ສົ່ງເສີມຄວາມຮູ້ ແລະ ຄວາມສຳຄັນ ຂອງການຮັກສາປຶ້ມແບບຮຽນ

10/01/2024 11:41
Email Print 4791
ຂປລ *ເມື່ອບໍ່ດົນມານີ້, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບແຜນງານປັບ ປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ມີຄວາມ ສະເໜີວິດີໂອໃໝ່ ເພື່ອປູກຈິດສຳນຶກໃນຮັກສາປຶ້ມແບບຮຽນ
  
      *ເມື່ອບໍ່ດົນມານີ້, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບແຜນງານປັບ ປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ມີຄວາມສະເໜີວິດີໂອໃໝ່ ເພື່ອປູກຈິດສຳນຶກໃນຮັກສາປຶ້ມແບບຮຽນ ຊຶ່ງໄດ້ບອກເຖິງສິ່ງທ່ີຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດແນໃສ່ໃຫ້ຄູສອນ ຊັ້ນປະຖົມສຶກສາໃຫ້ຄໍາແນະນໍາ ແກ່ນັກຮຽນກ່ຽວກັບບົດບາດຂອງພວກເຂົາໃນການຮັບຜິດຊອບການຮັກສາປື້ມ
ແບບຮຽນຢ່າງຖືກຕ້ອງ, ພ້ອມທັງອະທິບາຍໃຫ້ນັກຮຽນ ແລະ ພ່ໍແມ່ນັກຂອງນັກຮຽນຮູ້ວິທີການຮັກສາປ້ຶມແບບຮຽນ ໂດຍນຳໃຊ້ຢ່າງລະມັດລະວັງ ແລະ ເປັນເຈົ້າການໃນການເກັບຮັກສາ.ນັບແຕ່ປີ 2019 ເປັນຕົ້ນມາ ເມື່ອໄດ້ເລີ່ມມີການນຳໃຊ້ຫລັກສູດ ສະບັບ
ປັບປຸງໃໝ່, ທຸກໂຮງຮຽນທົ່ວປະເທດແມ່ນໄດ້ຮັບຊຸດປຶ້ມແບບຮຽນ ແລະ ຄູມືຄູ່ຊຶ່ງໄດ້ອອກຫລັກສູດໃໝ່ຂອງຊັ້ນຮຽນໃນແຕ່ລະປີ. ປຶ້ມແບບຮຽນແມ່ນມີຄຸນຄ່າ, ສະນັ້ນ ມັນຕ້ອງໄດ້ຮັບການຮັກສາເປັນຢ່າງດີ ເພື່ອໃຫ້ສາມາດເກັບໄວ້ໃຊ ໄດ້ຍາວນານ ເພື່ອນ້ອງ
ນັກຮຽນສົກຮຽນໃໝ່ໃນອະນາຄົດໄດ້ໃຊ້ຕໍ່ໄປ. ວິດີໂອນີ້, ໄດ້ຍົກໃຫ້ເຫັນຄໍາ ແນະນໍາທີ່ເຂົ້າໃຈງ່າຍ ເຊັ່ນ: ຄູໄດ້ສາທິດວິທີການຫໍ່ປຶ້ມແບບຮຽນໃນເວລາໄຂສົກຮຽນໃໝ່ ແລະ ສ້ອມແປງປຶ້ມທັນທີຖ້າຫາກເປ່ເພ, ຄູໄດ້ອະທິບາຍໃຫ້ນັກຮຽນບໍ່ໃຫ້ພັບປຶ້ມແບບຮຽນ, ຫ້າມຂຽນໃນປຶ້ມແບບຮຽນ ແລະ ຫ້າມກິນ ຫລື ດື່ມໃນເວລາອ່ານໜັງສື ເພາະປຶ້ມແບບຮຽນຄວນເກັບຮັກສາໄວ້ຫ່າງຈາກນໍ້າ, ອາຫານ ແລະ ຝຸ່ນ, ນັກຮຽນຕ້ອງ ເອົາປຶ້ມແບບຮຽນກັບບ້ານ ເພື່ອໃຫ້ເຂົາເຈົ້າສາມາດເຮັດວຽກບ້ານ ແລະ ທົບທວນຄືນບົດຮຽນຂອງ
ເຂົາເຈົ້າໄດ້. ສະນັ້ນ, ສິ່ງສຳຄັນແມ່ນຄູ ຄວນສາທິດໃຫ້ນັກຮຽນເຫັນເພື່ອ ຮູ້ວິທີເກັບປ້ຶມເຂ້ົາໄວ້ໃນຖົງຮຽນ ຂອງພວກເຂົາຢ່າງລະມັດລະວັງ, ຄູຍັງສາມາດຊ່ວຍນັກຮຽນ ແລະ ພໍ່ແມ່ໃຫ້ເອົາໃຈໃສ່ໃນການເກັບຮັກສາປຶ້ມແບບຮຽນ ໂດຍເກັບໄວ້ໃນບ່ອນທີ່ສະອາດ ແລະ ແຫ້ງ ເຊັ່ນ: ຕູ້ ຫລື ຊັ້ນວາງຢູ່ເຮືອນ. ວິດີໂອການຮັກສາປຶ້ມແບບຮຽນນີ້ ແມ່ນຈະອອກອາກາດທາງ ໂທລະພາບການສຶກສາ ແລະ ກິລາ (ຊ່ອງ Lao ESTV) ທາງດາວທຽມລາວແຊັດ ຊ່ອງ 8 ແລະ ທາງຊ່ອງ YouTube ວິດີໂອສຳ ລັບການພັດທະນາຄູ Teacher Development Videos ແລະ ສາມາດຮັບຊົມໄດ້ທີ່ລິ້ງນີ້: https://youtu.be/3k- 6Ac19Dls?si=Q9d1O77 NsnVHhp0m.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top