ສຊປລ ປາຖະກະຖາວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

12/02/2024 14:39
Email Print 451
ຂປລ ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດປາຖະກະຖາວັນເກີດປະທານ ຄໍາໄຕ ສີພັນດອນຄົບຮອບ 100 ປີ(8 ກຸມພາ 1924-8 ກຸມພາ 2024) ໃນວັນທີ 12 ກຸມພາ 2024




ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດປາຖະກະຖາວັນເກີດປະທານ ຄໍາໄຕ ສີພັນດອນຄົບຮອບ
100 ປີ(8 ກຸມພາ 1924-8 ກຸມພາ 2024) ໃນວັນທີ 12 ກຸມພາ 2024 ​ໂດຍ​ການ​ປາຖະກະຖາ​ຂອງ  ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຫົວໜ້າກົມ-ຮອງກົມ, ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບ​ຟັງ. ທັງ​ນີ້ ກໍ​ເພື່ອລະນຶກເຖິງຄຸນງາມ ຄວາມດີຂອງປະທານ ຄຳໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນຳເອົາແບບຢ່າງທີ່ດີຂອງເພີ່ນ ມາໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ, ເພື່ອສືບຕໍ່ພັດທະນາປະເທດກ້າວຂຶ້ນຕາມອຸດົມການຂອງພັກຢ່າງມີໄຊ.




ໂອກາດ​ນີ້, ທ່ານ ມອນໄຊ ລາວມົວຊົ່ງ ກໍໄດ້ຍົກໃຫ້ເຫັນເຖິງຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນປະຫວັດການເຄື່ອນໄຫວຂອງ ປະທານ ຄຳໄຕ ສີພັນດອນ ໃນແຕ່ລະໄລຍະນັບຕັ້ງແຕ່ປີ
1931-2006 ຈົນເຖິງປັດຈຸບັນ, ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນຳຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດຢູ່ປະເທດເຮົາ ຊຶ່ງເວລາໃດກໍໜັກແໜ້ນ ທາງດ້ານການເມືອງ, ສະຕິຕໍ່ການຈັດ ຕັ້ງ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ທີ່ໄດ້ຮັບມອບໝາ ຍ ເລີ່ມຈາກພະນັກງານທຳມະດາ ກາຍເປັນຜູ້ຊີ້ນຳ-ບັນຊາ ແລະ ນຳພາຂະບວນການ ຕໍ່ສູ້ປົດປ່ອຍຊາດ ຄຽງບ່າຄຽງໄຫລ່ ກັບ ປະທານ ໄກສອນ ພົມ ວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວລາວຮັກຊາດ ໄດ້ຮັບໄຊຊະນະສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975, ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງ ປ່ຽນແປງໃໝ່ ຢ່າງຖືກຕ້ອງສອດຄ່ອງ, ທັງໄດ້ນຳພາ-ຊີ້ນຳການຈັດຕັ້ງປະຕິບັດ ໄດ້ຮັບຜົນສຳເລັດໃນຫລາຍດ້ານ.

 ພ້ອມນີ້, ທ່ານ ມອນໄຊ ລາວມົວຊົ່ງ ຍັງໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານທັງໝົດຂອງ ສຊປລ ຈົ່ງພ້ອມກັນຕັ້ງໜ້າສຶກສາຄົ້ນຄວ້າຮໍ່າຮຽນ ເອົາຄຸນສົມບັດສິນທໍາປະຕິວັດ, ຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ, ຄວາມມານະອົດທົນ, ອຸ່ນອ່ຽນທຸ່ນທ່ຽງ, ມີໄຫວພິບໃນການຈັດຕັ້ງປະຕິບັດ ບັນດາໜ້າທີ່ວຽກງານ ທີ່ຕົນຮັບຜິດຊອບ ເພື່ອອຸທິດຕົນໃຫ້ ພາລະກິດປະຕິວັດເພື່ອຊາດ ເພື່ອປະຊາຊົນຂອງ ປະທານ ຄຳໄຕ ສີພັນດອນ ຜູ້ນໍາທີ່ແສນເຄົາລົບຮັກ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນປັດຈຸບັນ.
KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top