ແນວລາວສ້າງຊາດແຂວງເຊກອງ ພົບປະແລກປ່ຽນບົດຮຽນກັບແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງນາມ

24/04/2024 15:04
Email Print 156
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ ​ໃຫ້​ຮູ້​ວ່າ: ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ແນວລາວສ້າງຊາດແຂວງເຊກອງ ສປປ ລາວ ກັບແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງນາມ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 23 ເມສາ 2024

   ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ ​ໃຫ້​ຮູ້​ວ່າ: ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ແນວລາວສ້າງຊາດແຂວງເຊກອງ ສປປ ລາວ ກັບແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງນາມ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 23 ເມສາ 2024 ທີ່ຫ້ອງວ່າການແຂວງຊກອງ ໂດຍມີ ທ່ານ ນາງ ບຸນຮຽງ ບຸນຈິດ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດ ແຂວງເຊກອງ, ທ່ານ ວໍ໊ ຊັວນ ກາ ກໍາມະການປະຈໍາພັກແຂວງ ປະທານແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງນາມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
    ໃນກອງປະຊຸມຄັ້ງນີ້
, ສອງຝ່າຍໄດ້ຕີລາຄາການຈັດຕັ້ງປະຕິບັດບົດບັນທຶກຮ່ວມມື ລະຫວ່າງ ແນວລາວສ້າງຊາດແຂວງເຊກອງ ກັບແນວໂຮມແຫ່ງຊາດຫວຽກນາມ ແຂວງກວາງນາມ. ໃນປີ 2023 ຜ່ານມາ ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນຂອງແຂວງເຊກອງ ໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມູນເຊື້ອສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ, ມາຈັດຕັ້ງໂຄສະນາເຜີຍແຜ່ ໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ. ພິເສດຄະນະພັກ-ອຳນາດການປົກຄອງແຕ່ລະຂັ້ນ ໄດ້ຈັດຕັ້ງການສະເຫລີມສະຫລອງ 2 ວັນປະຫວັດສາດ ຂອງສອງຊາດລາວ-ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ ເຮັດໃຫ້ປະຊາຊົນທີ່ດຳລົງຊີວິດວິດລຽບຕາມຊາຍມີຄວາມຮັບຮູ້ເຂົ້າໃຈ ແລະ ຮັກສາໄດ້ມູນເຊື້ອສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ເຊກອງ-ກວາງນາມ ພ້ອມ​ກັນ​ນີ້, ຍັງໄດ້ສຸມໃສ່ການປຸກລະດົມຂົນຂວາຍ, ຊຸກຍູ້ປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດຊາຍແດນ ໃຫ້ເປັນເຈົ້າການຈັດຕັ້ງປະຕິບັດ ແນວທາງນະໂຍບາຍການຕ່າງປະເທດຂອງພັກ ເຮັດໃຫ້ຊາຍແດນມີສະຖຽນລະພາບ, ມິດຕະພາບ ແລະ ມີຄວາມສະຫງົບສຸກໂດຍພື້ນຖານ, ຮັກສາໄດ້ຄວາມສາມັກຄີບ້ານພີ່ເມືອງນ້ອງ ພ້ອມ​ທັງໄດ້ຊຸກຍູ້ຄະນະພັກ-ອົງການປົກຄອງເມືອງ ແລະ ບ້ານ ທີ່ຢູ່ລຽບຕາມຊາຍແດນໃຫ້ມີການພົວພັນແຮກສ່ຽວ ລະຫວ່າງ ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ, ​ເຊິ່ງໄລຍະຜ່ານມາ ທະຫານຊາຍແດນ, ຄະນະພັກ, ອຳນາດການປົກຄອງແຂວງ, ເມືອງ, ບ້ານ ສສ ຫວຽດນາມ ທີ່ຢູ່ລຽບຕາມຊາຍແດນ ກໍໄດ້ຊ່ວຍເຫລືອປະຊາຊົນແຂວງເຊກອງ ອໍານວຍຄວາມສະດວກໃນການແລກປ່ຽນຊື້-ຂາຍສິນຄ້າ ແລະ ການຊ່ວຍເຫລືອໃນດ້ານອື່ນໆ ຄິດເປັນມູນຄ່າຈໍານວນຫລວງຫລາຍ, ໃນປີ 2023 ທີ່ຜ່ານມາແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງນາມ ກໍໄດ້ຈັດຝຶກອົບຮົມໃຫ້ພະນັກງານແນວລາວສ້າງຊາດແຂວງເຊກອງ ຈໍານວນ 3 ທ່ານ, ກ່ຽວກັບວຽກງານວິຊາສະເພາະ ເພື່ອມາໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ.
  ​ໃນ​ການ​ພົບ​ປະ​ຄັ້ງ​ນີ້,
ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ແລະ ພ້ອມກັນເຫັນດີເປັນເອກະພາບຕໍ່ແຜນການ​ໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ລະຫວ່າງ ສອງແຂວງ ເຊກອງ-ກວາງນາມ ໃຫ້ມີຄວາມໝັ້ນຄົງຂະນົງແກ່ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ພຸດທະສອນ,
KPL

ຂ່າວອື່ນໆ

ads
ads

Top