ຮອງນາຍົກ ເນັ້ນກະຊວງສາທາລະນະສຸກ ເອົາໃຈໃສ່ປັບປຸງໃຫ້ມີການຫັນປ່ຽນ ແຂງແຮງ ແລະ ຮອບດ້ານ

17/02/2024 11:43
Email Print 1087
ຂປລ ຂປລ. ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນຳວຽກງານ ຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ໄດ້ໂອ້ລົມຕໍ່ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ໃນວັນທີ 16 ກຸມພາ 2024 ທີ່ຖ້ຳຊ້າງລອດ, ເມືອງ ວຽງໄຊ ແຂວງ ຫົວພັນ



ຂປລ. ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນຳວຽກງານ ຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ໄດ້ໂອ້ລົມຕໍ່ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ປະຈຳປີ
2023 ແລະ ທິດທາງແຜນການ ປີ 2024 ໃນວັນທີ 16 ກຸມພາ 2024 ທີ່ຖ້ຳຊ້າງລອດ, ເມືອງ ວຽງໄຊ ແຂວງ ຫົວພັນ ໂດຍເນັ້ນໃຫ້ຄະນະພັກ-ຄະນະນຳ ກະຊວງສາທາລະນະສຸກ ເອົາໃຈໃສ່ປັບປຸງວຽກງານ ໃຫ້ມີການຫັນປ່ຽນ ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອສຸມໃສ່ເຮັດໃຫ້ ບັນດາແຜນງານ, ໂຄງການທີ່ຍັງບໍ່ສຳເລັດ ໃຫ້ສືບຕໍ່ປະຕິບັດບັນລຸຕາມ ຈຸດປະສົງຄາດໝາຍທີ່ວາງໄວ້ ເປັນຕົ້ນ ພະນັກງານສະມາຊິກພັກ ໃນຂະແໜງສາທາລະນະສຸກ ຈຳນວນໜຶ່ງ ບໍ່ທັນກຳແໜ້ນເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຢ່າງເລິກເຊິ່ງ ຍ້ອນການນຳພາດ້ານການເມືອງແນວຄິດ ບໍ່ທັນແທດເຖິງ, ເລິກເຊິ່ງ ແລະ ປົກກະຕິ-ຕໍ່ເນື່ອງ, ການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະນໍາແຕ່ລະຂັ້ນ ບໍ່ແທດເຖິງ, ກົນໄກການຊີ້ນຳ-ມອບວຽກ ກໍຍັງບໍ່ທັນຈະແຈ້ງໂລ່ງລ່ຽນ ລວມທັງການຕິດຕາມກວດກາ ການເຄື່ອນໄຫວວຽກງານ ຂອງຂັ້ນລຸ່ມ ບໍ່ທັນເປັນປົກກະຕິ ແທດເຖິງເທົ່າທີ່ຄວນ.

ພ້ອມກັນນີ້, ການກໍ່ສ້າງ ແລະ ການພັດທະນາບຸກຄະລາກອນ ດ້ານສາທາະລະນະສຸກຈາກໂຮງຮຽນ, ຈາກສະຖາບັນການສຶກສາຈຳນວນໜຶ່ງ ບໍ່ຮັບປະກັນຄຸນນະພາບ; ການປັບປຸງ, ຈັດວາງຕຳແໜ່ງງານ ຍັງບໍ່ທັນເປັນລະບົບ ບາງອັນຕິດພັນກັບຜົນປະໂຫຍດ; ການເຄື່ອນໄຫວ ວຽກງານຮັບໃຊ້ການບໍລິການ ຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ຈໍານວນໜຶ່ງ ຍັງເນັ້ນການເຮັດວຽກບໍລິຫານ, ຖືເບົາວິຊາສະເພາະ ແລະ ຈັນຍາບັນຈັນຍາທຳແພດໝໍ, ບາງດ້ານເອື່ອຍອີງໃສ່ກັນ ແລະ ຫວັງຜົນປະໂຫຍດ, ຍັງເກີດຫາງສຽງຈົ່ມວ່າ ຂອງປະຊາຊົນຫລາຍ ແລະ ອື່ນໆ.

ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະເໜີທິດທາງຈຳນວນໜຶ່ງ ເພື່ອແກ້ໄຂຈຸດອ່ອນຄົງຄ້າງຢ່າງເດັດດ່ຽວ ແລະ ວາງແຜນການໃນແຕ່ລະໄລຍະ ໃຫ້ຖືກຕ້ອງສອດຄ່ອງ ແລະ ເພື່ອເປັນຂໍ້ຄິດເຫັນ ນໍາໄປປັບປຸງໃນຕໍ່ໜ້າ ໂດຍສະເພາະວຽກພັກ: ເພີ່ມທະວີການນຳພາ ຕົວຈິງທີ່ເຂັ້ມແຂງ ຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າ ຂອງຄະນະນະພັກ ໂດຍຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ ໂດຍນຳໃຊ້ຫລາຍຮູບການ, ວິທີການທີ່ອຸດົມສົມບູນ, ສອດຄ່ອງເໝາະສົມ ເພື່ອສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ; ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ໃນນີ້ສຳຄັນກວ່າໝູ່ແມ່ນ ເອົາໃຈໃສ່ປັບປຸງຍົກລະດັບ ຄວາມຮູ້ທິດສະດີການເມືອງ-ການປົກຄອງ ໂດຍສະເພາະແມ່ນ ທິດສະດີມາກ-ເລນິນ, ທິດສະດີທີ່ກ້າວໜ້າອື່ນໆ, ທິດສະດີການເມືອງ ແລະ ມູນເຊື້ອຂອງພັກເຮົາ ແລະ ຍູ້ແຮງຄວາມຕື່ນຕົວເປັນເຈົ້າການ ຝຶກຝົນຫລໍ່ຫລອມຕົນເອງ ຂອງສະມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ; ເອົາໃຈໃສ່ຈົດຈໍ່ ຕໍ່ການກໍ່ສ້າງພັກທາງດ້ານການຈັດຕັ້ງ ເຊິ່ງອັນເປັນກົກແມ່ນປະຕິບັດເຂັ້ມງວດ 5 ຫລັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ; ຕັ້ງໜ້າປັບປຸງແບບແຜນນຳພາ ຂອງອົງຄະນະພັກ ເປັນຕົ້ນ ພັກນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍ ຕິດພັນກັບການຂະຫຍາຍ ຄວາມເປັນແບບຢ່າງນຳໜ້າຂອງພັກ ເຊັ່ນ: ປະຕິບັດແນວທາງ, ແບບຢ່າງໃນການປະຕິບັດ ລະບຽບກົດໝາຍ, ການປ່ຽນແປງແກ້ໄຂຂໍ້ຂາດຕົກບົກຜ່ອງ ແລະ ການນຳພາແຫ່ງການຝຶກຝົນຫລໍ່ຫລອມຕົນເອງໃຫ້ດີຂຶ້ນ.

