ສ່ວນວັດທະນະທຳຊຽງຄວນ ສະຖານທີ່ທ່ອງທ່ຽວດ້ານວັດທະນະທຳ ແລະ ມະຕິມະກຳທີ່ສວຍງາມ

28/02/2024 09:59
Email Print 2094
ຂປລ ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວດ້ານວັດທະນະທຳ ຢູ່ນະຄອນຫລວງວຽງຈັນ ທ່ີນັກທ່ອງທ່ຽວມາທ່ຽວຊົມ ກໍມີພະທາດຫລວງວຽງຈັນ, ປະຕູໄຊ, ວັດສີສະເກດ, ວັດຫໍພະແກ້ວ ແລະ ອື່ນໆ.

   *ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວດ້ານວັດທະນະທຳ ຢູ່ນະຄອນຫລວງວຽງຈັນ ທ່ີນັກທ່ອງທ່ຽວມາທ່ຽວຊົມ ກໍມີພະທາດຫລວງວຽງຈັນ, ປະຕູໄຊ, ວັດສີສະເກດ, ວັດຫໍພະແກ້ວ ແລະ ອື່ນໆ. ໃນມື້ນີ້ຜູ້ຂຽນຂໍສະເໜີ ສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ມີຄວາມສວຍງາມທາງດ້ານວັດທະນະທຳ ຊຶ່ງນັກທ່ອງທ່ຽວບ່ໍຄວນພາດເມື່ອມາເຖິງນະຄອນຫລວງວຽງຈັນ, ນັ້ນຄືສວນວັດທະນະທຳຊຽງຄວນ ຫ່າງຈາກພະທາດຫລວງ ຫລື ປະຕູໄຊ ພຽງ 25 ກິໂລແມັດ, ການເດີນທາງກໍສະດວກສະບາຍ.ສວນວັດທະນະທຳຕັ້ງຢູ່ດ້ານໃຕ້ຂອງບ້ານທ່າເດື່ອ, ເມືອງຫາດ ຊາຍຟອງນະຄອນຫລວງວຽງຈັນ ສ້າງຂຶ້ນເມື່ອປີ ຄສ 1958, ໂດຍຍາພໍ່ບຸນເຫລືອ ຫລື ຫລວງປູ່ບຸນເຫລືອ ມາເຖິງປັດຈຸບັນຖືວ່າເປັນ ສະຖານທີ່ທ່ອງທ່ຽວວັດທະນະທຳ ທີ່ສຳຄັນອີກແຫ່ງໜຶ່ງໃນນະຄອນຫລວງວຽງຈັນ, ໂດຍປະກອບມີພະ ພຸດທະຮູບປາງຕ່າງໆ, ຈຸດເດັ່ນຂອງສວນດັ່ງກ່າວແມ່ນມີຮູບພະພຸດທະຮູບປາງໄຊຍາດອົງໃຫຍ່ (ນອນ) ເປັນທ່ີເຫລ້ືອມໃສສັດທາຂອງປະຊາຊົນລາວຊາວພຸດ ແລະ ເປັນແຫລ່ງທ່ອງທ່ຽວທີ່ຮູ້ຈັກກັນຢ່າງແຜ່ຫລາຍສົມຄວນ.

  

    ໃນສວນມີຮູບປັ້ນເທວະຮູບປາງຕ່າງໆປະມານ 300 ກວ່າ ອົງ ຊຶ່ງບັນດາຮູບປັ້ນຕ່າງໆ ທີ່ສ້າງຂຶ້ນລ້ວນແຕ່ສື່ເຖິງຄວາມໝາຍຄວາມສຳຄັນການພົວພັນ ກັບພຸດທະສາສະໜາຢ່າງປະສົມກົມກຽວ, ສ່ອງແສງໃຫ້ເຫັນທັງສາສະໜາພຸດ, ຮິນດູ, ການປະສູດ, ຕັດສະຮູ້ ແລະ ປະລິນິພານຂອງສົມເດັດພະສໍາມາສໍາພຸດທະເຈົ້າ. ຮູບປັ້ນສ່ອງແສງໃຫ້ເຫັນພົມ, ເທບ, ບາບ, ບຸນ, ຄຸນໂທດ, ການເກີດແກ່ເຈັບຕາຍຂອງມະນຸດ. ພ້ອມນີ້, ຍັງມີພະເທວະໄລປາງພະພຸດທະເຈົ້າປະລິນິພານພາຍຫລັງສະເດັດສະແດງທໍາເປັນເວລາ 45 ປີ ຄືແຕ່ອາຍຸ 35 ປີ ເຖິງ 80 ປີ ພະ ອົງໄດ້ສະລະເລື່ອງສ່ວນຕົວທັງໜົດ ເພື່ອຄວາມສັນຕິສຸກຂອງໂລກ ຈົນເຖິງມື້ຂຶ້ນ15 ຄໍ່າເດືອນ 6 ພະສຳມາສຳພຸດ ທະເຈົ້າກໍດັບຂັນເຂົ້າສູ່ປະລິນິພານ ຮູບປັ້ນນີ້ຖືວ່າເດັ່ນທີ່ສຸດໃນສວນແຫ່ງນີ້.

