ນາຍົກລັດຖະມົນຕີ ໃຫ້ທິດຊີ້ນຳ ວຽກໂຍທາທິການ ແລະ ຂົນສົ່ງ

10/04/2024 17:47
Email Print 1409
ຂປລ ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມ ວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023 ໃນວັນທີ 9 ເມາສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນໍາ ໃຫ້ຄະນະພັກ-ຄະນະນຳກະຊວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ ແກ່ພະນັກງານ-ລັດຖະກອນ ໃຫ້ມີຈັນຍາບັນ-ຈັນຍາທຳ, ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ

ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມ ວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023 ໃນວັນທີ 9 ເມາສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນໍາ ໃຫ້ຄະນະພັກ-ຄະນະນຳກະຊວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ ແກ່ພະນັກງານ-ລັດຖະກອນ ໃຫ້ມີຈັນຍາບັນ-ຈັນຍາທຳ, ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ; ຍົກລະດັບ ຄວາມສາມາດ ໃຫ້ຮັບປະກັນ ໃນການຈັດຕັ້ງປະຕິບັດວຽກງານ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດເປັນຢ່າງດີ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງນໍ້າໜັກລົດ ບັນທຸກຕາມເສັ້ນທາງ ຢ່າງເຂັ້ມງວດ, ສືບຕໍ່ບູລະນະສ້ອມແປງເສັ້ນທາງ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ, ມີຄວາມທົນທານ ຕໍ່ການປ່ຽນແປງ ສະພາບດິນຟ້າອາກາດ, ມີຄວາມຍືນຍົງ ແລະ ຮັບປະກັນ ຕໍ່ການອຳນວຍຄວາມສະດວກ ໃນການພັດທະນາເສດຖະ ກິດແຫ່ງຊາດ ກໍຄື ອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນບັນດາເຜົ່າ ໃນການດໍາລົງຊີວິດ, ການຂົນສົ່ງສິນຄ້າ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ.

ຄຽງຄູ່ກັນນັ້ນ ກໍລະດົມພາກສ່ວນຕ່າງໆ ເປັນເຈົ້າການມີສ່ວນຮ່ວມ ປະກອບສ່ວນເຂົ້າໃນການພັດທະນາ, ຄຸ້ມຄອງນໍາໃຊ້ ແລະ ປັບປຸງເສັ້ນທາງ ໃຫ້ໄດ້ມາດຕະຖານ; ເອົາໃຈໃສ່ພັດທະນາລະບົບ ການຂົນສົ່ງສາທາລະນະ ແລະ ໂລຈິດສະຕິກ ໃຫ້ກາຍເປັນລະບົບ ທີ່ທັນສະໄໝ ແລະ ລວມສູນ, ນິຕິກຳໃດ ທີ່ເຫັນວ່າບໍ່ສອດຄ່ອງ ກໍ່ໃຫ້ຮີບຮ້ອນຄົ້ນ ຄວ້າ ແລະ ປັບປຸງໃຫ້ທັນການ; ເອົາໃຈໃສ່ຄຸ້ມຄອງການຈັດຕັ້ງປະຕິບັດຜັງເມືອງ ແລະ ການຄຸ້ມຄອງສິ່ງປຸກສ້າງ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການພັດທະນາຕົວເມືອງ ຕິດພັນກັບ ການພັດທະນາໂຄງລ່າງ ເປັນມິດກັບສິ່ງແວດລ້ອມ ກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່, ທັນສະໄໝ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ສຸມໃສ່ການຫັນເປັນທັນສະ ໄໝ ແລະ ຮັບປະກັນຄວາມປອດໄພການບິນ ຕາມຍຸດທະສາດທີ່ກະຊວງວາງໄວ້ ໂດຍສະເພາະ ວຽກງານຮັບປະກັນ ຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ ໃຫ້ໄດ້ມາດຕະຖານຂອງອົງການ ການບິນພົນລະເຮືອນສາກົນ (ICAO); ສືບຕໍ່ຄົ້ນຄວ້າສ້າງແຜນ ຍຸດທະສາດຂະແໜງການບິນ ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງບໍລິຫານ ຮັບປະກັນການສື່ສານ ເຊື່ອມໂຍງເຊື່ອມຈອດກັບສາກົນ ແລະ ພາກພື້ນ. ພ້ອມນັ້ນໃນຕໍ່ໜ້າໃຫ້ຄົ້ນ ຄວ້າສ້າງແຜນປັບປຸງຍົກລະດັບ ແລະ ແຜນກໍ່ສ້າງສະໜາມບິນພາຍໃນປະເທດ ຕາມເງື່ອນໄຂທີ່ມີຄວາມເໝາະສົມ,  ຄົ້ນຄວ້າບັນດາສະໜາມບິນ ພາຍໃນປະເທດ ທີ່ມີເງື່ອນໄຂ ເພື່ອກໍານົດເປັນສະໜາມບິນສາກົນ, ຄຽງຄູ່ກັບການສ້າງ ແລະ ພັດທະນາບຸກຄະລາກອນ ໃນຂົງເຂດວຽກງານດັ່ງກ່າວ ໃຫ້ເປັນມືອາຊີບ ແລະ ມີຄວາມຮັບຜິດຊອບດ້ານຕ່າງໆ; ສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີ ຂອງຕົນແຕ່ນີ້ຮອດທ້າຍສະໄໝ ປີ 2025 ຢ່າງມີຈຸດສຸມ ເພື່ອປະກອບ ສ່ວນເຂົ້າໃນແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ໂດຍສະເພາະ ສຸມໃສ່ຈັດຕັ້ງປະ ຕິບັດໂຄງການທີ່ລົງທຶນໄປແລ້ວ ໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ແລະ ສໍາເລັດຕາມແຜນການ ພ້ອມທັງຄົ້ນຄວ້າພິຈາລະນາຄືນຢ່າງເຂັ້ມງວດ ຕໍ່ກັບສັນຍາສໍາປະທານ ບັນດາໂຄງການທີ່ບໍ່ມີປະສິດທິຜົນ ຫລີກລ່ຽງ ການຈັບຈອງໂຄງການ ແລະ ເປີດໂອກາດໃຫ້ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີທ່າແຮງໄດ້ປະກອບສ່ວນ ຢ່າງເປັນຮູບປະທໍາ ແລະ ມີຜົນສໍາເລັດ.

ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ນໍາເອົາບາງເນື້ອໃນຈິດໃຈ ທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ທີ່ໄດ້ໂອ້ລົມຊີ້ນໍາຕໍ່ກັບວຽກງານ ການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນ ການ ປີ 2024 ກ່ຽວກັບແນວທາງ ນະໂຍບາຍຂອງພັກ, ຈະໄດ້ເລັ່ງລັດການວາງນະໂຍບາຍຫັນປະເທດເຮົາ, ລະບົບ ເສດຖະກິດຂອງຊາດເຮົາ ຈາກລະບອບເສດຖະກິດ ທີ່ເຕັມໄປດ້ວຍຄວາມເພິ່ງພາ, ເອື່ອຍອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບ ກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນ ທີ່ໜັກແໜ້ນ  ຫລື ເອີ້ນວ່າ ລະບົບ, ລະບອບ “ເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ” (ສອຈ).

ໃນໂອກາດນີ້,  ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ໄດ້ລາຍງານໃຫ້ຊາບໂດຍຫຍໍ້ວ່າ: ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023 ໄດ້ຈັດຂຶ້ນ ເພື່ອຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ປະຈໍາປີ 2023, ສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີ (2021-2025), ທິດທາງແຜນການ ປີ 2024 ແລະ ທ້າຍສະໄໝຮອດປີ 2025 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ຕິດພັນກັບການຈັດຕັ້ງປະຕິບັດ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ; ຮັບຟັງລາຍງານການຈັດຕັ້ງປະຕິບັດ ວຽກງານສາມສ້າງ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ. ພ້ອມກັນນັ້ນ ກໍຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ໃນການແກ້ໄຂບັນຫາທີ່ພົ້ນເດັ່ນ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ຕິດພັນກັບ 5 ຫົວຂໍ້ ເປັນຕົ້ນ ການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງ; ການຄຸ້ມຄອງການຂົນສົ່ງທາງບົກ ລະຫວ່າງປະເທດ; ການຄຸ້ມຄອງຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ; ການຈັດຕັ້ງປະຕິບັດ ແຜນຜັງຕົວເມືອງ ແລະ ການຄຸ້ມຄອງການປຸກສ້າງ ແລະ ການສ້າງແຜນດໍາເນີນທຸລະກິດ ໃຫ້ແກ່ລັດວິສາຫະກິດນໍ້າປະປາ ເພື່ອໃຫ້ມີຄວາມຍືນຍົງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ການເມືອງ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:34:52 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ການເມືອງ

      ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

      10/26/2026 11:29:08 AM

      ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດການເມືອງ

      ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດ

      10/26/2026 11:24:21 AM

      ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.

    • ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031ການເມືອງ

      ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031

      10/26/2026 11:19:42 AM

      ພິທີຮັບຮອງຢ່າງເປັນທາງການ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ສຳລັບປີ 2027-2031 ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.

    • ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2026ການເມືອງ

      ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2026

      10/26/2026 11:15:43 AM

      ໃນຕອນແລງວັນທີ 23 ຕຸລາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ວ່າ: ກອງ ປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊ້ົາວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະ ມົນຕີ,

ads
ads

Top