ດານມາກ ເປີດປະມູນກັງຫັນລົມ ເຂດຊາຍຝັ່ງຄັ້ງໃຫຍ່ສຸດຂອງປະເທດ

23/04/2024 15:02
Email Print 199
ຂປລ ອົງການ ພະລັງງານ ແຫ່ງດານມາກ (ດີອີເອ) ໄດ້ເປີດ ການປະມູນ ລາຄາຄັ້ງໃຫຍ່ສຸດ ຂອງ ປະເທດ ສຳລັບການກໍ່ສ້າງ ທົ່ງກັງຫັນລົມ ເຂດແຄມຝັ່ງ , ໂດຍມີ ເປົ້າໝາຍ ທີ່ ຈະຜະລິດໄຟຟ້າ 6 ກິກາວັດ ໃນປີ 2030 ຊຶ່ງຫລາຍກວ່າ ກຳລັງ ການ ຜະລິດ ໃນປັດຈຸບັນ ຂອງ ດານມາກ ເຖິງ 2 ເທົ່າ.

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ໂກເປັນຮັກ ປະເທດດານມາກ ເມື່ອວັນທີ 23 ເມສາວ່າ: ອົງການ ພະລັງງານ ແຫ່ງດານມາກ (ດີອີເອ) ໄດ້ເປີດ ການປະມູນ ລາຄາຄັ້ງໃຫຍ່ສຸດ ຂອງ ປະເທດ ສຳລັບການກໍ່ສ້າງ ທົ່ງກັງຫັນລົມ ເຂດແຄມຝັ່ງ , ໂດຍມີ ເປົ້າໝາຍ ທີ່ ຈະຜະລິດໄຟຟ້າ 6 ກິກາວັດ ໃນປີ 2030 ຊຶ່ງຫລາຍກວ່າ ກຳລັງ ການ ຜະລິດ ໃນປັດຈຸບັນ ຂອງ ດານມາກ ເຖິງ 2 ເທົ່າ.

 ກະແສລົມ ເຂດແຄມຝັ່ງ ເປັນໜຶ່ງ ໃນແຫລ່ງ ພະລັງງານສີຂຽວ ສຳຄັນ ທີ່ ເອີຣົບ ຫວັງເພິ່ງພາ ອາໄສ ເພື່ອຫລຸດຜ່ອນ ການປ່ອຍແກັສ ກາກບອນ ດີອົກຊິດ ຈາກ ການຜະລິດ ໄຟຟ້າ ແລະ ບັນລຸ ເປົ້າໝາຍ ໃນການ ຜະລິດ ກາກບອນ ສຸດທິ ໃຫ້ເປັນສູນ ໃນປີ 2050. ປັດຈຸບນ ທົ່ງກັງຫັນລົມ ນອກແຄມຝັ່ງ ຂອງ ດານມາກ ສາມາດ ຜະລິດໄຟຟ້າໄດ້ 2,7 ກິກາວັດ ແລະ ຈະຜະລິດ ເພີ່ມຂຶ້ນອີກ 1 ກິກາວັດ ໃນປີ 2027.  ໂດຍການ ປະມູນ ໃນຄັ້ງນີ້ ຄວບຄຸມ ພື້ນທີ່ 6 ແຫ່ງ ໃນນ່ານນໍ້າ 4 ເຂດ ຂອງ ປະເທດ ໄດ້ແກ່: ນອດທາຊີ 1, ຄັດເທກັດ, ຄຣີເກີຣ ແຟລກ2 ແລະ ເຮສເຊໂລ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top