ຫາລືບັນຫາການຂຸດຄົ້ນຫີນແຮ່-ຊາຍ ຢູ່ບ້ານຫາດສະ ເມືອງປາກທາ

24/04/2024 15:37
Email Print 268
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານ (ປກຊ) ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ລົງພົບປະໂອ້ລົມ ​ແລະ ປຶກສາຫາລືບັນຫາການຂຸດຄົ້ນຫີນແຮ່-ຊາຍ

 

   ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານ (ປກຊ) ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ລົງພົບປະໂອ້ລົມ ​ແລະ ປຶກສາຫາລືບັນຫາການຂຸດຄົ້ນຫີນແຮ່-ຊາຍ ໃນເຂດສຳປະທານຂອງບໍລິສັດຜູ້ຮັບເໝົາ ກັບອຳນາດການປົກຄອງບ້ານ ​ແລະ ປະຊາຊົນພາຍໃນບ້ານຫາດສະ ເມືອງປາກທາ ​ແຂວງ​ບໍ່​ແກ້ວ ໃນວັນທີ 23 ເມສາ 2024.
   ໂອກາດທີ່ໄດ້ລົງພົບປະໂອ້ລົມ ກັບອຳນາດການປົກຄອງບ້ານ ແລະ ປະຊາຊົນຄັ້ງນີ້ ຍັງໄດ້ຮັບຟັງການລາຍງານສະພາບຄວາມຫຍຸ້ງຍາກພາຍໃນບ້ານ ແລະ ຄວາມບໍ່ເຂົ້າໃຈກັນ ເປັນຕົ້ນ ບັນຫາການຂຸດຄົ້ນຫີນແຮ່-ຊາຍ ໃນເຂດສຳປະທານຂອງບໍລິສັດຜູ້ຮັບເໝົາ ແລະ ປະຊາຊົນພາຍໃນບ້ານ ພ້ອມນີ້, ຜູ້ເຂົ້າຮວມຍັງໄດ້ປະກອບຄຳຄິດຄຳເຫັນຍາງກົງໄປກົງມາ ຢ່າງພາວະວິໃສ ເພື່ອຊອກຫາວິທີແກ້ໄຂຮ່ວມກັນ ແລະ ໄດ້ເຫັນດີຕົກລົງເປັນເອກະພາບ ພ້ອມທັງໄດ້ສ້າງບົດບັນທຶກຮວມກັນ ໂດຍຊ້ອງໜ້າ ກັບທ່ານ ພົ.ວ ບຸນມີ ພາມີໄຊ  ແລະ ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ ລະຫວ່າງ ບໍລິສັດຜູ້ຮັບເໝົາໃນເຂດສຳປະທານ ແລະ ປະຊາຊົນພາຍໃນບ້ານຫາດສະ ເປັນຕົ້ນ ຫີນແຮ່-ຊາຍ ທີ່ບໍລິສັດເອົາຂຶ້ນມາເກັບໄວ້ຢູ່ລານເກັບແຮ່ ແມ່ນບໍ່ໃຫ້ປະຊາຊົນມາບຸກລຸກຂຸດເອົາແຮ່
, ອະນຸຍາດໃຫ້ປະຊາຊົນສາມາດຂຸດຄົ້ນໃນເຂດບ້ານຫາດສະ ແລະ ຈຸດຫ້ວຍສະແນນ ແບບວິທີທຳມະຊາດ, ຫ້າມບໍ່ໃຫ້ໃຊ້ຍານພາຫະນະ ເຂົ້າມາໃນເຂດສຳປະທານຂອງບໍລິສັດ ເຊິ່ງບໍລິສັດກຳນົດໃຫ້ຄື: ໃນໄລຍະເວລາ 12 ໂມງກາງຄືນ ຫາ 6 ໂມງເຊົ້າ ແມ່ນອະນຸຍາດໃຫ້ປະຊາຊົນລົງຂຸດຄົ້ນຫີນແຮ່-ຊາຍ ແລະ ສ່ວນເວລາ 7 ໂມງເຊົ້າ ຫາ 11 ໂມງກາງຄືນ ແມ່ນຫ້າມບໍ່ໃຫ້ປະຊາຊົນເຂົ້າໄປບຸກລຸກ ເຂດສຳປະທານຂອງບໍລິສັດ.
  ການທົດລອງຂຸດຄົ້ນຫີນຂາວ ແມ່ນມອບໃຫ້ບໍລິສັດລົງມາປຶກສາຫາລື ຮ່ວມກັບອຳນາດການປົກຄອງບ້ານ
, ປະຊາຊົນ ເພື່ອຊ່ວຍໃນການພັດທະນາພື້ນຖານໂຄງລ່າງ, ມອບໃຫ້ບໍລິສັດປັບປຸງເສັ້ນທາງແຄມຂອງເຂົ້າບ້ານຄືນ ພ້ອມທັງແຈ້ງໃຫ້ນັກທຸລະກິດຜູ້ຮ່ວມທຶນ ໃຫ້ມີຄວາມເຂົ້າໃນການປະຕິບັດງານ, ໃຫ້ມີຄວາມເປັນເອກະພາບກັນກັບບ້ານ ແລະ ບໍ່ໃຫ້ບໍລິສັດເຈາະນ້ຳເຂົ້າເຂດຂຸດຄົ້ນໃນໄລຍະບໍລິສັດພັກ-ຢຸດເຊົາແລ້ວ. ໂດຍມອບໃຫ້ນາຍບ້ານເປັນຜູ້ຄຸ້ມຄອງ ໃນການຈັດຕັ້ງປະຕິບັດພ້ອມທັງເຂົ້າຮວມຕິດຕາມກວດກາ, ສ້າງນິຕິກຳລະບຽບຂອງບ້ານໃຫ້ຮັດກຸມ, ເຜີຍແຜ່ເນື້ອໃນກອງປະຊຸມ ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນຮັບຮູ້ ປະຕິບັດຢ່າງທົ່ວເຖິງ ພ້ອມທັງ ສະຫລຸບລາຍງານໃຫ້ຂັ້ນເທິງຮັບຊາບເປັນປົກກະຕິ ທັງນີ້ກໍເພື່ອເຮັດໃຫ້ບໍລິສັດຮັບເໝົາ ໃນຂອບເຂດສຳປະທານ ແລະ ປະຊາຊົນພາຍໃນບ້ານ ໄດ້ມີຄວາມເປັນເອກະພາບ, ມີຄວາມເປັນທຳ ແລະ ໄດ້ຮັບຜົນປະໂຫຍດອັນຊອບທຳທັງສອງຝ່າຍ ເພື່ອການພັດທະນາບ້ານ ກໍຄືປະເທດຊາດບ້ານເມືອງ ໂດຍສະເພາະ ເມືອງປາກທາ.

ຂ່າວ-ພາບ: ພອນສະຫວັນ ມະນີສີ,
KPL

ຂ່າວອື່ນໆ

ads
ads

Top