ພິມຈຳໜ່າຍປຶ້ມ “ຄັດເລືອກຄວາມເວົ້າ ທ່ານ ສີ ຈິ້ນຜິງ ກ່ຽວກັບວຽກງານແຫ່ງການສ້າງຜູ້ມີຄວາມຮູ້ຄວາມສາມາດ”

23/04/2024 10:01
Email Print 157
ຂປລ ສຳນັກພິມ ເອກະສານ ສູນກາງຈີນ ໄດ້ພິມຈຳໜ່າຍປຶ້ມ “ຄັດເລືອກ ຄວາມເວົ້າ ຂອງທ່ານ ສີ ຈິ້ນຜິງ ກ່ຽວກັບ ວຽກງານ ແຫ່ງການສ້າງ ຜູ້ມີຄວາມຮູ້ ຄວາມສາມາດ” ທີ່ຮຽບຮຽງໂດຍ ສະຖາບັນຄົ້ນຄວ້າ ປະຫວັດສາດພັກ ແລະ ເອກະສານ ຂອງສູນກາງພັກກອມມູນິດຈີນ ແລະ ຈຳໜ່າຍ ຢູ່ທົ່ວປະເທດຈີນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ຫວ່າງມໍ່ໆນີ້, ສຳນັກພິມ ເອກະສານ ສູນກາງຈີນ ໄດ້ພິມຈຳໜ່າຍປຶ້ມຄັດເລືອກ ຄວາມເວົ້າ ຂອງທ່ານ ສີ ຈິ້ນຜິງ ກ່ຽວກັບ ວຽກງານ ແຫ່ງການສ້າງ ຜູ້ມີຄວາມຮູ້ ຄວາມສາມາດ” ທີ່ຮຽບຮຽງໂດຍ ສະຖາບັນຄົ້ນຄວ້າ ປະຫວັດສາດພັກ ແລະ ເອກະສານ ຂອງສູນກາງພັກກອມມູນິດຈີນ ແລະ ຈຳໜ່າຍ ຢູ່ທົ່ວປະເທດຈີນ.ໂດຍຄວາມເວົ້າ ອັນສຳຄັນຕ່າງໆ ຂອງທ່ານ ສີ ຈິ້ນຜິງ ກ່ຽວກັບ ວຽກງານ ແຫ່ງການສ້າງ ຜູ້ມີຄວາມຮູ້ ຄວາມສາມາດ ໄດ້ຕອບຄຳຖາມ ດ້ານທິດສະດີ ແລະ ພຶດຕິກຳ ອັນສຳຄັນຕ່າງໆ ເຊັ່ນ: ການສ້າງ ປະເທດໃຫ້ມີຄວາມເຂັ້ມແຂງ ໃນດ້ານຜູ້ມີຄວາມຮູ້ຄວາມສາມາດ ແມ່ນເພື່ອຫຍັງ? ປະເທດ ເຂັ້ມແຂງ ໃນດ້ານຜູ້ມີຄວາມຮູ້ ຄວາມສາມາດແມ່ນຫຍັງ? ຄວນສ້າງປະເທດ ໃຫ້ມີຄວາມເຂັ້ມແຂງ ໃນດ້ານຜູ້ມີຄວາມຮູ້ ຄວາມສາມາດແນວໃດ, ນັ້ນແມ່ນມີຄວາມໝາຍສຳຄັນທີ່ສຸດ ສຳລັບ ການປະຕິບັດ ແນວຄິດໃໝ່ ຍຸດທະສາດໃໝ່ ແລະ ມາດຕະການໃໝ່ ແຫ່ງວຽກງານ ສ້າງຜູ້ມີຄວາມຮູ້ ຄວາມສາມາດ ໃນຍຸກໃໝ່ ຢ່າງຮອບດ້ານ, ການລົງເລິກ ປະຕິບັດ ຍຸດທະສາດ ການສ້າງປະເທດ ໃຫ້ເຂັ້ມແຂງ ໃນດ້ານຜູ້ມີຄວາມຮູ້ຄວາມສາມາດ, ເລັ່ງລັດການສ້າງ ສູນກາງ ຜູ້ມີຄວາມຮູ້ ຄວາມສາມາດ ແລະ ຈຸດສູງໃໝ່ ດ້ານການປະດິດສ້າງ ທີ່ສຳຄັນຂອງໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top