ເສດຖະກິດ ຫວຽດນາມ ພວມຂະຫຍາຍຕົວລະດັບ 5,5%ປີນີ້

23/04/2024 21:59
Email Print 225
ຂປລ ເສດຖະກິດ ຫວຽດນາມ ພວມຄ່ອຍໆ ມີບັນດາ ສັນຍານຟື້ນຟູ, ດ້ວຍການຄາດຄະເນ ການເຕີບໂຕ ຈະບັນລຸ 5,5% ໃນປີ 2024 ແລະ ຄ່ອຍໆເພີ່ມຂຶ້ນ ເປັນ 6% ໃນປີ 2025.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເສດຖະກິດ ຫວຽດນາມ ພວມຄ່ອຍໆ ມີບັນດາ ສັນຍານຟື້ນຟູ, ດ້ວຍການຄາດຄະເນ ການເຕີບໂຕ ຈະບັນລຸ 5,5% ໃນປີ 2024 ແລະ ຄ່ອຍໆເພີ່ມຂຶ້ນ ເປັນ 6% ໃນປີ 2025.ສຳລັບ ເນື້ອໃນນີ້ ໄດ້ຍົກອອກມາ ໃນບົດລາຍງານ ອັບເດດ ສະພາບ ເສດຖະກິດ ຫວຽດນາມ ຜ່ານສິ່ງພິມເດືອນ ເມສາ 2024, ດ້ວຍຫົວຂໍ້ “ຍູ້ແຮງການເລີ່ມຕົ້ນ ທຸລະກິດ ນະວັດຕະກຳ” ໂດຍທະນາຄານໂລກ (WB) ປະຈຳ ຫວຽດນາມ ປະກາດ ໃນວັນທີ 23 ເມສານີ້ ຢູ່ຮ່າໂນ້ຍ.ຕາມການໄຈ້ແຍກ ຂອງບັນດາ ນັກຊ່ຽວຊານ WB ແລ້ວ, ການສົ່ງອອກຂອງ ຫວຽດນາມ ພວມຟື້ນຟູ, ການບໍລິໂພກ ແລະ ລົງທຶນພາກເອກະຊົນ ຢູ່ພາຍໃນປະເທດ ກໍ່ພວມຢູ່ໃນທ່າ ເພີ່ມຂຶ້ນ. ການສົ່ງອອກຄາດວ່າ ບັນລຸ ລະດັບ ເຕີບໂຕ 3,5% ໃນປີ 2024, ສ່ອງແສງ ໃຫ້ເຫັນຄວາມຕ້ອງການ ທົ່ວໂລກ ຄ່ອຍໆໄດ້ຮັບການປົວແປງ. ໃນນັ້ນ, ການສົ່ງອອກ ບັນດາປະເພດ ສິນຄ້າ ອຸດສາຫະກຳປຸງແຕ່ງ ແລະ ຈະສືບຕໍ່ ຟື້ນຟູ ໃນສອງປີຈະມາເຖິງ, ອີງໃສ່ ການຄາດຄະເນ ການເຕີບໂຕຄ່ອຍໆ ແລະ ຄວາມຕ້ອງການ ສົ່ງອອກ ຂອງບັນດາປະເທດ ຄູ່ຮ່ວມມືການຄ້າລາຍໃຫຍ່ຄື: ສ.ອາເມລິກາ, ເອີຣົບ ແລະ ສປ ຈີນ. ທ່ານ ແອນເດຣຍ (Andrea Coppola), ນັກຊ່ຽວຊານ ເສດຖະກິດຂອງ WB ປະຈຳ ຫວຽດນາມ ເນັ້ນໜັກວ່າ:“ເຖິງວ່າທົ່ວໂລກ ມີບັນດາຄວາມບໍ່ເປັນປົກກະຕິ, ກໍ່ຕາມແຕ່ການເຕີບໂຕຂອງ ສສ ຫວຽດນາມ ປີ 2024 ຈະເພີ່ມລະດັບຄວາມໄວ ເພື່ອບັນລຸ ໄດ້ການພັດທະນາໄວ ຄືໄລຍະກ່ອນເກີດ ໂຄວິດ-19, ສສ ຫວຽດນາມ ຄວນມີບັນດານະໂຍບາຍ ປີການເງິນ ແລະ ເງິນຕາ, ກໍ່ຄືບັນດາ ການປະຕິຮູບ ໂຄງປະກອບ ແລະ ປະຕິຮູບ ນິຕິກຳ. ພາກເອກະຊົນ ຕ້ອງສວມບົດບາດ ສຳຄັນ ໃນພື້ນຖານ ເສດຖະກິດ ຫວຽດນາມ”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top