ເກີດເຫດ ເຮລີກົບແຕ້ກອງທັບເຮືອ ມາເລເຊຍ ຕຳກັນກາງອາກາດ ເສຍຊີວິດ 10 ຄົນ

23/04/2024 14:59
Email Print 143
ຂປລ ກອງທັບເຮືອ ມາເລເຊຍ ໃຫ້ຮູ້ວ່າ: ເຮລິກົບແຕ້ ຂອງ ກອງທັບເຮືອ ມາເລເຊຍ 2 ລຳ ຕຳກັນ ຢູ່ກາງອາກາດ ໃນລະຫວ່າງ ການຝຶກຊ້ອມ ສຳລັບ ການສະແດງ ໃນຂະບວນ ພາເຣດ ຂອງ ກອງທັບເຮືອ ເຮັດໃຫ້ມີ ຜູ້ເສຍຊີວິດ 10 ຄົນ.

ຂປລ. ອ້າງຕາມຂ່າວ ກົວລາລຳເປີ ຂອງ ມາເລເຊຍ ລາຍງານວ່າ: ວັນທີ 23 ເມສາ,​ ກອງທັບເຮືອ ມາເລເຊຍ ໃຫ້ຮູ້ວ່າ: ​ເຮລິກົບແຕ້ ຂອງ ກອງທັບເຮືອ ມາເລເຊຍ 2 ລຳ ຕຳກັນ ຢູ່ກາງອາກາດ ໃນລະຫວ່າງ ການຝຶກຊ້ອມ ສຳລັບ ການສະແດງ ໃນຂະບວນ ພາເຣດ ຂອງ ກອງທັບເຮືອ ເຮັດໃຫ້ມີ ຜູ້ເສຍຊີວິດ 10 ຄົນ. ກອງທັບເຮືອ ມາເລເຊຍ ລະບຸວ່າ: ຜູ້ທີ່ເສຍຊີວິດ ທັງ 10 ຄົນ ເປັນຈຸເຮືອບິນ ຢູ່ເທິງ ເຮລິກົບແຕ້ ທັງ 2 ລຳ. ອຸບັດເຫດ ດັ່ງກ່າວ ໄດ້ເກີດຂື້ນ ຢູ່ຖານທັບເຮືອລູມຸດ ໃນລັດເປຣະ ທາງພາກຕາເວັນຕົກ ຂອງປະເທດ . /

KPL

ຂ່າວອື່ນໆ

ads
ads

Top