ສຳລັບວຽກງານປັບປຸງກົງຈັກການຈັດຕັ້ງ, ພະນັກງານ ແລະ ກົນໄກບໍລິຫານ: ຕ້ອງໄດ້ເອົາໃຈໃສ່ໃນການປັບປຸງກົງຈັກໃຫ້ກະທັດຮັດ, ຖືກທິດ ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານໄປລວງດຽວກັນ; ສ້າງກົນໄກການປະສານງານພາຍໃນ ແລະ ພາຍນອກ ຢູ່ສູນກາງ, ຢູ່ໂຮງໝໍ ແລະ ຢູ່ພາກສະໜາມ ລວມເຖິງບັນດາກົມກອງ ຊ່ວຍໜູນອ້ອມຂ້າງກະຊວງ ໃຫ້ມີຄວາມເປັນເອກະພາບສູງ ຫລີກລ່ຽງຫາງສຽງບໍ່ດີ ທີ່ເປັນຜົນກະທົບ ຕໍ່ວຽກງານຂະແໜງການ ກໍຄືຜົນປະໂຫຍດລວມຂອງປະເທດຊາດ; ອົງຄະນະພັກ ຕ້ອງເອົາໃຈໃສ່ປັບປຸງຢ່າງຈິງຈັງ ຕໍ່ວຽກງານພະນັກງານ ຊຶ່ງເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ ນັບແຕ່ຂອດສ້າງ ແລະ ປະຕິບັດແຜນກຳນົດຕໍາແໜ່ງງານ, ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ, ການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານ ຢ່າງຖືກຕ້ອງ ແລະ ມີຄວາມຍຸຕິທໍາ, ເປັນກຸນແຈແຫ່ງການປະຕິບັດ ບົດບາດນຳພາຂອງພັກ ຕໍ່ພາລະກິດປ່ຽນແປງໃໝ່ຮອບດ້ານຂອງພັກ ກໍຄືຕໍ່ການນໍາພາທຸກວຽກງານ ໃນຂະແໜງສາທາລະນະສຸກ; ເອົາໃຈໃສ່ສຶກສາຄົ້ນຄວ້າ ແລະ ທົດລອງຈັດຕັ້ງປະຕິບັດຄວາມເປັນໄປໄດ້ ການຫັນໄປກຸ້ມຕົນເອງດ້ານງົບປະມານ ຢູ່ໃນບ່ອນທີ່ມີເງື່ອນໄຂຄົບຖ້ວນ ຈຶ່ງຈະສາມາດຫັນພະນັກງານ, ລັດຖະກອນ ໄປເປັນພາລະກອນ ເພື່ອຫລຸດຜ່ອນດ້ານງົບປະມານລັດ ທັງຮັບປະກັນຄຸນນະພາບດ້ານວຽກງານສາທາລະນະສຸກເທື່ອລະກ້າວ. ສ່ວນການປັບປຸງວຽກງານພະນັກງານ ຕ້ອງໄປຕາມທິດລວມ ທີ່ກໍານົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ, ຄຳສັ່ງ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ໂດຍການຈັດວາງພະນັກງານຢູ່ໃນພາວະເຄື່ອນເໜັງ ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ, ຮັບປະກັນການປະຕິບັດວຽກງານ ຄຸ້ມຄອງພະນັກງານເປັນເອກະພາບ, ມີຄຸນນະພາບ, ການບັນຈຸລັດຖະກອນ ຕ້ອງປະຕິບັດ ຫລັກການ ສະເໝີພາບ, ໂປ່ງໃສ, ຍຸຕິທຳ, ອີງໃສ່ຕຳແໜ່ງງານ ແລະ ໜ້າວຽກທີ່ຕ້ອງການ ທັງຮັບປະກັນການສ້າງ, ປະຕິບັດແຜນກຳນົດພະນັກງານ ຢ່າງເປັນລະບົບ ຕາມທິດຫັນເປັນໜຸ່ມ (ແໜ້ນ) ກົງຈັກກະທັດຮັດ, ຫລຸດຜ່ອນຈຳນວນພົນ ແລະ ຫລີກເວັ້ນລະບົບ ອຸປະຖຳຄ້ຳຊູ ຄົນເຈົ້າຄົນຂ້ອຍ ແລະ ມີການຄົ້ນຄວ້າລົງວິໄນ ຕໍ່ຜູ້ກະທຳຜິດຢ່າງເດັດຂາດ ໂປ່ງໃສ ຍຸຕິທຳ, ປະກົດການເກີດຢູ່ບ່ອນໃດ ແມ່ນບ່ອນນັ້ນເປັນຜູ້ຄົ້ນຄວ້າແກ້ໄຂ ຢ່າງຂາດຕົວ; ຕ້ອງຮັບກັນ ການບັນຊາການ ຄືກັບບັນຊາບັ້ນຮົບ ເພື່ອຮັບປະກັນ ຄວາມຮັບຜິດຊອບ ຂອງພະນັກງານສະມາຊິກພັກ, ແພດໝໍ ໄປຕາມທິດຂອງພັກ ແລະ ລັດຖະບານ ວາງອອກ ເພື່ອໃຫ້ມີການຫັນປ່ຽນຢ່າງຮອບດ້ານ; ເອົາໃຈໃສ່ ປະຕິບັດວຽກການແຂ່ງຂັນຍ້ອງຍໍ ໃຫ້ພະນັກງານ ນັກຮົບຊຸດຂາວ ຢ່າງຖືກຕ້ອງເໝາະສົມ, ທັນການ, ຖືກທິດ ແລະ ທົ່ວເຖິງ ເພື່ອເປັນຂວັນ ແລະ ກຳລັງໃຈ ໃຫ້ຜູ້ທີ່ເຮັດວຽກງານ ຢ່າງເອົາຈິງເອົາຈັງ ໃນພາກປະຕິບັດຕົວຈິງ ມີກຳລັງໃຈເຮັດວຽກງານ ຢ່າງສຸດກົກສຸດປາຍ.




