ອາຊີ ໄດ້ຮັບຜົນກະທົບຈາກສະພາບໂລກຮ້ອນ-ໄພທຳມະຊາດ ຫລາຍທີ່ສຸດໃນປີກາຍນີ້

24/04/2024 10:56
Email Print 181
ຂປລ ໜ່ວຍງານດ້ານ ສະພາບອາກາດ ​ຂອງ​ສະຫະ​ ປະຊາ​ຊາດ ກ່າວ​ວ່າ: ອາຊີ ແມ່ນທະວີບ ທີ່ໄດ້ຮັບ ຜົນກະທົບ ໜັກຫລາຍທີ່ສຸດ ຈາກ​ວິ​ກິດ​ການ ​ການ​ປ່ຽນ​ແປງ ​ຂອງ​ດິນ​ຟ້າ​ ອາ​ກາດ​ໂລກ ເກີດຂຶ້ນ ຕະຫລອດປີ 2023 ຫລັງຈາກ ອຸນຫະພູມ ສະເລ່ຍ ຂອງອາຊີ ໃນປີທີ່ຜ່ານມານີ້ ​ແມ່ນ 1,87 ອົງສາເຊ ​ສູງ​ກວ່າ​ ອຸນ​ຫະ​ພູມ ​ສະ​ເລ່ຍ ​ລະ​ຫວ່າງ 1961 ແລະ 1990

ຂປລ.ສຳນັກຂ່າວເອເອຟພີ, ໜ່ວຍງານດ້ານ ສະພາບອາກາດ ​ຂອງ​ສະຫະ​ ປະຊາ​ຊາດ ກ່າວ​ວ່າ:ອາຊີ ແມ່ນທະວີບ ທີ່ໄດ້ຮັບ ຜົນກະທົບ ໜັກຫລາຍທີ່ສຸດຈາກ​ວິ​ກິດ​ການ ​ການ​ປ່ຽນ​ແປງ ​ຂອງ​ດິນ​ຟ້າ​ ອາ​ກາດ​ໂລກເກີດຂຶ້ນ ຕະຫລອດປີ 2023ຫລັງຈາກ ອຸນຫະພູມ ສະເລ່ຍ ຂອງອາຊີ ໃນປີທີ່ຜ່ານມານີ້ ​ແມ່ນ 1,87ອົງສາເຊ ​ສູງ​ກວ່າ​ ອຸນ​ຫະ​ພູມ ​ສະ​ເລ່ຍ ​ລະ​ຫວ່າງ 1961ແລະ 1990, ຊຶ່ງ​ເປັນ​ສັນ​ຍານ ​ສະ​ແດງ​ ໃຫ້​ເຫັນ​ວ່າ.ພາກພື້ນນີ້ ພວມຜະເຊີນກັບ ພາວະໂລກຮ້ອນ ໄວກວ່າເຂດອື່ນໆ ຂອງໂລກ.ນອກຈາກ ສະພາບອາກາດຮ້ອນແຮງ ໃນປະຫວັດສາດ ຍັງຜະເຊີນກັບ ໄພແຫ້ງແລ້ງ, ຄື້ນຄວາມຮ້ອນສູງ,ພາຍຸຝົນຕົກ ແລະ ນ້ຳຖ້ວມ ກະທັນຫັນ ຍິ່ງໄດ້ຮັບຜົນກະທົບ ຈາກການປ່ຽນແປງ ຂອງດິນຟ້າ ອາກາດ ຫລາຍເທົ່າໃດ ສະພາບ ເສດຖະກິດ-ສັງຄົມ,ຊີວິດ ການເປັນຢູ່ ແລະ ສິ່ງແວດລ້ອມ ຍິ່ງໄດ້ຮັບ ຜົນກະທົບ ແລະ ໄດ້ຮັບຄວາມເສຍຫາຍ ຢ່າງຫລວງຫລາຍ ເທົ່ານັ້ນ ໂດຍສະເພາະ ເກີດໄພ ທຳມະຊາດ ກ່ຽວກັບນ້ຳ 79 ຄັ້ງໃນອາຊີ ເມື່ອປີກາຍນີ້ ເພີ່ມຂຶ້ນກວ່າ80%, ເປັນພາຍຸ ແລະ ນ້ຳຖ້ວມ ຄວາມຮຸນແຮງ ຂອງໄພທຳມະຊາດ ດັ່ງກ່າວ ເຮັດໃຫ້ ມີປະຊາຊົນ ໃນອາຊີ ເສຍຊີວິດ ຫລາຍກວ່າ 2.000ຄົນ ແລະ ມີຜູ້ໄດ້ຮັບຜົນກະທົບ ໂດຍກົງ ຫລາຍກວ່າ 9 ລ້ານຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top