ສົ່ງເສີມຄວາມຮູ້ ແລະ ຄວາມສໍາຄັນຂອງການຮັກສາປຶ້ມແບບຮຽນ

29/12/2023 11:15
Email Print 5250
ຂປລ ຂປລ. ເມື່ອບໍ່ດົນມານີ້, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ບີຄວາ ສະເໜີວິດີໂອໃໝ່ ເພື່ອປູກຈິດສຳນຶກ ໃນຮັກສາປຶ້ມແບບຮຽນ ຊຶ່ງໄດ້ບອກເຖິງສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດ ແນໃສ່ໃຫ້ຄູສອນຊັ້ນປະຖົມສຶກສາ



ຂປລ. ເມື່ອບໍ່ດົນມານີ້
, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ບີຄວາ ສະເໜີວິດີໂອໃໝ່ ເພື່ອປູກຈິດສຳນຶກ ໃນຮັກສາປຶ້ມແບບຮຽນ ຊຶ່ງໄດ້ບອກເຖິງສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດ ແນໃສ່ໃຫ້ຄູສອນຊັ້ນປະຖົມສຶກສາ ໃຫ້ຄໍາແນະນໍາແກ່ນັກຮຽນ ກ່ຽວກັບບົດບາດ ຂອງພວກເຂົາໃນການຮັບ ຜິດຊອບການຮັກສາ ປື້ມແບບຮຽນຢ່າງຖືກຕ້ອງ, ພ້ອມທັງອະທິບາຍ ໃຫ້ນັກຮຽນ ແລະ ພໍ່ແມ່ນັກຂອງນັກຮຽນ ຮູ້ວິທີການຮັກສາປຶ້ມແບບຮຽນ ໂດຍນຳໃຊ້ຢ່າງລະມັດລະວັງ ແລະ ເປັນເຈົ້າການໃນການເກັບຮັກສາ.



ນັບແຕ່ປີ 2019 ເປັນຕົ້ນມາ ເມື່ອໄດ້ເລີ່ມມີການນຳໃຊ້ ຫລັກສູດສະບັບປັບປຸງໃໝ່
, ທຸກໂຮງຮຽນທົ່ວປະເທດແມ່ນໄດ້ຮັບຊຸດປຶ້ມແບບຮຽນ ແລະ ຄູມືຄູ່ ຊຶ່ງໄດ້ອອກຫລັກສູດໃໝ່ ຂອງຊັ້ນຮຽນໃນແຕ່ລະປີ. ປຶ້ມແບບຮຽນແມ່ນມີຄຸນຄ່າ, ສະນັ້ນ ມັນຕ້ອງໄດ້ຮັບ ການຮັກສາເປັນຢ່າງດີ ເພື່ອໃຫ້ສາມາດເກັບໄວ້ໃຊ້ໄດ້ຍາວນານ ເພື່ອນ້ອງນັກຮຽນສົກຮຽນໃໝ່ ໃນອະນາຄົດໄດ້ໃຊ້ຕໍ່ໄປ.



ວິດີໂອນີ້, ໄດ້ຍົກໃຫ້ເຫັນຄໍາແນະນໍາທີ່ເຂົ້າໃຈງ່າຍ ເຊັ່ນ: ຄູໄດ້ສາທິດວິທີການຫໍ່ປຶ້ມແບບຮຽນ ໃນເວລາໄຂສົກຮຽນໃໝ່ ແລະ ສ້ອມແປງປຶ້ມທັນທີຖ້າຫາກເປ່ເພ
, ຄູໄດ້ອະທິບາຍໃຫ້ນັກຮຽນ ບໍ່ໃຫ້ພັບປຶ້ມແບບຮຽນ, ຫ້າມຂຽນໃນປຶ້ມແບບຮຽນ ແລະ ຫ້າມກິນ ຫລື ດື່ມໃນເວລາອ່ານໜັງສື ເພາະປຶ້ມແບບຮຽນຄວນ ເກັບຮັກສາໄວ້ຫ່າງຈາກນໍ້າ, ອາຫານ ແລະ ຝຸ່ນ, ນັກຮຽນຕ້ອງເອົາປຶ້ມແບບຮຽນກັບບ້ານ ເພື່ອໃຫ້ເຂົາເຈົ້າສາມາດ ເຮັດວຽກບ້ານ ແລະ ທົບທວນຄືນບົດຮຽນຂອງເຂົາເຈົ້າໄດ້. ສະນັ້ນ, ສິ່ງສຳຄັນແມ່ນຄູຄວນສາທິດ ໃຫ້ນັກຮຽນເຫັນ ເພື່ອຮູ້ວິທີເກັບປຶ້ມເຂົ້າ ໄວ້ໃນຖົງຮຽນຂອງພວກເຂົາຢ່າງລະມັດລະວັງ, ຄູຍັງສາມາດຊ່ວຍນັກຮຽນ ແລະ ພໍ່ແມ່ໃຫ້ເອົາໃຈໃສ່ໃນການ ເກັບຮັກສາປຶ້ມແບບຮຽນ ໂດຍເກັບໄວ້ໃນບ່ອນທີ່ສະອາດ ແລະ ແຫ້ງ ເຊັ່ນ: ຕູ້ ຫລື ຊັ້ນວາງຢູ່ເຮືອນ.

ວິດີໂອການຮັກສາປຶ້ມແບບຮຽນນີ້ ແມ່ນຈະອອກອາກາດທາງ ໂທລະພາບການສຶກສາ ແລະ ກິລາ (ຊ່ອງ Lao ESTV) ທາງ ດາວທຽມລາວແຊັດ ຊ່ອງ 8 ແລະ ທາງຊ່ອງ YouTube ວິດີໂອສຳລັບການພັດທະນາຄູ Teacher Development Videos ແລະ ສາມາດຮັບຊົມໄດ້ທີ່ລິ້ງນີ້: https://youtu.be/3k-6Ac19Dls?si=Q9d1O77NsnVHhp0m

KPL

ຂ່າວອື່ນໆ

ads
ads

Top