ສ່ວນວຽກງານວິຊາສະເພາະ ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ
XI ຂອງພັກທີ່ວ່າ: ສືບຕໍ່ຍຶດໝັ້ນການປະຕິບັດນະໂຍບາຍ ສາທາລະນະສຸກທົ່ວປວງຊົນ ຕາມທິດຖືເອົາການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍ; ຖືເອົາການບໍລິການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ໂດຍເລັ່ງໃສ່ຈັດຕັ້ງປະຕິບັດ 07 ແຜນງານ ຄວບຄູ່ກັບການຈັດຕັ້ງປະຕິບັດ ແຜນປະຕິຮູບສາທາລະນະສຸກ ໄລຍະ III (2021-2025) ເພື່ອເປັນທິດໃນການຈັດຕັ້ງປະຕິບັດ ແຜນພັດທະນາສາທາລະນະສຸກ 05 ປີ ຄັ້ງທີ IX (2021-2025) ໃນແຕ່ລະດ້ານທີ່ໄດ້ວາງອອກ ເປັນຕົ້ນ: ຂະແໜງສາທາລະນະສຸກ ຕ້ອງປະກອບສ່ວນຢ່າງຕັ້ງໜ້າກວ່າເກົ່າ ເຂົ້າໃນພາລະກິດລວມ ແຫ່ງການລົງ ກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານ, ເຮັດໃຫ້ປະຊາຊົນສ່ວນຫລາຍ ສາມາດເຂົ້າເຖິງການບໍລິການ ແລະ ຮັກສາສຸຂະພາບຂັ້ນພື້ນຖານ, ມີຄຸນນະພາບ ແລະ ໄດ້ຮັບສະຫວັດດີການສັງຄົມ ໄປຄຽງຄູ່ກັບການຂະຫຍາຍ ລະບົບປະກັນ ສຸຂະພາບ ລວມທັງການປັບປຸງຄຸນນະພາບ, ສ້າງການຫັນປ່ຽນ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າເຖິງຕາໜ່າງສາທາລະນະສຸກນັບມື້ນັບຫລາຍຂຶ້ນ. ນອກນີ້, ຍັງຕ້ອງເອົາໃຈໃສ່ເຝົ້າລະວັງ ພະຍາດຕ່າງໆທີ່ອາດຈະເກີດຂຶ້ນ (ປັດຈຸບັນນະຄອນຫລວງ ວຽງຈັນບາງເຂດ ໄດ້ພົບເຫັນການລະບາດຂອງພະຍາດໄຂຫວັດສັດປີກ (H5N1 ແລະ H9N2 ທັງສາຍພັນອື່ນ ທີ່ອາດຈະເກີດອາການຮຸນແຮງກັບຄົນ) ແລະ ພະຍາດອື່ນໆ; ສືບຕໍ່ຈັດຕັ້ງປະຕິບັດບັນດາ ຄາດໝາຍຕາມມະຕິສະພາແຫ່ງຊາດ ວາງອອກ ໂດຍເລັ່ງໃສ່ບັນດາຄາດໝາຍ ທີ່ບໍ່ທັນສຳເລັດເປັນຕົ້ນ ແຜນປະຕິຮູບສາທາລະນະສຸກ ໄລຍະ III ເພື່ອບັນລຸເປົ້າໝາຍສຸຂະພາບທົ່ວປວງຊົນ, ເປົ້າໝາຍການພັດທະນາແບບຍືນຍົງ ໃນ 5 ຂົງເຂດ ຄື: ການພັດທະນາຊັບພະຍາກອນມະນຸດ, ການເງິນສາທາລະນະສຸກ, ຄຸນນະພາບການບໍລິການ, ການບໍລິຫານຈັດການ ແລະ ຂໍ້ມູນຂ່າວສານສາທາລະນະສຸກ ໂດຍເລີ່ມຈາກການສ້າງ, ປັບປຸງ ພະນັກງານດ້ານສາທາລະນະສຸກ ທັງສ້າງຈັນຍາບັນ ຈັນຍາທຳ, ສ້າງສະຖານທີ່ບໍລິການ, ຮັບປະກັນມາດຕະຖານສະອາດ, ອຸປະກອນການແພດຄົບຖ້ວນ-ທັນສະໄໝ ແລະ ຢາປົວພະຍາດພຽງພໍ ຕາມນະໂຍບາຍ 5 ດີ 1ພໍໃຈ ຕິດພັນກັບການສ້າງນັກຄົ້ນຄ້ວາ, ຊ່ຽວຊານຜູ້ຊຳນານ ບໍ່ຄວນແລ່ນນຳປະລິມານ.

ສຳລັບແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໄດ້ກຳນົດລະອຽດແລ້ວ ແລະ ໃຫ້ສືບຕໍ່ຜັນຂະຫຍາຍເປັນແຜນງານ, ໂຄງການ ລະອຽດ ແລະ ຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ ແລະ ເກີດໝາກຜົນຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະ 7 ແຜນງານໃຫຍ່ 47 ແຜນງານຍ່ອຍ ແລະ 126 ໂຄງການ ໃນແຕ່ລະດ້ານ: ແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ ໂດຍເລັ່ງໃສ່ 6 ແຜນງານຍ່ອຍ ແລະ 23 ໂຄງການ; ແຜນງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່: ສຸມໃສ່ 8 ແຜນງານຍ່ອຍ ແລະ 16 ໂຄງການ ທີ່ໄດ້ກຳນົດໄວ້ແລ້ວ; ແຜນງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ: ໃນ 5 ແຜນງານຍ່ອຍ ແລະ 19 ໂຄງການ; ແຜນງານປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ: ປະກອບດ້ວຍ 9 ແຜນງານຍ່ອຍ ແລະ 20 ໂຄງການ; ແຜນງານຄຸ້ມຄອງ, ພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດ: ທີ່ປະກອບດ້ວຍ 4 ແຜນງານຍ່ອຍ ແລະ 16 ໂຄງການ; ແຜນງານການເງິນສາທາລະນະສຸກ: ໃນ 7 ແຜນງານຍ່ອຍ ແລະ 19 ໂຄງການ; ແຜນງານແຜນການ ແລະ ການຮ່ວມມື: ໂຄງການ ກໍ່ສ້າງສູນຂໍ້ມູນ ຂ່າວສານສາທາລະນະສຸກ, ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານດ້ານຂໍ້ມູນຂ່າວສານສາທາລະນະສຸກ, ໂຄງການ ປັບປຸງຄຸນນະພາບ ຂໍ້ມູນຂ່າວສານສາທາລະນະສຸກ ແລະ ການສຳຫລວດ ທັງໂຄງານຮ່ວມມືສາກົນ ແລະ ລະຫວ່າງລັດ ກັບເອກະຊົນ ທັງໂຄງການຕິດຕາມ ແລະ ປະເມີນຜົນ; ແຜນງານບໍລິຫານຄຸ້ມຄອງ ແລະ ກວດກາ: ຈຳນວນແຜນງານຍ່ອຍ ແລະ ໂຄງການ ບໍລິຫານຄຸ້ມຄອງ ແລະ ກວດກາ ປະກອບດ້ວຍ 8 ແຜນງານຍ່ອຍ ແລະ 13 ໂຄງການ ແລະ ວຽກງານອື່ນໆ ຕາມຄວາມ ຮັບຜິດຊອບຂອງຕົນ.

KPL

ຂ່າວອື່ນໆ

ads
ads

Top