ຫ້ອງການສະຫະພັນແມ່ຍິງກອງທັບ ມອບເຄື່ອງຊຸກຍູ້ ກອງປະຕິບັດງານ 201

02/04/2024 19:01
Email Print 520
ຂປລ ຂປລ. ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 29 ລ້ານ​ກວ່າກີບ, ພ້ອມ​ດ້ວຍຢາປົວພະຍາດຈຳນວນໜຶ່ງ, ເງິນສົດ 8 ລ້ານກີບ ແລະ ເສື້ອຍືດແມ່ຍິງກອງທັບ ຈຳນວນ 70 ຜືນ ມູນຄ່າ 7 ລ້ານກີບ ໄປມອບໃຫ້ ກອງປະຕິບັດງານ 201 ກອງພົນທີ 1 ​ໃນວັນທີ 1 ເມສາ 2024 ໂດຍອີງຕາມແຜນການເຄື່ອນໄຫວວຽກງານ ຂອງຫ້ອງການສະຫະພັນແມ່ຍິງກອງທັບ ປະຈຳປີ 2024 ກ່ຽວກັບການປຸກລະດົມເຄື່ອງຕ້ອນຂອງຝາກ ເພື່ອໄປມອບໃຫ້ນາຍ ແລະ ພົນທະຫານທີ່ ປະຕິບັດໜ້າທີ່ ຢູ່ເຂດຫ່າງໄກສອກຫລີກ



ຂປລ. ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ
29 ລ້ານ​ກວ່າກີບ, ພ້ອມ​ດ້ວຍຢາປົວພະຍາດຈຳນວນໜຶ່ງ, ເງິນສົດ 8 ລ້ານກີບ ແລະ  ເສື້ອຍືດແມ່ຍິງກອງທັບ ຈຳນວນ 70 ຜືນ ມູນຄ່າ 7 ລ້ານກີບ ໄປມອບໃຫ້ ກອງປະຕິບັດງານ 201 ກອງພົນທີ 1 ​ໃນວັນທີ 1 ເມສາ 2024 ໂດຍອີງຕາມແຜນການເຄື່ອນໄຫວວຽກງານ ຂອງຫ້ອງການສະຫະພັນແມ່ຍິງກອງທັບ ປະຈຳປີ 2024 ກ່ຽວກັບການປຸກລະດົມເຄື່ອງຕ້ອນຂອງຝາກ ເພື່ອໄປມອບໃຫ້ນາຍ ແລະ ພົນທະຫານທີ່ ປະຕິບັດໜ້າທີ່ ຢູ່ເຂດຫ່າງໄກສອກຫລີກ, ກ່າວມອບ​ໂດຍ ສະຫາຍ ພັນເອກ ນາງ ຫລ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ.

​ໂອກາດຮັບ​ເຄື່ອງ​ຊ່ວຍ​ເຫລືອ​ຄັ້ງ​ນີ້​, ສະຫາຍ ພັນຕີ ກົງແສງ ໄຊຍະຕະ ຄະນະກອງປະຕິບັດງານ 201 ​ໄດ້ສະແດງຄວາມຂອບໃຈ ມາຍັງຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ການເມືອງກອງທັບ ກໍຄື ຫ້ອງການສະຫະພັນແມ່ຍິງກອງທັບ ເຊິ່ງຍາມໃດ ກໍມີຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງນາຍ ແລະ ພົນທະຫານ ທີ່ພວມປະຕິບັດຫນ້າທີ່ຢູ່ເຂດຫ່າງໄກສອກຫລີກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາວັດຖຸປັດໄຈຈຳນວນດັ່ງກ່າວ ໄປໝູນໃຊ້ໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.

ຂ່າວ: ປູນາ ສຸດທະວົງ
KPL

ຂ່າວອື່ນໆ

    • ບຸນຊ່ວງເຮືອ ປະຈໍາປີ 2024 ຢູ່ ນວ  ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມວັດທະນະທຳ-ສັງຄົມ

      ບຸນຊ່ວງເຮືອ ປະຈໍາປີ 2024 ຢູ່ ນວ ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມ

      10/18/2024 11:36:44 AM

      ຂປລ. ບຸນອອກພັນສາປະວໍລະນາ ກໍຄື ບຸນຊ່ວງເຮືອ ປະຈຳປີ 2024 ຈັດຂຶ້ນຢ່າງຄຶກຄື້ນ ໄປຄຽງຄູ່ກັບການຮັກສາມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ນວ) ໃນລະຫວ່າງວັນທີ 15-18 ຕຸລາ 2024 ເຊິ່ງໃນມື້ສຸດທ້າຍ ຂອງງານ ໃນວັນທີ 18 ຕຸລາ ໄດ້ມີການແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ ຍິງ-ຊາຍ ໂດຍມີ ການນຳພັກ, ລັດ, ນະຄອນຫລວງ, ເມືອງ ພ້ອມດ້ວຍ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເບິ່ງ, ມາຊົມ, ມາເຊຍ ການແຂ່ງຂັນ ຢ່າງຄຶກຄື້ນ,

    • ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດ ບຸນອອກພັນສາ ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດ ບຸນອອກພັນສາ ທີ່ນະຄອນປາກເຊ

      10/17/2024 1:47:29 PM

      ຂປລ. ​ຕອນເຊົ້າວັນທີ 17 ຕຸລາ​ 2024,​ ກົງກັບຂຶ້ນ 15 ຄໍ່າ ເດືອນ​ 11​ ລາວ ພສ 2567,​ ເປັນວັນບຸນ ອອກພັນສາປະວໍຣະນາ,​ ທ່ານ​ ກິ​ແກ້ວ​ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມ​ພັນລະຍາ, ທ່ານ​ ບົວລີ​ ເພັດສົງຄາມ ເຈົ້ານະຄອນ​ປາກເຊ​ ພ້ອມພັນລະຍາ​ ໄດ້ເຂົ້າຮ່ວມທຳບຸນໃສ່ບາດ​ ນໍາພໍ່ແມ່ປະຊາຊົນຄົນລາວຊາວພຸດ ຢູ່ວັດຫລວງ​ປາກເຊ

    • ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາວັດທະນະທຳ-ສັງຄົມ

      ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາ

      10/16/2024 2:55:15 PM

      ຂປລ. ວັນທີ 15 ຕຸລາ 2024 ຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ເງິນສະໜັບສະໜູນ ການເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈາກບໍລິສັດ ພີທີແອວ ໂຮນດິງ (PTL Holding) 300 ລ້ານກີບ, ສູນການແພດເວດສະພົງ 100 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ 20 ລ້ານກີບ

    • ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນ ອາຫານເສີມ ຜິດກົດໝາຍ 11 ລາຍການວັດທະນະທຳ-ສັງຄົມ

      ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນ ອາຫານເສີມ ຜິດກົດໝາຍ 11 ລາຍການ

      10/16/2024 2:38:23 PM

      ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເຖິງບໍລິສັດ, ຮ້ານຄ້າ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ 11 ລາຍການ

    • ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບວັດທະນະທຳ-ສັງຄົມ

      ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບ

      10/15/2024 2:42:32 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ໃນວັນທີ 14 ຕຸລາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ

ads
ads

Top