    ນອກຈາກນີ້ຍັງມີພະການ ຫລື ເອີ້ນກັນວ່ານະລົກ-ສະຫວັນ ຫລື ບາງຕໍານານກໍ່ເອີ້ນວ່າລາຫູອ້າປາກ. ພະການມີໜ້າທ່ີຄວບຄຸມເວລາຂອງຊັບພະສິ່ງໃນໂລກ, ໂດຍທຸກສິ່ງຢ່າງຕ້ອງເກີດຂຶ້ນ, ຕັ້ງຢູ່, ດັບໄປ, ໂດຍມີສາມຊັ້ນຄື: ນະລົກ, ເທວາພິພົບ ແລະ ນາຄາພິພົບຢູ່ເບື້ອງລຸ່ມ ຄືລາຫູອ້າປາກ ເປັນປະຕູເດີນທາງໄປສູ່ສະຫວັນຊັ້ນເຈັດ, ສ່ວນຢູ່ເທິງສຸດມີຕົ້ນໄມ້ມະນີໂຄດ ຈໍາລອງຢູ່ສາມງ່າ ທີ່ມີຄວາມໝາຍແຕກຕ່າງກັນອອກໄປ ຊຶ່ງເປັນປະຕິມະກໍາທີ່ໂດດເດັ່ນທີ່ສຸດ.ປັດຈຸບັນສວນວັດທະນະທຳຊຽງຄວນໄດ້ມີການພັດທະນາ ຫລາຍສິ່ງຫລາຍຢ່າງ ບໍ່ວ່າຈະເປັນ ສະພາບແວດລ້ອມ, ປະຕູຂົງໃຫຍ່ ທາງເຂົ້າ, ກຳແພງລວດລາຍວັດທະນະທຳພາຍໃນສວນ, ທາງເບຕົງອ້ອມຮອບສວນ, ເວທີສະແດງ, ບ່ອນ ຫລິ້ນສຳລັບເດັກ, ຮ້ານຂາຍເຄື່ອງ ທີ່ລະນຶກ, ຈຸດຊົມທິວທັດແຄມຂອງ, ສວນໄມ້ປະດັບ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ທີ່ປິ່ນອ້ອມທັງໝົດນີ້ແມ່ນເພື່ອເປັນການບໍລິການ ຕ້ອນຮັບແຂກທີ່ມາທ່ຽວຊົມ ແລ້ວຢາກກັບມາທ່ຽວຕື່ມອີກ.

   ສິ່ງສຳຄັນສະຖານທີ່ທ່ອງທ່ຽວດັ່ງກ່າວ, ຍັງເປັນທີ່ເຄົາລົບບູຊາ ແລະ ເປັນທີ່ໜ້າສົນໃຈສຳລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໝູນວຽນເຂົ້າມາທ່ຽວຊົມສຶກສາຫາຄວາມຮູ້, ປຽບເໝືອນເປັນຫ້ອງສະໝຸດໃຫຍ່ ທີ່ເຕົ້າໂຮມຮ່ອງຮອຍວັດທະນະທໍາທາງສາສະໜາທ່ີອັດສະຈັນ, ປະຕິມະກໍາທີ່ງົດງາມ ແລະ ສ່ິງອໍານວຍຄວາມສະດວກຕ່າງໆ ຢ່າງຫລາກຫລາຍໄວ້ຕ້ອນຮັບນັກທ່ອງທ່ຽວ ເພື່ອມາສຶກສາຄົ້ນຄວ້າຄວາມລີ້ລັບຂອງສະຖານທີ່ແຫ່ງນີ້.ໂອກາດນີ້, ຄໍລຳທ່ອງທ່ຽວເມືອງລາວ ຂໍຝາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າຊົມ ຫລື ມາທ່ອງທ່ຽວຂໍໃຫ້ຊ່ວຍກັນຮັກສາຄວາມສະອາດ, ຮັກສາສິ່ງແວດລ້ອມ, ບໍ່ຖິ້ມຂີ້ເຫຍື້ອຊະຊາຍ ຫລື ຕ້ອງນຳໄປຖິ້ມຢູ່ຈຸດທີ່ທາງຄະນະຮັບຜິດຊອບຈັດສັນໄວ້ໃຫ້. ທັງນີ້,ກໍເພື່ອໃຫ້ສະຖານທີ່ທ່ອງທ່ຽວດັ່ງກ່າວມີຄວາມສວຍສົດງົດງາມ, ບໍ່ທຳລາຍສະພາບແວດລ້ອມ ແລະ ຍືນຍົງຕະຫລອດໄປ. ດ້ວຍຄວາມປາດຖະໜາດີ ຈາກຄໍລໍາທ່ອງທ່ຽວ ເມືອງລາວກໍຄື ບໍລິສັດ ເບຍລາວ ເບຍຂອງຄົນລາວຄົນທີ່ຈິງໃຈ.

ບົດ-ພາບ: ມະນີລັດ

KPL

ຂ່າວອື່ນໆ

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

    • ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາທ່ອງທ່ຽວ

      ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

      9/4/2024 12:30:32 PM

      ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

    • ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນທ່ອງທ່ຽວ

      ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນ

      9/2/2024 2:45:47 PM

      ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ 20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາ

    • ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາທ່ອງທ່ຽວ

      ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາ

      9/2/2024 10:40:17 AM

      ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ, ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງ ທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

    • “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາທ່ອງທ່ຽວ

      “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາ

      8/26/2024 11:34:23 AM

      “ຜາຖີ່່” ຫລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ads
ads

Top