂລກ ກ່ຽວກັບ ການຕ້ານມົນລະພິດ ປະເພດຢາງ(ປຣາດຕິກ) (ສົນທິສັນຍາ), ເອກະສານນິຕິກຳ ມີລັກສະນະ ບັງຄັບທຳອິດ ໃນການຕໍ່ສູ້ ຕ້ານມົນລະພິດ ປະເພດຢາງ ໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top