ຫວຽດນາມ ເປັນປະເທດ ຜູ້ສົ່ງອອກເຂົ້າ ຂະໜາດໃຫຍ່ສຸດ ຂອງ ສິງກະໂປ

22/04/2024 21:23
Email Print 215
ຂປລ ອ້າງຕາມ ຂໍ້ມູນ ຈາກ ສຳນັກງານ ການຄ້າ ຫວຽດນາມ ປະຈຳ ສິງກະໂປ ລະບຸວ່າ ໃນໄລຍະ 3 ເດືອນທຳອິດ ຂອງ ປີນີ້ ຫວຽດນາມ ໄດ້ສົ່ງອອກເຂົ້າ ໄປຍັງ ສິງກະໂປ ກວມເອົາ ມູນຄ່າ 36,15 ລ້ານໂດລາ ສິງກະໂປ,

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ ເມື່ອວັນທີ 21 ເມສາ,  ອ້າງຕາມ ຂໍ້ມູນ ຈາກ ສຳນັກງານ ການຄ້າ ຫວຽດນາມ ປະຈຳ ສິງກະໂປ ລະບຸວ່າ ໃນໄລຍະ 3 ເດືອນທຳອິດ ຂອງ ປີນີ້ ຫວຽດນາມ ໄດ້ສົ່ງອອກເຂົ້າ ໄປຍັງ ສິງກະໂປ ກວມເອົາ ມູນຄ່າ 36,15 ລ້ານໂດລາ ສິງກະໂປ, ເພີ່ມຂື້ນ 80,46% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີ 2023 ແລະ ມູນຄ່າ ການສົ່ງອອກ ໃນປັດຈຸບັນ ເຮັດໃຫ້ເຂົ້າ ຂອງ ຫວຽດນາມ ກວມເອົາ ອັດຕາສ່ວນ 32,03% ໃນຕະຫລາດ ສິງກະໂປ.

ໃນຂະນະທີ່ ໄທ ຈັດເປັນ ອັນດັບ 2 ກວມເອົາ 33,63 ລ້ານໂດລາ ສິງກະໂປ  ແລະ ຖັດມາ ອິນເດຍ ອັນດັບ 3 ກວມເອົາ 33,16 ລ້ານໂດລາສິງກະໂປ. ສ່ວນອິນເດຍ ໄດ້ຢຸດຕິ ການສົ່ງອອກເຂົ້າ ເກືອບທຸກປະເພດ ຕັ້ງແຕ່ເດືອນ ກໍລະກົດປີ 2023 ເປັນໂອກາດທີ່ດີ ເຮັດໃຫ້ ປະເທດກຳປູເຈຍ ເປັນຜູ້ ສົ່ງອອກເຂົ້າ ລາຍໃຫຍ່ອີກຫລາຍແຫ່ງ ທີ່ຈະແຂ່ງຂັນ ສ່ວນແບ່ງຕະຫລາດ ຢູ່ ຫລາຍປະເທດ./

KPL

ຂ່າວອື່ນໆ

ads
ads

Top