ໄທ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນຢ່າງຫລວງຫລາຍຫລັງບຸນສົງການ

23/04/2024 10:01
Email Print 163
ຂປລ ສູນຄວບຄຸມ ພະຍາດ ແຫ່ງຊາດໄທ ເປີດເຜີຍວ່າ: ຈຳນວນ ຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ໄດ້ເພີ່ມຂຶ້ນ ຢ່າງຫລວງຫລາຍ. ໃນໄລຍະ ວັນພັກ ບຸນສົງການ ຂອງໄທ ໃນປີນີ້

    ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ໜັງສືພິມ ບາງກອກໂພສ ລາຍງານວ່າ: ສູນຄວບຄຸມ ພະຍາດ ແຫ່ງຊາດໄທ ເປີດເຜີຍວ່າ: ຈຳນວນ ຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ໄດ້ເພີ່ມຂຶ້ນ ຢ່າງຫລວງຫລາຍ. ໃນໄລຍະ ວັນພັກ ບຸນສົງການ ຂອງໄທ ໃນປີນີ້ ແມ່ນລະຫວ່າງ ວັນທີ 11 ຫາວັນທີ 16ເມສານີ້ ໃນເວລາໜຶ່ງອາທິດ ທີ່ຜ່ານມາ, ຈຳນວນ ຜູ້ເຂົ້ານອນ ປິ່ນປົວ ຢູ່ໂຮງໝໍ ຍ້ອນຕິດເຊື້ອ ພະຍາດ ໂຄວິດ-19 ທີ່ເພີ່ມໃໝ່ ຂອງໄທ ໄດ້ມີ 1.004 ກໍລະນີ, ສະເລ່ຍແລ້ວ ແຕ່ລະມື້ ແມ່ນເພີ່ມຂຶ້ນ 143 ກໍລະນີ. ໃນນັ້ນມີ ຜູ້ເສຍຊີວິດ 3 ຄົນ ຊຶ່ງຢູ່ໃນກຸ່ມຄວາມສ່ຽງສູງ ລວມທັງ ຜູ້ເຖົ້າ, ຜູ້ມີພະຍາດ ຊຳເຮື້ອ ແລະ ຜູ້ຖືພາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top